Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 4

ຄົນ​ໂກຮາດ

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ ແລະ ອາໂຣນ​ວ່າ: “ຈົ່ງ​ຈົດ​ຈຳນວນ​ພົນ​ຂອງ​ຄົນ​ໂກຮາດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ຄົນ​ເລວີ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ. ຈົ່ງ​ນັບ​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ເຊິ່ງ​ມີ​ຄຸນສົມບັດ​ທີ່​ຈະ​ມາ​ຮັບໃຊ້​ໃນ​ເຕັນນັດພົບ.

“ວຽກງານ​ຂອງ​ຄົນ​ໂກຮາດ​ໃນ​ເຕັນນັດພົບ​ນັ້ນ​ມີ​ຄື: ໃຫ້​ເບິ່ງແຍງ​ບັນດາ​ສິ່ງ​ບໍລິສຸດ​ທີ່ສຸດ. ເມື່ອ​ມີ​ການ​ຍົກຍ້າຍ​ຄ້າຍພັກ, ອາໂຣນ ແລະ ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ເຂົ້າ​ໄປ​ທາງໃນ ແລະ ປົດ​ຜ້າກັ້ງ​ທີ່​ຂັ້ນ​ນັ້ນ​ລົງ​ມາ ແລ້ວ​ຄຸມ​ຫີບ​ພັນທະສັນຍາ​ໄວ້. ຫລັງ​ຈາກ​ນັ້ນ ພວກເຂົາ​ຈະ​ຕ້ອງ​ປົກຄຸມ​ຜ້າກັ້ງ​ດ້ວຍ​ໜັງສັດ​ຢ່າງ​ດີ,1 ພື​ຜ້າ​ສີຟ້າ​ປົກ​ທັບ​ອີກ ແລ້ວ​ສອດ​ໄມ້ຄານ​ໃສ່​ຫີບ​ພັນທະສັນຍາ.

“ຈົ່ງ​ພື​ຜ້າ​ສີຟ້າ​ປົກ​ໂຕະ​ເຄື່ອງ​ຖວາຍ​ເບື້ອງ​ໜ້າ ວາງ​ຈານ, ຊາມ ແລະ ຖ້ວຍ, ເຢືອກ​ສຳລັບ​ເຄື່ອງດື່ມບູຊາ; ເຂົ້າຈີ່​ທີ່​ຕ້ອງ​ຕັ້ງ​ໄວ້​ຢູ່​ເທິງ​ໂຕະ​ນັ້ນ​ບໍ່​ໃຫ້​ຂາດ. ພວກເຂົາ​ຈະ​ຕ້ອງ​ປູ​ຜ້າ​ສີແດງ​ໃສ່​ເທິງ​ສິ່ງ​ເຫລົ່ານັ້ນ, ແລ້ວ​ໃຊ້​ໜັງສັດ​ຢ່າງ​ດີ​ປົກຄຸມ​ໄວ້ ແລ້ວ​ສອດ​ໄມ້ຄານ​ໃສ່​ທີ່​ຫວ່ງ​ຂອງ​ໂຕະ.

“ພວກເຂົາ​ຈະ​ຕ້ອງ​ເອົາ​ຜ້າ​ສີຟ້າ​ປົກຄຸມ​ຫລັກຕະກຽງ ພ້ອມ​ກັບ​ຕະກຽງ, ມີດຕັດ​ແຕ່ງ​ໄສ້​ຕະກຽງ​ກັບ​ຖາດ ແລະ ພາຊະນະ​ທັງໝົດ​ສຳລັບ​ບັນຈຸ​ນ້ຳມັນ​ໝາກກອກ​ເພື່ອ​ເຕີມ​ຕະກຽງ. ແລ້ວ​ໃຊ້​ໜັງສັດ​ຢ່າງດີ​ຫຸ້ມຫໍ່​ອີກ ແລ້ວ​ນຳ​ຂຶ້ນ​ໄປ​ວາງ​ໃສ່ໄວ້​ເທິງ​ຮ່າງໄມ້​ຄານ​ຫາມ.

“ພວກເຂົາ​ຈະ​ຕ້ອງ​ປູ​ຜ້າ​ສີຟ້າ​ປົກ​ແທ່ນບູຊາ​ຄຳ ແລະ ຫຸ້ມ​ດ້ວຍ​ໜັງສັດ​ຢ່າງດີ​ອີກ​ແລ້ວ​ສອດ​ໄມ້ຄານ​ໃສ່.

