Biblica® Open Lao Contemporary Version
ລະບຽບພວກເລວີ 27
ການໄຖ່ສິ່ງທີ່ເປັນຂອງພຣະເຈົ້າຢາເວ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ຖ້າຄົນໃດປະຕິຍານພິເສດວ່າຈະອຸທິດຕົນແກ່ພຣະເຈົ້າຢາເວໂດຍການຖວາຍສິ່ງມີຄ່າແທນຄື: ຜູ້ຊາຍອາຍຸຊາວປີເຖິງຫົກສິບປີ, ໃຫ້ຕັ້ງມູນຄ່າເປັນເງິນໜັກ 50 ເຊເຂວຕາມເຊເຂວຂອງສະຖານນະມັດສະການ;1 ຖ້າຫາກເປັນແມ່ຍິງ, ໃຫ້ຕັ້ງມູນຄ່າເປັນເງິນໜັກ 30 ເຊເຂວ; ຜູ້ທີ່ອາຍຸຫ້າເຖິງຊາວປີ, ຖ້າເປັນຜູ້ຊາຍໃຫ້ຕັ້ງມູນຄ່າເປັນເງິນໜັກ 20 ເຊເຂວ ແລະ ເປັນແມ່ຍິງໃຫ້ຕັ້ງມູນຄ່າເປັນເງິນໜັກ 10 ເຊເຂວ, ຜູ້ທີ່ມີອາຍຸໜຶ່ງເດືອນເຖິງຫ້າປີ, ຖ້າເປັນຜູ້ຊາຍໃຫ້ຕັ້ງມູນຄ່າເປັນເງິນໜັກ 5 ເຊເຂວ ແລະ ຖ້າເປັນແມ່ຍິງໃຫ້ຕັ້ງມູນຄ່າເປັນເງິນໜັກ 3 ເຊເຂວ; ສຳຫລັບຜູ້ທີ່ອາຍຸຫົກສິບປີ ຫລື ຫລາຍກວ່ານັ້ນ, ເປັນຜູ້ຊາຍໃຫ້ຕັ້ງມຸນຄ່າເປັນເງິນໜັກ 15 ເຊເຂວ, ເປັນແມ່ຍິງໃຫ້ຕັ້ງມູນຄ່າເປັນເງິນໜັກ 10 ເຊເຂວ. ຖ້າຜູ້ທີ່ຖວາຍຄຳປະຕິຍານນັ້ນທຸກຍາກເກີນກວ່າທີ່ຈະຖວາຍເງິນຕາມທີ່ລະບຸໄວ້ໄດ້, ໃຫ້ພາບຸກຄົນນັ້ນມາພົບປະໂລຫິດ, ຜູ້ທີ່ຈະກຳນົດມູນຄ່າການຖວາຍຂອງຜູ້ນັ້ນຕາມຄວາມສາມາດທີ່ຈະປະກອບສ່ວນໄດ້.
“ ‘ຖ້າສິ່ງທີ່ພວກເຂົາໄດ້ປະຕິຍານວ່າຈະຖວາຍນັ້ນເປັນສັດທີ່ຍອມຮັບເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າຢາເວໄດ້, ສັດໂຕທີ່ຖວາຍແກ່ພຣະເຈົ້າຢາເວກໍຖືວ່າບໍລິສຸດ. ພວກເຂົາຈະປ່ຽນ ຫລື ເອົາສັດໂຕອື່ນມາແທນບໍ່ໄດ້ເອົາສັດດີມາແທນສັດບໍ່ດີ ຫລື ເອົາສັດບໍ່ດີມາແທນສັດດີກໍບໍ່ໄດ້, ຖ້າເຂົາຈະເອົາສັດໂຕໜຶ່ງມາແທນສັດໂຕອື່ນອີກນັ້ນ, ທັງສັດໂຕທຳອິດ ແລະ ສັດໂຕທີ່ມາປ່ຽນແທນກໍຈະກາຍເປັນບໍລິສຸດ. ຖ້າສິ່ງທີ່ພວກເຂົາໄດ້ປະຕິຍານຈະຖວາຍນັ້ນເປັນສັດທີ່ເປັນມົນທິນຕາມລະບຽບພິທີກຳ, ບໍ່ເປັນທີ່ຍອມຮັບເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າຢາເວ, ສັດໂຕນັ້ນຈະຕ້ອງນຳມາມອບໃຫ້ປະໂລຫິດ, ຜູ້ຈະປະເມີນຄຸນນະພາບຂອງສັດວ່າດີ ຫລື ບໍ່ດີ. ປະໂລຫິດກຳນົດມູນຄ່າເທົ່າໃດ, ກໍໃຫ້ເປັນໄປຕາມນັ້ນ. ຖ້າເຈົ້າຂອງມີຄວາມປະສົງຈະໄຖ່ເອົາສັດໂຕນັ້ນຄືນ, ກໍໃຫ້ຈ່າຍເພີ່ມເຕີມອີກໜຶ່ງສ່ວນຫ້າຂອງມູນຄ່າທີ່ຕັ້ງໄວ້.
