Biblica® Open Lao Contemporary Version
ເອສະເທີ 2
ນາງເອສະເທີຂຶ້ນເປັນລາຊີນີ
ຕໍ່ມາເມື່ອຄວາມໃຈຮ້າຍຂອງກະສັດເຊເຊັດໄດ້ສະຫງົບລົງແລ້ວ, ເພິ່ນກໍໄດ້ຄິດເຖິງນາງວາຊະຕີ ແລະ ສິ່ງທີ່ນາງໄດ້ເຮັດ ແລະ ສິ່ງທີ່ເພິ່ນໄດ້ອອກຄໍາສັ່ງກ່ຽວກັບນາງ. ແລ້ວຜູ້ຮັບໃຊ້ປະຈໍາຂອງກະສັດຈຶ່ງສະເໜີວ່າ, “ຈົ່ງອອກໄປຊອກຫາຍິງສາວບໍລິສຸດຜູ້ທີ່ສວຍງາມມາໃຫ້ກະສັດ. ຂໍກະສັດໄດ້ແຕ່ງຕັ້ງພວກຂ້າລາຊະການໃນທຸກໆແຂວງຂອງອານາຈັກຂອງພຣະອົງ ເພື່ອນໍາເອົານຳເອົາຍິງສາວທີ່ສວຍງາມທັງໝົດໄປທີ່ບ່ອນຢູ່ຂອງພວກນາງສະໜົມໃນປ້ອມປ້ອງກັນຂອງເມືອງຊູຊາ. ແລ້ວໃຫ້ພວກເຂົາຢູ່ພາຍໃຕ້ການເບິ່ງແຍງຂອງເຮໄກ, ເຊິ່ງເປັນຂັນທີຂອງກະສັດ, ຜູ້ທີ່ຮັບຜິດຊອບກ່ຽວກັບບັນດາຜູ້ຍິງ ແລະ ເບິ່ງແຍງຄວາມງາມໃຫ້ແກ່ພວກເຂົາ. ຫລັງຈາກນັ້ນ ໃຫ້ແມ່ຍິງທີ່ກະສັດພໍໃຈເປັນລາຊີນີແທນນາງວາຊະຕີ”. ກະສັດໄດ້ພໍໃຈກັບຄໍາແນະນໍານີ້ ແລະ ເພິ່ນຈຶ່ງປະຕິບັດຕາມນັ້ນ.
ໃນປ້ອມປ້ອງກັນຂອງເມືອງຊູຊາ ມີຄົນຢິວຜູ້ໜຶ່ງຈາກເຜົ່າເບັນຢາມິນ, ຊື່ວ່າມໍເດໄກ ລູກຊາຍຂອງຢາອີ; ເປັນເຊື້ອສາຍຂອງກີເຊ ແລະ ຊີເມອີ, ຜູ້ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບມາເປັນຊະເລີຍຈາກເຢຣູຊາເລັມ, ພ້ອມກັບກະສັດເຢໂຮຍອາກິນ1ແຫ່ງຢູດາຍ. ມໍເດໄກມີຍາດພີ່ນ້ອງຄົນໜຶ່ງຊື່ວ່າຮາດາສາ, ເພິ່ນໄດ້ລ້ຽງດູນາງເພາະນາງບໍ່ມີທັງພໍ່ ແລະ ແມ່, ຍິງສາວຄົນນີ້, ເຊິ່ງມີອີກຊື່ໜຶ່ງວ່າເອສະເທີ, ນາງມີຮູບຮ່າງທີ່ໜ້າຮັກ ແລະ ສວຍງາມ. ມໍເດໄກໄດ້ຮັບເອົານາງມາເປັນລູກສາວຂອງຕົນເອງ ຫລັງຈາກທີ່ພໍ່ແມ່ຂອງນາງຕາຍໄປ.
ເມື່ອຄໍາສັ່ງຂອງກະສັດໄດ້ຖືກປະກາດອອກໄປ, ກໍໄດ້ມີຍິງໜຸ່ມຫລາຍຄົນຖືກນຳຕົວມາທີ່ປ້ອມປ້ອງກັນຂອງເມືອງຊູຊາ ແລະ ພາຍໃຕ້ການເບິ່ງແຍງຂອງເຮໄກ. ເອສະເທີກໍຖືກນຳມາທີ່ວັງຂອງກະສັດ ແລະ ຢູ່ໃນການເບິ່ງແຍງຂອງເຮໄກ ຜູ້ເບິ່ງແຍງພວກນາງສະໜົມ. ເຮໄກພໍໃຈໃນຕົວນາງເອສະເທີ ແລະ ນາງໄດ້ຮັບຄວາມພໍໃຈຈາກລາວ. ລາວຈຶ່ງຟ້າວຈັດຫາເຄື່ອງຕົບແຕ່ງຄວາມງາມ ແລະ ອາຫານພິເສດໃຫ້ແກ່ນາງ, ລາວໄດ້ຈັດໃຫ້ຜູ້ຮັບໃຊ້ຍິງເຈັດຄົນທີ່ໄດ້ຄັດເລືອກຈາກວັງຂອງກະສັດມາຮັບໃຊ້ນາງ ແລະ ໃຫ້ນາງກັບຜູ້ຮັບໃຊ້ຍິງຂອງນາງຍ້າຍໄປຢູ່ບ່ອນທີ່ດີທີ່ສຸດໃນບ່ອນຢູ່ຂອງພວກນາງສະໜົມ.
