Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 13

ການ​ປະຕິຮູບ​ຄັ້ງ​ສຸດທ້າຍ​ຂອງ​ເນເຫມີຢາ

ໃນ​ວັນ​ນັ້ນ​ມີ​ການ​ອ່ານ​ໜັງສື​ຂອງ​ໂມເຊ​ໃຫ້​ປະຊາຊົນ​ຟັງ ແລະ ພົບ​ຂໍ້ຄວາມ​ຕອນ​ໜຶ່ງ​ທີ່​ຂຽນ​ວ່າ​ບໍ່​ໃຫ້​ຄົນ​ອຳໂມນ ຫລື ຄົນ​ໂມອາບ​ເຂົ້າ​ຮ່ວມ​ທີ່​ປະຊຸມ​ປະຊາຊົນ​ຂອງ​ພຣະເຈົ້າ​ເປັນນິດ, ເພາະ​ພວກເຂົາ​ບໍ່​ຍອມ​ໃຫ້​ອາຫານ ແລະ ນ້ຳ​ແກ່​ຊາວ​ອິດສະຣາເອນ ແຕ່​ໄດ້​ຈ້າງ​ບາລາອາມ​ມາ​ສາບແຊ່ງ​ຊາວ​ອິດສະຣາເອນ. (ແຕ່​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ປ່ຽນ​ຄຳ​ສາບແຊ່ງ​ເປັນ​ຄຳ​ອວຍພອນ). ເມື່ອ​ປະຊາຊົນ​ໄດ້​ຍິນ​ກົດ​ຂໍ້​ນີ້, ພວກເຂົາ​ກໍ​ແຍກ​ເຊື້ອສາຍ​ຂອງ​ຄົນ​ຕ່າງຊາດ​ທັງໝົດ​ອອກ​ໄປ​ຈາກ​ອິດສະຣາເອນ.

ກ່ອນ​ໜ້າ​ນີ້, ປະໂລຫິດ​ເອລີອາຊິບ​ມີ​ໜ້າທີ່​ເບິ່ງແຍງ​ຄັງ​ຕ່າງໆ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ເພິ່ນ​ສະໜິດ​ສະໜົມ​ກັນ​ກັບ​ໂຕບີຢາ, ແລະ ໄດ້​ຈັດ​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ​ໃຫ້​ແກ່​ໂຕບີຢາ ເຊິ່ງ​ເມື່ອ​ກ່ອນ​ໃຊ້​ເກັບ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ, ເຄື່ອງ​ຫອມ ແລະ ເຄື່ອງ​ໃຊ້​ໃນ​ວິຫານ ແລະ ລວມ​ທັງ​ສິບລົດ​ຂອງ​ພືດຜົນ, ເຫລົ້າອະງຸ່ນ​ໃໝ່​ກັບ​ນ້ຳມັນ​ໝາກກອກ ເຊິ່ງ​ເປັນ​ສ່ວນ​ທີ່​ກຳນົດ​ໄວ້​ສຳລັບ​ຄົນ​ເລວີ, ຄະນະ​ນັກຮ້ອງ​ກັບ​ຄົນ​ເຝົ້າຍາມ​ປະຕູ​ວິຫານ ແລະ ຂອງ​ຖວາຍ​ສຳລັບ​ປະໂລຫິດ.