“ ‘ຖ້າຜູ້ໃດຖວາຍເຮືອນຂອງຕົນເພື່ອເປັນສິ່ງບໍລິສຸດແກ່ພຣະເຈົ້າຢາເວ, ປະໂລຫິດຈະປະເມີນຄຸນນະພາບວ່າດີ ຫລື ບໍ່ດີ. ປະໂລຫິດກຳນົດມູນຄ່າເທົ່າໃດ ກໍໃຫ້ຖືເອົາຕາມນັ້ນ ຖ້າຜູ້ຖວາຍເຮືອນຂອງຕົນແລ້ວປາຖະໜາຈະໄຖ່ເອົາເຮືອນນັ້ນຄືນ, ພວກເຂົາຕ້ອງຈ່າຍເພີ່ມເຕີມອີກໜຶ່ງສ່ວນຫ້າຂອງມູນຄ່າຂອງເຮືອນ ແລ້ວເຮືອນນັ້ນກໍຈະເປັນຂອງພວກເຂົາຄືນ.
“ ‘ຜູ້ໃດຖວາຍທີ່ດິນສ່ວນໜຶ່ງຂອງຄອບຄົວຕົນແກ່ພຣະເຈົ້າຢາເວ, ມູນຄ່າຂອງດິນນັ້ນຈະຖືກກຳນົດຕາມປະລິມານເມັດພືດທີ່ຈະໃຊ້ຫວ່ານຢູ່ໃນທີ່ນັ້ນຄື: ເງິນໜັກ 50 ເຊເຂວຕໍ່ເມັດເຂົ້າບາເລປະມານ 220 ລິດ.2 ຖ້າຜູ້ໃດຖວາຍທົ່ງນາໃນປີທີຫ້າສິບ, ໃຫ້ຖືເອົາຕາມມູນຄ່າເດີມທີ່ໄດ້ຕັ້ງໄວ້. ແຕ່ຖ້າພວກເຂົາຖວາຍທົ່ງນາຫລັງປີທີຫ້າສິບ, ປະໂລຫິດຈະພິຈາລະນາມູນຄ່າຕາມຈຳນວນປີທີ່ເຫລືອຢູ່ກ່ອນເຖິງປີທີຫ້າສິບ ແລະ ມູນຄ່າທີ່ຕັ້ງໄວ້ຈະຫລຸດລົງ. ຖ້າຜູ້ທີ່ໄດ້ຖວາຍທົ່ງນາແລ້ວ ປາຖະໜາຢາກໄຖ່ເອົາຄືນມາ, ພວກເຂົາຈະຕ້ອງຈ່າຍເງິນເພີ່ມເຕີມອີກໜຶ່ງສ່ວນຫ້າຂອງມູນຄ່າ ແລະ ທົ່ງນາກໍຈະເປັນຂອງພວກເຂົາຄືນ. ແຕ່ຖ້າພວກເຂົາບໍ່ໄຖ່ເອົາທົ່ງນາຄືນ ຫລື ຖ້າພວກເຂົາໄດ້ຂາຍທົ່ງນານັ້ນໃຫ້ແກ່ຄົນອື່ນແລ້ວ, ທົ່ງນານັ້ນຈະໄຖ່ຄືນອີກບໍ່ໄດ້ເລີຍ. ເມື່ອທົ່ງນາຖືກສົ່ງຄືນສູ່ເຈົ້າຂອງເດີມໃນປີທີຫ້າສິບ, ທົ່ງນານັ້ນຈະກາຍເປັນບໍລິສຸດເໝືອນທົ່ງນາທີ່ໄດ້ຖວາຍແກ່ພຣະເຈົ້າຢາເວ; ທົ່ງນາກໍຈະກາຍເປັນກຳມະສິດຂອງບັນດາປະໂລຫິດ.
“ ‘ຖ້າຜູ້ໃດຖວາຍທົ່ງນາແກ່ພຣະເຈົ້າຢາເວທີ່ພວກເຂົາໄດ້ຊື້ມາໂດຍບໍ່ແມ່ນສ່ວນທີ່ເປັນມໍລະດົກຂອງຄອບຄົວ, ປະໂລຫິດຈະປະເມີນມູນຄ່ານັບເຖິງປີທີຫ້າສິບ ແລະ ເຈົ້າຂອງຈະຕ້ອງຈ່າຍເງິນຈຳນວນດັ່ງກ່າວໃນວັນນັ້ນກໍ່ເປັນສິ່ງທີ່ບໍລິສຸດຖວາຍແກ່ພຣະເຈົ້າຢາເວ. ໃນປີທີຫ້າສິບທົ່ງນານັ້ນຈະຄືນໃຫ້ເຈົ້າຂອງເດີມຜູ້ທີ່ໄດ້ຊື້ທີ່ດິນນັ້ນມາ. ການປະເມີນມູນຄ່າທັງໝົດຈະຕ້ອງອ້າງອີງຕາມເຊເຂວຂອງສະຖານນະມັດສະການ, ເຊິ່ງ 20 ເກຣາເທົ່າກັບ 1 ເຊເຂວ.
