Biblica® Open Lao Contemporary Version
ຈົດບັນຊີ 2
ການຈັດຕັ້ງຄ້າຍພັກຂອງເຜົ່າຕ່າງໆ
ພຣະເຈົ້າຢາເວ ໄດ້ກ່າວຕໍ່ໂມເຊ ແລະ ອາໂຣນວ່າ: “ຄົນອິດສະຣາເອນຈະຕ້ອງຕັ້ງຄ້າຍພັກຢູ່ອ້ອມເຕັນນັດພົບ ໃຫ້ຫ່າງຈາກເຕັນນັດພົບພໍສົມຄວນ, ໃຫ້ພວກເຂົາແຕ່ລະຄົນຢູ່ພາຍໃຕ້ທຸງປະຈຳຂອງກອງພວກເຂົາ ແລະ ຖືທຸງປະຈຳຄອບຄົວຂອງພວກເຂົາ”.
ດ້ານຕາເວັນອອກ, ປິ່ນໜ້າໃສ່ທາງທີ່ຕາເວັນຂຶ້ນ:
ເປັນບ່ອນຕັ້ງຄ້າຍພັກຂອງກອງຢູດາພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳເຜົ່າຢູດາແມ່ນນາໂຊນ ລູກຊາຍຂອງອຳມີນາດາບ. ກອງຂອງລາວມີຈຳນວນ 74.600 ຄົນ.
ເຜົ່າອິດຊາຄາຈະຕັ້ງຄ້າຍພັກໃກ້ກັບພວກເຂົາ. ຜູ້ນຳປະຊາຊົນຂອງອິດຊາຄາແມ່ນເນທາເນນ ລູກຊາຍຂອງຊູອາ. ກອງຂອງລາວມີຈຳນວນ 54.400 ຄົນ.
ເຜົ່າເຊບູໂລນຈະເປັນຜູ້ຖັດໄປ. ຜູ້ນຳປະຊາຊົນແມ່ນເອລີອາບ ລູກຊາຍຂອງເຮໂລນ. ກອງຂອງລາວມີຈຳນວນ 57.400 ຄົນ.
ຜູ້ຊາຍທັງໝົດທີ່ຖືກມອບໝາຍໃຫ້ເຜົ່າຢູດາຕາມກອງຂອງພວກເຂົາ, ມີຈຳນວນ 186.400 ຄົນ. ພວກເຂົາຈະອອກເດີນທາງໄປເປັນກອງທຳອິດ.
ທາງດ້ານໃຕ້ຈະເປັນ:
ກອງຄ້າຍພັກຂອງຣູເບັນພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳຂອງປະຊາຊົນຂອງຣູເບັນແມ່ນເອລີຊູ ລູກຊາຍຂອງເຊເດອຸເຣ. ກອງຂອງລາວມີຈຳນວນ 46.500 ຄົນ.
ເຜົ່າຊີເມໂອນຈະຕັ້ງຄ້າຍພັກຖັດໄປຈາກພວກເຂົາ. ຜູ້ນຳປະຊາຊົນຂອງຊີເມໂອນແມ່ນເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ. ກອງຂອງລາວມີຈຳນວນ 59.300 ຄົນ.
ຕໍ່ມາແມ່ນເຜົ່າກາດ. ຜູ້ນຳປະຊາຊົນຂອງເຜົ່າກາດແມ່ນເອລີອາສັບ ລູກຊາຍຂອງດູເອນ.1 ກອງຂອງລາວມີຈຳນວນ 45.650 ຄົນ.
ຜູ້ຊາຍທັງໝົດທີ່ຖືກມອບໃຫ້ເຜົ່າຣູເບັນ, ຕາມກອງຂອງພວກເຂົາ, ມີຈຳນວນ 151.450 ຄົນ. ພວກເຂົາຈະອອກເດີນທາງເປັນກອງທີສອງ.
ຫລັງຈາກນັ້ນ ເຕັນນັດພົບ ແລະ ຄ້າຍພັກຂອງຄົນເລວີຈະຕັ້ງຢູ່ກາງຂອງຄ້າຍພັກຕ່າງໆ. ພວກເຂົາຈະອອກເດີນທາງຕາມລຳດັບດຽວກັນກັບທີ່ພວກເຂົາຕັ້ງຄ້າຍພັກ, ແຕ່ລະກອງຢູ່ໃນຕຳແໜ່ງຂອງຕົນພາຍໃຕ້ທຸງປະຈຳກອງຂອງຕົນ.
