Biblica® Open Lao Contemporary Version
ລະບຽບພວກເລວີ 26
ລາງວັນສຳລັບການເຊື່ອຟັງ
“ ‘ຢ່າສ້າງຮູບເຄົາລົບ ຫລື ສ້າງຮູບຈຳລອງ ຫລື ແກະສະຫລັກຫີນເພື່ອຂາບໄຫວ້ສຳລັບພວກເຈົ້າເອງ ແລະ ຢ່າວາງຫີນແກະສະຫລັກໃດໆໃນດິນແດນຂອງພວກເຈົ້າເພື່ອຂາບໄຫວ້. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
“ ‘ຈົ່ງຖືຮັກສາວັນຊະບາໂຕຂອງເຮົາ ແລະ ເຄົາລົບບ່ອນນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວ.
“ ‘ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ແລະ ເອົາໃຈໃສ່ເຊື່ອຟັງຄຳສັ່ງຂອງເຮົາ, ເຮົາຈະສົ່ງຝົນມາຕາມລະດູການ, ແລະ ແຜ່ນດິນຈະໃຫ້ຜົນລະປູກ ແລະ ຕົ້ນໄມ້ຈະເກີດໝາກຂອງມັນ. ຊ່ວງເວລາຟາດເຂົ້າຈະດຳເນີນໄປເຖິງລະດູເກັບໝາກອະງຸ່ນ ແລະ ລະດູເກັບໝາກອະງຸ່ນຈະດຳເນີນໄປຈົນເຖິງລະດູການປູກຝັງ ແລະ ພວກເຈົ້າຈະໄດ້ກິນອາຫານຕາມທີ່ຕ້ອງການ ແລະ ອາໄສຢູ່ໃນດິນແດນຂອງພວກເຈົ້າຢ່າງປອດໄພ.
“ ‘ເຮົາຈະມອບຄວາມສະຫງົບສຸກໃນດິນແດນນັ້ນ ແລະ ພວກເຈົ້າຈະໄດ້ນອນພັກຜ່ອນສະບາຍ ແລະ ບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານກົວ. ເຮົາຈະຂັບໄລ່ສັດຮ້າຍອອກໄປຈາກດິນແດນນັ້ນ ແລະ ດາບຈະບໍ່ຜ່ານກາຍມາທີ່ບ້ານເມືອງຂອງພວກເຈົ້າ. ພວກເຈົ້າຈະຂັບໄລ່ສັດຕູຂອງພວກເຈົ້າ ແລະ ພວກເຂົາຈະລົ້ມຕາຍດ້ວຍຄົມດາບຕໍ່ໜ້າພວກເຈົ້າ. ພວກເຈົ້າຫ້າຄົນຈະຂັບໄລ່ສັດຕູເປັນຈຳນວນຮ້ອຍ ແລະ ພວກເຈົ້າຮ້ອຍຄົນຈະຂັບໄລ່ສັດຕູນັບໝື່ນ ແລະ ສັດຕູທັງຫລາຍຈະລົ້ມຕາຍດ້ວຍຄົມດາບຕໍ່ໜ້າພວກເຈົ້າ.
“ ‘ເຮົາຈະເບິ່ງແຍງພວກເຈົ້າດ້ວຍຄວາມປານີ ແລະ ເຮັດໃຫ້ພວກເຈົ້າເກີດຜົນ ແລະ ມີຈຳນວນຄົນເພີ່ມຂຶ້ນ ແລະ ເຮົາຈະຮັກສາພັນທະສັນຍາຂອງເຮົາທີ່ໃຫ້ໄວ້ກັບພວກເຈົ້າ. ພວກເຈົ້າຍັງຈະໄດ້ກິນຜົນລະປູກຈາກການເກັບກ່ຽວໃນປີທີ່ຜ່ານມາໃນຂະນະທີ່ພວກເຈົ້າຈະຂະຫຍາຍເລົ້າສຳລັບຜົນປູກທີ່ເກັບກ່ຽວໃໝ່. ເຮົາຈະຕັ້ງບ່ອນສະຖິດຂອງເຮົາ1ທ່າມກາງພວກເຈົ້າ ແລະ ເຮົາຈະບໍ່ກຽດຊັງພວກເຈົ້າ. ເຮົາຈະເດີນທ່າມກາງພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າຈະເປັນປະຊາຊົນຂອງເຮົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າທັງຫລາຍອອກມາຈາກປະເທດເອຢິບເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນຂ້າທາດຂອງຊາວເອຢິບອີກຕໍ່ໄປ; ເຮົາໄດ້ທຳລາຍແອກຂອງພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າເດີນໄປໄປຢ່າງສະຫງ່າຜ່າເຜີຍ.