“ພວກເຂົາ​ຕ້ອງ​ໃຊ້​ຜ້າ​ສີຟ້າ​ຫໍ່​ເຄື່ອງໃຊ້​ທັງໝົດ​ທີ່​ໃຊ້​ໃນ​ສະຖານ​ນະມັດສະການ, ຫຸ້ມ​ເຄື່ອງ​ເຫລົ່ານັ້ນ​ດ້ວຍ​ໜັງສັດ​ຢ່າງດີ​ອີກ ແລ້ວ​ນຳ​ໄປ​ວາງ​ເທິງ​ຮ່າງໄມ້​ຄານ​ຫາມ.

“ໃຫ້​ພວກເຂົາ​ເອົາ​ຂີ້​ເທົ່າ​ອອກຈາກ​ແທ່ນບູຊາ​ທອງສຳລິດ ແລະ ໃຊ້​ຜ້າ​ສີມ່ວງ​ປົກ​ເທິງ​ແທ່ນ​ນັ້ນ. ແລ້ວ​ພວກເຂົາ​ຈະ​ຕ້ອງ​ນຳ​ເອົາ​ເຄື່ອງໃຊ້​ທັງໝົດ​ສຳລັບ​ແທ່ນບູຊາ​ເຊັ່ນ: ຖາດ​ຮອງ​ໄຟ, ສ້ອມ​ສຽບ​ຊີ້ນ, ຊ້ວນ ແລະ ຖ້ວຍ​ສຳລັບ​ຊິດເລືອດ. ວາງ​ຢູ່​ເທິງ​ຜ້າ​ນັ້ນ​ແລ້ວ​ປົກ​ດ້ວຍ​ໜັງສັດ​ຢ່າງດີ​ອີກ ແລະ ເອົາ​ໄມ້ຄານ​ສອດ​ໃສ່.

“ຫລັງ​ຈາກ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຫຸ້ມຫໍ່​ເຄື່ອງ​ຕົບແຕ່ງ​ສັກສິດ ແລະ ເຄື່ອງໃຊ້​ສັກສິດ​ທັງໝົດ​ເຫລົ່ານີ້​ແລ້ວ, ແລະ ເມື່ອ​ຄ້າຍພັກ​ພ້ອມ​ທີ່​ຈະ​ເຄື່ອນຍ້າຍ​ນັ້ນ, ຄົນ​ໂກຮາດ​ກໍ​ຈະ​ເຂົ້າມາ ແລະ ພຽງແຕ່​ເພື່ອ​ແບກຫາມ​ເທົ່ານັ້ນ. ແຕ່​ພວກເຂົາ​ຈະ​ແຕະຕ້ອງ​ສິ່ງ​ສັກສິດ​ນີ້​ບໍ່​ໄດ້​ເດັດຂາດ ຫລື ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ຕາຍ. ຊາວ​ໂກຮາດ​ຈະ​ເປັນ​ຜູ້​ແບກຫາມ​ສິ່ງ​ຕ່າງໆ​ທີ່​ຢູ່​ໃນ​ເຕັນນັດພົບ.

“ປະໂລຫິດ​ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ ຈະ​ຕ້ອງ​ຮັບຜິດຊອບ​ນ້ຳມັນ​ຕະກຽງ, ເຄື່ອງຫອມ, ເຄື່ອງຖວາຍ​ພືດຜົນ​ເປັນເມັດ ແລະ ນ້ຳມັນ​ເຈີມ. ລາວ​ມີ​ໜ້າທີ່​ກວດກາ​ເບິ່ງແຍງ​ຫໍເຕັນ​ທັງໝົດ ແລະ ທຸກໆສິ່ງ​ທີ່​ຢູ່​ໃນ​ຫໍເຕັນ​ນັ້ນ, ລວມ​ທັງ​ເຄື່ອງ​ຕົບແຕ່ງ ແລະ ເຄື່ອງໃຊ້​ສັກສິດ​ຂອງ​ຫໍເຕັນ”.

