Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 12

ບັນດາ​ປະໂລຫິດ ແລະ ຄົນ​ເລວີ

ຕໍ່ໄປ​ນີ້​ແມ່ນ​ບັນດາ​ປະໂລຫິດ ແລະ ຄົນ​ເລວີ​ທີ່​ກັບ​ຄືນ​ມາ​ພ້ອມ​ກັບ​ເຊຣຸບບາເບນ ລູກຊາຍ​ຂອງ​ເຊອານຕີເອນ ແລະ ເຢຊູອາ ມີ​ດັ່ງນີ້:

ເສຣາອີຢາ, ເຢເຣມີຢາ, ເອຊະຣາ,

ອາມາຣີຢາ, ມັນລຸກ, ຮັດຕຸຊະ,

ເຊການີຢາ, ເຣຮຸມ, ເມເຣໂມດ,

ອິດໂດ, ກິນເນໂທອີ,1 ອາບີຢາ,

ມີຢາມິນ,2 ມາອາດີຢາ, ບີນກາ,

ເຊມາອີຢາ, ໂຢອີອາຣິບ, ເຢດາອີຢາ,

ສານລູ, ອາມົກ, ຮິນກີຢາ ແລະ ເຢດາອີຢາ.

ຄົນ​ເຫລົ່ານີ້​ແມ່ນ​ບັນດາ​ຜູ້ນຳ​ຂອງ​ປະໂລຫິດ ແລະ ບັນດາ​ຜູ້​ຮ່ວມ​ງານ​ຂອງ​ພວກເຂົາ​ໃນ​ສະໄໝ​ຂອງ​ເຢຊູອາ.

ຄົນ​ເລວີ​ມີ: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະ ມັດຕານີຢາ ພ້ອມ​ກັບ​ບັນດາ​ຜູ້​ຮ່ວມ​ງານ​ຂອງ​ລາວ, ເຊິ່ງ​ມີ​ໜ້າທີ່​ຮັບຜິດຊອບ​ເລື່ອງ​ບົດເພງ​ຂອບພຣະຄຸນ. ບັກບຸກີຢາ ແລະ ອັນໂນ ກັບ​ບັນດາ​ຜູ້​ຮ່ວມ​ງານ​ຂອງ​ພວກເຂົາ ຢືນ​ຢູ່​ກົງກັນຂ້າມ​ກັບ​ພວກເຂົາ​ໃນ​ການ​ຮັບໃຊ້.

ເຢຊູອາ ເປັນ​ພໍ່​ຂອງ​ໂຢອີອາກິມ,

ໂຢອີອາກິມ ເປັນ​ພໍ່​ຂອງ​ເອລີອາຊິບ,

ເອລີຢາຊິບ ເປັນ​ພໍ່​ຂອງ​ໂຢອີອາດາ,

ໂຢອີອາດາ ເປັນ​ພໍ່​ຂອງ​ໂຢນາທານ,

ແລະ ໂຢນາທານ ເປັນ​ພໍ່​ຂອງ​ຢັດດູອາ.

ຕໍ່ໄປ​ນີ້​ແມ່ນ​ຫົວໜ້າ​ຄອບຄົວ​ຂອງ​ບັນດາ​ປະໂລຫິດ​ໃນ​ສະໄໝ​ຂອງ​ໂຢອີອາກິມ:

ເມຣາອີຢາ ຈາກ​ຄອບຄົວ​ຂອງ​ເສຣາອີຢາ;

ຮານານີຢາ ຈາກ​ຄອບຄົວ​ຂອງ​ເຢເຣມີຢາ;

ເມຊຸນລຳ ຈາກ​ຄອບຄົວ​ຂອງ​ເອຊະຣາ;

ເຢໂຮຮານານ ຈາກ​ຄອບຄົວ​ຂອງ​ອາມາຣີຢາ;

ໂຢນາທານ ຈາກ​ຄອບຄົວ​ຂອງ​ມັນລູກີ;

ໂຢເຊັບ ຈາກ​ຄອບຄົວ​ຂອງ​ເຊບານີຢາ;3

ອັດນາ ຈາກ​ຄອບຄົວ​ຂອງ​ຮາຣິມ;