ໂທດຂອງການບໍ່ເຊື່ອຟັງ
“ ‘ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງເຮົາ, ບໍ່ປະຕິບັດຕາມບັນດາຄຳສັ່ງເຫລົ່ານີ້, ຖ້າພວກເຈົ້າປະຕິເສດຂໍ້ຄຳສັ່ງຂອງເຮົາ, ກຽດຊັງກົດບັນຍັດຂອງເຮົາ, ບໍ່ໄດ້ເຮັດຕາມຄຳສັ່ງຂອງເຮົາທີ່ ແລະ ທັງລະເມີດພັນທະສັນຍາຂອງເຮົາ, ແລ້ວເຮົາຈະເຮັດກັບພວກເຈົ້າຢ່າງນີ້ຄື: ເຮົາຈະນຳຄວາມຢ້ານກົວມາເຖິງພວກເຈົ້າທັນທີ, ພະຍາດຕ່າງໆທີ່ປິ່ນປົວຍາກ ແລະ ຄວາມເຈັບປ່ວຍທີ່ທຳລາຍສາຍຕາຂອງພວກເຈົ້າ ແລະ ເຮັດໃຫ້ເຫື່ອແຮງຂອງພວກເຈົ້າຊຸດໂຊມລົງ. ພວກເຈົ້າຈະປູກພືດໂດຍບໍ່ໄດ້ຮັບຜົນ, ເພາະສັດຕູຂອງພວກເຈົ້າຈະມາກິນເຄື່ອງປູກນັ້ນ. ເຮົາຈະຕັ້ງໜ້າເປັນປໍລະປັກກັບພວກເຈົ້າ ເພື່ອວ່າພວກເຈົ້າຈະຜ່າຍແພ້ຕໍ່ໜ້າສັດຕູຂອງພວກເຈົ້າ, ບັນດາຜູ້ທີ່ກຽດຊັງພວກເຈົ້າຈະປົກຄອງເໜືອພວກເຈົ້າ ແລະ ພວກເຈົ້າຈະແລ່ນໜີແມ່ນແຕ່ໃນຂະນະທີ່ບໍ່ມີຜູ້ໃດໄລ່ຕາມພວກເຈົ້າ.
“ ‘ແລະຖ້າພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ, ເຮົາຈະລົງໂທດຕາມຄວາມບາບຂອງພວກເຈົ້າໜັກຂຶ້ນເຈັດເທົ່າ. ເຮົາຈະທຳລາຍຄວາມຈອງຫອງດື້ດ້ານຂອງພວກເຈົ້າ ແລະ ເຮັດໃຫ້ທ້ອງຟ້າເໜືອພວກເຈົ້າເປັນດັ່ງເຫລັກ ແລະ ແຜ່ນດິນເບື້ອງລຸ່ມຂອງພວກເຈົ້າເປັນດັ່ງທອງສຳລິດ. ເຫື່ອແຮງຂອງພວກເຈົ້າຈະເສຍໄປໂດຍບໍ່ມີປະໂຫຍດ, ເພາະແຜ່ນດິນຈະບໍ່ໃຫ້ຜົນລະປູກ, ຕົ້ນໄມ້ໃນຜືນດິນກໍຈະບໍ່ເກີດຜົນ.
