Biblica® Open Lao Contemporary Version
ຈົດບັນຊີ 1
ການສຳຫລວດສຳມະໂນຄົວ
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊໃນເຕັນນັດພົບ ຢູ່ທີ່ຖິ່ນແຫ້ງແລ້ງກັນດານຊີນາຍ ໃນມື້ທີໜຶ່ງເດືອນທີສອງຂອງປີທີສອງຫລັງຈາກທີ່ຄົນອິດສະຣາເອນອອກມາຈາກເອຢິບ. ພຣະອົງໄດ້ເວົ້າວ່າ: “ຈົ່ງສຳຫລວດສຳມະໂນຄົວຂອງຊຸມຊົນຄົນອິດສະຣາເອນທັງໝົດຕາມຕະກຸນ ແລະ ຄອບຄົວຂອງພວກເຂົາ, ຈົ່ງເຮັດບັນຊີລາຍຊື່ຜູ້ຊາຍທຸກຄົນຕາມລຳດັບ. ເຈົ້າ ແລະ ອາໂຣນຈະຕ້ອງນັບຜູ້ຊາຍທັງໝົດໃນອິດສະຣາເອນທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດເຮັດໜ້າທີ່ໃນກອງທັບໄດ້ໂດຍແຍກພວກເຂົາອອກເປັນກອງ. ຈົ່ງເລືອກເອົາຜູ້ຊາຍໜຶ່ງຄົນຈາກແຕ່ລະເຜົ່າ, ພວກເຂົາເຫລົ່ານັ້ນແມ່ນຫົວໜ້າຄອບຄົວ, ເພື່ອຈະເປັນຜູ້ຊ່ວຍພວກເຈົ້າ.
“ຕໍ່ໄປນີ້ແມ່ນລາຍຊື່ຂອງຜູ້ຊາຍທັງຫລາຍທີ່ຈະມາຊ່ວຍພວກເຈົ້າ:
“ເອລີຊູລູກຊາຍຂອງເຊເດອຸເຣ, ຈາກເຜົ່າຣູເບັນ;
ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ, ຈາກເຜົ່າຊີເມໂອນ;
ນາໂຊນລູກຊາຍຂອງອຳມີນາດາບ, ຈາກເຜົ່າຢູດາ;
ເນທາເນນລູກຊາຍຂອງຊູອາ, ຈາກເຜົ່າອິດຊາຄາ;
ເອລີອາບລູກຊາຍຂອງເຮໂລນ, ຈາກເຜົ່າເຊບູໂລນ;
ຈາກບັນດາລູກຊາຍຂອງໂຢເຊັບ:
ເອລີຊາມາລູກຊາຍອາມມີຮູດ, ຈາກເຜົ່າເອຟຣາອິມ;
ກາມາລີເອນລູກຊາຍຂອງເປດາຊູ, ຈາກເຜົ່າມານາເຊ;
ອາບີດານລູກຊາຍຂອງກີເດໂອນີ, ຈາກເຜົ່າເບັນຢາມິນ;
ອາຮີເອເຊລູກຊາຍຂອງອຳມີຊັດດາຍ, ຈາກເຜົ່າດານ;
ປາກີເອນລູກຊາຍຂອງອົກກະຣັນ, ຈາກເຜົ່າອາເຊ;
ເອລີອາສັບລູກຊາຍຂອງດູເອນ, ຈາກເຜົ່າກາດ;
ອາຮີຣາລູກຊາຍເອນັນຈາກເຜົ່າເນັບທາລີ”.
ຜູ້ຊາຍເຫລົ່ານີ້ໄດ້ຖືກແຕ່ງຕັ້ງຈາກຊຸມຊົນ, ບັນດາຜູ້ນຳຂອງເຜົ່າຕ່າງໆຕາມບັນພະບຸລຸດຂອງພວກເຂົາ. ພວກເຂົາເປັນຫົວໜ້າຕະກຸນຕ່າງໆຂອງອິດສະຣາເອນ.
