Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 9

ຊົນຊາດ​ອິດສະຣາເອນ​ສາລະພາບ​ຄວາມ​ບາບ

ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ດຽວ​ກັນ​ນີ້ ຊາວ​ອິດສະຣາເອນ​ໄດ້​ມາ​ຊຸມນຸມ​ກັນ, ຖື​ສິນອົດອາຫານ ແລະ ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ເທິງ​ຫົວ. ບັນດາ​ເຊື້ອສາຍ​ຂອງ​ຊົນ​ອິດສະຣາເອນ​ໄດ້​ແຍກ​ໂຕ​ອອກ​ມາ​ຈາກ​ຄົນ​ຕ່າງຊາດ​ທັງໝົດ. ພວກເຂົາ​ຢືນ​ປະຈຳ​ທີ່​ແລ້ວ​ສາລະພາບ​ຄວາມ​ບາບ​ຂອງ​ຕົນ ແລະ ຄວາມ​ຊົ່ວຮ້າຍ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ຢືນ​ຢູ່​ບ່ອນ​ເກົ່າ ແລະ ອ່ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ເປັນ​ເວລາ​ສາມ​ຊົ່ວ​ໂມງ ແລະ ໃຊ້​ເວລາ​ອີກ​ສາມ​ຊົ່ວໂມງ​ໃນ​ການ​ສາລະພາບ​ຄວາມ​ບາບ ແລະ ນະມັດສະການ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ຄົນ​ເລວີ​ບາງຄົນ​ຄື: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ ແລະ ເກນານີ ພາ​ກັນ​ຢືນ​ຢູ່​ເທິງ​ຂັ້ນໄດ. ພວກເຂົາ​ຮ້ອງຂໍ​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ດ້ວຍ​ສຽງ​ດັງ. ແລະ ມີ​ຄົນ​ເລວີ​ຄື: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ ເປທາຮີຢາ, ເວົ້າ​ວ່າ “ຈົ່ງ​ຢືນ​ຂຶ້ນ ແລະ ສັນເສີນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ນິລັນດອນ​ຈົນ​ເຖິງ​ນິລັນດອນ”.1

“ຂໍ​ຖວາຍ​ສັນເສີນ​ແດ່​ນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເທີດທູນ​ເໜືອ​ການ​ຍົກຍ້ອງ​ສັນເສີນ​ທັງໝົດ. ພຣະອົງ​ຜູ້​ດຽວ​ທີ່​ເປັນ​ພຣະເຈົ້າ​ຢາເວ. ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ, ທັງ​ສ້າງ​ຟ້າ​ສະຫວັນ​ສູງສຸດ ແລະ ດວງດາວ​ທັງໝົດ​ໃນ​ທ້ອງຟ້າ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ ສັບພະສິ່ງ​ທີ່​ຢູ່​ໃນ​ນັ້ນ, ພຣະອົງ​ໄດ້​ໃຫ້​ຊີວິດ​ແກ່​ທຸກສິ່ງ ແລະ ຊາວ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.

“ພຣະອົງ​ເປັນ​ພຣະເຈົ້າ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ເລືອກ​ອັບຣາມ ແລະ ນຳ​ເພິ່ນ​ອອກ​ມາ​ຈາກ​ເມືອງ​ອູເຣ​ຂອງ​ຊາວ​ຄານເດອາ ແລະ ຕັ້ງ​ຊື່​ໃຫ້​ເພິ່ນ​ວ່າ​ອັບຣາຮາມ. ພຣະອົງ​ເຫັນ​ວ່າ​ເພິ່ນ​ມີ​ຫົວໃຈ​ທີ່​ສັດຊື່​ຕໍ່​ພຣະອົງ ແລະ ພຣະອົງ​ໄດ້​ເຮັດ​ຄຳໝັ້ນສັນຍາ​ກັບ​ເພິ່ນ​ວ່າ​ຈະ​ມອບ​ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ເຢບຸດ ແລະ ຊາວ​ກີກາຊີ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເພິ່ນ. ພຣະອົງ​ເຮັດ​ຕາມ​ພຣະສັນຍາ​ຂອງ​ພຣະອົງ ເພາະ​ພຣະອົງ​ຊອບທຳ.