“ ‘ຖ້າພວກເຈົ້າຍັງສືບຕໍ່ເປັນສັດຕູຕໍ່ເຮົາ ແລະ ບໍ່ຍອມຟັງເຮົາ, ເຮົາຈະທະວີຄວາມທຸກຍາກຂຶ້ນອີກເຈັດເທົ່າ, ສົມກັບຄວາມບາບຂອງພວກເຈົ້າ. ເຮົາຈະສົ່ງບັນດາສັດຮ້າຍມາລົບກວນພວກເຈົ້າ ແລະ ພວກມັນຈະລັກເອົາລູກຫລານຂອງພວກເຈົ້າໄປ, ຈະທຳລາຍຝູງສັດຂອງພວກເຈົ້າ ແລະ ຈະເຮັດໃຫ້ຈຳນວນຄົນຂອງພວກເຈົ້າຫລຸດລົງຈົນບໍ່ມີຄົນທຽວທາງ.
“ ‘ຖ້າເຮົາເຮັດກັບພວກເຈົ້າເຖິງຂະໜາດນີ້ແລ້ວພວກເຈົ້າຍັງບໍ່ຍອມຮັບການແກ້ໄຂຈາກເຮົາ ແຕ່ຍັງສືບຕໍ່ເປັນສັດຕູຕໍ່ເຮົາ, ເຮົາເອງຈະເປັນສັດຕູຕໍ່ພວກເຈົ້າ ແລະ ຈະໃຫ້ພວກເຈົ້າທຸກທໍລະມານເພາະບາບຂອງພວກເຈົ້າໜັກຍິ່ງຂຶ້ນອີກເຈັດເທົ່າ. ແລະ ເຮົາຈະນຳເອົາດາບມາຍັງພວກເຈົ້າເພື່ອແກ້ແຄ້ນທີ່ພັນສັນຍາຂອງເຮົາຖືກລະເມີດ. ເມື່ອໃດພວກເຈົ້າຖອຍໜີເຂົ້າໄປຍັງເມືອງຕ່າງໆຂອງພວກເຈົ້າ, ເຮົາຈະສົ່ງໂລກລະບາດຮ້າຍແຮງມາທ່າມກາງພວກເຈົ້າ ແລະ ພວກເຈົ້າຈະຕົກຢູ່ໃນກຳມືຂອງສັດຕູ. ເມື່ອເຮົາຕັດຂາດການສະໜອງເຂົ້າຈີ່ໃຫ້ແກ່ພວກເຈົ້າ, ເຖິງຂະໜາດຍິງສິບຄົນໃຊ້ເຕົາພຽງເຕົາດຽວອົບເຂົ້າຈີ່ໃຫ້ພວກເຈົ້າ ແລະ ຕ້ອງຊັ່ງເຂົ້າຈີ່ເພື່ອແບ່ງກັນກິນ. ພວກເຈົ້າຈະໄດ້ກິນ, ແຕ່ກໍບໍ່ອີ່ມ.
