Biblica® Open Lao Contemporary Version
ເນເຫມີຢາ 10
ຜູ້ທີ່ປະທັບຕາຂໍ້ຕົກລົງມີດັ່ງນີ້:
ຜູ້ປົກຄອງມີ:
ເນເຫມີຢາ ລູກຊາຍຂອງຮາກາລີຢາ.
ເຊເດກີຢາ, ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,
ປັດຊູ, ອາມາຣີຢາ, ມັນກີຢາ,
ຮັດຕຸຊະ, ເຊບານີຢາ, ມັນລຸກ,
ຮາຣິມ, ເມເຣໂມດ, ໂອບາດີຢາ,
ດານີເອນ, ກິນເນໂທນ, ບາຣຸກ,
ເມຊຸນລຳ, ອາບີຢາ, ມີຢາມິນ,
ມາອາຊີຢາ, ບິນກາຍ ແລະ ເຊມາອີຢາ.
ຄົນເຫລົ່ານີ້ແມ່ນປະໂລຫິດ.
ຄົນເລວີມີ:
ເຢຊູອາ ລູກຊາຍຂອງອາຊານີຢາ, ບິນນູອີຄົນໃນເຊື້ອສາຍຂອງເຮນາດາດ, ກາດມີເອນ,
ແລະ ພັກພວກຂອງພວກເຂົາມີ: ເຊບານີຢາ,
ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,
ມີກາ, ເຣໂຮບ, ຮາຊາບີຢາ,
ຊັກກູເຣ, ເຊເຣບີຢາ, ເຊບານີຢາ,
ໂຮດີຢາ, ບານີ ແລະ ເບນີນູ.
ບັນດາຜູ້ນຳປະຊາຊົນມີ:
ປາຣົດ, ປາຮາດໂມອາບ, ເອລາມ, ຊັດຕຸ, ບານີ,
ບັນນີ, ອາຊະກາດ, ເບບາຍ,
ອາໂດນີຢາ, ບິກໄຫວ, ອາດິນ,
ອາເຕ, ເຮເຊກີຢາ, ອັດຊູຣະ,
ໂຮດີຢາ, ຮາຊຸມ, ເບໄຊ,
ຮາຣິບ, ອານາທົດ, ເນບາຍ,
ມາກາປີອັດຊະ, ເມຊຸນລຳ, ເຮສີຣະ,
ເມເຊຊາເບນ, ຊາດົກ, ຢັດດູອາ,
ເປລາຕີຢາ, ຮານານ, ອານາອີຢາ,
ໂຮເຊຢາ, ຮານານີຢາ, ຮັດຊຸບ,
ຮັນໂລເຮັດ, ປິນຮາ, ໂຊເບັກ,
ເຣຮຸມ, ຮາຊັບນາ, ມາອາເສອີຢາ,
ອາຮີຢາ, ຮານານ, ອານານ,
ມັນລຸກ, ຮາຣິມ ແລະ ບາອານາ.
“ປະຊາຊົນຄົນທີ່ເຫລືອ ທັງປະໂລຫິດ, ຄົນເລວີ, ຄົນເຝົ້າຍາມປະຕູວິຫານ, ຄະນະນັກຮ້ອງ, ຜູ້ຮັບໃຊ້ໃນວິຫານ ແລະ ທຸກຄົນທີ່ແຍກໂຕເອງອອກຈາກຊົນຊາດໃກ້ຄຽງເພາະເຫັນແກ່ກົດບັນຍັດຂອງພຣະເຈົ້າ ພ້ອມທັງເມຍ ແລະ ລູກຊາຍລູກສາວທີ່ສາມາດເຂົ້າໃຈ. ທັງໝົດເຫລົ່ານີ້ໄດ້ຮ່ວມກັບພີ່ນ້ອງບັນດາຂຸນນາງ ແລະ ໄດ້ປະຕິຍານຕົນພ້ອມທີ່ຈະຮັບຄຳສາບແຊ່ງຂອງພຣະເຈົ້າ ຖ້າບໍ່ປະຕິບັດຕາມກົດບັນຍັດຂອງພຣະເຈົ້າທີ່ໄດ້ໃຫ້ໄວ້ຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ ແລະ ທີ່ຈະເຊື່ອຟັງຄຳສັ່ງ, ກົດລະບຽບ ແລະ ດຳລັດທັງໝົດຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
“ພວກເຮົາສັນຍາວ່າຈະບໍ່ຍົກລູກສາວຂອງພວກເຮົາໃຫ້ແຕ່ງງານກັບຄົນອ້ອມຂ້າງ ແລະ ບໍ່ຮັບລູກສາວຂອງພວກເຂົາມາໃຫ້ລູກຊາຍຂອງພວກເຮົາ.
“ເມື່ອຊົນຊາດເພື່ອນບ້ານນຳສິນຄ້າ ຫລື ເມັດພືດມາຂາຍໃນວັນຊະບາໂຕ ພວກເຮົາຈະບໍ່ຊື້ຈາກພວກເຂົາໃນວັນຊະບາໂຕ ຫລື ວັນບໍລິສຸດອື່ນໆ. ທຸກປີທີເຈັດພວກເຮົາຈະໃຫ້ດິນແດນພັກຈາກການໄຖດິນ ແລະ ຈະຍົກເລີກໜີ້ທັງໝົດ.