ເອສະເທີບໍ່ໄດ້ເປີດເຜີຍເລື່ອງເຊື້ອຊາດ ແລະ ສະພາບຄອບຄົວຂອງຕົນ, ເພາະມໍເດໄກສັ່ງຫ້າມໄວ້ບໍ່ໃຫ້ເຮັດແບບນັ້ນ. ທຸກມື້ ມໍເດໄກໄດ້ຍ່າງໄປຢູ່ມາຕໍ່ໜ້າເດີ່ນຂອງພວກນາງສະໜົມ ເພື່ອຢາກຮູ້ວ່າເອສະເທີເປັນຢູ່ຢ່າງໃດ ແລະ ຈະມີຫຍັງເກີດຂຶ້ນກັບນາງ.
ກ່ອນເຖິງຜຽນທີ່ຍິງແຕ່ລະຄົນເຂົ້າໄປພົບກະສັດເຊເຊັດ, ພວກນາງຈະຕ້ອງຮັບການເສີມຄວາມງາມຕາມທີ່ໄດ້ກໍານົດໄວ້ເປັນເວລາສິບສອງເດືອນຄື ຫົກເດືອນແມ່ນບຳລຸງດ້ວຍນ້ຳມັນກຳຍານ ແລະ ອີກຫົກເດືອນນັ້ນແມ່ນບຳລຸງດ້ວຍນ້ຳຫອມ ແລະ ເຄື່ອງສໍາອາງຕ່າງໆ. ແລະ ເມື່ອເຖິງຜຽນທີ່ນາງຈະເຂົ້າພົບກະສັດ, ສິ່ງໃດທີ່ນາງຢາກໄດ້ກໍໃຫ້ເອົາຈາກບ່ອນຢູ່ຂອງພວກນາງສະໜົມໄປວັງກໍໄດ້. ໃນຕອນແລງນາງຈະເຂົ້າໄປທີ່ນັ້ນ ແລະ ໃນຕອນເຊົ້າກໍຈະກັບໄປຢູ່ອີກບ່ອນໜຶ່ງຂອງບ່ອນຢູ່ຂອງພວກນາງສະໜົມ. ຢູ່ພາຍໃຕ້ການເບິ່ງແຍງຂອງຊາອາຊະກາດ, ຜູ້ທີ່ເປັນຂັນທີຂອງກະສັດ ເຊິ່ງເປັນຜູ້ຮັບຜິດຊອບເບິ່ງແຍງບັນດານາງສະໜົມ. ນາງຈະບໍ່ໄດ້ໄປຫາກະສັດອີກ. ນອກຈາກວ່າເພິ່ນພໍໃຈໃນຕົວນາງ ແລະ ໄດ້ຖືກເອີ້ນຊື່ຂອງນາງໃຫ້ເຂົ້າໄປຫາ.
ເມື່ອມາເຖິງຜຽນຂອງເອສະເທີ (ຍິງໜຸ່ມທີ່ມໍເດໄກໄດ້ຮັບມາເປັນລູກລ້ຽງ, ນາງເປັນລູກສາວຂອງອາບີໄຮ ຜູ້ເປັນລຸງຂອງມໍເດໄກ) ທີ່ຈະເຂົ້າໄປຫາກະສັດ, ນາງບໍ່ໄດ້ຂໍສິ່ງໃດຈາກທີ່ຂັນທີເຮໄກ, ຜູ້ທີ່ເປັນຂັນທີຂອງກະສັດ ເຊິ່ງເປັນຜູ້ຮັບຜິດຊອບເບິ່ງແຍງພວກນາງສະໜົມ, ນາງໄດ້ເຮັດຕາມຄຳແນະນຳຂອງເຮໄກ. ແລ້ວເອສະເທີກໍໄດ້ຮັບຄວາມພໍໃຈຈາກທຸກຄົນທີ່ໄດ້ເຫັນນາງ. ເອສະເທີຖືກນຳມາເຂົ້າພົບກະສັດເຊເຊັດໃນວັງໃນເດືອນທີສິບ, ເປັນເດືອນເຕເບັດ ເຊິ່ງເປັນປີທີເຈັດຂອງການປົກຄອງຂອງເພິ່ນ.