ເຮນໄກ ຈາກ​ຄອບຄົວ​ຂອງ​ເມຣາອີໂຢດ;4

ເຊກາຣີຢາ ຈາກ​ຄອບຄົວ​ຂອງ​ອິດໂດ;

ເມຊຸນລຳ ຈາກ​ຄອບຄົວ​ຂອງ​ກິນເນໂທນ;

ຊີກະຣີ ຈາກ​ຄອບຄົວ​ຂອງ​ອາບີຢາ;

ປີນໄຕ ຈາກ​ຄອບຄົວ​ຂອງ​ມີນີອາມິນ ແລະ ຄອບຄົວ​ຂອງ​ໂມອາດີຢາ;

ຊາມມູອາ ຈາກ​ຄອບຄົວ​ຂອງ​ບີນກາ;

ເຢໂຮຮານານ ຈາກ​ຄອບຄົວ​ຂອງ​ເຊມາອີຢາ;

ມັດເຕໄນ ຈາກ​ຄອບຄົວ​ຂອງ​ໂຢອີອາຣິບ;

ອຸດຊີ ຈາກ​ຄອບຄົວ​ຂອງ​ເຢດາອີຢາ;

ກັນໄລ ຈາກ​ຄອບຄົວ​ຂອງ​ສານລູ;

ເອເບ ຈາກ​ຄອບຄົວ​ຂອງ​ອາມົກ;

ຮາຊາບີຢາ ຈາກ​ຄອບຄົວ​ຂອງ​ຮິນກີຢາ;

ເນທາເນນ ຈາກ​ຄອບຄົວ​ຂອງ​ເຢດາອີຢາ.

ຫົວໜ້າ​ຄອບຄົວ​ຂອງ​ຄົນ​ເລວີ​ໃນ​ສະໄໝ​ຂອງ​ເອລີອາຊິບ, ໂຢອີອາດາ, ໂຢນາທານ ແລະ ຢັດດູອາ ຕະຫລອດ​ຈົນ​ບັນດາ​ປະໂລຫິດ ຖືກ​ບັນທຶກ​ໄວ້​ໃນ​ສະໄໝ​ຂອງ​ດາຣິອຸດ​ແຫ່ງ​ເປີເຊຍ. ບັນດາ​ຫົວໜ້າ​ຄອບຄົວ​ທີ່​ຢູ່​ໃນ​ທ່າມກາງ​ເຊື້ອສາຍ​ຂອງ​ເລວີ​ຈົນ​ເຖິງ​ສະໄໝ​ຂອງ​ໂຢນາທານ ລູກຊາຍ​ເອລີອາຊິບ ເຊິ່ງ​ມີ​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂ່າວຄາວ. ບັນດາ​ຜູ້ນຳ​ຂອງ​ຄົນ​ເລວີ​ມີ​ຮາຊາບີຢາ, ເຊເຣບີຢາ, ເຢຊູອາ ລູກຊາຍ​ຂອງ​ກາດມີເອນ ແລະ ຢືນ​ຢູ່​ກົງກັນຂ້າມ​ກັບ​ພວກເຂົາ​ຮ້ອງເພງ​ສັນເສີນ ແລະ ຂອບພຣະຄຸນ​ຕອບ​ໂຕ້​ກັນ​ຕາມ​ທີ່​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ກຳນົດ​ໄວ້.

ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ​ທີ່​ຮັບຜິດຊອບ​ຄັງ​ຕ່າງໆ​ຕາມ​ແຕ່​ລະ​ປະຕູ​ກໍ​ມີ: ມັດຕານີຢາ, ບັກບຸກີຢາ, ໂອບາດີຢາ, ເມຊຸນລຳ, ຕານໂມນ ແລະ ອັກກຸບ. ຄົນ​ເຫລົ່ານີ້​ໄດ້​ປະຕິບັດ​ໜ້າທີ່​ຢູ່​ໃນ​ສະໄໝ​ຂອງ​ໂຢອີອາກິມ ລູກຊາຍ​ຂອງ​ເຢຊູອາ ຜູ້​ເປັນ​ລູກຊາຍ​ຂອງ​ໂຢຊາດັກ ແລະ ໃນ​ສະໄໝ​ຜູ້​ປົກຄອງ​ເນເຫມີຢາ ແລະ ເອຊະຣາ​ຜູ້​ເປັນ​ປະໂລຫິດ ແລະ ຄູສອນ​ກົດບັນຍັດ.

