Biblica® Open Lao Contemporary Version
ຈົດບັນຊີ 3
ຄົນເລວີ
ຕໍ່ໄປນີ້ເປັນເລື່ອງຂອງຄອບຄົວອາໂຣນ ແລະ ໂມເຊ ເມື່ອເວລາທີ່ພຣະເຈົ້າຢາເວໄດ້ເວົ້າກັບໂມເຊຢູ່ທີ່ພູເຂົາຊີນາຍ.
ບັນດາຊື່ລູກຊາຍຂອງອາໂຣນມີຄື: ນາດາບ ເຊິ່ງເປັນລູກຊາຍກົກ ແລະ ອາບີຮູ, ເອເລອາຊາ ແລະ ອີທາມາ. ຄົນເຫລົ່ານີ້ເປັນລູກຊາຍຂອງອາໂຣນ, ຜູ້ທີ່ໄດ້ຮັບການເຈີມໃຫ້ເປັນປະໂລຫິດ, ຜູ້ທີ່ໄດ້ຖືກສະຖາປະນາເພື່ອໃຫ້ຮັບໃຊ້ໃນຖານະປະໂລຫິດ. ແຕ່ນາດາບ ແລະ ອາບີຮູໄດ້ຕາຍໄປຕໍ່ໜ້າພຣະເຈົ້າຢາເວ ເມື່ອພວກເຂົາໄດ້ເຮັດການຖວາຍບູຊາ ໂດຍຈຸດໄຟທີ່ບໍ່ໄດ້ຮັບອະນຸຍາດຂຶ້ນຕໍ່ໜ້າພຣະອົງໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພວກເຂົາບໍ່ມີລູກ, ດັ່ງນັ້ນ ເອເລອາຊາ ແລະ ອີທາມາຈຶ່ງໄດ້ຮັບໃຊ້ໃນຖານະປະໂລຫິດ ໃນຊ່ວງຊີວິດຂອງອາໂຣນຜູ້ເປັນພໍ່ຂອງພວກເຂົາ.
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງນຳຄົນເຜົ່າເລວີມາ ແລະ ມອບພວກເຂົາໃຫ້ປະໂລຫິດອາໂຣນເພື່ອເປັນຊ່ວຍລາວ. ພວກເຂົາຈະປະຕິບັດໜ້າທີ່ຢູ່ໃນເຕັນນັດພົບແທນອາໂຣນ ແລະ ແທນຊຸມຊົນຄົນອິດສະຣາເອນທັງໝົດ ໂດຍຮັບຜິດຊອບງານກ່ຽວກັບຫໍເຕັນ. ພວກເຂົາຈະຕ້ອງເບິ່ງແຍງສ່ວນປະກອບທັງໝົດຂອງເຕັນນັດພົບ, ເຮັດໜ້າທີ່ເພື່ອຄົນອິດສະຣາເອນ ໂດຍຮັບຜິດຊອບງານກ່ຽວກັບຫໍເຕັນ. ຈົ່ງມອບຄົນເລວີໃຫ້ແກ່ອາໂຣນ ແລະ ບັນດາລູກຊາຍຂອງລາວ; ພວກເຂົາເປັນຄົນອິດສະຣາເອນທີ່ຄອຍຖ້າຊ່ວຍງານລາວ1ຢ່າງເຕັມທີ່. ຈົ່ງແຕ່ງຕັ້ງອາໂຣນ ແລະ ລູກຊາຍຂອງລາວ ໃຫ້ຮັບໃຊ້ໃນຖານະປະໂລຫິດ; ຜູ້ໃດກໍຕາມທີ່ເຂົ້າມາໃກ້ສະຖານນະມັດສະການຈະຕ້ອງຕາຍ”.