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ, “ຈົ່ງ​ເບິ່ງ​ວ່າ​ຕະກຸນ​ໂກຮາດ​ຈະ​ບໍ່​ຖືກ​ຕັດອອກ​ຈາກ​ເຜົ່າ​ເລວີ. ເພື່ອ​ວ່າ​ພວກເຂົາ​ຈະ​ມີຊີວິດ​ຢູ່ ແລະ ບໍ່​ຕາຍ​ເມື່ອ​ພວກເຂົາ​ເຂົ້າ​ມາ​ໃກ້​ສິ່ງ​ບໍລິສຸດ​ທີ່ສຸດ, ເຈົ້າ​ຈົ່ງ​ເຮັດ​ດັ່ງ​ນີ້​ສຳລັບ​ພວກເຂົາ: ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ເຂົ້າ​ໄປ​ໃນ​ສະຖານ​ນະມັດສະການ ແລະ ມອບ​ວຽກ​ໃຫ້​ແຕ່ລະຄົນ​ເຮັດ ແລະ ມອບ​ສິ່ງ​ທີ່​ພວກເຂົາ​ຈະ​ແບກຫາມ​ດ້ວຍ. ແຕ່​ຄົນ​ໂກຮາດ​ຈະ​ຕ້ອງ​ບໍ່​ເຂົ້າໄປ​ຂ້າງ​ໃນ​ເພື່ອ​ເບິ່ງ​ສິ່ງ​ສັກສິດ, ແມ່ນແຕ່​ນາທີ​ດຽວ, ຫລື ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ຕາຍ”.

ຊາວເກໂຊນ

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຈົດ​ຈຳນວນ​ພົນ​ຊາວ​ເກໂຊນ​ຕາມ​ຄອບຄົວ ແລະ ຕາມ​ຕະກຸນ​ຂອງ​ພວກເຂົາ. ຈົ່ງ​ນັບ​ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ຕັ້ງແຕ່​ສາມສິບ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ.

“ນີ້​ຄື​ໜ້າທີ່​ຂອງ​ຕະກຸນ​ຊາວ​ເກໂຊນ​ໃນ​ການແບກຫາມ ແລະ ວຽກງານ​ອື່ນໆ​ຂອງ​ພວກເຂົາ: ພວກເຂົາ​ຈະ​ຕ້ອງ​ແບກຫາມ​ຜ້າກັ້ງ​ຂອງ​ຫໍເຕັນ, ຄື​ເຕັນນັດພົບ, ເຊິ່ງ​ມີ​ຜ້າ​ປົກຄຸມ​ຊັ້ນໃນ ແລະ ຜ້າ​ປົກຄຸມ​ຊັ້ນນອກ​ທີ່​ຫຸ້ມ​ດ້ວຍ​ໜັງສັດ​ຢ່າງດີ, ຜ້າກັ້ງ​ທາງ​ເຂົ້າ​ເຕັນນັດພົບ, ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ ແລະ ແທ່ນບູຊາ, ຜ້າກັ້ງ​ທາງ​ເຂົ້າ​ໄປ​ເດີ່ນຫໍເຕັນ, ບັນດາ​ເຊືອກ ແລະ ອຸປະກອນ​ທັງໝົດ​ທີ່​ນຳໃຊ້​ໃນ​ເຕັນ. ຊາວເກໂຊນ​ຈະ​ຕ້ອງ​ເຮັດ​ກ່ຽວກັບ​ສິ່ງ​ເຫລົ່ານີ້​ໃຫ້​ສຳເລັດ. ການຮັບໃຊ້​ທັງໝົດ​ຂອງ​ພວກເຂົາ, ທັງ​ການແບກຫາມ ຫລື ວຽກ​ອື່ນໆ, ແມ່ນ​ຈະ​ຕ້ອງ​ເຮັດ​ພາຍໃຕ້​ການ​ຊີ້ນຳ​ຂອງ​ອາໂຣນ ແລະ ລູກຊາຍ​ຂອງ​ລາວ. ນີ້​ແມ່ນ​ການຮັບໃຊ້​ຂອງ​ຕະກຸນ​ເກໂຊນ​ທີ່​ເຕັນນັດພົບ. ໜ້າທີ່​ຂອງ​ພວກເຂົາ​ແມ່ນ​ໃຫ້​ຢູ່​ໃຕ້​ການຊີ້ນຳ​ຂອງ​ປະໂລຫິດ​ອີທາມາ​ລູກຊາຍ​ຂອງ​ອາໂຣນ.

