Biblica® Open Lao Contemporary Version
ຈົດບັນຊີ 14
ປະຊາຊົນກະບົດ
ໃນຄືນນັ້ນປະຊາຊົນທັງປວງຕ່າງກໍພາກັນສົ່ງສຽງຮ້ອງໄຫ້ດັງສະໜັ່ນ. ຄົນອິດສະຣາເອນທັງຫລາຍໄດ້ຈົ່ມຮ້າຍໃສ່ໂມເຊ ແລະ ອາໂຣນ, ແລ້ວຊຸມຊົນທັງໝົດກໍເວົ້າຕໍ່ພວກເຂົາວ່າ, “ເຮົາສົມຄວນຈະຕາຍຕັ້ງແຕ່ຍັງຢູ່ທີ່ເອຢິບພຸ້ນ! ຫລືບໍ່ກໍຕາຍໃນຖິ່ນແຫ້ງແລ້ງກັນດານນີ້! ເປັນຫຍັງພຣະເຈົ້າຢາເວຈຶ່ງພາພວກເຮົາມາຍັງດິນແດນແຫ່ງນີ້ພຽງແຕ່ເພື່ອໃຫ້ຕາຍດ້ວຍຄົມດາບ? ບັນດາເມຍ ແລະ ລູກຂອງພວກເຮົາຈະຕ້ອງຖືກຈັບໄປເປັນຊະເລີຍ. ພວກເຮົາອອກຈາກບ່ອນນີ້ກັບຄືນໄປເອຢິບບໍ່ດີກວ່າບໍ?” ແລ້ວພວກເຂົາເວົ້າຕໍ່ກັນວ່າ, “ພວກເຮົາຄວນຈະເລືອກຜູ້ນຳຈັກໜຶ່ງຄົນແລ້ວກັບຄືນໄປເອຢິບ”.
ໂມເຊ ແລະ ອາໂຣນຈຶ່ງໝູບໜ້າລົງກັບພື້ນຕໍ່ໜ້າຊຸມຊົນອິດສະຣາເອນທັງໝົດທີ່ຮວມກັນຢູ່ທີ່ນັ້ນ. ໂຢຊວຍລູກຊາຍຂອງນູນ ແລະ ກາເລັບລູກຊາຍຂອງເຢຟຸນເນຜູ້ທີ່ໄດ້ຮ່ວມໃນການອອກໄປສຳຫລວດດິນແດນດ້ວຍກັນ, ຈຶ່ງຈີກເສື້ອຜ້າຂອງຕົນ ແລະ ກ່າວແກ່ຄົນອິດສະຣາເອນທັງໝົດວ່າ, “ດິນແດນທີ່ພວກເຮົາເຂົ້າໄປສຳຫລວດນັ້ນດີແທ້ໆ. ຖ້າພຣະເຈົ້າຢາເວພໍໃຈຕໍ່ພວກເຮົາ, ພຣະອົງກໍຈະນຳພວກເຮົາເຂົ້າໄປໃນດິນແດນນັ້ນ, ດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ ແລະ ຈະມອບດິນແດນນັ້ນໃຫ້ແກ່ພວກເຮົາ. ຂໍພຽງແຕ່ພວກເຮົາຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເທົ່ານັ້ນ. ແລະ ບໍ່ຕ້ອງຢ້ານປະຊາຊົນທີ່ຢູ່ໃນດິນແດນນັ້ນ, ເພາະວ່າພວກເຮົາຈະກືນກິນພວກເຂົາ. ສິ່ງທີ່ປົກປັກຮັກສາພວກເຂົາກໍສູນສິ້ນໄປ, ແຕ່ພຣະເຈົ້າຢາເວຢູ່ກັບພວກເຮົາ. ບໍ່ຕ້ອງຢ້ານພວກເຂົາເລີຍ”.