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊເໝືອນກັນວ່າ, “ເຮົາໄດ້ເລືອກຄົນເລວີຈາກທ່າມກາງຄົນອິດສະຣາເອນ ໃຫ້ເປັນຕົວແທນລູກຊາຍກົກຂອງແມ່ຍິງຄົນອິດສະຣາເອນທຸກຄົນ. ຄົນເລວີເປັນຂອງເຮົາ, ເພາະລູກກົກເປັນຂອງເຮົາ. ເມື່ອເວລາທີ່ເຮົາປະຫານລູກກົກທັງໝົດຂອງຊາວເອຢິບ, ເຮົາໄດ້ແຍກລູກກົກຂອງອິດສະຣາເອນທັງໝົດໄວ້, ບໍ່ວ່າຄົນ ຫລື ສັດ. ພວກເຂົາຕ້ອງເປັນຂອງເຮົາ. ເຮົາຄືພຣະເຈົ້າຢາເວ”.
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊໃນຖິ່ນແຫ້ງແລ້ງກັນດານຊີນາຍວ່າ, “ຈົ່ງນັບຈຳນວນຄົນເລວີຕາມຄອບຄົວ ແລະ ຕະກຸນຕ່າງໆຂອງພວກເຂົາ. ນັບຜູ້ຊາຍທຸກຄົນອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນ”. ດັ່ງນັ້ນ ໂມເຊຈຶ່ງໄດ້ນັບພວກເຂົາ, ຕາມຄຳສັ່ງໂດຍຖ້ອຍຄຳຂອງພຣະເຈົ້າຢາເວ.
ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງເລວີ:
ເກໂຊນ, ໂກຮາດ ແລະ ເມຣາຣິ.
ຄົນໃນຕະກຸນເກໂຊນມີຄື:
ລິບນີ ແລະ ຊີເມອີ.
ຄົນໃນຕະກຸນໂກຮາດມີຄື:
ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.
ຄົນໃນຕະກຸນເມຣາຣິມີຄື:
ມາຮະລີ ແລະ ມູຊີ.
ທັງໝົດນີ້ຄືບັນດາຕະກຸນຂອງຄົນເລວີ ຕາມຄອບຄົວຕ່າງໆຂອງພວກເຂົາ.
ຕະກຸນຂອງຊາວລິບນີ ແລະ ຊີເມອີເປັນຂອງເກໂຊນ ແລະ ຕໍ່ໄປນີ້ຄືບັນດາຕະກຸນຂອງເກໂຊນ.
ຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນມີ 7.500 ຄົນ.
ຕະກຸນເກໂຊນຈະຕັ້ງຄ້າຍພັກຢູ່ດ້ານທິດຕາເວັນຕົກ ທາງຫລັງຫໍເຕັນ.
ຜູ້ນຳຄອບຄົວຕ່າງໆໃນຕະກຸນເກໂຊນແມ່ນເອລີອາສັບ ລູກຊາຍຂອງລາເອນ.
ຢູ່ທີ່ເຕັນນັດພົບນັ້ນແມ່ນຕະກຸນເກໂຊນເປັນຜູ້ຮັບຜິດຊອບເບິ່ງແຍງຫໍເຕັນ ແລະ ເຕັນ, ເຄື່ອງປົກຄຸມເຕັນ ແລະ ຜ້າກັ້ງທີ່ທາງເຂົ້າເຕັນນັດພົບ, ຜ້າກັ້ງອ້ອມເດີ່ນຫໍເຕັນ, ຜ້າກັ້ງທາງເຂົ້າເດີ່ນຫໍເຕັນ ແລະ ແທ່ນບູຊາ, ແລະ ເຊືອກທັງໝົດທີ່ໃຊ້ມັດຫໍເຕັນເຂົ້າດ້ວຍກັນ ແລະ ທຸກໆສິ່ງທີ່ກ່ຽວຂ້ອງກັບການໃຊ້ໃນງານນີ້.
ຕະກຸນໂກຮາດມີ: ຊາວອຳຣາມ, ຊາວອີຊະຮາ, ຊາວເຮັບໂຣນ ແລະ ຊາວອຸດຊີເອນ.
ຜູ້ຊາຍທັງໝົດທີ່ອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນມີຈຳນວນ 8.600 ຄົນ.2
ຕະກຸນໂກຮາດຮັບຜິດຊອບເບິ່ງແຍງສະຖານນະມັດສະການ.
ຄົນໂກຮາດຈະຕັ້ງຄ້າຍພັກຢູ່ທີ່ດ້ານທິດໃຕ້ຂອງຫໍເຕັນ.
