Biblica® Open Lao Contemporary Version
ຈົດບັນຊີ 5
ຄວາມບໍລິສຸດຂອງຄ້າຍພັກ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງສັ່ງຄົນອິດສະຣາເອນໃຫ້ສົ່ງ ຜູ້ທີ່ເປັນພະຍາດຜິວໜັງ1ທີ່ເປັນມົນທິນ ຫລື ຜູ້ມີສິ່ງທີ່ໄຫລອອກຈາກຮ່າງກາຍທຸກຊະນິດ ຫລື ຜູ້ທີ່ເປັນມົນທິນຕາມພິທີກຳເພາະໄປແຕະຕ້ອງຊາກສົບອອກຈາກຄ້າຍພັກ. ຈົ່ງສົ່ງພວກເຂົາອອກໄປບໍ່ວ່າຈະເປັນຊາຍ ຫລື ຍິງກໍຕາມ; ຈົ່ງສົ່ງຄົນເຫລົ່ານີ້ອອກໄປນອກຄ້າຍພັກ ເພື່ອວ່າພວກເຂົາຈະບໍ່ເຮັດໃຫ້ຄ້າຍພັກເປັນມົນທິນ, ເຊິ່ງຖືເປັນບ່ອນທີ່ເຮົາຢູ່ທ່າມກາງພວກເຂົາ”. ຄົນອິດສະຣາເອນກໍປະຕິບັດຕາມ; ພວກເຂົາໄດ້ສົ່ງຄົນເຫລົ່ານັ້ນອອກໄປນອກຄ້າຍພັກ. ພວກເຂົາປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ແນະນຳໂມເຊ.
ການຊົດໃຊ້ເມື່ອເຮັດຜິດ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງບອກຄົນອິດສະຣາເອນວ່າ: ‘ຊາຍ ຫລື ຍິງໃດກໍຕາມທີ່ເຮັດຜິດຕໍ່ຄົນອື່ນດ້ວຍວິທີໃດກໍຕາມ2 ແລະ ຜູ້ນັ້ນກໍມີຄວາມຜິດເພາະບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ແລະ ຈະຕ້ອງສາລະພາບບາບທີ່ໄດ້ກະທຳ. ຜູ້ນັ້ນຈະຕ້ອງຊົດໃຊ້ເຕັມຈຳນວນຕາມຄວາມຜິດທີ່ລາວໄດ້ກະທຳ, ພ້ອມທັງຊົດໃຊ້ເພີ່ມອີກໜຶ່ງສ່ວນຫ້າຂອງມູນຄ່າທີ່ຕ້ອງຊົດເຊີຍ ແລະ ມອບມູນຄ່າທັງໝົດໃຫ້ແກ່ບຸກຄົນທີ່ລາວໄດ້ເຮັດຜິດ. ແຕ່ຖ້າບຸກຄົນນັ້ນບໍ່ມີພີ່ນ້ອງໃກ້ຊິດທີ່ຈະຮັບເອົາຄ່າຊົດເຊີຍແທນຈາກຜູ້ເຮັດຜິດນັ້ນ, ຄ່າຊົດເຊີຍນັ້ນກໍເປັນຂອງພຣະເຈົ້າຢາເວ ແລະ ຕ້ອງນຳໄປມອບໃຫ້ແກ່ປະໂລຫິດ, ພ້ອມດ້ວຍແກະຜູ້ເພື່ອເຮັດພິທີລຶບລ້າງບາບໃຫ້ແກ່ຜູ້ກະທຳຜິດ. ເຄື່ອງຖວາຍສັກສິດທັງໝົດທີ່ຄົນອິດສະຣາເອນນຳມາມອບແກ່ປະໂລຫິດຈະເປັນຂອງປະໂລຫິດ. ຂອງຖວາຍສັກສິດເປັນຂອງຜູ້ທີ່ເປັນເຈົ້າຂອງ, ແຕ່ສິ່ງທີ່ພວກເຂົາມອບໃຫ້ປະໂລຫິດຈະເປັນຂອງປະໂລຫິດ’ ”.
