Biblica® Open Lao Contemporary Version
ເອສະເທີ 1
ລາຊີນີວາຊະຕີຖືກປົດອອກຈາກຕໍາແໜ່ງ
ເຫດການນີ້ເກີດຂຶ້ນໃນຊ່ວງສະໄໝຂອງກະສັດເຊເຊັດ1 ຜູ້ທີ່ໄດ້ປົກຄອງ 127 ແຂວງ ຕັ້ງແຕ່ອິນເດຍຈົນເຖິງກູເຊ2 ໃນສະໄໝນັ້ນ ກະສັດເຊເຊັດໄດ້ປົກຄອງບັນລັງຂອງເພິ່ນຢູ່ທີ່ເມືອງເອກຊູຊາ, ແລະ ໃນປີທີສາມຂອງການປົກຄອງຂອງເພິ່ນ ເພິ່ນໄດ້ຈັດງານລ້ຽງສໍາລັບບັນດາຂຸນນາງ ແລະ ຂ້າລາຊະການທັງໝົດຂອງເພິ່ນ. ບັນດາຜູ້ນໍາກອງທັບຂອງເປີເຊຍ ແລະ ຂອງເມເດຍ, ບັນດາເຈົ້ານາຍ ແລະ ບັນດາຂຸນນາງຂອງແຂວງຕ່າງໆກໍໄດ້ມາເຂົ້າພົບ.
ກະສັດໄດ້ສະແດງຄວາມຮັ່ງມີຂອງອານາຈັກ, ຄວາມງົດງາມ ແລະ ກຽດສັກສີອັນຍິ່ງໃຫຍ່ຂອງເພິ່ນເປັນເວລາ 180 ວັນ. ຫລັງຈາກນັ້ນ ຜ່ານໄປຫລາຍວັນ, ກະສັດໄດ້ຈັດງານລ້ຽງຂຶ້ນເຈັດວັນຢູ່ທີ່ເດີ່ນສວນຂອງວັງຂອງກະສັດ ສຳລັບທຸກຄົນທີ່ຢູ່ປ້ອມເມືອງຊູຊາ, ຕັ້ງແຕ່ຜູ້ຍິ່ງໃຫຍ່ທີ່ສຸດລົງໄປເຖິງຜູ້ນ້ອຍທີ່ສຸດ. ໃນສວນນັ້ນໄດ້ມີຜ້າຝ້າຍລິນິນສີຂາວ ແລະ ສີຟ້າ ຫ້ອຍດ້ວຍເຊືອກຝ້າຍລິນິນສີຂາວ ແລະ ສີມ່ວງໃສ່ກັບບ້ວງເງິນຢູ່ເທິງເສົາຫີນອ່ອນ. ມີຕັ່ງນວມຄຳ ແລະ ຕັ່ງນວມເງິນຕັ້ງຢູ່ຕາມທາງຍ່າງ ເຊິ່ງຝັງຫີນແດງ, ຫີນອ່ອນ, ຫອຍມຸກ ແລະ ພອຍທີ່ມີລາຄາແພງອື່ນໆ. ເຫລົ້າອະງຸ່ນທີ່ນຳອອກມາແຈກຢາຍແມ່ນບັນຈຸໃນພາຊະນະຄຳ, ແຕ່ລະອັນແມ່ນມີຮູບຮ່າງ ແລະ ລວດລາຍບໍ່ຊ້ຳກັນ, ກະສັດໄດ້ມອບເຫລົ້າອະງຸ່ນຫລວງໃຫ້ດື່ມຢ່າງເຫລືອເຟືອ. ແຂກແຕ່ລະຄົນດື່ມໄດ້ຕາມທີ່ຕ້ອງການ, ເພາະເພິ່ນໄດ້ສັ່ງພະນັກງານຝ່າຍເຫລົ້າອະງຸ່ນໃຫ້ນຳມາບໍລິການຕາມຄວາມພໍໃຈຂອງທຸກຄົນ.