ແຕ່ຊຸມຊົນທັງໝົດໄດ້ປຶກສາກັນຈະແກວ່ງກ້ອນຫີນໃສ່ພວກເຂົາ. ແຕ່ແລ້ວສະຫງ່າລາສີຂອງພຣະເຈົ້າຢາເວກໍປາກົດຂຶ້ນຕໍ່ຄົນອິດສະຣາເອນທັງຫລາຍທີ່ເຕັນນັດພົບ. ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ປະຊາຊົນເຫລົ່ານີ້ຈະຢຽດຢາມເຮົາໄປອີກດົນປານໃດ? ພວກເຂົາຈະບໍ່ຍອມເຊື່ອໃນເຮົາອີກດົນປານໃດ? ເຖິງແມ່ນວ່າເຮົາໄດ້ສະແດງການອັດສະຈັນຫລາຍຢ່າງໃນທ່າມກາງພວກເຂົາ. ເຮົາຈະສົ່ງໂລກລະບາດລົງມາ ແລະ ທຳລາຍພວກເຂົາ, ແຕ່ເຮົາຈະເຮັດໃຫ້ພວກເຈົ້າເປັນຊົນຊາດໃຫຍ່ ແລະ ແຂງແກ່ນກວ່າພວກເຂົາ”.
ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ, “ແລ້ວຊາວເອຢິບຈະໄດ້ຍິນເລື່ອງນີ້! ໂດຍລິດອຳນາດຂອງພຣະອົງ ຂໍພຣະອົງນຳພາປະຊາຊົນເຫລົ່ານີ້ອອກມາຈາກທ່າມກາງພວກເຂົາ. ແລະ ພວກເຂົາຈະເລົ່າເລື່ອງນີ້ໃຫ້ຄົນທີ່ອາໄສຢູ່ໃນດິນແດນແຫ່ງນີ້ຟັງ. ຂ້າແດ່ພຣະເຈົ້າຢາເວ, ພວກເຂົາໄດ້ຍິນແລ້ວວ່າພຣະອົງຢູ່ກັບປະຊາຊົນເຫລົ່ານີ້, ຂ້າແດ່ພຣະເຈົ້າຢາເວ, ພວກເຂົາໄດ້ເຫັນໃບໜ້າຂອງພຣະອົງແລ້ວ ແລະ ຮູ້ວ່າເມກຂອງພຣະອົງຢຸດຢູ່ເໜືອພວກເຂົາ, ແລະ ເຫັນວ່າພຣະອົງນຳໜ້າພວກເຂົາໄປດ້ວຍເສົາເມກໃນເວລາກາງເວັນ ແລະ ດ້ວຍເສົາໄຟໃນເວລາກາງຄືນ. ຖ້າພຣະອົງຂ້າປະຊາຊົນເຫລົ່ານີ້ທັງໝົດ, ໂດຍບໍ່ເວັ້ນແມ່ນແຕ່ຄົນດຽວໃຫ້ມີຊີວິດຢູ່ນັ້ນ, ຊົນຊາດທັງຫລາຍທີ່ໄດ້ຍິນເລື່ອງກ່ຽວກັບພຣະອົງກໍຈະເວົ້າວ່າ, ‘ພຣະເຈົ້າຢາເວບໍ່ສາມາດນຳຄົນເຫລົ່ານີ້ໄປຍັງດິນແດນທີ່ສັນຍາໂດຍຄຳສາບານກັບພວກເຂົາໄດ້, ດັ່ງນັ້ນ ພຣະອົງຈຶ່ງຂ້າພວກເຂົາໃນຖິ່ນແຫ້ງແລ້ງກັນດານ’.