ການ​ມອບ​ຖວາຍ​ກຳແພງ​ເຢຣູຊາເລັມ

ຄົນ​ເລວີ​ທັງໝົດ​ທົ່ວ​ດິນແດນ​ໄດ້​ຖືກ​ນຳ​ໂຕ​ມາ​ທີ່​ເຢຣູຊາເລັມ ເພື່ອ​ສະຫລອງ​ພິທີ​ມອບ​ຖວາຍ​ກຳແພງ​ເຢຣູຊາເລັມ​ຢ່າງ​ມ່ວນຊື່ນ​ດ້ວຍ​ການ​ຮ້ອງເພງ​ຂອບພຣະຄຸນ ພ້ອມ​ດ້ວຍ​ສຽງ​ຊິ່ງ, ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່. ຄະນະ​ນັກຮ້ອງ​ກໍ​ຖືກ​ຮວບຮວມ​ມາ​ຈາກ​ຖິ່ນຖານ​ຕ່າງໆ ທີ່​ຢູ່​ອ້ອມ​ເຢຣູຊາເລັມ​ຄື​ຈາກ​ໝູ່ບ້ານ​ຊາວ​ເນໂຕຟາ. ຈາກ​ເບັດກິນການ ແລະ ຈາກ​ເຂດ​ເກບາ​ກັບ​ອາຊະມາເວດ ເພາະ​ວ່າ​ນັກຮ້ອງ​ເຫລົ່ານີ້​ໄດ້​ສ້າງ​ໝູ່ບ້ານ​ເພື່ອ​ອາໄສ​ຢູ່​ອ້ອມ​ເຢຣູຊາເລັມ. ເມື່ອ​ປະໂລຫິດ ແລະ ຄົນ​ເລວີ​ຊຳລະ​ໂຕ​ໃຫ້​ບໍລິສຸດ​ຕາມ​ລະບຽບ​ພິທີ​ແລ້ວ ພວກເຂົາ​ກໍ​ເຮັດ​ພິທີ​ຊຳລະ​ປະຊາຊົນ, ປະຕູ​ທັງຫລາຍ ແລະ ກຳແພງ​ເມືອງ.

ຂ້ານ້ອຍ​ໃຫ້​ບັນດາ​ຜູ້ນຳ​ຢູດາຍ​ຂຶ້ນ​ໄປ​ເທິງ5​ກຳແພງ ແລະ ແບ່ງ​ນັກຮ້ອງ​ອອກ​ເປັນ​ສອງ​ຄະນະ​ໃຫຍ່ ເພື່ອ​ຮ້ອງເພງ​ຂອບພຣະຄຸນ. ຄະນະ​ໜຶ່ງ​ແມ່ນ​ຍ່າງ​ຂຶ້ນ​ໄປ​ເທິງ6​ກຳແພງ ໄປ​ທາງ​ຂວາ, ໄປ​ຫາ​ປະຕູ​ກອງ​ຂີ້ເຫຍື້ອ. ໂຮຊາອີຢາ ແລະ ຜູ້ນຳ​ຂອງ​ຢູດາຍ​ເຄິ່ງ​ໜຶ່ງ​ກໍ​ຕາມ​ພວກເຂົາ​ໄປ, ພ້ອມ​ດ້ວຍ​ອາຊາຣີຢາ, ເອຊະຣາ, ເມຊຸນລຳ, ຢູດາ, ເບັນຢາມິນ, ເຊມາອີຢາ, ເຢເຣມີຢາ, ລວມ​ທັງ​ປະໂລຫິດ​ຜູ້​ເປົ່າ​ແກ ແລະ ເຊກາຣີຢາ ລູກຊາຍ​ຂອງ​ໂຢນາທານ ຜູ້​ເປັນ​ລູກຊາຍ​ຂອງ​ເຊມາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕານີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ມີກາອີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ຊັກກູເຣ, ຜູ້​ເປັນ​ລູກຊາຍ​ຂອງ​ອາສັບ, ແລະ ພັກພວກ​ຂອງ​ລາວ​ມີ: ເຊມາອີຢາ, ອາຊາເຣນ, ມິລາໄລ, ກີລາໄລ, ມາໄອ, ເນທາເນນ, ຢູດາ ແລະ ຮານານີ ພ້ອມ​ດ້ວຍ​ເຄື່ອງ​ດົນຕີ​ຕາມ​ທີ່​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ລະບຸ​ໄວ້. ເອຊະຣາ​ຄູສອນ​ກົດບັນຍັດ​ໄດ້​ຍ່າງ​ນຳ​ໜ້າ​ຂະບວນ. ເມື່ອ​ມາ​ເຖິງ​ປະຕູ​ນ້ຳພຸ ພວກເຂົາ​ກໍ​ຍ່າງ​ຂຶ້ນ​ຂັ້ນໄດ​ຂອງ​ເມືອງ​ດາວິດ​ທີ່​ທາງ​ຂຶ້ນ​ກຳແພງ ແລະ ຜ່ານ​ເໜືອ​ວັງ​ຂອງ​ດາວິດ​ໄປ​ສູ່​ປະຕູ​ນ້ຳ​ທາງ​ທິດ​ຕາເວັນ​ອອກ.