ລາຊີນີວາຊະຕີກໍໄດ້ຈັດງານລ້ຽງສຳລັບບັນດາແມ່ຍິງທີ່ຢູ່ໃນວັງຂອງກະສັດເຊເຊັດເໝືອນກັນ.
ໃນວັນທີເຈັດ, ເມື່ອກະສັດເຊເຊັດມ່ວນຊື່ນຫລາຍຈາກການດື່ມເຫລົ້າອະງຸ່ນ ເພິ່ນກໍໄດ້ສັ່ງໃຫ້ຂັນທີເຈັດຄົນທີ່ເປັນຜູ້ຮັບໃຊ້ສ່ວນຕົວຂອງເພິ່ນມາຄື: ເມຫູມານ, ບີຊະທາ, ຮາໂບນາ, ບິກທາ, ອາບັກທາ, ເຊທາເຣ ແລະ ກາກກັດ. ໃຫ້ໄປເຊີນລາຊີນີວາຊະຕີ ທີ່ກຳລັງສວມມົງກຸດມາພົບເພິ່ນ. ເພື່ອໃຫ້ປະຊາຊົນ ແລະ ບັນດາຂຸນນາງໄດ້ເຫັນຄວາມງາມຂອງນາງ, ເພາະນາງຊ່າງງົດງາມໜ້າເບິ່ງຫລາຍ. ແຕ່ເມື່ອຄົນເຫລົ່ານີ້ໄປເຊີນລາຊີນີຕາມຄຳສັ່ງຂອງກະສັດແລ້ວ, ລາຊີນີວາຊະຕີກໍປະຕິເສດທີ່ຈະມາ, ກະສັດຈຶ່ງໂກດຮ້າຍ ແລະ ໃຈຮ້າຍຫລາຍ.
ເນື່ອງຈາກເປັນປະເພນີທີ່ກະສັດຈະຕ້ອງປຶກສາກັບຜູ້ຊ່ຽວຊານທາງດ້ານກົດໝາຍ ແລະ ຄວາມຍຸຕິທຳ, ເພິ່ນຈຶ່ງໄດ້ເວົ້າກັບບັນດານັກປາດຜູ້ເຂົ້າໃຈຍຸກສະໄໝ ແລະ ເປັນຜູ້ໃກ້ຊິດກະສັດທີ່ສຸດມີດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເຊນາ ແລະ ເມມູການ, ຂຸນນາງທັງເຈັດແຫ່ງມີເດຍ ແລະ ເປີເຊຍ ເຊິ່ງເປັນຜູ້ທີ່ມີສິດທິພິເສດໃນການເຂົ້າພົບກະສັດ ແລະ ເປັນຜູ້ມີອຳນາດສູງສຸດໃນອານາຈັກ.
ເພິ່ນໄດ້ຖາມວ່າ, “ຕາມກົດໝາຍແລ້ວຈະຕ້ອງເຮັດກັບລາຊີນີວາຊະຕີຢ່າງໃດ? ນາງບໍ່ຍອມເຊື່ອຟັງຄຳສັ່ງຂອງກະສັດເຊເຊັດຕາມທີ່ໃຫ້ຂັນທີໄປເຊີນນາງ”.