ຜູ້ນຳຄອບຄົວຕ່າງໆຂອງຕະກຸນໂກຮາດແມ່ນເອລີຊາຟັນ ລູກຊາຍຂອງອຸດຊີເອນ.
ພວກເຂົາຮັບຜິດຊອບເບິ່ງແຍງຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາທັງສອງ ແລະ ເຄື່ອງໃຊ້ຕ່າງໆຂອງສະຖານນະມັດສະການ, ຜ້າກັ້ງ ແລະ ທຸກໆສິ່ງທີ່ກ່ຽວຂ້ອງກັບການໃຊ້ໃນງານນີ້.
ຜູ້ນຳຂອງຄົນເລວີແມ່ນປະໂລຫິດເອເລອາຊາ ລູກຊາຍຂອງອາໂຣນ. ລາວໄດ້ຖືກແຕ່ງຕັ້ງໃຫ້ກຳກັບບັນດາຜູ້ຮັບຜິດຊອບເບິ່ງແຍງສະຖານນະມັດສະການ.
ສຳລັບເມຣາຣີນັ້ນ ເປັນຕະກຸນຂອງຊາວມາຮະລີ ແລະ ຊາວມູຊີ;
ຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນມີຈຳນວນ 6.200 ຄົນ.
ຜູ້ນຳຄອບຄົວຕ່າງໆ ໃນຕະກຸນເມຣາຣິແມ່ນຊູຣີເອນ ລູກຊາຍຂອງອາບີໄຮ.
ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທາງດ້ານທິດເໜືອຂອງຫໍເຕັນ.
ຊາວເມຣາຣິໄດ້ຖືກແຕ່ງຕັ້ງໃຫ້ເບິ່ງແຍງອຸປະກອນໂຄງຮ່າງຂອງຫໍເຕັນ, ຄານຂວາງ, ເສົາ, ຖານຮອງຮັບ, ອຸປະກອນຕ່າງໆ ແລະ ທຸກໆສິ່ງທີ່ກ່ຽວຂ້ອງເພື່ອໃຊ້ໃນງານນີ້, ລວມທັງເສົາທີ່ອ້ອມເດີ່ນຫໍເຕັນ ພ້ອມດ້ວຍຖານຮອງຮັບເສົາ, ຫລັກປັກເຕັນ ແລະ ເຊືອກຕ່າງໆ.
ໂມເຊ ແລະ ອາໂຣນກັບບັນດາລູກຊາຍຂອງລາວຈະຕັ້ງຄ້າຍພັກຢູ່ທີ່ດ້ານທິດຕາເວັນອອກຂອງຫໍເຕັນ, ປິ່ນໜ້າໃສ່ທາງຕາເວັນຂຶ້ນ, ຕໍ່ໜ້າເຕັນນັດພົບ.
ພວກເຂົາແມ່ນຮັບຜິດຊອບເບິ່ງແຍງສະຖານນະມັດສະການແທນຄົນອິດສະຣາເອນ.
ຜູ້ໃດທີ່ເຂົ້າໄປໃກ້ສະຖານນະມັດສະການຈະຕ້ອງຕາຍ.
ຄົນເລວີທີ່ໄດ້ນັບຕາມຄຳສັ່ງຂອງພຣະເຈົ້າຢາເວໂດຍໂມເຊ ແລະ ອາໂຣນ ຕາມເຜົ່າຕ່າງໆຂອງພວກເຂົາ, ເຊິ່ງລວມທັງຜູ້ຊາຍອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນ ມີຈຳນວນທັງໝົດ 22.000 ຄົນ.
ພຣະເຈົ້າຢາເວໄດ້ກັບໂມເຊວ່າ, “ຈົ່ງນັບລູກຊາຍກົກທັງໝົດຂອງຄົນອິດສະຣາເອນທີ່ມີອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນ ແລະ ໃຫ້ເຮັດບັນຊີລາຍຊື່ຂອງພວກເຂົາ. ຈົ່ງແຍກຄົນເລວີໄວ້ສຳລັບເຮົາ ເພື່ອເປັນຕົວແທນລູກຊາຍກົກຂອງຄົນອິດສະຣາເອນ ແລະ ສັດລ້ຽງຂອງຄົນເລວີ ເພື່ອເປັນຕົວແທນຂອງລູກຫົວປີທັງໝົດຂອງສັດລ້ຽງຂອງຄົນອິດສະຣາເອນ. ເຮົາຄືພຣະເຈົ້າຢາເວ”.