ຄະນະ​ນັກຮ້ອງ​ຄະນະ​ທີ​ສອງ​ແມ່ນ​ນຳ​ຂະບວນ​ໄປ​ທາງ​ກົງກັນຂ້າມ. ຂ້ານ້ອຍ​ໄດ້​ຍ່າງ​ຕາມ​ພວກເຂົາ​ຂຶ້ນ​ໄປ​ເທິງ​ກຳແພງ​ພ້ອມ​ດ້ວຍ​ປະຊາຊົນ​ອີກ​ເຄິ່ງໜຶ່ງ ຜ່ານ​ຫໍຄອຍ​ເຕົາອົບ​ໄປ​ຍັງ​ກຳແພງ​ກວ້າງ, ເໜືອ​ປະຕູ​ເອຟຣາອິມ, ປະຕູ​ເຢຊານາ,7 ປະຕູ​ປາ, ຫໍຄອຍ​ຮານາເນນ ແລະ ຫໍຄອຍ​ໜຶ່ງ​ຮ້ອຍ ໄກ​ໄປ​ຈົນ​ເຖິງ​ປະຕູ​ແກະ ແລະ ພວກເຂົາ​ໄດ້​ຢຸດ​ຢູ່​ທີ່​ປະຕູ​ຍາມ.

ຄະນະ​ນັກຮ້ອງ​ທັງ​ສອງ​ຄະນະ​ໄດ້​ໂມທະນາ​ຂອບພຣະຄຸນ​ແລ້ວ​ກໍເຂົ້າ​ປະຈຳ​ທີ່​ໃນ​ວິຫານ​ຂອງ​ພຣະເຈົ້າ; ຂ້ານ້ອຍ​ກັບ​ເຈົ້າໜ້າທີ່​ອີກ​ເຄິ່ງ​ໜຶ່ງ​ກໍ​ເຂົ້າ​ປະຈຳ​ທີ່​ເໝືອນ​ກັນ. ປະໂລຫິດ​ຜູ້​ເປົ່າ​ແກ​ໄດ້​ແກ່ ເອລີອາກິມ, ມາອາເສອີຢາ, ມີນີອາມິນ, ມີກາອີຢາ, ເອລີໂອນາຍ, ເຊກາຣີຢາ ແລະ ຮານານີຢາ ແລະ ມາອາເສອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ ແລະ ເອເຊ ກໍ​ເຂົ້າ​ປະຈຳ​ທີ່. ຄະນະ​ນັກຮ້ອງ​ຂັບ​ຮ້ອງເພງ​ໂດຍ​ມີ​ເຢຊະຣາຮີຢາ​ເປັນ​ຜູ້​ຄວບຄຸມ. ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ຈຳນວນ​ຫລວງຫລາຍ​ໃນ​ວັນ​ນັ້ນ, ພາກັນ​ຊື່ນຊົມຍິນດີ​ເພາະ​ພຣະເຈົ້າ​ໄດ້​ໃຫ້​ຄວາມ​ຍິນດີ​ອັນ​ໃຫຍ່​ແກ່​ພວກເຂົາ. ແມ່ຍິງ​ກັບ​ເດັກນ້ອຍ​ກໍ​ຊື່ນຊົມຍິນດີ​ເໝືອນ​ກັນ. ສຽງ​ໂຫ່ຮ້ອງ​ຍິນດີ​ໃນ​ເຢຣູຊາເລັມ​ດັງ​ໄປ​ໄກ.