ແຕ່​ຕອນ​ນັ້ນ​ຂ້ານ້ອຍ​ບໍ່​ໄດ້​ຢູ່​ໃນ​ເຢຣູຊາເລັມ ເພາະ​ໃນ​ປີ​ທີ​ສາມສິບສອງ​ຂອງ​ກະສັດ​ອາກຕາເຊເຊັດ​ແຫ່ງ​ບາບີໂລນ ຂ້ານ້ອຍ​ໄດ້​ກັບ​ໄປ​ພົບ​ກະສັດ. ໃນ​ເວລາ​ຕໍ່ມາ​ຂ້ານ້ອຍ​ຈຶ່ງ​ໄດ້​ຂໍ​ອະນຸຍາດ ແລະ ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ. ເມື່ອ​ຮູ້​ພຶດຕິກຳ​ອັນ​ຊົ່ວຮ້າຍ​ຂອງ​ເອລີອາຊິບ​ທີ່​ຈັດ​ຫ້ອງ​ສຳລັບ​ໂຕບີຢາ​ໄວ້​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ. ຂ້ານ້ອຍ​ຄຽດ​ຫລາຍ ແລະ ໄດ້​ຖິ້ມ​ເຄື່ອງຂອງ​ທັງໝົດ​ຂອງ​ໂຕບີຢາ​ອອກ​ຈາກ​ຫ້ອງ​ນັ້ນ. ຂ້ານ້ອຍ​ໄດ້​ສັ່ງ​ໃຫ້​ຊຳລະ​ຫ້ອງ​ນັ້ນ​ໃຫ້​ບໍລິສຸດ ແລ້ວ​ນຳ​ເຄື່ອງ​ໃຊ້​ປະຈຳ​ວິຫານ​ຂອງ​ພຣະເຈົ້າ ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງ​ຫອມ​ເຂົ້າ​ມາ​ໄວ້​ເໝືອນເດີມ.

ຂ້ານ້ອຍ​ຍັງ​ຮູ້​ວ່າ​ຄົນ​ເລວີ​ບໍ່​ໄດ້​ຮັບ​ສ່ວນ​ທີ່​ເປັນ​ຂອງ​ພວກເຂົາ ແລະ ຄົນ​ເລວີ​ທຸກຄົນ​ກັບ​ຄະນະ​ນັກຮ້ອງ ເຊິ່ງ​ຄວນ​ຈະ​ຢູ່​ປະຕິບັດ​ໜ້າທີ່​ກໍ​ໄດ້​ກັບ​ໄປ​ຍັງ​ທົ່ງນາ​ຂອງ​ຕົນ. ຂ້ານ້ອຍ​ຈຶ່ງ​ໄດ້​ຕຳໜິ​ພວກເຈົ້າໜ້າທີ່ ແລະ ຖາມ​ພວກເຂົາ​ວ່າ “ເປັນຫຍັງ​ຈຶ່ງ​ລະເລີຍ​ວິຫານ​ຂອງ​ພຣະເຈົ້າ?” ຫລັງຈາກ​ນັ້ນ ຂ້ານ້ອຍ​ກໍ​ໄດ້​ເອີ້ນ​ຄົນ​ເລວີ​ມາ​ເຕົ້າໂຮມ​ກັນ ແລະ ໃຫ້​ພວກເຂົາ​ເຂົ້າ​ປະຈຳ​ໜ້າທີ່​ເໝືອນເດີມ.

ຊາວ​ຢູດາຍ​ທັງໝົດ​ໄດ້​ນຳ​ສິບລົດ​ຂອງ​ເຂົ້າ, ເຫລົ້າ​ອະງຸ່ນ​ໃໝ່ ແລະ ນ້ຳມັນ​ມາ​ທີ່​ຄັງ​ວິຫານ. ຂ້ານ້ອຍ​ໄດ້​ແຕ່ງຕັ້ງ​ປະໂລຫິດ​ເຊເລມີຢາ, ຊາດົກ​ຜູ້​ເປັນ​ນັກ​ຮຽນຮູ້​ກົດບັນຍັດ ແລະ ເປດາອີຢາ​ຄົນ​ເລວີ ໃຫ້​ເບິ່ງແຍງ​ຄັງ​ຕ່າງໆ ແລະ ແຕ່ງຕັ້ງ​ຮານານ​ລູກຊາຍ​ຂອງ​ຊັກກູເຣ ຜູ້​ເປັນ​ລູກຊາຍ​ຂອງ​ມັດຕານີຢາ ໃຫ້​ເປັນ​ຜູ້​ຊ່ວຍ​ຂອງ​ພວກເຂົາ, ເພາະວ່າ​ຄົນ​ເຫລົ່ານີ້​ແມ່ນ​ເຊື່ອຖືໄດ້. ພວກເຂົາ​ມີ​ໜ້າທີ່​ແຈກຢາຍ​ສິ່ງ​ຂອງ​ຕ່າງໆ​ໃຫ້​ແກ່​ພີ່ນ້ອງ​ເຜົ່າ​ເລວີ.