“ບັດນີ້ ຂໍພຣະເຈົ້າຢາເວໄດ້ສະແດງກຳລັງຂອງພຣະອົງ, ດັ່ງທີ່ພຣະອົງໄດ້ປະກາດໄວ້ວ່າ: ‘ພຣະເຈົ້າຢາເວຊ້າໃນຄວາມໃຈຮ້າຍ, ເຕັມລົ້ນດ້ວຍຄວາມຮັກ ແລະ ອະໄພບາບ ແລະ ການກະບົດ. ແຕ່ພຣະອົງຈະບໍ່ລະເວັ້ນໂທດຜູ້ທີ່ເຮັດຜິດ; ພຣະອົງຈະລົງໂທດລູກຫລານເພາະບາບຂອງບັນພະບຸລຸດເຖິງສາມສີ່ຊົ່ວອາຍຸຄົນ’. ໂດຍເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງຂໍອະໄພບາບຂອງປະຊາຊົນເຫລົ່ານີ້, ດັ່ງທີ່ພຣະອົງໄດ້ອະໄພໃຫ້ພວກເຂົາຈາກເວລາທີ່ພວກເຂົາອອກຈາກເອຢິບຈົນມາເຖິງເວລານີ້”.
ພຣະເຈົ້າຢາເວຕອບວ່າ, “ເຮົາໄດ້ອະໄພໃຫ້ພວກເຂົາ, ຕາມທີ່ເຈົ້າໄດ້ຂໍຮ້ອງແລ້ວ. ເຖິງຢ່າງໃດກໍຕາມ, ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍມີຢູ່ເຕັມທົ່ວແຜ່ນດິນໂລກສັນນັ້ນ, ບໍ່ແມ່ນຜູ້ທີ່ໄດ້ເຫັນສະຫງ່າລາສີຂອງເຮົາ ແລະ ເຫັນໝາຍສຳຄັນທີ່ເຮົາໄດ້ສະແດງໃນເອຢິບ ແລະ ໃນຖິ່ນແຫ້ງແລ້ງກັນດານແລ້ວແຕ່ຍັງບໍ່ຍອມເຊື່ອຟັງເຮົາ ແລະ ທົດລອງເຮົານັບສິບຄັ້ງ, ບໍ່ມີຜູ້ໃດໃນພວກເຂົາຈະໄດ້ເຫັນດິນແດນທີ່ເຮົາໄດ້ສັນຍາໂດຍຄຳສາບານແກ່ບັນພະບຸລຸດຂອງພວກເຂົາ. ບໍ່ມີຜູ້ໃດຈັກຄົນທີ່ປະຕິບັດຕໍ່ເຮົາດ້ວຍການໝິ່ນປະໝາດແລ້ວຈະໄດ້ເຫັນດິນແດນນີ້. ແຕ່ເພາະກາເລັບຜູ້ຮັບໃຊ້ຂອງເຮົາທີ່ມີຈິດໃຈແຕກຕ່າງ ແລະ ຕິດຕາມເຮົາຢ່າງສຸດໃຈ, ເຮົາຈະນຳພາລາວເຂົ້າໄປຍັງດິນແດນທີ່ລາວໄດ້ເຂົ້າໄປແລ້ວນັ້ນ, ແລະ ເຊື້ອສາຍຂອງລາວຈະໄດ້ຮັບດິນແດນນັ້ນເປັນມໍລະດົກ. ເນື່ອງຈາກຊາວອາມາເຫລັກ ແລະ ຊາວການາອານທີ່ອາໄສຢູ່ໃນຮ່ອມພູຕ່າງໆນັ້ນ, ມື້ອື່ນຈົ່ງກັບຄືນໄປຖິ່ນແຫ້ງແລ້ງກັນດານ ແລະ ອອກເດີນທາງມຸ່ງໜ້າໄປສູ່ທະເລແດງ”.1
ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ: “ຊຸມຊົນທີ່ຊົ່ວຮ້າຍນີ້ຈະຈົ່ມຕໍ່ສູ້ເຮົາໄປອີກດົນປານໃດນໍ? ເຮົາໄດ້ຍິນຄຳຈົ່ມຕຳໜິຂອງຄົນອິດສະຣາເອນເຫລົ່ານີ້ແລ້ວ. ດັ່ງນັ້ນຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວປະກາດວ່າດັ່ງນີ້, ເຮົາມີຊີວິດຢູ່ແນ່ແທ້ສັນໃດ ເຮົາຈະເຮັດກັບພວກເຈົ້າດັ່ງທີ່ເຮົາໄດ້ຍິນພວກເຈົ້າເວົ້າສັນນັ້ນ ຄືທຸກຄົນໃນພວກເຈົ້າທີ່ມີອາຍຸ 20 ປີຫລືຫລາຍກວ່າ ຕາມທີ່ໄດ້ຂຶ້ນທະບຽນໄວ້ແລ້ວ ແລະ ທັງເປັນຜູ້ຈົ່ມວ່າຕໍ່ສູ້ເຮົາ ພວກເຈົ້າຈະລົ້ມຕາຍລົງໃນຖິ່ນແຫ້ງແລ້ງກັນດານນີ້. ຈະບໍ່ມີໃຜຈັກຄົນໄດ້ເຂົ້າໄປໃນດິນແດນທີ່ເຮົາສາບານດ້ວຍການຍົກມືຂຶ້ນວ່າຈະມອບໃຫ້ເປັນທີ່ຢູ່ອາໄສຂອງພວກເຈົ້າ, ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນກັບໂຢຊວຍລູກຊາຍຂອງນູນ. ສ່ວນລູກຫລານທີ່ພວກເຈົ້າເວົ້າວ່າຈະຖືກຈັບໄປເປັນຊະເລີຍນັ້ນ, ເຮົາຈະນຳພາພວກເຂົາເຂົ້າໄປຊື່ນຊົມຍິນດີກັບດິນແດນທີ່ພວກເຈົ້າໄດ້ປະຕິເສດແລ້ວ. ແຕ່ສ່ວນພວກເຈົ້ານັ້ນ, ຈະລົ້ມຕາຍລົງໃນຖິ່ນແຫ້ງແລ້ງກັນດານນີ້. ລູກຫລານຂອງພວກເຈົ້າຈະເປັນຄົນລ້ຽງແກະຢູ່ທີ່ນີ້ເປັນເວລາສີ່ສິບປີ, ເປັນຄວາມທຸກທໍລະມານເພາະຄວາມບໍ່ຊື່ສັດຂອງພວກເຈົ້າ, ຈົນກວ່າຄົນສຸດທ້າຍໃນພວກເຈົ້າຈະລົ້ມຕາຍລົງໃນຖິ່ນແຫ້ງແລ້ງກັນດານ. ພວກເຈົ້າຈະທຸກທໍລະມານເພາະບາບຂອງຕົນ ແລະ ຈະຮູ້ວ່າການທີ່ພວກເຈົ້າໄດ້ເຮັດໃຫ້ເຮົາຕໍ່ສູ້ກັບພວກເຈົ້ານັ້ນເປັນເວລາສີ່ສິບປີຄື: ໜຶ່ງປີແທນໜຶ່ງວັນຂອງສີ່ສິບວັນແຫ່ງການສຳຫລວດດິນແດນ’. ເຮົາຄືພຣະເຈົ້າຢາເວ, ໄດ້ກ່າວແລ້ວ, ແລະ ແນ່ນອນເຮົາຈະເຮັດສິ່ງເຫລົ່ານີ້ແກ່ຊຸມຊົນຊົ່ວຮ້າຍທັງໝົດ, ເຊິ່ງລວມຕົວກັນຕໍ່ຕ້ານເຮົາ. ພວກເຂົາຈະພົບຈຸດຈົບຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານນີ້; ພວກເຂົາຈະຕາຍໃນທີ່ນີ້”.
