Biblica® Open Lao Contemporary Version
ຈົດບັນຊີ 8
ການຕັ້ງຕະກຽງ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງອາໂຣນ ແລະ ບອກລາວວ່າ, ‘ເມື່ອເຈົ້າຈູດຕະກຽງນັ້ນ, ຈົ່ງເບິ່ງວ່າຕະກຽງທັງເຈັດໜ່ວຍນັ້ນຕ້ອງໃຫ້ແສງສະຫວ່າງຮຸ່ງຢູ່ບໍລິເວນດ້ານໜ້າຂອງຫລັກຕະກຽງ’ ”.
ອາໂຣນກໍປະຕິບັດຕາມນັ້ນ; ລາວຕັ້ງເພື່ອວ່າຕະກຽງປິ່ນໜ້າໃສ່ຫລັກຕະກຽງ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ວິທີເຮັດຫລັກຮອງຕະກຽງຄື: ເຮັດດ້ວຍຄຳທີ່ຕີເປັນລວດລາຍຈາກພື້ນຈົນເຖິງຍອດຂອງຫລັກ. ຫລັກຮອງຕະກຽງໄດ້ເຮັດຂຶ້ນຢ່າງຖືກຕ້ອງກັບແບບທີ່ພຣະເຈົ້າຢາເວໄດ້ສຳແດງແກ່ໂມເຊ.
ການແຍກຄົນເລວີອອກໄວ້ສະເພາະ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ຈົ່ງແຍກເອົາຄົນເລວີອອກຈາກຄົນອິດສະຣາເອນທັງໝົດ ແລະ ເຮັດໃຫ້ພວກເຂົາບໍ່ມີມົນທິນຕາມພິທີກຳ. ຈົ່ງຊຳລະພວກເຂົາດ້ວຍວິທີນີ້ຄື: ຊິດນ້ຳແຫ່ງການຊຳລະໃສ່ພວກເຂົາ; ແລ້ວໃຫ້ພວກເຂົາແຖຂົນໝົດທົ່ວຮ່າງກາຍ ແລະ ໃຫ້ພວກເຂົາຊັກເສື້ອຜ້າຂອງຕົນ. ແລະ ແລ້ວພວກເຂົາຈະຊຳລະພວກເຂົາເອງໃຫ້ບໍລິສຸດ. ໃຫ້ພວກເຂົານຳເອົາງົວໜຸ່ມໂຕໜຶ່ງພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດຄືແປ້ງລະອຽດປະສົມນ້ຳມັນໝາກກອກ; ແລ້ວໃຫ້ເຈົ້ານຳເອົາງົວໜຸ່ມໂຕທີສອງມາເພື່ອເປັນເຄື່ອງຖວາຍໄຖ່ບາບ1. ຈົ່ງນຳເອົາຄົນເລວີມາຕໍ່ໜ້າເຕັນນັດພົບ ແລະ ໃຫ້ເຕົ້າໂຮມຊຸມຊົນຄົນອິດສະຣາເອນທັງໝົດ. ເຈົ້າຈົ່ງນຳເອົາຄົນເລວີມາຕໍ່ໜ້າພຣະເຈົ້າຢາເວ, ແລະ ໃຫ້ຄົນອິດສະຣາເອນວາງມືຂອງຕົນໃສ່ພວກເຂົາ. ອາໂຣນຈະຕ້ອງຖວາຍຄົນເລວີຕໍ່ໜ້າພຣະເຈົ້າຢາເວເປັນເຄື່ອງບູຊາແກວ່ງໄປມາຖວາຍຈາກຄົນອິດສະຣາເອນ, ເພື່ອວ່າພວກເຂົາຈະຕຽມພ້ອມເຮັດວຽກງານຂອງພຣະເຈົ້າຢາເວ.
“ແລ້ວຄົນເລວີຈະວາງມືຂອງພວກເຂົາໃສ່ຫົວງົວຜູ້ທັງສອງໂຕ, ໂຕໜຶ່ງຖວາຍແກ່ພຣະເຈົ້າຢາເວເພື່ອເປັນເຄື່ອງຖວາຍໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາເພື່ອລຶບລ້າງບາບໃຫ້ຄົນເລວີ. ໃຫ້ຄົນເລວີມາຢືນຢູ່ຕໍ່ໜ້າອາໂຣນ ແລະ ບັນດາລູກຊາຍຂອງລາວ ແລ້ວຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍແກ່ພຣະເຈົ້າຢາເວ. ດ້ວຍວິທີນີ້ ເຈົ້າໄດ້ແຍກຄົນເລວີອອກຈາກຄົນອິດສະຣາເອນຄົນອື່ນໆ, ແລະ ຄົນເລວີກໍຈະເປັນຂອງເຮົາ.