ໃນ​ເວລາ​ນັ້ນ​ໄດ້​ມີ​ການ​ແຕ່ງຕັ້ງ​ຄົນ​ທີ່​ຈະ​ເບິ່ງແຍງ​ຄັງ​ຕ່າງໆ​ສຳລັບ​ຂອງ​ຖວາຍ​ຜົນ​ທຳອິດ ແລະ ສິບລົດ. ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫລົ່ານີ້​ຈາກ​ທົ່ງນາ​ອ້ອມ​ເມືອງ​ຕ່າງໆ ມາ​ໄວ້​ໃນ​ຄັງ​ຕາມ​ທີ່​ກົດບັນຍັດ​ໄດ້​ລະບຸ​ໄວ້​ສຳລັບ​ໃຫ້​ປະໂລຫິດ ແລະ ຄົນ​ເລວີ, ເພາະ​ຊາວ​ຢູດາ​ພໍໃຈ​ໃນ​ປະໂລຫິດ ແລະ ຄົນ​ເລວີ​ຜູ້​ປະຕິບັດ​ງານ. ພວກເຂົາ​ຮັບໃຊ້​ພຣະເຈົ້າ ແລະ ເຮັດ​ໜ້າທີ່​ໃນ​ພິທີ​ຊຳລະ, ຄະນະ​ນັກຮ້ອງ ແລະ ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ​ກໍ​ເໝືອນ​ກັນ ພາ​ກັນ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ດາວິດ ແລະ ລູກຊາຍ​ໂຊໂລໂມນ. ເພາະ​ດົນນານ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ດາວິດ ແລະ ອາສັບ ມີ​ບັນດາ​ຫົວໜ້າ​ນຳ​ພາ​ຄະນະ​ນັກຮ້ອງ ແລະ ກຳກັບ​ເພງ​ສັນເສີນ ແລະ ຂອບພຣະຄຸນ​ພຣະເຈົ້າ. ດັ່ງນັ້ນ ໃນ​ສະໄໝ​ຂອງ​ເຊຣຸບບາເບນ ແລະ ເນເຫມີຢາ ຊົນຊາດ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄດ້​ນຳ​ຂອງ​ຖວາຍ​ປະຈຳ​ວັນ​ມາ​ຖວາຍ​ສຳລັບ​ນັກຮ້ອງ ແລະ ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ ແລະ ພວກເຂົາ​ຍັງ​ໄດ້​ເກັບ​ຮັກ​ສາ​ສ່ວນ​ໜຶ່ງ​ໄວ້​ສຳລັບ​ຄົນ​ເລວີ​ອື່ນໆ ແລະ ຄົນ​ເລວີ​ເອງ​ກໍ​ເກັບ​ຮັກສາ​ສ່ວນ​ໜຶ່ງ​ໄວ້​ສຳລັບ​ເຊື້ອສາຍ​ຂອງ​ອາໂຣນ​ດ້ວຍ.

Source notes (7)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ກິນເນທອຍ ( ເບິ່ງ 12:16)
  2. Footnote ເປັນ​ອີກ​ຮູບ​ໜຶ່ງ​ຂອງ ມີນຢາມິນ
  3. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ເຊບານີຢາ ( ເບິ່ງ 12:3)
  4. Footnote ພາສາ​ເຮັບເຣີ​ວ່າ ເມລາໂຍດ ( ເບິ່ງ 12:3)
  5. Footnote ຫລື ໄປ​ຕາມ​ແນວ ທາງ ເຊັ່ນ​ດຽວ​ກັບ​ຂໍ້ 38
  6. Footnote ຫລື ຍ່າງ​ຕາມ​ແນວ ທາງ
  7. Footnote ຫລື ປະຕູ​ເກົ່າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.