ໂມເຊ ແລະ ອາໂຣນໄດ້ຮັບເອົາຜູ້ຊາຍເຫລົ່ານີ້ຕາມບັນຊີລາຍຊື່ທີ່ໄດ້ລະບຸໄວ້, ແລະ ພວກເພິ່ນໄດ້ເອີ້ນຊຸມຊົນທັງໝົດມາເຕົ້າໂຮມກັນໃນມື້ທີໜຶ່ງຂອງເດືອນທີສອງ. ປະຊາຊົນໄດ້ລົງບັນຊີລາຍຊື່ບັນພະບຸລຸດຂອງພວກເຂົາຕາມຕະກຸນ ແລະ ຄອບຄົວຂອງພວກເຂົາ ແລະ ໄດ້ລົງບັນຊີລາຍຊື່ຜູ້ຊາຍແຕ່ລະຄົນທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ດັ່ງນັ້ນ ເພິ່ນຈຶ່ງໄດ້ນັບຈຳນວນຄົນເຫລົ່ານີ້ໃນຖິ່ນແຫ້ງແລ້ງກັນດານຊີນາຍຄື:
ຈາກເຊື້ອສາຍຂອງຣູເບັນລູກຊາຍກົກຂອງອິດສະຣາເອນ:
ຜູ້ຊາຍທັງໝົດອາຍຸ 20 ປີ ຫລື ຫລາຍກວ່ານັ້ນທີ່ສາມາດຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວນັ້ນ. ຈາກເຜົ່າຣູເບັນມີຈຳນວນ 46.500 ຄົນ.
ຈາກເຊື້ອສາຍຂອງຊີເມໂອນ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່າທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າຊີເມໂອນມີຈຳນວນ 59.300 ຄົນ.
ຈາກເຊື້ອສາຍຂອງກາດ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່າ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າກາດມີຈຳນວນ 45.650 ຄົນ.
ຈາກເຊື້ອສາຍຂອງຢູດາ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າຂອງຢູດາມີຈຳນວນ 74.600 ຄົນ.
ຈາກເຊື້ອສາຍຂອງອິດຊາຄາ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າອິດຊາຄາມີຈຳນວນ 54.400 ຄົນ.
ຈາກເຊື້ອສາຍຂອງເຊບູໂລນ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າເຊບູໂລນມີຈຳນວນ 57.400 ຄົນ.
ລູກຊາຍຂອງໂຢເຊັບ:
ຈາກເຊື້ອສາຍຂອງເອຟຣາອິມ:
ຜູ້ຊາຍທັງໝົດຜູ້ທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບທີ່ໄດ້ຕາມລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າເອຟຣາອິມມີຈຳນວນ 40.500 ຄົນ.
ຈາກເຊື້ອສາຍຂອງມານາເຊລູກຊາຍຂອງໂຢເຊັບ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າມານາເຊມີຈຳນວນ 32.200 ຄົນ.
ຈາກເຊື້ອສາຍຂອງເບັນຢາມິນ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບໄດ້ຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າເບັນຢາມິນມີຈຳນວນ 35.400 ຄົນ.
ຈາກເຊື້ອສາຍຂອງດານ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າດານມີຈຳນວນ 62.700 ຄົນ.
ຈາກເຊື້ອສາຍຂອງອາເຊ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າອາເຊມີຈຳນວນ 41.500 ຄົນ.
ຈາກເຊື້ອສາຍຂອງເນັບທາລີ:
ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ. ຈາກເຜົ່າເນັບທາລີມີຈຳນວນ 53.400 ຄົນ.