“ ‘ຖ້າເຖິງຂະໜາດນີ້ແລ້ວພວກເຈົ້າຍັງບໍ່ຟັງເຮົາແຕ່ຍັງສືບຕໍ່ເປັນສັດຕູຕໍ່ເຮົາ, ເຮົາຈະເປັນສັດຕູກັບພວກເຈົ້າດ້ວຍຄວາມໂກດຮ້າຍ ແລະ ເຮົາເອງຈະລົງໂທດການບາບຂອງພວກເຈົ້າໜັກຍິ່ງຂຶ້ນເຈັດເທົ່າ. ພວກເຈົ້າຈະກິນຊີ້ນຂອງບັນດາລູກຊາຍ ແລະ ຊີ້ນຂອງບັນດາລູກສາວຂອງພວກເຈົ້າເອງ. ເຮົາຈະທຳລາຍບ່ອນທີ່ສູງຂອງພວກເຈົ້າ, ຈະຕັດແທ່ນເຜົາເຄື່ອງຫອມບູຊາຂອງພວກເຈົ້າ ແລະ ຖິ້ມຊາກສົບຂອງພວກເຈົ້າໄວ້ເທິງຮູບເຄົາລົບທີ່ບໍ່ມີຊີວິດຂອງພວກເຈົ້າ ແລະ ເຮົາຈະກຽດຊັງພວກເຈົ້າ. ເຮົາຈະເຮັດໃຫ້ນະຄອນຕ່າງໆຂອງພວກເຈົ້າຮົກຮ້າງ ແລະ ທຳລາຍສະຖານນະມັດສະການຂອງພວກເຈົ້າ ແລະ ເຮົາຈະບໍ່ຍິນດີໃນກິ່ນຫອມທີ່ໜ້າພໍໃຈຈາກເຄື່ອງຖວາຍບູຊາຂອງພວກເຈົ້າ. ເຮົາຈະເຮັດໃຫ້ແຜ່ນດິນຫວ່າງເປົ່າ, ເພື່ອວ່າສັດຕູຂອງພວກເຈົ້າທີ່ພັກອາໄສຢູ່ໃນທີ່ນັ້ນຕົກໃຈ. ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປທ່າມກາງຊົນຊາດຕ່າງໆ ແລະ ເຮົາຈະດຶງດາບອອກຈາກຝັກ ແລະ ຂັບໄລ່ພວກເຈົ້າ. ດິນແດນຂອງພວກເຈົ້າຈະຖືກຖິ້ມຮ້າງ ແລະ ເມືອງຕ່າງໆຈະຖືກທຳລາຍ. ແລ້ວດິນແດນຈະໄດ້ຊົມຊື່ນກັບປີຊະບາໂຕຂອງມັນຕະຫລອດໄລຍະທີ່ຖືກຖິ້ມຮ້າງ ແລະ ພວກເຈົ້າຕົກຢູ່ໃນດິນແດນຂອງພວກສັດຕູຂອງພວກເຈົ້າ; ແລ້ວດິນແດນຈະໄດ້ພັກຜ່ອນ ແລະ ຊົມຊື່ນກັບປີຊະບາໂຕຂອງມັນ. ຕະຫລອດໄລຍະທີ່ຖືກຖິ້ມຮ້າງຫວ່າງເປົ່ານັ້ນ, ດິນແດນຈະໄດ້ພັກຜ່ອນ ຊົດເຊີຍກັບປີທີ່ບໍ່ໄດ້ຢຸດພັກໃນຊ່ວງຊະບາໂຕຂະນະທີ່ພວກເຈົ້າອາໄສຢູ່ໃນດິນແດນນັ້ນ.
“ ‘ສຳລັບພວກທີ່ເຫລືອຢູ່ນັ້ນ, ເຮົາຈະເຮັດໃຫ້ໃຈຂອງພວກເຂົາເກີດຄວາມຢ້ານກົວຢ່າງແຮງໃນດິນແດນຂອງສັດຕູເຖິງຂະໜາດສຽງໃບໄມ້ຖືກລົມພັດປິວກໍເຮັດໃຫ້ພວກເຂົາປົບໜີໄປ. ພວກເຂົາຈະແລ່ນເໝືອນປົບໜີຈາກຄົມດາບ ແລະ ພວກເຂົາຈະລົ້ມລົງແມ່ນແຕ່ບໍ່ມີຜູ້ໃດໄລ່ຕາມພວກເຂົາ. ພວກເຂົາຈະສະດຸດລົ້ມທັບກັນ ແລະ ກັນເໝືອນກັບປົບໜີຈາກຄົມດາບແມ່ນແຕ່ບໍ່ມີຜູ້ໃດໄລ່ຕາມພວກເຂົາ. ດັ່ງນັ້ນພວກເຈົ້າຈຶ່ງບໍ່ສາມາດຢືນຢູ່ໄດ້ຕໍ່ໜ້າບັນດາສັດຕູຂອງພວກເຂົາ. ພວກເຈົ້າຈະຈິບຫາຍໃນທ່າມກາງປະຊາຊາດທັງຫລາຍ ແລະ ດິນແດນສັດຕູຂອງພວກເຈົ້າຈະກືນກິນພວກເຈົ້າ. ຜູ້ທີ່ຍັງເຫລືອຢູ່ຈະເສື່ອມໂຊມໄປໃນດິນແດນຂອງສັດຕູຂອງພວກເຂົາເພາະບາບຂອງພວກເຂົາ ແລະ ເພາະບາບຂອງບັນພະບຸລຸດຂອງພວກຕົນແລ້ວພວກເຂົາຈະເສື່ອມໂຊມເໝືອນກັນ.