ດັ່ງນັ້ນ ໂມເຊຈຶ່ງໄດ້ນັບຈຳນວນລູກກົກທັງໝົດຂອງຄົນອິດສະຣາເອນ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ. ລູກຊາຍກົກທີ່ມີອາຍຸໜຶ່ງເດືອນ ຫລື ກວ່ານັ້ນ, ຕາມລາຍຊື່ມີຈຳນວນທັງໝົດ 22.273 ຄົນ.
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊເໝືອນກັນວ່າ, “ຈົ່ງແຍກຄົນເລວີໄວ້ເພື່ອເປັນຕົວແທນຂອງລູກຊາຍກົກທັງໝົດຂອງອິດສະຣາເອນ ແລະ ສັດລ້ຽງທັງຫລາຍຂອງຄົນເລວີເພື່ອເປັນຕົວແທນຂອງສັດລ້ຽງຂອງຄົນອິດສະຣາເອນ. ຄົນເລວີຈະຕ້ອງເປັນຂອງເຮົາ. ເຮົາຄືພຣະເຈົ້າຢາເວ. ເພື່ອເປັນການໄຖ່ລູກຊາຍກົກຂອງຄົນອິດສະຣາເອນຈຳນວນ 273 ຄົນ ທີ່ເກີນຈຳນວນຂອງຄົນເລວີນັ້ນ, ຈົ່ງເກັບເງິນຄົນລະຫ້າເຊເຂວ,3 ຕາມເຊເຂວຂອງສະຖານນະມັດສະການ ເຊິ່ງມີນ້ຳໜັກເທົ່າກັບຊາວເກຣາ. ຈົ່ງມອບເງິນສຳລັບຄ່າໄຖ່ຂອງຄົນອິດສະຣາເອນທີ່ເກີນຈຳນວນນີ້ ໃຫ້ແກ່ອາໂຣນ ແລະ ລູກຊາຍຂອງລາວ”.
ດັ່ງນັ້ນ ໂມເຊຈຶ່ງໄດ້ເກັບເງິນຄ່າໄຖ່ຈາກບັນດາຄົນທີ່ເກີນຈຳນວນເຫລົ່ານັ້ນທີ່ໄດ້ໄຖ່ແລ້ວໂດຍທາງຄົນເລວີ. ເພິ່ນໄດ້ເກັບເງິນຈາກລູກຊາຍກົກຂອງຄົນອິດສະຣາເອນໄດ້ນ້ຳໜັກຈຳນວນ 1.365 ເຊເຂວ,4 ຕາມເຊເຂວຂອງສະຖານນະມັດສະການ. ໂມເຊມອບໄດ້ເງິນຄ່າໄຖ່ນີ້ໃຫ້ແກ່ອາໂຣນ ແລະ ບັນດາລູກຊາຍຂອງລາວ, ຕາມທີ່ເພິ່ນໄດ້ຮັບຄຳສັ່ງຈາກພຣະເຈົ້າຢາເວ.
Source notes (4)
- Footnote ສະບັບທີ່ຂຽນດ້ວຍມືບາງສະບັບໃນພາສາເຮັບເຣີ, ສະບັບຊາມາຣີຕັນເພັນເຕຕຸຍ ແລະ ສະບັບເຊັບຕູອາຈິນວ່າ ຊ່ວຍງານເຮົາ (ເບິ່ງ ຈບຊ 8:16)
- Footnote ສຳເນົາສະບັບເຊັບຕູອາຈິນ. ບາງສະບັບວ່າ 8.300 ຄົນ
- Footnote ນັ້ນແມ່ນ ປະມານ 2 ອອນ ຫລື ປະມານ 58 ກຣາມ
- Footnote ນັ້ນແມ່ນ ປະມານ 35 ປອນ ຫລື ປະມານ 16 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.