Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 11

ຜູ້​ມາ​ອາໄສ​ໃໝ່​ຢູ່​ໃນ​ເຢຣູຊາເລັມ

(1ຂຄ 9:1-17)

ເວລາ​ນັ້ນ ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ໄດ້​ຕັ້ງ​ຖິ່ນຖານ​ໃນ​ເຢຣູຊາເລັມ. ສ່ວນ​ປະຊາຊົນ​ທັງຫລາຍ​ແມ່ນ​ຈັບສະຫລາກ​ເລືອກ​ຄົນ​ໜຶ່ງ​ໃນ​ສິບ​ຄົນ​ເຂົ້າ​ມາ​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ນະຄອນ​ສັກສິດ, ສ່ວນ​ອີກ​ເກົ້າ​ຄົນ​ນັ້ນ​ແມ່ນ​ອາໄສ​ຢູ່​ໃນ​ເມືອງ​ຂອງ​ຕົນ. ປະຊາຊົນ​ຕ່າງ​ກໍ​ຊົມເຊີຍ​ຄົນ​ທັງໝົດ​ທີ່​ສະໝັກ​ໃຈ​ເຂົ້າ​ມາ​ອາໄສ​ຢູ່​ໃນ​ເຢຣູຊາເລັມ.

ຕໍ່​ໄປ​ນີ້​ແມ່ນ​ບັນດາ​ຜູ້ນຳ​ຈາກ​ເມືອງ​ຕ່າງໆ ເຊິ່ງ​ເຂົ້າ​ມາ​ອາໄສ​ຢູ່​ໃນ​ເຢຣູຊາເລັມ (ເວລາ​ນີ້​ຊາວ​ອິດສະຣາເອນ​ບາງ​ສ່ວນ, ປະໂລຫິດ, ຄົນ​ເລວີ, ຜູ້ຮັບໃຊ້​ໃນ​ວິຫານ ແລະ ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ໂຊໂລໂມນ ກໍ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ແຕ່​ລະ​ຄົນ​ກໍ​ມີ​ທີ່ດິນ​ເປັນ​ຂອງ​ຕົນ​ເອງ​ໃນ​ເມືອງ​ຕ່າງໆ, ໃນ​ຂະນະ​ທີ່​ປະຊາຊົນ​ມາ​ຈາກ​ທັງ​ຢູດາຍ ແລະ ເບັນຢາມິນ​ກໍ​ໄດ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ):

ຈາກ​ເຊື້ອສາຍ​ຂອງ​ຢູດາຍ​ມີ​ດັ່ງນີ້:

ອາທາອີຢາ ລູກຊາຍ​ຂອງ​ອຸດຊີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເຊກາຣີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ອາມາຣີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເຊຟາຕີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ມະຫາລາເລນ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ເປເຣັດ;

ແລະ ມາອາເສອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ບາຣຸກ, ຜູ້​ເປັນ​ລູກຊາຍ​ຂອງ​ກົນໂຮເຊ, ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ອາດາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢອີອາຣິບ, ຜູ້​ເປັນ​ລູກຊາຍ​ຂອງ​ເຊກາຣີຢາ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ເຊຣາ.

ຈາກ​ເຊື້ອສາຍ​ຂອງ​ເປເຣັດ ເຊິ່ງ​ມາ​ອາໄສ​ຢູ່​ເຢຣູຊາເລັມ​ລວມ​ທັງໝົດ​ມີ​ຜູ້ຊາຍ​ຈຳນວນ 468 ຄົນ.

ຈາກ​ເຊື້ອສາຍ​ຂອງ​ເບັນຢາມິນ​ມີ​ດັ່ງນີ້:

ສານລູ ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອັດ, ຜູ້​ເປັນ​ລູກຊາຍ​ຂອງ​ເປດາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ໂກລາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ມາອາເສອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ອີທິເອນ, ຜູ້​ເປັນ​ລູກຊາຍ​ຂອງ​ເຢຊາອີຢາ ແລະ ຜູ້​ຕິດຕາມ​ຂອງ​ລາວ​ແມ່ນ​ກັບໄບ ແລະ ສານໄລ ລວມ​ມີ 928 ຄົນ.

ຫົວໜ້າ​ແມ່ນ ໂຢເອນ ລູກຊາຍ​ຂອງ​ຊີກະຣີ ແລະ ຢູດາ ລູກຊາຍ​ຂອງ​ຮັດເສນູຢາ ເປັນ​ຜູ້​ເບິ່ງແຍງ​ເຂດ​ສອງ​ຂອງ​ເມືອງ.

ຈາກ​ບັນດາ​ປະໂລຫິດ​ມີ​ດັ່ງນີ້:

ເຢດາອີຢາ ລູກຊາຍ​ຂອງ​ໂຢອີອາຣິບ ແລະ ຢາກິນ.

ເສຣາອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ຮິນກີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ຊາດົກ, ຜູ້​ເປັນ​ລູກຊາຍ​ຂອງ​ເມຣາອີຢົດ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮີຕຸບ ຜູ້​ທີ່​ຄວບຄຸມ​ເບິ່ງແຍງ​ໃນ​ວິຫານ​ຂອງ​ພຣະເຈົ້າ, ແລະ ຜູ້​ຮ່ວມ​ງານ​ຂອງ​ພວກເຂົາ ເຊິ່ງ​ປະຕິບັດ​ງານ​ໃນ​ວິຫານ​ລວມ​ມີ 822 ຄົນ;

ອາດາອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ, ຜູ້​ເປັນ​ລູກຊາຍ​ຂອງ​ເປລາລີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ອາມຊີ, ຜູ້​ເປັນ​ລູກຊາຍ​ຂອງ​ເຊກາຣີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ປັດຊູ, ຜູ້​ເປັນ​ລູກຊາຍ​ຂອງ​ມັນກີຢາ. ແລະ ຜູ້​ຮ່ວມ​ງານ​ຂອງ​ລາວ ເຊິ່ງ​ເປັນ​ຫົວໜ້າ​ຄອບຄົວ​ມີ​ຈຳນວນ 242 ຄົນ.

ອາມັດໄສ ຜູ້​ເປັນ​ລູກຊາຍ​ຂອງ​ອາຊາເຣນ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮະໄຊ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊີນເລໂມດ, ຜູ້​ເປັນ​ລູກຊາຍ​ຂອງ​ອິມເມ, ແລະ ຜູ້​ຮ່ວມ​ງານ​ຂອງ​ລາວ1 ມີ​ຈຳນວນ 128 ຄົນ. ເຊິ່ງ​ລ້ວນ​ແຕ່​ເປັນ​ຊາຍ​ໜຸ່ມ​ທີ່​ແຂງແຮງ.

ຫົວໜ້າ​ຂອງ​ພວກເຂົາ​ແມ່ນ​ຊັບດີເອນ ລູກຊາຍ​ຂອງ​ຮັກເກໂດລີມ.

ຈາກ​ຄົນ​ເລວີ​ມີ​ດັ່ງນີ້:

ເຊມາອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ຮັດຊຸບ, ຜູ້​ເປັນ​ລູກຊາຍ​ຂອງ​ອາຊະຣີກຳ, ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ບັນນີ;

ຊັບເບທາຍ ແລະ ໂຢຊາບັດ ທັງ​ສອງ​ຄົນ​ເປັນ​ຫົວໜ້າ​ຂອງ​ຄົນ​ເລວີ, ເຊິ່ງ​ເບິ່ງແຍງ​ວຽກງານ​ພາຍນອກ​ຂອງ​ວິຫານ​ຂອງ​ພຣະເຈົ້າ.

ມັດຕານີຢາ ຜູ້​ເປັນ​ລູກຊາຍ​ຂອງ​ມີກາ, ຜູ້​ເປັນ​ລູກຊາຍ​ຂອງ​ຊັບດີ, ຜູ້​ເປັນ​ລູກຊາຍ​ຂອງ​ອາສັບ, ຜູ້​ເປັນ​ຜູ້ນຳ​ໃນ​ການ​ອະທິຖານ​ກັບ​ຂອບພຣະຄຸນ​ພຣະເຈົ້າ;

ບັກບຸກີຢາ ເປັນ​ຜູ້​ຊ່ວຍ​ຂອງ​ລາວ;

ແລະ ອັບດາ​ຜູ້​ເປັນ​ລູກຊາຍ​ຂອງ​ຊາມມູອາ ຜູ້​ເປັນ​ລູກຊາຍ​ຂອງ​ກາລານ, ຜູ້​ເປັນ​ລູກຊາຍ​ຂອງ​ເຢດູທູນ.

ຄົນ​ເລວີ​ທີ່​ຢູ່​ໃນ​ນະຄອນ​ສັກສິດ​ລວມ​ທັງໝົດ​ມີ 284.

ຄົນ​ເຝົ້າຍາມ​ປະຕູ​ວິຫານ​ມີ​ດັ່ງນີ້:

ອັກກຸບ, ຕານໂມນ ແລະ ຜູ້​ຮ່ວມ​ງານ​ຂອງ​ພວກເຂົາ ເຊິ່ງ​ເປັນ​ຄົນເຝົ້າ​ຍາມ​ຢູ່​ທີ່​ປະຕູ​ຕ່າງໆ​ລວມ​ມີ 172 ຄົນ.

ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ຍັງ​ເຫລືອ​ພ້ອມ​ກັບ​ບັນດາ​ປະໂລຫິດ ແລະ ຄົນ​ເລວີ​ທີ່ຍັງ​ອາໄສ​ຢູ່​ຕາມ​ເມືອງ​ທັງໝົດ​ຂອງ​ຢູດາຍ, ຕາມ​ເຂດ​ກຳມະສິດ​ທີ່​ສືບທອດ​ຈາກ​ບັນພະບຸລຸດ​ຂອງ​ພວກເຂົາ.

ສ່ວນ​ຜູ້ຮັບໃຊ້​ໃນ​ວິຫານ​ແມ່ນ​ໄດ້​ອາໄສ​ຢູ່​ທີ່​ໂນນພູ​ໂອເຟນ ແລະ ມີ​ຊີຮາ​ກັບ​ກີຊະປາ ເປັນ​ຜູ້​ດູແລ​ເບິ່ງແຍງ​ພວກເຂົາ.

ຫົວໜ້າ​ຂອງ​ຄົນ​ເລວີ​ທີ່​ຢູ່​ໃນ​ເຢຣູຊາເລັມ​ມີ ອຸດຊີ ຜູ້​ເປັນ​ລູກຊາຍ​ຂອງ​ບານີ, ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕານີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ມີກາ. ອຸດຊີ ເປັນ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ອາສັບ, ເຊິ່ງ​ເປັນ​ນັກດົນຕີ ມີ​ໜ້າທີ່​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ. ບັນດາ​ນັກດົນຕີ​ແມ່ນ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ທຸກ​ວັນ​ຕາມ​ຄຳສັ່ງ​ຂອງ​ກະສັດ.

ເປທາຮີຢາ ລູກຊາຍ​ຂອງ​ເມເຊຊາເບນ, ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ເຊື້ອສາຍ​ຂອງ​ເຊຣາ ລູກຊາຍ​ຂອງ​ຢູດາ ເປັນ​ໂຕ​ແທນ​ຂອງ​ກະສັດ​ໃນ​ການ​ເບິ່ງແຍງ​ກິດຈະການ​ທຸກ​ຢ່າງ​ທີ່​ກ່ຽວກັບ​ປະຊາຊົນ.

ສຳລັບ​ໝູ່ບ້ານ​ທີ່​ມີ​ທົ່ງນາ​ນັ້ນ, ຊາວ​ຢູດາຍ​ສ່ວນ​ໜຶ່ງ​ແມ່ນ​ໄດ້​ອາໄສ​ຢູ່​ໃນ​ກີລີອາດອາກບາ, ດີໂບນ, ເຢກັບເຊເອນ ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່ານີ້. ເຢຊູອາ, ໂມລາດາ, ເບັດເປເລັດ ຮາຊາຊູອານ, ເບເອນເຊບາ ແລະ ໃນ​ໝູ່ບ້ານ​ທີ່​ຢູ່​ໃນ​ອ້ອມແອ້ມ​ນັ້ນ. ຊິກລັກ, ເມໂກນາ ແລະ ໝູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ເອນຣິມໂມນ, ໂຊຣາ, ຢາຣະມຸດ, ໃນ​ຊາໂນອາ, ອາດຸນລຳ ແລະ ໝູ່ບ້ານ​ຂອງ​ພວກເຂົາ, ໃນ​ລາກິດ ແລະ ທົ່ງນາ. ໃນ​ອາເສກາ ແລະ ໝູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ດັ່ງນັ້ນ ພວກເຂົາ​ໄດ້​ອາໄສ​ຢູ່​ຕາມ​ທາງ​ຈາກ​ເບເອນເຊບາ​ຈົນ​ຮອດ​ຮ່ອມພູ​ຮິນໂນມ.

ເຊື້ອສາຍ​ຂອງ​ເບັນຢາມິນ ແມ່ນ​ມາ​ຈາກ​ເກບາ​ທີ່​ອາໄສ​ຢູ່​ໃນ​ມິກມາດ, ອາອີ, ເບັດເອນ ແລະ ໝູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ນັ້ນ, ທີ່​ອານາທົດ, ໂນບ ແລະ ອານານີຢາ, ຮາໂຊ, ຣາມາ ແລະ ກິດຕາອິມ, ຮາດິດ, ເຊບົວອິມ ແລະ ເນບັນລັດ, ໂລດ ແລະ ໂອໂນ, ແລະ ໃນ​ຮ່ອມພູ​ຂອງ​ບັນດາ​ຊ່າງສີມື.

ຄົນ​ເລວີ​ບາງ​ໝວດ​ຂອງ​ຢູດາ​ໄດ້​ອາໄສ​ຢູ່​ໃນ​ເຂດ​ຂອງ​ເບັນຢາມິນ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຂອງ​ພວກເຂົາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.