“ ‘ແຕ່ຖ້າພວກເຂົາສາລະພາບບາບຂອງຕົນ ແລະ ບາບຂອງບັນພະບຸລຸດທີ່ພວກເຂົາບໍ່ສັດຊື່ ແລະ ການເປັນສັດຕູຂອງພວກເຂົາຕໍ່ເຮົາ, ທີ່ເຮັດໃຫ້ເຮົາເປັນສັດຕູຕໍ່ພວກເຂົາເຫດໃຫ້ເຮົາສົ່ງພວກເຂົາໄປຍັງດິນແດນຂອງບັນດາສັດຕູຂອງພວກເຂົາຈົນກວ່າໃຈທີ່ບໍ່ໄດ້ຮັບພິທີຕັດຂອງພວກເຂົານັ້ນຖ່ອມລົງ ແລະ ຊົດໃຊ້ບາບຂອງພວກຕົນ, ເຮົາຈະຈົດຈຳພັນທະສັນຍາຂອງເຮົາທີ່ໃຫ້ໄວ້ກັບຢາໂຄບ ອີຊາກ ແລະ ອັບຣາຮາມ ແລະ ຈະຈົດຈຳເຖິງດິນແດນນັ້ນ. ສ່ວນດິນແດນທີ່ຖືກຖິ້ມຮ້າງນັ້ນຈະຊົມຊື່ນກັບປີຊະບາໂຕຂະນະທີ່ຖືກປະຖີ້ມໂດຍບໍ່ມີພວກເຂົາ. ພວກເຂົາຈະຊົດໃຊ້ບາບຂອງຕົນທີ່ໄດ້ປະຖິ້ມກົດບັນຍັດຂອງເຮົາ ແລະ ກຽດຊັງບັນດາຂໍ້ຄຳສັ່ງຂອງເຮົາ. ແຕ່ເຖິງຢ່າງໃດກໍ່ຕາມ, ເມື່ອພວກເຂົາຢູ່ໃນດິນແດນຂອງສັດຕູ, ເຮົາຈະບໍ່ປະຕິເສດ ຫລື ກຽດຊັງພວກເຂົາເຖີງກັບທຳລາຍລ້າງພວກເຂົາໃຫ້ໝົດສິ້ນ, ຕັດຂາດພັນທະສັນຍາຂອງເຮົາກັບພວກເຂົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແຕ່ເພື່ອເຫັນແກ່ພວກເຂົາເຮົາຈະຈົດຈຳເຖິງຄຳໝັ້ນສັນຍາທີ່ໃຫ້ໄວ້ກັບບັນພະບຸລຸດຂອງພວກເຂົາທີ່ເຮົາໄດ້ພາພວກເຂົາອອກມາຈາກເອຢິບຕໍ່ໜ້າປະຊາຊາດທັງຫລາຍ ເພື່ອເປັນພຣະເຈົ້າຂອງພວກເຂົາ. ເຮົາຄືພຣະເຈົ້າຢາເວ’ ”.
ທັງໝົດນີ້ຄືຂໍ້ຄໍາສັ່ງ, ກົດບັນຍັດ ແລະ ກົດລະບຽບ ເຊິ່ງພຣະເຈົ້າຢາເວໄດ້ຕັ້ງໄວ້ລະຫວ່າງພຣະອົງເອງກັບຊາວອິດສະຣາເອນຜ່ານທາງໂມເຊທີ່ພູເຂົາຊີນາຍ.
Source notes (1)
- Footnote ຫລື ຫໍເຕັນເຄື່ອນທີ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.