Biblica® Open Lao Contemporary Version
ຈົດບັນຊີ 13
ການສຳຫລວດການາອານ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງສົ່ງຜູ້ຊາຍທີ່ເປັນຜູ້ນຳຈາກແຕ່ລະເຜົ່າໄປສຳຫລວດດິນແດນການາອານ, ເຊິ່ງເຮົາກຳລັງມອບໃຫ້ຄົນອິດສະຣາເອນ”.
ດັ່ງນັ້ນໂມເຊຈຶ່ງສົ່ງພວກເຂົາອອກໄປຈາກຖິ່ນແຫ້ງແລ້ງປາຣານຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາທັງໝົດເປັນຜູ້ນຳຂອງຄົນອິດສະຣາເອນ.
ນີ້ແມ່ນລາຍຊື່ຂອງພວກເຂົາຄື:
ຊາມມູອາລູກຊາຍຂອງຊັກກູເຣ, ຈາກເຜົ່າຣູເບັນ;
ຊາຟັດລູກຊາຍຂອງໂຮຣີ, ຈາກເຜົ່າຊີເມໂອນ;
ກາເລັບລູກຊາຍຂອງເຢຟຸນເນ, ຈາກເຜົ່າຢູດາ;
ອີການລູກຊາຍຂອງໂຢເຊັບ, ຈາກເຜົ່າອິດຊາຄາ;
ໂຮເຊອາລູກຊາຍຂອງນູນ, ຈາກເຜົ່າເອຟຣາອິມ;
ປານຕີລູກຊາຍຂອງຣາຟູ, ຈາກເຜົ່າເບັນຢາມິນ;
ກາດດີເອນລູກຊາຍຂອງໂສດີ, ຈາກເຜົ່າເຊບູໂລນ;
ກາດດີລູກຊາຍຂອງສູສີ, ຈາກເຜົ່າມານາເຊ;
ອາມມີເອນລູກຊາຍຂອງເກມາລີ, ຈາກເຜົ່າດານ;
ເສທູເຣລູກຊາຍຂອງມີກາເອນ, ຈາກເຜົ່າອາເຊ;
ນາບີລູກຊາຍຂອງວົບສີ, ຈາກເຜົ່າເນັບທາລີ;
ເກອູເອນລູກຊາຍຂອງມາກີ, ຈາກເຜົ່າກາດ.
ໂມເຊໄດ້ສົ່ງຄົນເຫລົ່ານີ້ໄປສຳຫລວດດິນແດນ. (ໂມເຊຕັ້ງຊື່ໃຫ້ໂຮເຊອາລູກຊາຍຂອງນູນວ່າ ໂຢຊວຍ.)
ເມື່ອໂມເຊສົ່ງພວກເຂົາໄປສຳຫລວດການາອານນັ້ນ, ເພິ່ນກ່າວວ່າ, “ຈົ່ງຂຶ້ນໄປທົ່ວເນເກັບ ແລະ ໄປຕໍ່ຈົນເຖິງເຂດເນີນພູ. ເບິ່ງວ່າດິນແດນນັ້ນເປັນຢ່າງໃດ ແລະ ປະຊາຊົນອາໄສຢູ່ທີ່ນັ້ນເຂັ້ມແຂງ ຫລື ອ່ອນແອ, ມີຫລາຍ ຫລື ມີໜ້ອຍ. ດິນແດນທີ່ພວກເຂົາອາໄສຢູ່ນັ້ນເປັນຢ່າງໃດ? ດີຫລືບໍ່? ບ້ານເມືອງທີ່ພວກເຂົາອາໄສຢູ່ເປັນຢ່າງໃດ? ມີກຳແພງເມືອງ ຫລື ມີປ້ອມປ້ອງກັນຫລືບໍ່? ສະພາບດິນເປັນຢ່າງໃດ? ເປັນດິນອຸດົມສົມບູນ ຫລື ບໍ່? ມີຕົ້ນໄມ້ຢູ່ທີ່ນັ້ນຫລາຍຫລື ບໍ່? ຈົ່ງພະຍາຍາມນຳເອົາຜົນລະໄມ້ຂອງດິນແດນນັ້ນກັບມານຳດ້ວຍ”. (ເວລານັ້ນເປັນລະດູເກັບໝາກອະງຸ່ນຜົນທຳອິດ.)
ດັ່ງນັ້ນພວກເຂົາຈຶ່ງຂຶ້ນໄປສຳຫລວດດິນແດນຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊິນໄປຈົນເຖິງເຣໂຮບ, ມຸ່ງໜ້າໄປຍັງເລໂບຮາມັດ. ພວກເຂົາຂຶ້ນໄປທົ່ວເນເກັບ ແລະ ມາທີ່ເມືອງເຮັບໂຣນ, ບ່ອນທີ່ອາຮີມານ, ເຊຊາຍ ແລະ ຕານໄມ, ເຊື້ອສາຍຂອງອານາກເຄີຍອາໄສຢູ່. (ເຮັບໂຣນໄດ້ຖືກສ້າງຂຶ້ນເຈັດປີກ່ອນໂຊອານໃນເອຢິບ.) ເມື່ອພວກເຂົາມາເຖິງຮ່ອມພູເອັດຊະໂຄນ,1 ພວກເຂົາຕັດເອົາພວງໝາກອະງຸ່ນທີ່ເກີດໝາກດົກໜາ. ຈົນພວກເຂົາທັງສອງຕ້ອງໄດ້ສອດໄມ້ຄານຫາມມາຄົນລະສົ້ນ, ພ້ອມດ້ວຍໝາກພິລາ ແລະ ໝາກເດື່ອ. ສະຖານທີ່ນັ້ນມີຊື່ວ່າຮ່ອມພູເອັດຊະໂຄນເພາະວ່າຄົນອິດສະຣາເອນໄດ້ຕັດພວງໝາກອະງຸ່ນມາຈາກທີ່ນັ້ນ. ຫລັງຈາກນັ້ນສີ່ສິບວັນ, ພວກເຂົາກໍກັບມາຈາກການສຳຫລວດດິນແດນນັ້ນ.