ດັ່ງນັ້ນພວກຄົນທີ່ໂມເຊໄດ້ສົ່ງໄປສຳຫລວດດິນແດນ, ຜູ້ທີ່ໄດ້ກັບມາແລ້ວ ແລະ ເຮັດໃຫ້ຊຸມຊົນທັງໝົດຈົ່ມຕໍ່ສູ້ໂມເຊໂດຍກະຈາຍເລື່ອງບໍ່ດີກ່ຽວກັບດິນແດນນັ້ນ ພວກຄົນເຫລົ່ານີ້ຜູ້ທີ່ກະຈາຍເລື່ອງບໍ່ດີກ່ຽວກັບດິນແດນນັ້ນກໍໄດ້ລົ້ມຕາຍລົງດ້ວຍໂລກລະບາດຕໍ່ໜ້າພຣະເຈົ້າຢາເວ. ໃນບັນດາຄົນທີ່ໄປສຳຫລວດດິນແດນນັ້ນ, ມີພຽງແຕ່ໂຢຊວຍລູກຊາຍຂອງນູນກັບກາເລັບລູກຊາຍຂອງເຢຟຸນເນເທົ່ານັ້ນທີ່ມີຊີວິດຢູ່.
ເມື່ອໂມເຊລາຍງານເລື່ອງນີ້ແກ່ຄົນອິດສະຣາເອນທັງໝົດແລ້ວ, ພວກເຂົາກໍພາກັນໄວ້ທຸກຢ່າງຂົມຂື່ນ. ແຕ່ເຊົ້າໆຂອງມື້ຕໍ່ມາ ພວກເຂົາກໍອອກເດີນທາງໄປຍັງຈຸດສູງສຸດຂອງເນີນພູ, ແລ້ວກ່າວວ່າ, “ບັດນີ້ພວກເຮົາພ້ອມແລ້ວທີ່ຈະຂຶ້ນໄປຍັງດິນແດນທີ່ພຣະເຈົ້າຢາເວສັນຍາໄວ້. ພວກເຮົາຍອມຮັບວ່າພວກເຮົາໄດ້ເຮັດບາບແລ້ວ!”
ແຕ່ໂມເຊກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ? ສິ່ງນີ້ຈະບໍ່ສຳເລັດ! ຢ່າຂຶ້ນໄປເລີຍ, ເພາະພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ກັບພວກເຈົ້າ. ພວກເຈົ້າຈະພ່າຍແພ້ພວກສັດຕູຂອງພວກເຈົ້າ, ເພາະຊາວອາມາເຫລັກກັບຊາວການາອານຈະປະເຊີນໜ້າກັບພວກເຈົ້າຢູ່ທີ່ນັ້ນ. ເພາະພວກເຈົ້າໄດ້ຫັນໜີຈາກພຣະເຈົ້າຢາເວ, ພຣະອົງຈະບໍ່ສະຖິດຢູ່ກັບພວກເຈົ້າ ແລະ ພວກເຈົ້າຈະລົ້ມຕາຍດ້ວຍຄົມດາບ”.
ເຖິງຢ່າງໃດກໍຕາມ, ພວກເຂົາຍັງຕັ້ງໃຈທີ່ຈະຂຶ້ນໄປຍັງເນີນພູສູງ, ແມ່ນແຕ່ໂມເຊ ຫລື ຫີບພັນທະສັນຍາຂອງພຣະເຈົ້າຢາເວກໍບໍ່ໄດ້ເຄື່ອນຍ້າຍໄປຈາກຄ້າຍພັກ. ແລ້ວຊາວອາມາເຫລັກກັບຊາວການາອານທີ່ອາໄສຢູ່ໃນເຂດເນີນພູນັ້ນກໍລົງມາແລ້ວໂຈມຕີພວກເຂົາ ແລະ ໄລ່ຕີພວກເຂົາຕະຫລອດທາງໄປສູ່ໂຮມາ.
Source notes (1)
- Footnote ຫລື ທະເລໄມ້ອໍ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.