“ພຣະອົງ​ໄດ້​ເຫັນ​ຄວາມ​ທົນທຸກ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໃນ​ເອຢິບ; ພຣະອົງ​ຟັງ​ຄຳ​ຮ້ອງຂໍ​ຂອງ​ພວກເຂົາ​ທີ່​ທະເລແດງ2 ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ເພື່ອ​ຕໍ່ສູ້​ກັບ​ຟາໂຣ, ຕໍ່ສູ້​ບັນດາ​ເຈົ້າໜ້າທີ່​ຂອງ​ຟາໂຣ ແລະ ຊາວ​ເອຢິບ​ທັງໝົດ. ເພາະ​ຮູ້​ວ່າ​ຊາວ​ເອຢິບ​ປະຕິບັດ​ຕໍ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ທັງຫລາຍ​ຢ່າງ​ຈອງຫອງ. ພຣະອົງ​ເຮັດ​ໃຫ້​ນາມ​ຂອງ​ພຣະອົງ​ໂດ່ງດັງ, ເຊິ່ງ​ໂດ່ງດັງ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ພຣະອົງ​ແຍກ​ທະເລ​ອອກ​ຕໍ່ໜ້າ​ພວກເພິ່ນ, ເພື່ອ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ຈະ​ໄດ້​ຍ່າງ​ຂ້າມ​ເທິງ​ດິນ​ແຫ້ງ, ແຕ່​ພຣະອົງ​ໄດ້​ກວາດ​ສັດຕູ​ທີ່​ໄລ່​ຕາມ​ມາ​ນັ້ນ​ລົງ​ໃນ​ຫ້ວງ​ນ້ຳ​ເລິກ, ເໝືອນ​ດັ່ງ​ກ້ອນຫີນ​ຕົກ​ສູ່​ກະແສ​ນ້ຳ​ແຮງ. ພຣະອົງ​ໄດ້​ນຳ​ພວກເພິ່ນ​ໄປ​ດ້ວຍ​ເສົາ​ເມກ​ໃນ​ເວລາ​ກາງເວັນ ແລະ ໃຫ້​ເສົາ​ໄຟ​ແກ່​ພວກເພິ່ນ​ໃນ​ເວລາ​ກາງຄືນ​ເພື່ອ​ໃຫ້​ຄວາມ​ສະຫວ່າງ​ຕາມ​ທາງ​ທີ່​ພວກເພິ່ນ​ຈະ​ໄປ.

“ພຣະອົງ​ໄດ້​ລົງ​ມາ​ເທິງ​ພູເຂົາ​ຊີນາຍ; ພຣະອົງ​ໄດ້​ເວົ້າ​ກັບ​ພວກເພິ່ນ​ຈາກ​ຟ້າ​ສະຫວັນ. ພຣະອົງ​ໄດ້​ໃຫ້​ກົດລະບຽບ ແລະ ກົດບັນຍັດ​ທີ່​ທ່ຽງທຳ ແລະ ຖືກຕ້ອງ, ແລ້ວ​ໃຫ້​ດຳລັດ ແລະ ຄຳສັ່ງ​ອັນ​ດີ​ງາມ​ແກ່​ພວກເພິ່ນ. ພຣະອົງ​ໄດ້​ສອນ​ພວກເພິ່ນ​ໃຫ້​ຮູ້​ຈັກ​ວັນ​ຊະບາໂຕ​ອັນ​ບໍລິສຸດ​ຂອງ​ພຣະອົງ ແລະ ໄດ້​ໃຫ້​ຄຳສັ່ງ, ດຳລັດ ແລະ ກົດບັນຍັດ​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ. ເມື່ອ​ພວກເພິ່ນ​ຫິວ ພຣະອົງ​ກໍ​ໃຫ້​ອາຫານ​ຈາກ​ຟ້າ​ສະຫວັນ ແລະ ໃນ​ເວລາ​ທີ່​ພວກເພິ່ນ​ກະຫາຍ​ຫາ​ນ້ຳ ພຣະອົງ​ກໍ​ໃຫ້​ນ້ຳ​ຈາກ​ກ້ອນ​ຫີນ​ແກ່​ພວກເພິ່ນ; ພຣະອົງ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເຂົ້າ​ໄປ​ຢຶດ​ຄອງ​ດິນແດນ​ທີ່​ພຣະອົງ​ໄດ້​ຍົກ​ມື​ປະຕິຍານ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເພິ່ນ.