ລາຍງານການສຳຫລວດ
ພວກເຂົາກັບຄືນມາຫາໂມເຊ ແລະ ອາໂຣນ ແລະ ຊຸມຊົນຄົນອິດສະຣາເອນທັງໝົດທີ່ກາເດັດໃນຖິ່ນແຫ້ງແລ້ງປາຣານ. ຢູ່ທີ່ນັ້ນພວກເຂົາໄດ້ລາຍງາຍຕໍ່ໂມເຊ, ອາໂຣນ ແລະ ຊຸມຊົນທັງໝົດ ແລ້ວໄດ້ນຳເອົາໝາກໄມ້ຈາກດິນແດນໃຫ້ພວກເຂົາເບິ່ງດ້ວຍ. ພວກເຂົາໄດ້ລາຍງານຕໍ່ໂມເຊດັ່ງນີ້: “ພວກເຮົາໄດ້ເຂົ້າໄປໃນດິນແດນທີ່ທ່ານສົ່ງພວກເຮົາໄປ, ແລະ ດິນແດນນັ້ນກໍອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ! ເບິ່ງໝາກໄມ້ເຫລົ່ານີ້ແມ! ແຕ່ປະຊາຊົນທີ່ອາໄສຢູ່ທີ່ນັ້ນມີກຳລັງແຂງແຮງຫລາຍ, ເມືອງຕ່າງໆຂອງພວກເຂົາກໍມີປ້ອມປ້ອງກັນ ແລະ ກວ້າງໃຫຍ່ຫລາຍ. ພວກເຮົາຍັງພົບເຫັນເຊື້ອສາຍຂອງຄົນອານາກຢູ່ທີ່ນັ້ນດ້ວຍ. ຊາວອາມາເຫລັກອາໄສຢູ່ໃນເນເກັບ; ຊາວຮິດຕີ, ຊາວເຢບຸດ ແລະ ຊາວອາໂມຢູ່ເຂດເນີນພູ; ແລະ ຊາວການາອານອາໄສຢູ່ໃກ້ຝັ່ງທະເລ ແລະ ເລາະລຽບໄປຕາມຝັ່ງແມ່ນ້ຳຈໍແດນ”.
ແລ້ວກາເລັບບອກໃຫ້ປະຊາຊົນມິດງຽບຕໍ່ໜ້າໂມເຊ ແລະ ເວົ້າວ່າ, “ເຮົາຄວນຈະຂຶ້ນໄປ ແລະ ຍຶດເອົາດິນແດນ, ເພາະພວກເຮົາສາມາດເຮັດໄດ້ແນ່ນອນ”.
ແຕ່ຄົນອື່ນໆທີ່ໄດ້ໄປກັບລາວເວົ້າວ່າ, “ພວກເຮົາບໍ່ສາມາດຕໍ່ສູ້ປະຊາຊົນເຫລົ່ານັ້ນດອກ; ພວກເຂົາແຂງແຮງກວ່າພວກເຮົາ”. ແລ້ວພວກເຂົາກໍກະຈາຍລາຍງານໃນແງ່ບໍ່ດີທ່າມກາງຄົນອິດສະຣາເອນກ່ຽວກັບດິນແດນທີ່ພວກເຂົາໄດ້ໄປສຳຫລວດນັ້ນ. ພວກເຂົາເວົ້າວ່າ, “ດິນແດນທີ່ພວກເຮົາໄປສຳຫລວດນັ້ນກືນກິນຜູ້ທີ່ອາໄສຢູ່ໃນທີ່ນັ້ນ. ປະຊາຊົນທັງໝົດທີ່ພວກເຮົາໄດ້ເຫັນມີຮູບຮ່າງສູງໃຫຍ່. ພວກເຮົາເຫັນຄົນເນຟີລິມ (ເຊື້ອສາຍຂອງອານາກທີ່ມາຈາກເນຟີລິມ) ກໍຢູ່ທີ່ນັ້ນດ້ວຍ. ໃນສາຍຕາຂອງພວກເຮົາເອງ ເຮົາເປັນເໝືອນຕັກແຕນ, ແລະ ພວກເຂົາກໍເບິ່ງພວກເຮົາເຊັ່ນນັ້ນຄືກັນ”.
Source notes (1)
- Footnote ແປວ່າ ພວງໝາກໄມ້ ເຊັ່ນດຽວກັບຂໍ້ 24
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.