Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 12

ມີຣີອາມ ແລະ ອາໂຣນ​ຕໍ່ຕ້ານ​ໂມເຊ

ມີຣີອາມ ແລະ ອາໂຣນ​ໄດ້​ເລີ່ມຕົ້ນ​ກ່າວ​ຕໍ່ຕ້ານ​ໂມເຊ ເພາະ​ໂມເຊ​ໄດ້​ແຕ່ງງານ ແລະ ມີ​ເມຍ​ເປັນ​ຊາວກູເຊ. ພວກເຂົາ​ຖາມ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ຜ່ານ​ພຽງ​ໂມເຊ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ກ່າວ​ຜ່ານ​ພວກເຮົາ​ນຳ​ບໍ?” ແລະ ພຣະເຈົ້າ​ຢາເວ​ໄດ້​ຍິນ​ສິ່ງ​ນີ້.

(ໂມເຊ​ນັ້ນ​ເປັນ​ຄົນ​ຖ່ອມຕົວ​ຫລາຍ, ຖ່ອມຕົວ​ຍິ່ງ​ກວ່າ​ຄົນ​ໃດໆ​ເທິງ​ແຜ່ນດິນໂລກ.)

ທັນໃດນັ້ນ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ, ອາໂຣນ ແລະ ມີຣີອາມ​ວ່າ, “ພວກເຈົ້າ​ທັງ​ສາມ​ຈົ່ງ​ອອກ​ມາ​ທີ່​ເຕັນນັດພົບ”. ແລ້ວ​ພວກເຂົາ​ທັງສາມ​ຈຶ່ງ​ອອກ​ມາ. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເທິງ​ເສົາ​ເມກ; ພຣະອົງ​ຢືນ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ ແລະ ເອີ້ນ​ອາໂຣນ​ກັບ​ມີຣີອາມ. ແລ້ວ​ທັງສອງ​ກໍ່​ຍ່າງ​ກ້າວອອກ​ມາ​ທາງໜ້າ, ພຣະອົງ​ກ່າວ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ເຮົາ:

“ເມື່ອ​ມີ​ຜູ້ທຳນວາຍ​ຢູ່​ໃນ​ທ່າມກາງ​ພວກເຈົ້າ,

ເຮົາ​ຄື​ພຣະເຈົ້າ​ຢາເວ, ເຮົາ​ເປີດເຜີຍ​ເຮົາ​ເອງ​ແກ່​ພວກເຂົາ​ໃນ​ທາງ​ນິມິດ,

ເຮົາ​ກ່າວ​ກັບ​ພວກເຂົາ​ໃນ​ທາງ​ຄວາມຝັນ.

ແຕ່​ກັບ​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ​ບໍ່​ເປັນ​ເຊັ່ນ​ນັ້ນ;

ລາວ​ສັດຊື່​ກວ່າ​ຄົນ​ໃດ​ໃນ​ວິຫານ​ຂອງ​ເຮົາ.

ເຮົາ​ເວົ້າ​ກັບ​ລາວ​ໜ້າ​ຕໍ່​ໜ້າ,

ຢ່າງ​ຊັດເຈນ ແລະ ບໍ່​ເປັນ​ປິດສະໜາ;

ລາວ​ໄດ້​ເຫັນ​ຮູບຊົງ​ຂອງ​ພຣະເຈົ້າ​ຢາເວ.

ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ

ທີ່​ຈະ​ເວົ້າ​ໂຈມຕີ​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ?”

ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ລຸກໄໝ້​ສູ່​ພວກເຂົາ, ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ໄປ.

ເມື່ອ​ເມກ​ທີ່​ຢູ່​ເໜືອ​ຫໍເຕັນ​ເລື່ອນ​ຂຶ້ນ, ມີຣີອາມ​ກໍ​ເປັນ​ພະຍາດຂີ້ທູດ1 ຜິວໜັງ​ຂອງ​ລາວ​ກໍ່​ກາຍ​ເປັນ​ດ່າງ​ຂາວ​ດັ່ງ​ຫິມະ. ອາໂຣນ​ຫັນ​ໄປ​ຫາ​ນາງ ແລະ ເຫັນ​ວ່າ​ມີຣີອາມ​ເປັນ​ພະຍາດຜີວໜັງ​ທີ່​ເປັນມົນທິນ, ແລະ ລາວ​ຈຶ່ງ​ກ່າວ​ກັບ​ໂມເຊ​ວ່າ, “ເຈົ້ານາຍ​ຂອງ​ຂ້ານ້ອຍ, ຂໍ​ຢ່າ​ໄດ້​ຖື​ໂທດ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໂດຍ​ຄວາມໂງ່​ນີ້. ຂໍ​ຢ່າ​ປ່ອຍ​ໃຫ້​ມີຣີອາມ​ເປັນ​ເໝືອນ​ເດັກນ້ອຍ​ທີ່​ຫລຸ​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຮ່າງກາຍ​ທີ່​ຖືກ​ກັດກິນ​ໄປ​ແລ້ວ​ເຄິ່ງ​ໜຶ່ງ”.

ໂມເຊ​ຈຶ່ງ​ຮ້ອງຂໍ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າ, ຂໍ​ໂຜດ​ຮັກສາ​ນາງ​ດ້ວຍ!”

ພຣະເຈົ້າ​ຢາເວ​ກ່າວ​ຕອບ​ໂມເຊ​ວ່າ, “ຖ້າ​ພໍ່​ຂອງ​ນາງ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ນາງ, ນາງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ເຈັດ​ວັນ​ບໍ? ສະນັ້ນ​ຈົ່ງ​ກັກ​ນາງ​ໄວ້​ນອກ​ຄ້າຍພັກ​ເຈັດ​ວັນ; ຫລັງຈາກນັ້ນ​ຈຶ່ງ​ນຳ​ນາງ​ກັບ​ຄືນ​ມາ​ໄດ້”. ດັ່ງນັ້ນ​ມີຣີອາມ​ຈຶ່ງ​ຖືກ​ກັກ​ໄວ້​ນອກ​ທີ່ພັກ​ອາໄສ​ເຈັດ​ວັນ ແລະ ປະຊາຊົນ​ບໍ່​ໄດ້​ອອກເດີນທາງ​ຈົນກວ່າ​ນາງ​ກັບ​ເຂົ້າ​ມາ​ອີກ.

ຫລັງຈາກນັ້ນ ປະຊາຊົນ​ກໍ​ອອກ​ຈາກ​ຮາເຊໂຣດ ແລະ ມາ​ຕັ້ງ​ຄ້າຍພັກ​ໃນ​ຖິ່ນແຫ້ງແລ້ງ​ປາຣານ.

Source notes (1)
  1. Footnote ພາສາ​ເຮັບເຣີ​ສຳລັບ ພະຍາດຂີ້ທູດ​ຖືກ​ນຳໃຊ້​ສຳລັບ​ພະຍາດ​ຫລາຍໆ​ຢ່າງ​ທີ່​ກະທົບກະເທືອນ​ຜິວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.