ດ້ານຕາເວັນຕົກຈະເປັນ:
ກອງຂອງຄ້າຍພັກຂອງເອຟຣາອິມ ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳປະຊາຊົນຂອງເອຟຣາອິມແມ່ນເອລີຊາມາ ລູກຊາຍຂອງອາມມີຮູດ. ກອງຂອງລາວມີຈຳນວນ 40.500 ຄົນ.
ເຜົ່າມານາເຊຈະຢູ່ຖັດຈາກພວກເຂົາ. ຜູ້ນຳປະຊາຊົນຂອງມານາເຊແມ່ນກາມາລີເອນ ລູກຊາຍຂອງເປດາຊູ. ກອງຂອງລາວມີຈຳນວນ 32.200 ຄົນ.
ຕໍ່ມາແມ່ນເຜົ່າເບັນຢາມິນ. ຜູ້ນຳປະຊາຊົນຂອງເບັນຢາມິນແມ່ນອາບີດານ ລູກຊາຍຂອງກີເດໂອນີ. ກອງຂອງລາວມີຈຳນວນ 35.400 ຄົນ.
ຜູ້ຊາຍທັງໝົດທີ່ຖືກມອບໃຫ້ແກ່ເຜົ່າເອຟຣາອິມຕາມກອງຂອງພວກເຂົາ, ມີຈຳນວນ 108.100 ຄົນ. ພວກເຂົາຈະອອກເດີນທາງເປັນກອງທີສາມ.
ດ້ານເໜືອຈະເປັນ:
ກອງຄ້າຍພັກຂອງດານພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳປະຊາຊົນຂອງດານແມ່ນອາຮີເອເຊ ລູກຊາຍຂອງອຳມີຊັດດາຍ. ກອງຂອງລາວມີຈຳນວນ 62.700 ຄົນ.
ເຜົ່າອາເຊຈະຕັ້ງຄ້າຍຖັດຈາກພວກເຂົາ. ຜູ້ນຳປະຊາຊົນຂອງອາເຊແມ່ນປາກີເອນ ລູກຊາຍຂອງອົກກະຣັນ. ກອງຂອງລາວມີຈຳນວນ 41.500 ຄົນ.
ຕໍ່ມາແມ່ນເຜົ່າເນັບທາລີ. ຜູ້ນຳປະຊາຊົນຂອງເນັບທາລີແມ່ນອາຮີຣາ ລູກຊາຍຂອງເອນານ. ກອງຂອງລາວມີຈຳນວນ 53.400 ຄົນ.
ຜູ້ຊາຍທັງໝົດທີ່ທີ່ຖືກມອບໃຫ້ແກ່ເຜົ່າດານມີຈຳນວນ 157.600 ຄົນ. ພວກເຂົາຈະອອກເດີນທາງເປັນກອງສຸດທ້າຍ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ.
ທັງໝົດນີ້ຄືຄົນອິດສະຣາເອນ, ນັບຕາມຄອບຄົວຂອງພວກເຂົາ. ຜູ້ຊາຍທັງໝົດທີ່ຢູ່ໃນຄ້າຍພັກ ຕາມກອງຂອງພວກເຂົາມີຈຳນວນ 603.550 ຄົນ. ແຕ່ບໍ່ໄດ້ນັບຄົນເລວີລວມເຂົ້າກັບຄົນອິດສະຣາເອນອື່ນໆ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ດັ່ງນັ້ນ ຄົນອິດສະຣາເອນຈຶ່ງໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ; ນັ້ນຄືວິທີທີ່ພວກເຂົາໄດ້ຕັ້ງຄ້າຍພັກພາຍໃຕ້ທຸງປະຈຳກອງຂອງພວກເຂົາ ແລະ ນັ້ນຄືວິທີທີ່ພວກເຂົາກຳນົດໄວ້, ພວກເຂົາແຕ່ລະຄົນແມ່ນໄປກັບຕະກຸນ ແລະ ຄອບຄົວຂອງພວກເຂົາ.
Source notes (1)
- Footnote ສະບັບພາສາເຮັບເຣີທີ່ຂຽນ ດ້ວຍມືບາງສະບັບວ່າ ເຣອູເອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.