“ ‘ຢ່າໃຫ້ຜູ້ໃດຄິດວ່າຈະຖວາຍລູກງົວ ຫລື ລູກແກະຫົວປີແກ່ພຣະເຈົ້າຢາເວ, ເພາະລູກຫົວປີເປັນຂອງພຣະເຈົ້າຢາເວຢູ່ແລ້ວ. ຖ້າເປັນລູກຫົວປີຂອງສັດທີ່ເປັນມົນທິນ, ເຈົ້າຂອງຈະຊື້ຄືນຕາມມູນຄ່າທີ່ປະໂລຫິດໄດ້ປະເມີນໄວ້ ແລະ ຈ່າຍເພີ່ມເຕີມອີກໜຶ່ງສ່ວນຫ້າຂອງມູນຄ່ານັ້ນ. ຖ້າເຈົ້າຂອງບໍ່ໄຖ່ຄືນ ປະໂລຫິດກໍຈະຂາຍໃຫ້ແກ່ຜູ້ອື່ນຕາມມູນຄ່າທີ່ຕັ້ງໄວ້.
“ ‘ແຕ່ສິ່ງທີ່ໄດ້ອຸທິດຖວາຍແກ່ພຣະເຈົ້າຢາເວແລ້ວ, ບໍ່ວ່າຈະເປັນບຸກຄົນ ສັດ ຫລື ທີ່ດິນທີ່ເປັນມໍລະດົກຂອງຄອບຄົວ, ບໍ່ມີການຊື້ຂາຍ ຫລື ໄຖ່ຄືນໄດ້, ທຸກໆສິ່ງທີ່ໄດ້ອຸທິດຖວາຍເປັນຂອງບໍລິສຸດທີ່ສຸດແກ່ພຣະເຈົ້າຢາເວ.
“ ‘ຜູ້ໃດຖືກຖວາຍເປັນສິດຂາດເພື່ອການທຳລາຍລ້າງ3 ຈະໄຖ່ຄືນບໍ່ໄດ້; ພວກເຂົາຈະຕ້ອງຖືກປະຫານຊີວິດ.
“ ‘ໜຶ່ງສ່ວນສິບຂອງຜົນຜະລິດຈາກແຜ່ນດິນ, ບໍ່ວ່າເມັດເຂົ້າຈາກດິນ ຫລື ໝາກໄມ້ຈາກຕົ້ນເປັນຂອງພຣະເຈົ້າຢາເວ ແລະ ຖືເປັນສິ່ງບໍລິສຸດແກ່ພຣະເຈົ້າຢາເວ. ຖ້າຜູ້ໃດຈະໄຖ່ຄືນໜຶ່ງສ່ວນສິບຂອງຕົນ ຈະຕ້ອງໄດ້ຈ່າຍເພີ່ມເຕີມອີກໜຶ່ງສ່ວນຫ້າຂອງມູນຄ່ານັ້ນ. ໜຶ່ງສ່ວນສິບຂອງຝູງສັດທັງໝົດຄື ໂຕທີສິບທີ່ຜ່ານການນັບໂດຍໄມ້ຄ້ອນເທົ້າຂອງຜູ້ລ້ຽງແກະ ຈະເປັນສ່ວນທີ່ບໍລິສຸດແກ່ພຣະເຈົ້າຢາເວ. ຈະບໍ່ມີການເລືອກເອົາໂຕດີຈາກໂຕບໍ່ດີ ຫລື ເອົາໂຕໜຶ່ງມາແທນອີກໂຕໜຶ່ງ. ຖ້າມີການປ່ຽນໂຕ ທັງໂຕທີ່ຖືກປ່ຽນກັບໂຕທີ່ເອົາມາປ່ຽນກາຍມາເປັນຂອງບໍລິສຸດແກ່ພຣະເຈົ້າ ແລະ ບໍ່ສາມາດໄຖ່ຄືນໄດ້’ ”.
ທັງໝົດນີ້ເປັນຄຳສັ່ງທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊເທິງພູເຂົາຊີນາຍສຳລັບປະຊາຊົນອິດສະຣາເອນ.
Source notes (3)
- Footnote 1 ເຊເຂວຄືເງິນໜັກປະມານ 11,5 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 4, 5, 6, 7 ແລະ 16
- Footnote ພາສາເຮັບເຣີວ່າ 1 ໂຮເມີ
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງ ສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ພຣະເຈົ້າຢາເວແລ້ວບໍ່ອາດເອີ້ນຄືນໄດ້ ຈະຕ້ອງທຳລາຍໃຫ້ໝົດໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.