ແລ້ວເມມູການກໍໄດ້ຕອບຕໍ່ໜ້າກະສັດ ແລະ ບັນດາເຈົ້ານາຍວ່າ, “ລາຊີນີວາຊະຕີໄດ້ເຮັດຜິດ, ບໍ່ແມ່ນພຽງແຕ່ຕໍ່ກະສັດເທົ່ານັ້ນ ແຕ່ຍັງເຮັດຜິດຕໍ່ຂຸນນາງທັງໝົດ ແລະ ປະຊາຊົນທັງໝົດໃນທຸກແຂວງຂອງກະສັດເຊເຊັດດ້ວຍ. ເພາະແມ່ຍິງທຸກກໍຈະຮູ້ຈັກການກະທຳຂອງລາຊີນີ ແລະ ດັ່ງນັ້ນ ພວກເຂົາຈະພາກັນດູຖູກຜົວຂອງຕົນ ແລະ ເວົ້າວ່າ, ‘ກະສັດເຊເຊັດໄດ້ສັ່ງໃຫ້ລາຊີນີວາຊະຕີເຂົ້າໄປພົບເພິ່ນ, ແຕ່ນາງບໍ່ຍອມໄປ’. ໃນມື້ນັ້ນ ບັນດາແມ່ຍິງຄົນຊັ້ນສູງແຫ່ງເມເດຍ ແລະ ເປີເຊຍທີ່ໄດ້ຍິນເລື່ອງການກະທຳຂອງລາຊີນີ ກໍຈະປະຕິບັດຕໍ່ບັນດາຂຸນນາງທັງໝົດຂອງກະສັດໃນແບບດຽວກັນ. ຈະເຮັດໃຫ້ຂາດຄວາມເຄົາລົບ ແລະ ເກີດຄວາມຂັດແຍ້ງບໍ່ສິ້ນສຸດຈັກເທື່ອ.
“ເຫດສະນັ້ນ ຖ້າທ່ານເຫັນດີ ກໍຂໍໃຫ້ທ່ານອອກດຳລັດເປັນທາງການ ແລະ ຂໍໃຫ້ຂຽນຂຶ້ນເປັນກົດໝາຍຂອງເປີເຊຍ ແລະ ເມເດຍ, ເຊິ່ງຈະບໍ່ມີການລຶບລ້າງໄດ້ຈັກເທື່ອ, ເພື່ອວ່າວາຊະຕີຈະເຂົ້າພົບກະສັດບໍ່ໄດ້ອີກຕໍ່ໄປ. ພ້ອມທັງຂໍໃຫ້ທ່ານມອບຕຳແໜ່ງລາຊີນີຂອງນາງໃຫ້ແກ່ຍິງຄົນອື່ນທີ່ດີກວ່ານາງ. ຫລັງຈາກນັ້ນ ເມື່ອຄໍາສັ່ງຂອງກະສັດໄດ້ຖືກປະກາດອອກໄປທົ່ວອານາຈັກອັນກວ້າງໃຫຍ່ຂອງທ່ານແລ້ວ, ແມ່ຍິງທຸກຄົນຈະໃຫ້ຄວາມເຄົາລົບຕໍ່ຜົວຂອງຕົນ, ຕັ້ງແຕ່ຜູ້ນ້ອຍທີ່ສຸດໄປຈົນເຖິງຜູ້ໃຫຍ່ທີ່ສຸດ”.
ກະສັດ ແລະ ບັນດາເຈົ້ານາຍຂອງເພິ່ນກໍເກີດຄວາມພໍໃຈກັບຄຳແນະນໍານີ້ ສະນັ້ນກະສັດກໍໄດ້ເຮັດຕາມທີ່ເມມູການໄດ້ສະເໜີ. ເພິ່ນໄດ້ສົ່ງໜັງສືທາງການອອກໄປທຸກພາກຂອງອານາຈັກ, ໄປຫາທຸກແຂວງເປັນຄໍາເວົ້າທີ່ຕົນໃຊ້ກັນນັ້ນ ແລະ ໄປຫາທຸກຄົນເປັນພາສາທ້ອງຖິ່ນຂອງພວກຕົນ, ໂດຍປະກາດວ່າ ຜູ້ຊາຍທຸກຄົນຈະຕ້ອງເປັນຜູ້ປົກຄອງຢູ່ໃນເຮືອນຂອງຕົນ, ໂດຍໃຊ້ອໍານາດໃນທ້ອງຖິ່ນຂອງຕົນ.
Source notes (2)
- Footnote ພາສາເຮັບເຣີວ່າ ອາຫະສຸເອລັດ ເປັນອີກຮູບໜຶ່ງຂອງ ເຊີຊີດ ເຊິ່ງເປັນຊື່ເປີເຊຍ ທັງໃນຂໍ້ນີ້ ແລະ ຕະຫລອດພຣະທຳເອສະເທີ
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.