“ແຕ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ນັ້ນ​ຈອງຫອງ ແລະ ດື້ດ້ານ, ພວກເພິ່ນ​ບໍ່​ຍອມ​ຟັງຄວາມ​ຄຳສັ່ງ​ຂອງ​ພຣະອົງ. ພວກເພິ່ນ​ບໍ່​ຍອມ​ຮັບ​ຟັງ ແລະ ບໍ່​ໄດ້​ຈົດຈຳ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຮັດ​ຢູ່​ທ່າມ​ກາງ​ພວກເພິ່ນ. ພວກເພິ່ນ​ດື້ດ້ານ ແລະ ໃນ​ການ​ທໍລະຍົດ​ຂອງ​ພວກເພິ່ນ ພວກເພິ່ນ​ໄດ້​ແຕ່ງຕັ້ງ​ຜູ້ນຳ​ຄົນ​ໜຶ່ງ​ເພື່ອ​ພວກເພິ່ນ​ຈະ​ພາ​ກັນ​ກັບ​ໄປ​ເປັນ​ຂ້າທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ໃຫ້​ອະໄພ, ເຕັມ​ລົ້ນ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ, ບໍ່​ໃຈຮ້າຍ​ງ່າຍ ແລະ ເຕັມ​ດ້ວຍ​ຄວາມ​ຮັກ. ເຫດສະນັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ປະຖິ້ມ​ພວກເພິ່ນ, ເຖິງ​ແມ່ນ​ວ່າ​ຂະນະ​ທີ່​ພວກເຂົາ​ໄດ້​ສ້າງ​ຮູບເຄົາລົບ​ງົວ​ຂຶ້ນ​ສຳລັບ​ຕົນ​ເອງ ແລະ ປະກາດ​ວ່າ, ‘ນີ້​ຄື​ພະ​ຂອງ​ພວກເຈົ້າ, ຜູ້​ທີ່​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ’ ຫລື ຂະນະ​ທີ່​ພວກເພິ່ນ​ໄດ້​ໝິ່ນປະໝາດ​ຢ່າງ​ຮ້າຍແຮງ.