ຊາວເມຣາຣີ

“ຈົ່ງ​ນັບ​ຊາວເມຣາຣີ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຂອງ​ພວກເຂົາ. ຈົ່ງ​ນັບ​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ. ດ້ວຍວ່າ​ເປັນ​ການຮັບໃຊ້​ຂອງ​ພວກເຂົາ​ທີ່​ເຕັນ, ພວກເຂົາ​ຈະ​ຕ້ອງ​ແບກຫາມ​ໂຄງ​ຂອງ​ຫໍເຕັນ, ຄານ, ເສົາ ແລະ ຖານຮອງຮັບ, ລວມ​ທັງ​ເສົາ​ທີ່​ອ້ອມ​ເດີ່ນ​ຂອງ​ຫໍເຕັນ​ພ້ອມ​ກັບ​ຖານຮອງຮັບ, ຫລັກປັກເຕັນ, ເຊືອກ, ອຸປະກອນ​ທັງໝົດ​ຂອງ​ເຕັນ ແລະ ເຄື່ອງໃຊ້​ທີ່​ກ່ຽວຂ້ອງ​ໃນ​ເຕັນ​ທຸກຢ່າງ. ຈົ່ງ​ມອບ​ໜ້າທີ່​ແບກຫາມ​ສະເພາະ​ໃຫ້​ແກ່​ຜູ້ຊາຍ​ແຕ່ລະຄົນ. ນີ້​ຄື​ການຮັບໃຊ້​ຂອງ​ຕະກຸນ​ເມຣາຣິ​ທີ່​ເຕັນນັດພົບ​ພາຍໃຕ້​ການ​ຊີ້ນຳ​ຂອງ​ປະໂລຫິດ​ອີທາມາ​ລູກຊາຍ​ຂອງ​ອາໂຣນ”.

ການນັບຈຳນວນ​ຄົນ​ໃນ​ຕະກຸນ​ເລວີ

ໂມເຊ, ອາໂຣນ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ໄດ້​ນັບ​ຄົນ​ໂກຮາດ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຕ່າງໆ​ຂອງ​ພວກເຂົາ.

ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ, ນັບ​ຕາມ​ຕະກຸນ​ມີ 2.750 ຄົນ. ນີ້​ຄື​ຈຳນວນ​ຂອງ​ຜູ້​ທີ່​ຢູ່​ໃນ​ຕະກຸນ​ໂກຮາດ​ທັງໝົດ​ຮັບໃຊ້​ໃນ​ເຕັນນັດພົບ. ໂມເຊ ແລະ ອາໂຣນ​ໄດ້​ນັບ​ຈຳນວນ​ພວກເຂົາ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຜ່ານ​ທາງ​ໂມເຊ.

ເຂົາ​ໄດ້​ນັບ​ຊາວເກໂຊນ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຂອງ​ພວກເຂົາ.

ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ​ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ໃນ​ເຕັນນັດພົບ, ເຊິ່ງ​ໄດ້​ນັບ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ມີ 2.630 ຄົນ. ນີ້​ແມ່ນ​ຈຳນວນ​ຄົນ​ຂອງ​ຕະກຸນ​ເກໂຊນ​ທັງໝົດ​ທີ່​ຮັບໃຊ້​ໃນ​ເຕັນນັດພົບ. ໂມເຊ ແລະ ອາໂຣນ​ໄດ້​ນັບ​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ.

ເຂົາ​ໄດ້​ນັບ​ຊາວເມຣາຣີ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຂອງ​ພວກເຂົາ.

ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ, ໄດ້​ນັບ​ຕາມ​ຕະກຸນ​ຂອງ​ພວກເຂົາ​ມີ 3.200 ຄົນ. ນີ້​ແມ່ນ​ຈຳນວນ​ຄົນ​ທັງໝົດ​ໃນ​ຕະກຸນ​ເມຣາຣິ. ໂມເຊ​ກັບ​ອາໂຣນ​ນັບ​ຈຳນວນ​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຜ່ານ​ທາງ​ໂມເຊ.

ດັ່ງນັ້ນ​ໂມເຊ, ອາໂຣນ ແລະ ບັນດາ​ຜູ້ນຳ​ຂອງ​ອິດສະຣາເອນ​ໄດ້​ນັບ​ຄົນ​ເລວີ​ທັງໝົດ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ. ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຈະ​ມາ​ເຮັດ​ວຽກງານ​ຮັບໃຊ້ ແລະ ແບກຫາມ​ເຕັນນັດພົບ ລວມ​ມີ 8.580 ຄົນ. ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຜ່ານ​ທາງ​ໂມເຊ, ແຕ່ລະຄົນ​ໄດ້​ຮັບ​ມອບໝາຍ​ວຽກງານ​ຂອງ​ຕົນ ແລະ ໄດ້​ຮັບ​ການຊີ້ນຳ​ໃນ​ສິ່ງ​ທີ່​ຈະ​ແບກຫາມ.

ດັ່ງນັ້ນ​ພວກເຂົາ​ຈຶ່ງ​ນັບ​ຈຳນວນ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.

Source notes (1)
  1. Footnote ອາດ​ຈະ​ເປັນ​ໜັງສັດ​ຂອງ​ສັດນ້ຳ​ທີ່​ລ້ຽງລູກ​ດ້ວຍ​ນ້ຳນົມ; ຄື​ກັນ​ກັບ​ໃນ ຂໍ້ 8, 10, 11, 12, 14 ແລະ 25

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.