ການທົດສອບເມຍທີ່ບໍ່ສັດຊື່
ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງຄົນອິດສະຣາເອນ ແລະ ກ່າວກັບພວກເຂົາວ່າ, ‘ຖ້າເມຍຂອງຊາຍຄົນໃດເຮັດໃນສິ່ງທີ່ຜິດ ແລະ ບໍ່ສັດຊື່ຕໍ່ເຂົາ ໂດຍມີຊາຍອື່ນມີເພດສຳພັນກັບນາງ, ແລະ ຍັງປິດບັງເປັນຄວາມລັບຕໍ່ຜົວຂອງຕົນ ແລະ ເຊື່ອງຊ້ອນການກະທຳຂອງນາງໄວ້ (ເນື່ອງຈາກວ່າບໍ່ມີພະຍານຫລັກຖານ ແລະ ຈັບບໍ່ໄດ້ໃນການກະທຳ), ແລະ ຖ້າຜົວຮູ້ສຶກຫຶງຫວງ ແລະ ສົງໄສເມຍຂອງຕົນ ແລະ ນາງເປັນມົນທິນ ຫລື ຖ້າຜົວຂອງນາງຫຶງຫວງ ແລະ ສົງໄສນາງ ເຖິງແມ່ນວ່ານາງບໍ່ເປັນມົນທິນກໍຕາມ ແລ້ວລາວຈະຕ້ອງພາເມຍຂອງລາວໄປຫາປະໂລຫິດ. ລາວຈະຕ້ອງນຳເອົາແປ້ງເຂົ້າບາເລໜຶ່ງສ່ວນສິບຂອງເອຟາ3ມາເປັນເຄື່ອງຖວາຍບູຊາແທນນາງ. ໂດຍບໍ່ຕ້ອງຖອກນ້ຳມັນໝາກກອກໃສ່ແປ້ງ ຫລື ໂຮຍເຄື່ອງຫອມໃສ່ແປ້ງນັ້ນ, ເພາະເປັນເຄື່ອງຖວາຍບູຊາພືດພັນເປັນເມັດເພາະເປັນການຖວາຍທີ່ເກີດຈາກຄວາມຫຶງຫວງ, ເປັນເຄື່ອງຖວາຍບູຊາແຫ່ງການເຕືອນໃຈເພື່ອລະນຶກເຖິງການກະທຳຜິດ.
“ ‘ປະໂລຫິດຈະພານາງມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ. ຈາກນັ້ນເພິ່ນຈະເອົານ້ຳບໍລິສຸດບັນຈຸໃນພາຊະນະດິນເຜົາ ແລະ ເອົາຂີ້ຝຸ່ນຈາກພື້ນຂອງຫໍເຕັນໃສ່ລົງໃນນ້ຳ. ຫລັງຈາກນັ້ນປະໂລຫິດກໍພາຍິງນັ້ນມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ, ເພິ່ນຈະປ່ອຍຜົມຂອງນາງລົງ ແລະ ວາງເຄື່ອງຖວາຍບູຊາແຫ່ງການເຕືອນໃຈໃສ່ມືຂອງນາງ, ເຄື່ອງຖວາຍພືດພັນເປັນເມັດສຳລັບຄວາມຫຶງຫວງ, ໃນຂະນະທີ່ປະໂລຫິດຖືນ້ຳຂົມທີ່ນຳຄຳສາບແຊ່ງນັ້ນ. ແລ້ວປະໂລຫິດຈະມອບຍິງນັ້ນໃຫ້ຢູ່ໃຕ້ຄຳສາບານ ແລະ ກ່າວແກ່ນາງວ່າ, “ຖ້າບໍ່ມີຊາຍອື່ນຮ່ວມເພດກັບເຈົ້າ ແລະ ເຈົ້າບໍ່ໄດ້ຫລົງຜິດ ແລະ ກາຍມາເປັນມົນທິນຂະນະທີ່ຍັງຢູ່ກິນກັບຜົວຂອງເຈົ້າ, ຂໍໃຫ້ນ້ຳຂົມທີ່ນຳຄຳສາບແຊ່ງມານີ້ເຮັດໃຫ້ເຈົ້າພົ້ນໂທດ. ແຕ່ຖ້າເຈົ້າຫລົງຜິດຂະນະທີ່ເຈົ້າຍັງຢູ່ກິນກັບຜົວຂອງຕົນຢູ່ ແລະ ໄດ້ເຮັດໃຫ້ເຈົ້າເອງເປັນມົນທິນໂດຍມີເພດສຳພັນກັບຊາຍອື່ນທີ່ບໍ່ແມ່ນຜົວຂອງຕົນ,” ທີ່ນີ້ປະໂລຫິດຈະໃຫ້ນາງຢູ່ໃຕ້ການສາບແຊ່ງດັ່ງນີ້ຄື: “ຂໍພຣະເຈົ້າຢາເວເຮັດໃຫ້ເຈົ້າກາຍມາເປັນທີ່ສາບແຊ່ງ4ທ່າມກາງປະຊາຊົນທັງຫລາຍ ພຣະອົງຈະເຮັດໃຫ້ເກີດການຫລຸລູກ ແລະ ເຮັດໃຫ້ທ້ອງຂອງເຈົ້າບວມ. ຂໍໃຫ້ນ້ຳນີ້ນຳຄຳສາບແຊ່ງເຂົ້າສູ່ຮ່າງກາຍຂອງເຈົ້າເພື່ອວ່າທ້ອງຂອງເຈົ້າບວມ ຫລື ເກີດການຫລຸລູກ”.
“ ‘ແລ້ວຍິງນັ້ນຕ້ອງກ່າວວ່າ, “ອາແມນ. ຂໍໃຫ້ເປັນໄປຕາມນັ້ນ”.