“ເພາະ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ບໍ່​ໄດ້​ປະຖິ້ມ​ພວກເພິ່ນ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ. ເສົາ​ເມກ​ຍັງ​ຄົງ​ນຳ​ພວກເພິ່ນ​ໄປ​ຕາມ​ທາງ​ໃນ​ເວລາ​ກາງເວັນ ແລະ ເສົາ​ໄຟ​ຍັງ​ສ່ອງ​ທາງ​ທີ່​ພວກເພິ່ນ​ຈະ​ໄປ​ຕະຫລອດ​ເວລາ​ກາງຄືນ. ພຣະອົງ​ໄດ້​ໃຫ້​ພຣະວິນຍານ​ອັນ​ລ້ຳເລີດ​ຂອງ​ພຣະອົງ​ມາ​ສັ່ງສອນ​ພວກເພິ່ນ. ພຣະອົງ​ບໍ່​ໄດ້​ໃຫ້​ມານາ​ຂອງ​ພຣະອົງ​ຂາດ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ພຣະອົງ​ໃຫ້​ນ້ຳ​ດັບ​ຄວາມ​ກະຫາຍ​ແກ່​ພວກເພິ່ນ. ຕະຫລອດ​ສີ່ສິບ​ປີ ພຣະອົງ​ໄດ້​ລ້ຽງດູ​ພວກເພິ່ນ​ໃນ​ຖິ່ນແຫ້ງແລ້ງກັນດານ; ພວກເພິ່ນ​ບໍ່​ຂັດສົນ​ສິ່ງໃດ, ເຄື່ອງນຸ່ງ​ຂອງ​ພວກເພິ່ນ​ບໍ່​ໄດ້​ເກົ່າ ຫລື ຫ້ຽນ ແລະ ຕີນ​ຂອງ​ພວກເພິ່ນ​ກໍ​ບໍ່​ໄດ້​ບວມ.

“ພຣະອົງ​ໄດ້​ມອບ​ອານາຈັກ ແລະ ຊົນຊາດ​ຕ່າງໆ​ໃຫ້​ແກ່​ພວກເພິ່ນ, ໄດ້​ມອບ​ໃຫ້​ພວກເພິ່ນ​ແມ່ນ​ແຕ່​ຊາຍແດນ​ທີ່​ໄກ​ທີ່​ສຸດ. ພວກເພິ່ນ​ໄດ້​ຢຶດຄອງ​ດິນແດນ​ຂອງ​ສີໂຫນ​ຜູ້​ເປັນ​ກະສັດ​ແຫ່ງ​ເຮັດຊະໂບນ3 ແລະ ດິນແດນ​ຂອງ​ໂອກ​ຜູ້​ເປັນ​ກະສັດ​ແຫ່ງ​ບາຊານ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ລູກ​ຫລານ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ນຳ​ພວກເພິ່ນ​ມາ​ຍັງ​ດິນແດນ​ທີ່​ພຣະອົງ​ໄດ້​ບອກ​ບັນພະບຸລຸດ​ຂອງ​ພວກເພິ່ນ​ໃຫ້​ເຂົ້າ​ໄປ ແລະ ຄອບຄອງ. ລູກ​ຫລານ​ຂອງ​ພວກເພິ່ນ​ໄດ້​ເຂົ້າ​ໄປ ແລະ ຢຶດຄອງ​ດິນແດນ​ນັ້ນ. ພຣະອົງ​ໄດ້​ປາບ​ຊາວ​ການາອານ​ທີ່ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ລົງ​ຕໍ່ໜ້າ​ພວກເພິ່ນ; ພຣະອົງ​ໄດ້​ມອບ​ຊາວ​ການາອານ​ພ້ອມ​ທັງ​ກະສັດ ແລະ ປະຊາຊົນ​ໃນ​ດິນແດນ​ນັ້ນ​ໄວ້​ໃນ​ມື​ຂອງ​ພວກເພິ່ນ, ເພື່ອ​ຈັດການ​ກັບ​ພວກເຂົາ​ຕາມ​ທີ່​ພວກເພິ່ນ​ພໍໃຈ. ພວກເພິ່ນ​ໄດ້​ຢຶດ​ບັນດາ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ ດິນແດນ​ອັນ​ອຸດົມ​ສົມບູນ; ພວກເພິ່ນ​ໄດ້​ຢຶດຄອງ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ຂອງ​ດີ​ທັງໝົດ, ມີ​ນ້ຳສ້າງ​ທີ່​ຂຸດ​ແລ້ວ, ສວນ​ອະງຸ່ນ, ສວນ​ໝາກກອກ ແລະ ຕົ້ນ​ໝາກໄມ້​ທີ່​ອຸດົມ​ສົມບູນ. ພວກເພິ່ນ​ໄດ້​ກິນ​ຈົນ​ອິ່ມ ແລະ ອິ່ມໜຳສຳລານ; ພວກເພິ່ນ​ຊື່ນຊົມຍິນດີ​ກັບ​ຄວາມ​ປະເສີດ​ເລີດລ້ຳ​ຂອງ​ພຣະອົງ.