“ພວກເຮົາມີໜ້າທີ່ຮັບຜິດຊອບໃນການຈະປະຕິບັດຕາມຄຳສັ່ງເຫລົ່ານີ້ໂດຍໃຫ້ເງິນປີລະໜຶ່ງໃນສາມເສເຂນ1 ສຳລັບການປະຕິບັດໃນວິຫານຂອງພຣະເຈົ້າຂອງພວກເຮົາ ສຳລັບເຂົ້າຈີ່ທີ່ວາງໄວ້ເທິງໂຕະ; ສຳລັບເມັດພືດບູຊາ ແລະ ເຄື່ອງເຜົາບູຊາ; ສຳລັບເຄື່ອງຖວາຍໃນວັນຊະບາໂຕ, ເທດສະການເດືອນຂຶ້ນໃໝ່ ແລະ ເທດສະການຕ່າງໆຕາມກຳນົດ; ສຳລັບເຄື່ອງຖວາຍສັກສິດ; ສຳລັບເຄື່ອງບູຊາໄຖ່ບາບ2ເພື່ອລຶບລ້າງບາບໃຫ້ອິດສະຣາເອນ ແລະ ສຳລັບກິດຈະການທັງໝົດກ່ຽວກັບວິຫານຂອງພຣະເຈົ້າຂອງພວກເຮົາ.
“ພວກເຮົາຄືປະໂລຫິດ, ຄົນເລວີ ແລະ ປະຊາຊົນໄດ້ຈັບສະຫລາກຈັດຜຽນໃຫ້ແຕ່ລະຄອບຄົວນຳເອົາຟືນມາຍັງວິຫານຂອງພຣະເຈົ້າຂອງພວກເຮົາຕາມກຳນົດເວລາຂອງແຕ່ລະປີສຳລັບເຜົາເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ຕາມທີ່ມີຂຽນໄວ້ໃນກົດບັນຍັດ.
“ແຕ່ລະປີພວກເຮົາຍັງມີໜ້າທີ່ຮັບຜິດຊອບນຳຜົນທຳອິດຂອງການເກັບກ່ຽວ ແລະ ຫມາກໄມ້ທຸກຊະນິດມາຍັງວິຫານຂອງພຣະເຈົ້າຢາເວ.
“ພວກເຮົາຈະນຳລູກຊາຍກົກຂອງພວກເຮົາ ແລະ ລູກຫົວປີຈາກຝູງສັດຂອງພວກເຮົາ, ຈາກທັງຝູງແບ້, ຝູງແກະກັບຝູງງົວຂອງພວກເຮົາມາຍັງວິຫານຂອງພຣະເຈົ້າຂອງພວກເຮົາ ແລ້ວມອບໃຫ້ປະໂລຫິດທີ່ຮັບໃຊ້ຢູ່ທີ່ນັ້ນຕາມທີ່ບັນທຶກໄວ້ໃນກົດບັນຍັດ.
“ນອກຈາກນັ້ນ, ພວກເຮົາຈະນຳຜົນຜະລິດຕ່າງໆມາໃຫ້ປະໂລຫິດເກັບໄວ້ໃນຄັງຂອງວິຫານຂອງພຣະເຈົ້າຂອງພວກເຮົາ ເຊິ່ງມີຜົນທຳອິດຂອງພືດສຳລັບອາຫານ, ເມັດພືດບູຊາ, ໝາກໄມ້ຈາກຕົ້ນໄມ້ທັງໝົດຂອງພວກເຮົາ ແລະ ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກ ແລະ ພວກເຮົາຈະນຳເອົາໜຶ່ງສ່ວນສິບຂອງພືດຜົນມາມອບໃຫ້ແກ່ຄົນເລວີ, ເພາະຄົນເລວີເປັນຜູ້ທີ່ຮວບຮວມສິບລົດໃນເມືອງຕ່າງໆທີ່ພວກເຮົາທຳງານ. ປະໂລຫິດທີ່ສືບເຊື້ອສາຍມາຈາກອາໂຣນຈະຕ້ອງຢູກັບຄົນເລວີຂະນະທີ່ພວກເຂົາຮັບເອົາສິບລົດ ແລະ ຄົນເລວີຈະນຳເອົາໜຶ່ງສ່ວນສິບຂອງສິບລົດທັງໝົດນັ້ນມາເກັບໄວ້ໃນວິຫານຂອງພຣະເຈົ້າຂອງພວກເຮົາ, ທີ່ຫ້ອງເກັບເຄື່ອງໃນຄັງ. ປະຊາຊົນອິດສະຣາເອນ ລວມທັງຄົນເລວີຈະຕ້ອງນຳຂອງຖວາຍຕ່າງໆ ຄືເມັດພືດ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກມາຍັງຄັງ ເຊິ່ງເປັນບ່ອນເກັບເຄື່ອງໃຊ້ຕ່າງໆຂອງສະຖານນະມັດສະການ ແລະ ບ່ອນທີ່ປະໂລຫິດຜູ້ຮັບໃຊ້, ຄົນເຝົ້າຍາມປະຕູ ແລະ ຄະນະນັກຮ້ອງພັກອາໄສຢູ່.
“ພວກເຮົາຈະບໍ່ລະເລີຍວິຫານຂອງພຣະເຈົ້າຂອງພວກເຮົາ”.
Source notes (2)
- Footnote 1 ຫລຽນ ຄືເງິນໜັກປະມານ 11,5 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ
- Footnote ຫລື ເຄື່ອງບູຊາລຶບລ້າງບາບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.