ຂ້າ​ແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ລະນຶກ​ເຖິງ​ຂ້ານ້ອຍ​ໃນ​ຂໍ້​ນີ້ ແລະ ຂໍ​ຢ່າ​ໄດ້​ລຶບລ້າງ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຢ່າງ​ສັດຊື່​ເພື່ອ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້າ​ນ້ອຍ ແລະ ເພື່ອ​ການ​ປະຕິບັດ​ຮັບໃຊ້​ໃນ​ວິຫານ.

ຄັ້ງ​ນັ້ນ​ຂ້ານ້ອຍ​ໄດ້​ເຫັນ​ຄົນ​ໃນ​ຢູດາຍ ບີບ​ໝາກອະງຸ່ນ​ໃນ​ວັນຊະບາໂຕ ແລະ ນຳ​ເອົາ​ເມັດພືດ​ບັນທຸກ​ໃສ່​ເທິງ​ຫລັງ​ລໍ​ພ້ອມ​ດ້ວຍ​ເຫລົ້າອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ ເຄື່ອງ​ຂອງ​ຫລາຍ​ຊະນິດ​ເຂົ້າ​ມາ​ໃນ​ເຢຣູຊາເລັມ​ໃນ​ວັນຊະບາໂຕ. ຂ້ານ້ອຍ​ໄດ້​ຈຶ່ງ​ຕັກເຕືອນ​ພວກເຂົາ​ບໍ່​ໃຫ້​ຂາຍ​ອາຫານ​ໃນ​ວັນ​ນັ້ນ. ຄົນ​ຈາກ​ຕີເຣ​ບາງຄົນ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ໄດ້​ນຳ​ປາ ແລະ ສິນຄ້າ​ຫລາຍ​ຊະນິດ​ມາ​ຂາຍ​ໃຫ້​ຊາວ​ຢູດາຍ​ໃນ​ເຢຣູຊາເລັມ ໃນ​ວັນຊະບາໂຕ. ຂ້ານ້ອຍ​ຈຶ່ງ​ໄດ້​ຕຳໜິ​ບັນດາ​ຂຸນນາງ​ຂອງ​ຢູດາຍ​ວ່າ, “ພວກທ່ານ​ກຳລັງ​ເຮັດ​ສິ່ງ​ຊົ່ວ​ຮ້າຍ ທ່ານ​ກຳລັງ​ລະເມີດ​ວັນຊະບາໂຕ​ຮູ້​ບໍ? ບັນດາ​ບັນພະບຸລຸດ​ຂອງ​ພວກທ່ານ​ກໍ​ໄດ້​ເຮັດ​ຢ່າງ​ນີ້ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ນຳ​ໄພພິບັດ​ທັງໝົດ​ມາ​ເໜືອ​ພວກເຮົາ ແລະ ເໜືອ​ເມືອງ​ນີ້​ບໍ່​ແມ່ນ​ບໍ? ບັດນີ້ ພວກທ່ານ​ກຳລັງ​ຍົວະ​ໃຫ້​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ອິດສະຣາເອນ​ໃຫ້​ໜັກ​ຂຶ້ນ​ອີກ​ໂດຍ​ລະເມີດ​ວັນຊະບາໂຕ​ຢ່າງ​ນີ້”.

ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໄດ້​ອອກ​ຄຳສັ່ງ​ໃຫ້​ປິດ​ປະຕູ​ເມືອງ​ເຢຣູຊາເລັມ​ເມື່ອ​ເວລາ​ໃກ້​ຄ່ຳ​ຂອງ​ວັນ​ກ່ອນ​ວັນຊະບາໂຕ ແລະ ຂ້າ​ນ້ອຍ​ສັ່ງ​ບໍ່​ໃຫ້​ເປີດ​ປະຕູ​ຈົນ​ກວ່າ​ຈະ​ສິ້ນສຸດ​ວັນຊະບາໂຕ. ທັງ​ສົ່ງ​ຄົນ​ຂອງ​ຂ້ານ້ອຍ​ໄປ​ປະຈຳ​ຢູ່​ທີ່​ປະຕູ​ຕ່າງໆ ເພື່ອ​ບໍ່​ໃຫ້​ຜູ້ໃດ​ນຳ​ສິນຄ້າ​ເຂົ້າ​ມາ​ໃນ​ວັນຊະບາໂຕ. ມີ​ຢູ່​ຄັ້ງ ຫລື ສອງ​ຄັ້ງ​ທີ່​ບັນດາ​ພໍ່ຄ້າ ແລະ ຄົນຂາຍ​ເຄື່ອງ​ຂອງ​ທຸກ​ຊະນິດ ໄດ້​ມາ​ພັກ​ຄ້າງ​ຄືນ​ຢູ່​ນອກ​ເມືອງ​ເຢຣູຊາເລັມ. ແຕ່​ຂ້ານ້ອຍ​ໄດ້​ເຕືອນ​ພວກເຂົາ​ວ່າ, “ພວກທ່ານ​ມາ​ພັກ​ຄ້າງ​ຄືນ​ຢູ່​ແຄມ​ກຳແພງ​ເຮັດ​ຫຍັງ? ຖ້າ​ຫາກ​ພວກທ່ານ​ເຮັດ​ຢ່າງ​ນີ້​ອີກ, ເຮົາ​ຈະ​ຈັບ​ພວກທ່ານ”. ຕັ້ງ​ແຕ່​ນັ້ນ​ມາ​ພວກເຂົາ​ກໍ​ບໍ່​ໄດ້​ມາ​ໃນ​ວັນຊະບາໂຕ​ອີກ. ແລ້ວ​ຂ້ານ້ອຍ​ຈຶ່ງ​ສັ່ງ​ຄົນ​ເລວີ​ໃຫ້​ຊຳລະ​ຕົນ ແລະ ເຝົ້າ​ຍາມ​ຢູ່​ທີ່​ປະຕູ​ເພື່ອ​ປົກປັກຮັກສາ​ວັນຊະບາໂຕ​ໃຫ້​ບໍລິສຸດ.

ຂ້າ​ແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ລະນຶກ​ເຖິງ​ຂ້ານ້ອຍ​ໃນ​ຂໍ້​ນີ້​ດ້ວຍ ແລະ ຂໍ​ສະແດງ​ຄວາມ​ເມດຕາ​ຕໍ່​ຂ້ານ້ອຍ​ຕາມ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