“ແຕ່​ພວກເພິ່ນ​ບໍ່​ເຊື່ອຟັງ ແລະ ກະບົດ​ຕໍ່​ພຣະອົງ; ພວກເພິ່ນ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະອົງ. ພວກເພິ່ນ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ເຕືອນ​ພວກເພິ່ນ​ໃຫ້​ກັບ​ຄືນ​ມາ​ຫາ​ພຣະອົງ; ພວກເພິ່ນ​ໄດ້​ໝິ່ນປະໝາດ​ພຣະອົງ​ຢ່າງ​ຮ້າຍແຮງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ມອບ​ພວກເພິ່ນ​ໄວ້​ໃນ​ມື​ຂອງ​ສັດຕູ ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ພວກເພິ່ນ. ແຕ່​ເມື່ອ​ພວກເພິ່ນ​ຖືກ​ກົດຂີ່ຂົ່ມເຫັງ ພວກເພິ່ນ​ກໍ​ຮ້ອງຂໍ​ຕໍ່​ພຣະອົງ. ພຣະອົງ​ໄດ້​ຍິນ​ສຽງ​ຈາກ​ຟ້າ​ສະຫວັນ ແລະ ໄດ້​ມອບ​ຜູ້​ຊ່ວຍ​ກູ້​ມາ​ຊ່ວຍ​ພວກເພິ່ນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ບັນດາ​ສັດຕູ​ຂອງ​ພວກເພິ່ນ​ດ້ວຍ​ຄວາມ​ເມດຕາ​ສົງສານ​ຂອງ​ພຣະອົງ.

“ແຕ່​ພໍ​ທັນທີ​ທີ່​ພວກເພິ່ນ​ໄດ້​ພັກ​ສະຫງົບ, ພວກເພິ່ນ​ກໍ​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະອົງ​ອີກ. ພຣະອົງ​ຈຶ່ງ​ໄດ້​ຖິ້ມ​ພວກເຂົາ​ໄວ້​ໃນ​ມື​ຂອງ​ສັດຕູ​ຂອງ​ພວກເພິ່ນ ເພື່ອ​ໃຫ້​ສັດຕູ​ປົກຄອງ​ພວກເພິ່ນ ແລະ ເມື່ອ​ພວກເພິ່ນ​ຮ້ອງຂໍ​ຕໍ່​ພຣະອົງ​ອີກ ພຣະອົງ​ກໍ​ໄດ້​ຍິນ​ຈາກ​ຟ້າ​ສະຫວັນ ແລະ ພຣະອົງ​ໄດ້​ກອບກູ້​ພວກເພິ່ນ​ທຸກ​ຄັ້ງ​ດ້ວຍ​ຄວາມ​ເມດຕາ​ສົງສານ​ຂອງ​ພຣະອົງ.