ກະສັດພໍໃຈເອສະເທີຫລາຍກວ່າຍິງອື່ນທັງໝົດ ແລະ ເພິ່ນໄດ້ໃຫ້ຄວາມພໍໃຈຕໍ່ນາງ ແລະ ໃຫ້ຄວາມກະລຸນາຕໍ່ນາງຫລາຍກວ່າຍິງສາວບໍລິສຸດຄົນອື່ນໆ. ດັ່ງນັ້ນ ເພິ່ນຈຶ່ງໄດ້ສວມມົງກຸດໃສ່ຫົວໃຫ້ນາງ ແລະ ແຕ່ງຕັ້ງນາງໃຫ້ເປັນລາຊີນີແທນລາຊີນີວາຊະຕີ. ກະສັດກໍໄດ້ຈັດງານກິນລ້ຽງຢ່າງໃຫຍ່ຂຶ້ນແກ່ບັນດາຂຸນນາງ ແລະ ຂ້າລາຊະການທັງໝົດເພື່ອນາງເອສະເທີ, ເພິ່ນໄດ້ປະກາດໃຫ້ມື້ນັ້ນເປັນມື້ຢຸດພັກທົ່ວທຸກແຂວງ ແລະ ໄດ້ແຈກຂອງຂັວນໃຫ້ດ້ວຍໃຈກວ້າງຂວາງ.
ມໍເດໄກເປີດເຜີຍເລື່ອງແຜນການປອງຮ້າຍ
ເມື່ອຍິງສາວບໍລິສຸດມາຊຸມນຸມກັນເປັນຄັ້ງທີສອງ, ມໍເດໄກກໍາລັງນັ່ງຢູ່ທີ່ປະຕູຂອງກະສັດ. ແຕ່ເອສະເທີຍັງຮັກສາຄວາມລັບຂອງສະພາບຄອບຄົວຂອງນາງ ແລະ ເຊື້ອຊາດຂອງນາງຕາມທີ່ມໍເດໄກໄດ້ບອກນາງໄວ້, ນາງຍັງສືບຕໍ່ປະຕິບັດຕາມຄຳແນະນໍາຂອງມໍເດໄກເໝືອນຕອນທີ່ເພິ່ນຍັງລ້ຽງດູນາງໃຫ້ໃຫຍ່ຂຶ້ນມາ.
ໃນລະຫວ່າງທີ່ມໍເດໄກນັ່ງປະຈຳຢູ່ທີ່ປະຕູຂອງກະສັດຢູ່ນັ້ນ, ຂ້າລາຊະການສອງຄົນ ເຊິ່ງເປັນຄົນເຝົ້າຍາມປະຕູທາງເຂົ້າ ຄືບິກທານ2 ແລະ ເຕເຣເຊ, ມີຄວາມໃຈຮ້າຍ ແລະ ໄດ້ຮ່ວມຫົວກັນຈະເພື່ອຂ້າກະສັດເຊເຊັດ. ແຕ່ມໍເດໄກຮູ້ແຜນການນີ້ ແລະ ໄດ້ບອກໃຫ້ລາຊີນີເອສະເທີຮູ້, ນາງໄດ້ລາຍງານເລື່ອງນີ້ຕໍ່ກະສັດ, ແລ້ວໄດ້ມອບຄຸນງາມຄວາມດີໃຫ້ແກ່ມໍເດໄກ. ມີການສືບສວນເລື່ອງນີ້ ແລະ ກໍພົບວ່າເປັນຄວາມຈິງ, ຂ້າລາຊະການທັງສອງຈຶ່ງຖືກແຂວນຄໍຢູ່ເທິງເສົາ.3 ເລື່ອງທັງໝົດນີ້ໄດ້ຖືກບັນທຶກໄວ້ຢູ່ໃນປຶ້ມບັນທຶກປະຈໍາປີຂອງກະສັດ.
Source notes (3)
- Footnote ພາສາເຮັບເຣີວ່າ ເຍໂຍນິຢາ ເປັນອີກຮູບໜຶ່ງຂອງ ເຍໂຮຢາກິນ
- Footnote ພາສາເຮັບເຣີວ່າ ບິກທານ ເປັນອີກຮູບໜຶ່ງຂອງ ບິກທານາ
- Footnote ຫລື ຖືກແຂວນ (ຫລື ຖືກສຽບ) ໄວ້ເທິງເສົາ ເໝືອນກັບຂໍ້ອື່ນໆໃນພຣະທຳເອສະເທີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.