ຫລາຍ​ກວ່າ​ນັ້ນ ໃນ​ຄັ້ງ​ນັ້ນ​ຂ້ານ້ອຍ​ຍັງ​ໄດ້​ເຫັນ​ຊາວ​ຢູດາຍ​ທີ່​ແຕ່ງງານ​ກັບ​ແມ່ຍິງ​ຈາກ​ອາຊະໂດດ, ອຳໂມນ ແລະ ໂມອາບ. ບັນດາ​ລູກ​ຂອງ​ພວກເຂົາ​ເຄິ່ງ​ໜຶ່ງ​ແມ່ນ​ເວົ້າ​ພາສາ​ອາຊະໂດດ ຫລື ພາສາ​ຂອງ​ຊາດ​ໃດ​ຊາດ​ໜຶ່ງ​ຂອງ​ພາສາ​ເຫລົ່ານັ້ນ ແລະ ເວົ້າ​ພາສາ​ຢູດາຍ​ບໍ່​ໄດ້​ເລີຍ. ຂ້ານ້ອຍ​ຈຶ່ງ​ຕຳໜິ ແລະ ສາບແຊ່ງ​ຊາວ​ຢູດາຍ​ເຫລົ່ານັ້ນ. ຂ້ານ້ອຍ​ທຸບ​ຕີ​ຜູ້ຊາຍ​ບາງ​ຄົນ ແລະ ດຶງ​ຜົມ​ຂອງ​ພວກເຂົາ. ຂ້າ​ນ້ອຍ​ໄດ້​ໃຫ້​ເຂົາ​ເຫລົ່ານັ້ນ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ແລະ ເວົ້າ​ວ່າ: “ເຈົ້າ​ຈະ​ບໍ່​ຍົກ​ລູກສາວ​ໃຫ້​ແຕ່ງງານ​ກັບ​ລູກຊາຍ​ຂອງ​ຄົນ​ພວກເຂົາ ຫລື ຮັບ​ລູກ​ສາວ​ຂອງ​ພວກເຂົາ​ມາ​ເປັນ​ເມຍ​ຂອງ​ລູກຊາຍ​ຂອງ​ຕົນ ຫລື ເອົາ​ມາ​ເປັນ​ເມຍ​ຂອງ​ຕົນ. ການ​ແຕ່ງງານ​ຂ້າມ​ຊາດ​ແບບ​ນີ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ແຫ່ງ​ອິດສະຣາເອນ​ເຮັດ​ບາບ​ບໍ່​ແມ່ນ​ບໍ? ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ບໍ່​ມີ​ກະສັດ​ຄົນ​ໃດ​ເໝືອນ​ກັບ​ໂຊໂລໂມນ. ລາວ​ເປັນ​ທີ່​ຮັກ​ຂອງ​ພຣະເຈົ້າ ແລະ ພຣະເຈົ້າ​ໄດ້​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ທັງໝົດ, ແຕ່​ເຖິງ​ຢ່າງ​ນັ້ນ ໂຊໂລໂມນ​ກໍ​ຖືກ​ແມ່ຍິງ​ຄົນ​ຕ່າງຊາດ​ພາ​ໃຫ້​ເຮັດ​ບາບ. ບັດນີ້​ຈະ​ໃຫ້​ພວກເຮົາ​ທົນ​ຟັງ​ວ່າ​ພວກທ່ານ​ກໍ​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ຢ່າງ​ດຽວ​ກັນ ແລະ ທໍລະຍົດ​ຕໍ່​ພຣະເຈົ້າ​ໂດຍ​ໄປ​ແຕ່ງງານ​ກັບ​ແມ່ຍິງ​ຄົນ​ຕ່າງຊາດ​ບໍ?”

ລູກຊາຍ​ຄົນ​ໜຶ່ງ​ຂອງ​ໂຢອີອາດາ ຜູ້​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂລຫິດ​ເອລີອາຊິບ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ສານບັນລັດ​ຊາວ​ໂຮໂຣນ ແລະ ຂ້ານ້ອຍ​ໄດ້​ຂັບໄລ່​ລາວ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ຂ້ານ້ອຍ.

ຂ້າ​ແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຈົດຈຳ​ຄົນ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ສ້າງ​ມົນທິນ​ໃຫ້​ແກ່​ຕຳແໜ່ງ​ປະໂລຫິດ ແລະ ຄຳໝັ້ນສັນຍາ​ຂອງ​ການ​ເປັນ​ປະໂລຫິດ​ກັບ​ຄຳໝັ້ນສັນຍາ​ຂອງ​ຄົນ​ເລວີ.

ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໄດ້​ຊຳລະ​ບັນດາ​ປະໂລຫິດ​ກັບ​ຄົນ​ເລວີ​ຈາກ​ທຸກສິ່ງ​ຂອງ​ຄົນ​ຕ່າງຊາດ ແລະ ມອບໝາຍ​ງານ​ໃຫ້​ແຕ່​ລະ​ຄົນ​ຕາມ​ໜ້າທີ່​ຂອງ​ຕົນ. ຂ້ານ້ອຍ​ຍັງ​ໄດ້​ຈັດຫາ​ຟືນ​ມາ​ຖວາຍ​ຕາມ​ເວລາ​ທີ່​ກຳນົດ ແລະ ໃຫ້​ເຝົ້າ​ເບິ່ງແຍງ​ຜົນ​ທຳອິດ.

ຂ້າ​ແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ລະນຶກ​ເຖິງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ພໍໃຈ​ດ້ວຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.