ທັງໝົດນີ້ຄືຈຳນວນຜູ້ຊາຍທີ່ໂມເຊ, ອາໂຣນ ແລະ ຜູ້ນຳທັງສິບສອງເຜົ່າຂອງອິດສະຣາເອນໄດ້ນັບໄວ້, ແຕ່ລະຄົນເປັນຕົວແທນຄອບຄົວຂອງຕົນ. ຜູ້ຊາຍທັງໝົດຂອງຄົນອິດສະຣາເອນທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ຜູ້ທີ່ສາມາດອອກຮັບໃຊ້ໃນກອງທັບທີ່ໄດ້ຖືກນັບໄວ້ຂອງຄອບຄົວພວກເຂົາ. ລວມຈຳນວນທັງໝົດມີ 603.550 ຄົນ.
ເຖິງຢ່າງໃດກໍຕາມ, ເຜົ່າທີ່ເປັນບັນພະບຸລຸດຂອງຄົນເລວີບໍ່ໄດ້ນັບລວມເຂົ້າກັບເຜົ່າອື່ນໆ. ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ: “ເຈົ້າຕ້ອງບໍ່ນັບເຜົ່າເລວີ ຫລື ລວມເອົາພວກເຂົາເຂົ້າໃນສຳມະໂນຄົວກັບຄົນອິດສະຣາເອນອື່ນໆ. ແຕ່ຈົ່ງແຕ່ງຕັ້ງຄົນເລວີໃຫ້ຮັບຜິດຊອບຫໍເຕັນແຫ່ງພັນທະສັນຍາ ໃຫ້ເບິ່ງແຍງເຄື່ອງໃຊ້ ແລະ ທຸກສິ່ງທີ່ຢູ່ໃນຫໍເຕັນນັ້ນ. ພວກເຂົາຈະຕ້ອງຫາມຫໍເຕັນ ແລະ ເຄື່ອງໃຊ້ຕ່າງໆ ແລະ ທຸກສິ່ງທີ່ຢູ່ໃນຫໍເຕັນ; ພວກເຂົາຈະຕ້ອງເອົາໃຈໃສ່ເບິ່ງແຍງຫໍເຕັນ ແລະ ຕັ້ງຄ້າຍພັກຢູ່ອ້ອມຫໍເຕັນ. ເມື່ອໃດກໍຕາມ ທີ່ມີການເຄື່ອນຍ້າຍຫໍເຕັນ, ຄົນເລວີຈະເປັນຜູ້ປົດຫໍເຕັນລົງ ແລະ ເມື່ອໃດກໍຕາມ ທີ່ຫໍເຕັນຈະຕ້ອງຕັ້ງຂຶ້ນໃໝ່, ຄົນເລວີຈະເປັນຜູ້ຕັ້ງຂຶ້ນ. ຜູ້ໃດທີ່ເຂົ້າໄປໃກ້ຫໍເຕັນນັ້ນຈະຕ້ອງຕາຍ. ຄົນອິດສະຣາເອນຈະຕ້ອງຕັ້ງເຕັນຂອງຕົນຂຶ້ນໂດຍແບ່ງເປັນກອງຕ່າງໆ, ແຕ່ລະຄົນຢູ່ໃນຄ້າຍພັກຂອງຕົນພາຍໃຕ້ທຸງປະຈຳກອງຂອງຕົນ. ສ່ວນຄົນເລວີຈະຕ້ອງຕັ້ງເຕັນຂອງຕົນຂຶ້ນຢູ່ອ້ອມຮອບຫໍເຕັນຂອງແຫ່ງພັນທະສັນຍາ ເພື່ອວ່າຄວາມໂກດຮ້າຍຂອງພຣະເຈົ້າຈະບໍ່ຕົກໃສ່ຊຸມຊົນຄົນອິດສະຣາເອນ. ຄົນເລວີຈະຕ້ອງຮັບຜິດຊອບເບິ່ງແຍງຫໍເຕັນແຫ່ງພັນທະສັນຍາ”.
ຄົນອິດສະຣາເອນກໍໄດ້ປະຕິບັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.