“ ‘ປະໂລຫິດຈະຂຽນຄຳສາບແຊ່ງເຫລົ່ານີ້ລົງໃສ່ໜັງສືມ້ວນ ແລ້ວນຳມາລ້າງອອກດ້ວຍນ້ຳຂົມ. ແລ້ວປະໂລຫິດຈະເອົານ້ຳຂົມທີ່ນຳຄຳສາບແຊ່ງໃຫ້ນາງດື່ມ ແລະ ນ້ຳນີ້ຈະນຳຄຳສາບແຊ່ງ ແລະ ຄວາມທໍລະມານຢ່າງຂົມຂື່ນເຂົ້າໄປໃນຕົວຂອງຍິງນັ້ນ. ປະໂລຫິດຈະຮັບເຄື່ອງຖວາຍພືດພັນເປັນເມັດເພື່ອຄວາມຫຶງຫວງຈາກມືຂອງນາງ, ແລ້ວນຳມາຍື່ນຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະ ນຳມາທີ່ແທ່ນບູຊາ. ຕໍ່ຈາກນັ້ນປະໂລຫິດຈະກຳເອົາເຄື່ອງຖວາຍພືດພັນເປັນເມັດຂຶ້ນມາເພື່ອເປັນເຄື່ອງຖວາຍບູຊາແຫ່ງອະນຸສອນ ແລະ ເຜົາເທິງແທ່ນບູຊາ; ຫລັງຈາກນັ້ນ, ປະໂລຫິດກໍໃຫ້ຍິງຄົນນັ້ນດື່ມນ້ຳ. ຖ້ານາງໄດ້ເຮັດໃຫ້ຕົນເອງເປັນມົນທິນ ແລະ ບໍ່ສັດຊື່ຕໍ່ຜົວຂອງຕົນ, ອັນນີ້ຈະເປັນຜົນຕາມມາຄື: ເມື່ອນາງໄດ້ດື່ມນ້ຳທີ່ນຳຄຳສາບແຊ່ງ ແລະ ເປັນເຫດໃຫ້ນາງທໍລະມານຢ່າງຂົມຂື່ນ, ນ້ຳຈະເຂົ້າໄປໃນຮ່າງກາຍຂອງນາງ, ທ້ອງຂອງນາງຈະບວມໄຂ່ ແລະ ຈະເກີດການຫລຸລູກ, ແລະ ນາງຈະກາຍມາເປັນຜູ້ທີ່ຖືກສາບແຊ່ງ. ເຖິງຢ່າງໃດກໍຕາມ, ຖ້າຍິງນັ້ນບໍ່ໄດ້ເຮັດໃຫ້ນາງເອງເປັນມົນທິນ, ແຕ່ນາງສະອາດຢູ່, ນາງກໍຈະຫລຸດພົ້ນຈາກຄວາມຜິດ ແລະ ສາມາດມີລູກໄດ້.
“ ‘ນີ້ຄືກົດບັນຍັດກ່ຽວກັບຄວາມຫຶງຫວງ ເມື່ອແມ່ຍິງໄດ້ຫລົງຜິດ ແລະ ເຮັດໃຫ້ນາງເປັນມົນທິນໃນຂະນະທີ່ຍັງຢູ່ກິນກັບຜົວຂອງຕົນ, ຫລື ຜູ້ຊາຍເກີດຄວາມຮູ້ສຶກຫຶງຫວງເພາະລາວສົງໄສເມຍຂອງຕົນ. ປະໂລຫິດຈະນຳນາງມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະ ນຳໃຊ້ກົດບັນຍັດນີ້ທັງໝົດຕໍ່ນາງ. ຜູ້ເປັນຜົວຈະຫລຸດພົ້ນຈາກຄວາມຜິດ, ແຕ່ຜູ້ເປັນເມຍຈະຮັບຜິດຊອບຜົນຕາມມາຈາກບາບຂອງນາງ’ ”.
Source notes (4)
- Footnote ຄຳໃນພາສາເຮັບເຣີດັ້ງເດີມໄດ້ແປວ່າ ພະຍາດຂີ້ທູດ, ເຊິ່ງຖືກນຳໃຊ້ສຳລັບພະຍາດຊະນິດຕ່າງໆທີ່ມີຜົນກະທົບຕໍ່ຜິວ
- Footnote ຫລື ແມ່ຍິງທີ່ກະທຳຄວາມຜິດໃດໆທີ່ມັກເກີດຂຶ້ນຕໍ່ມະນຸດຊາດ
- Footnote ນັ້ນແມ່ນແປ້ງປະມານ 1,6 ກິໂລກຣາມ
- Footnote ນັ້ນແມ່ນ, ຂໍໃຫ້ພຣະອົງນຳໃຊ້ຊື່ຂອງເຈົ້າເຂົ້າໃນຄຳສາບແຊ່ງ (ເບິ່ງ ຢມຢ 29:22); ຫລື ຂໍໃຫ້ຄົນອື່ນໆເຫັນວ່າເຈົ້າໄດ້ຖືກສາບແຊ່ງແລ້ວ; ຄ້າຍຄືກັນກັບ ຂໍ້ 27.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.