“ພຣະອົງ​ໄດ້​ເຕືອນ​ພວກເພິ່ນ​ໃຫ້​ກັບ​ຄືນ​ມາ​ຍັງ​ກົດບັນຍັດ​ຂອງ​ພຣະອົງ, ແຕ່​ພວກເພິ່ນ​ຈອງຫອງ ແລະ ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ. ພວກເພິ່ນ​ໄດ້​ເຮັດ​ບາບ​ຕໍ່​ຂໍ້​ປະຕິບັດ​ຂອງ​ພຣະອົງ ເຊິ່ງ​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, ‘ຖ້າ​ຜູ້ໃດ​ເຊື່ອຟັງ​ພວກເພິ່ນ ຜູ້​ນັ້ນ​ຈະ​ມີ​ຊີວິດ​ຢູ່​ໂດຍ​ພວກເພິ່ນ’. ພວກເພິ່ນ​ໄດ້​ຫັນ​ຫລັງ​ຈາກ​ພຣະອົງ​ຢ່າງ​ດື້ດ້ານ, ແຂງກະດ້າງ ແລະ ບໍ່​ຍອມ​ຟັງ. ພຣະອົງ​ໄດ້​ອົດທົນ​ກັບ​ພວກເພິ່ນ​ມາ​ຕະຫລອດ​ຫລາຍ​ປີ. ພຣະອົງ​ໄດ້​ເຕືອນ​ສະຕິ​ພວກເຂົາ​ໂດຍ​ພຣະວິນຍານ​ຂອງ​ພຣະອົງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ. ແຕ່​ພວກເພິ່ນ​ກໍ​ບໍ່​ສົນໃຈ, ດັ່ງນັ້ນ ພຣະອົງ​ຈຶ່ງ​ມອບ​ພວກເພິ່ນ​ໄວ້​ໃນ​ມື​ຂອງ​ຊົນຊາດ​ທີ່​ໃກ້​ຄຽງ. ແຕ່​ດ້ວຍ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ບໍ່​ໄດ້​ທຳລາຍ​ພວກເພິ່ນ​ໃຫ້​ຈິບຫາຍ ຫລື ປະຖິ້ມ​ພວກເພິ່ນ​ໄປ. ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຕັມ​ໄປ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ.

“ເຫດສະນັ້ນ ບັດນີ້, ຂ້າ​ແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະເຈົ້າ​ຜູ້​ຍິ່ງໃຫຍ່, ມີ​ລິດອຳນາດ ແລະ ໜ້າ​ຢ້ານກົວ, ຜູ້​ຮັກສາ​ຄຳໝັ້ນສັນຍາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະອົງ, ຂໍ​ຢ່າ​ໃຫ້​ຄວາມ​ທຸກຍາກ​ລຳບາກ​ທັງໝົດ​ນີ້​ເປັນ​ສິ່ງ​ເລັກນ້ອຍ​ໃນ​ສາຍ​ຕາ​ຂອງ​ພຣະອົງ ຄວາມ​ທຸກຍາກ​ທີ່ເກີດ​ຂຶ້ນ​ກັບ​ພວກຂ້ານ້ອຍ, ບັນດາ​ກະສັດ ແລະ ຜູ້ນຳ​ຂອງ​ພວກຂ້ານ້ອຍ, ບັນດາ​ປະໂລຫິດ ແລະ ຜູ້ທຳນວາຍ​ທັງຫລາຍ​ຂອງ​ພວກຂ້ານ້ອຍ, ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ ແລະ ປະຊາຊົນ​ຂອງ​ພຣະອົງ, ຕັ້ງ​ແຕ່​ສະໄໝ​ຂອງ​ບັນດາ​ກະສັດ​ແຫ່ງ​ອັດຊີເຣຍ​ຈົນ​ເຖິງ​ທຸກ​ວັນ​ນີ້. ທັງໝົດ​ທີ່​ເກີດ​ຂຶ້ນ​ກັບ​ພວກຂ້ານ້ອຍ​ນັ້ນ ພຣະອົງ​ຍັງ​ຄົງ​ທ່ຽງທຳ; ພຣະອົງ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ສັດຊື່, ໃນ​ຂະນະ​ທີ່​ພວກຂ້ານ້ອຍ​ໄດ້​ເຮັດຊົ່ວ. ບັນດາ​ກະສັດ, ຜູ້ນຳ, ປະໂລຫິດ ແລະ ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ບໍ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ; ພວກເພິ່ນ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ຄຳສັ່ງ​ຂອງ​ພຣະອົງ ຫລື ກົດລະບຽບ​ທີ່​ພຣະອົງ​ໄດ້​ເຕືອນ​ພວກເພິ່ນ​ໃຫ້​ປະຕິບັດ​ຕາມ. ເຖິງ​ແມ່ນ​ວ່າ​ຂະນະ​ທີ່​ພວກເພິ່ນ​ຢູ່​ໃນ​ອານາຈັກ​ຂອງ​ຕົນ, ກຳລັງ​ຊື່ນຊົມຍິນດີ​ໃນ​ຄວາມ​ດີ​ເລີດ​ທີ່​ພຣະອົງ​ມີ​ຕໍ່​ພວກເພິ່ນ​ໃນ​ດິນແດນ​ອັນ​ກວ້າງ​ຂວາງ ແລະ ອຸດົມ​ສົມບູນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເພິ່ນ, ພວກເພິ່ນ​ບໍ່​ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ ຫລື ຫັນ​ຈາກ​ທາງ​ຊົ່ວຮ້າຍ​ຂອງ​ພວກເພິ່ນ.