“ຫລັງຈາກເຈົ້າໄດ້ຊຳລະຄົນເລວີ ແລະ ຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍແລ້ວ, ພວກເຂົາຈຶ່ງມາປະຕິບັດວຽກງານຂອງພວກເຂົາທີ່ເຕັນນັດພົບ. ພວກເຂົາຄືຄົນອິດສະຣາເອນທີ່ຈະຕ້ອງມອບໃຫ້ເປັນຂອງເຮົາຢ່າງຂາດຕົວ. ເຮົາຮັບເອົາພວກເຂົາເປັນຕົວແທນລູກຊາຍກົກ, ເຊື້ອສາຍຜູ້ຊາຍຄົນທຳອິດຈາກແມ່ຍິງຄົນອິດສະຣາເອນທຸກຄົນ. ລູກກົກທີ່ເປັນເພດຊາຍທຸກຄົນໃນອິດສະຣາເອນ, ບໍ່ວ່າຄົນ ຫລື ສັດເປັນຂອງເຮົາ. ເມື່ອເຮົາຂ້າລູກກົກທຸກຄົນໃນເອຢິບນັ້ນ, ເຮົາໄດ້ແຍກພວກເຂົາໄວ້ເປັນຂອງເຮົາ. ແລະ ເຮົາຮັບຄົນເລວີແທນລູກຊາຍກົກທັງໝົດໃນອິດສະຣາເອນ. ຈາກບັນດາຄົນອິດສະຣາເອນທັງໝົດ, ເຮົາໄດ້ມອບຄົນເລວີເປັນເໝືອນຂອງຂັວນໃຫ້ແກ່ອາໂຣນ ແລະ ລູກຊາຍຂອງລາວ ເພື່ອປະຕິບັດວຽກງານທີ່ເຕັນນັດພົບແທນຄົນອິດສະຣາເອນ ແລະ ເຮັດການລຶບລ້າງບາບໃຫ້ແກ່ພວກເຂົາ ເພື່ອວ່າໄພພິບັດຈະບໍ່ທຳລາຍຄົນອິດສະຣາເອນເມື່ອພວກເຂົາເຂົ້າໄປໃກ້ສະຖານນະມັດສະການ”.
ໂມເຊ, ອາໂຣນ ແລະ ຊຸມຊົນອິດສະຣາເອນທັງໝົດໄດ້ປະຕິບັດຕໍ່ຄົນເລວີຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້. ຄົນເລວີໄດ້ຊຳລະຕົນເອງ ແລະ ຊັກເສື້ອຜ້າຂອງພວກເຂົາ. ແລ້ວອາໂຣນກໍໄດ້ຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະ ເຮັດພິທີລຶບລ້າງບາບໃຫ້ພວກເຂົາເພື່ອຊຳລະພວກເຂົາໃຫ້ບໍລິສຸດ. ຫລັງຈາກນັ້ນ, ຄົນເລວີຈຶ່ງມາປະຕິບັດວຽກງານທີ່ເຕັນນັດພົບພາຍໃຕ້ການດູແລຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ. ພວກເຂົາໄດ້ປະຕິບັດຕໍ່ຄົນເລວີຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ນີ້ແມ່ນສິ່ງທີ່ຄົນເລວີຈະຕ້ອງນຳໄປປະຕິບັດຄື: ຜູ້ຊາຍຄົນເລວີທີ່ມີອາຍຸແຕ່ຊາວຫ້າປີ ຫລືຫລາຍກວ່ານັ້ນຈະຕ້ອງເຂົ້າມາມີສ່ວນໃນວຽກງານທີ່ເຕັນນັດພົບ, ແຕ່ເມື່ອອາຍຸຄົບຫ້າສິບປີແລ້ວ, ພວກເຂົາຕ້ອງຢຸດພັກຈາກການປະຕິບັດວຽກງານປົກກະຕິຂອງພວກເຂົາ ແລະ ບໍ່ຕ້ອງເຮັດວຽກນັ້ນອີກ. ພວກເຂົາອາດຈະຊ່ວຍວຽກພີ່ນ້ອງຂອງພວກເຂົາທີ່ເຕັນນັດພົບ ແຕ່ພວກເຂົາເອງບໍ່ຕ້ອງລົງມືເຮັດ. ນີ້ແມ່ນວິທີທີ່ເຈົ້າຈະແຕ່ງຕັ້ງຄວາມຮັບຜິດຊອບແກ່ຄົນເລວີ”.
Source notes (1)
- Footnote ຫລື ການຖວາຍເພື່ອຊຳລະລ້າງ ; ເໝືອນກັນ ໃນ ຂໍ້ 12
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.