“ແຕ່​ເບິ່ງ​ແມ, ວັນ​ນີ້​ພວກຂ້ານ້ອຍ​ໄດ້​ຕົກ​ເປັນ​ຂ້າທາດ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ ເພື່ອ​ພວກເພິ່ນ​ຈະ​ໄດ້​ກິນ​ພືດ​ຜົນ​ຈາກ​ດິນແດນ​ນັ້ນ ແລະ ສິ່ງ​ດີ​ງາມ​ທັງຫລາຍ​ຂອງ​ດິນແດນ​ນັ້ນ. ເພາະ​ຄວາມ​ບາບ​ທັງຫລາຍ​ຂອງ​ພວກຂ້ານ້ອຍ ການ​ເກັບກ່ຽວ​ຜົນລະປູກ​ຈຳນວນ​ຫລວງຫລາຍ​ຈຶ່ງ​ຕົກ​ເປັນ​ຂອງ​ບັນດາ​ກະສັດ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້​ໃຫ້​ຢູ່​ເໜືອ​ພວກຂ້ານ້ອຍ. ພວກເຂົາ​ໄດ້​ປົກຄອງ​ເໜືອ​ຮ່າງກາຍ​ຂອງ​ພວກຂ້ານ້ອຍ ແລະ ປົກຄອງ​ເໜືອ​ສັດ​ຂອງ​ພວກຂ້ານ້ອຍ​ຕາມ​ທີ່​ພວກເຂົາ​ພໍໃຈ. ພວກຂ້ານ້ອຍ​ຈຶ່ງ​ທຸກໃຈ​ຫລາຍ.

ຂໍ້​ຕົກລົງ​ຂອງ​ປະຊາຊົນ

“ດ້ວຍ​ເຫດ​ນີ້ ພວກຂ້ານ້ອຍ​ຈຶ່ງ​ຂໍ​ເຮັດ​ຂໍ້​ຕົກລົງ​ອັນ​ໝັ້ນຄົງ ແລະ ບັນທຶກ​ໄວ້, ບັນດາ​ຜູ້ນຳ, ຄົນ​ເລວີ ແລະ ປະໂລຫິດ​ຂອງ​ພວກຂ້ານ້ອຍ​ຈະ​ປະທັບຕາ​ຂອງ​ພວກເຂົາ​ຮັບຮອງ​ໄວ້”.

Source notes (3)
  1. Footnote ຫລື ພຣະເຈົ້າ​ຂອງ​ພວກທ່ານ​ຕະຫລອດໄປ​ເປັນ​ນິດ
  2. Footnote ຄື ທະເລ​ຕົ້ນອໍ້
  3. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ດິນແດນ​ຂອງ ສີໂຫນ ນັ້ນ​ຄື​ດິນແດນ​ຂອງ​ກະສັດ​ແຫ່ງ​ເຮັດຊະໂບນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.