Biblica® Open Lao Contemporary Version
ເອສະເທີ 3
ຮາມານວາງແຜນທຳລາຍຊາວຢິວ
ຫລັງຈາກເຫດການເຫລົ່ານີ້ ກະສັດເຊເຊັດໄດ້ເລື່ອນຊັ້ນຮາມານເປັນລູກຊາຍຂອງຮາມເມດາທາ, ເຊິ່ງເປັນຊາວອາກັກ, ໄດ້ເລື່ອນເພິ່ນໃຫ້ສູງຂຶ້ນ ແລະ ໄດ້ມອບບ່ອນນັ່ງອັນມີກຽດໃຫ້ແກ່ເພິ່ນສູງກວ່າບັນດາເຈົ້ານາຍຄົນອື່ນໆທັງໝົດ. ບັນດາຂ້າລາຊະການທຸກຄົນຂອງກະສັດທີ່ເຝົ້າຍາມຢູ່ທີ່ປະຕູວັງຄຸເຂົ່າລົງ ແລະ ສະແດງຄວາມເຄົາລົບຕໍ່ຮາມານ, ຕາມທີ່ກະສັດໄດ້ສັ່ງເລື່ອງນີ້ໄວ້ກ່ຽວກັບລາວ. ແຕ່ມໍເດໄກບໍ່ຍອມຄຸເຂົ່າ ຫລື ໃຫ້ກຽດແກ່ລາວ.
ແລ້ວບັນດາຂ້າລາຊະການທີ່ເຝົ້າຍາມຢູ່ທີ່ປະຕູຂອງກະສັດຈຶ່ງໄດ້ຖາມມໍເດໄກວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ຍອມຟັງຄຳສັ່ງຂອງກະສັດ?” ທຸກໆມື້ ພວກເຂົາກໍພາກັນເວົ້າແລ້ວເວົ້າອີກ ແຕ່ມໍເດໄກກໍບໍ່ຍອມປະຕິບັດຕາມ. ເຫດສະນັ້ນ ພວກເຂົາຈຶ່ງໄດ້ບອກຮາມານກ່ຽວກັບເລື່ອງນີ້ເພື່ອເບິ່ງວ່າລາວຈະອົດທົນຕໍ່ການປະພຶດຂອງມໍເດໄກໄດ້ບໍ່, ເພາະມໍເດໄກໄດ້ບອກພວກເຂົາວ່າລາວເປັນຊາວຢິວ.
ເມື່ອຮາມານເຫັນວ່າມໍເດໄກບໍ່ຍອມຄຸເຂົ່າລົງ ຫລື ບໍ່ໃຫ້ກຽດລາວ, ລາວກໍໂກດຮ້າຍຫລາຍ. ແຕ່ເມື່ອຮາມານຮູ້ວ່າມໍເດໄກເປັນຊາວຢິວ, ລາວກໍຮູ້ສຶກວ່າຍັງບໍ່ສົມໃຈທີ່ຈະຂ້າແຕ່ມໍເດໄກເທົ່ານັ້ນ. ຮາມານຈຶ່ງຊອກຫາທາງທຳລາຍຄົນຂອງມໍເດໄກທັງໝົດ, ຊາວຢິວ ທົ່ວອານາຈັກຂອງເຊເຊັດ.
ໃນປີທີສິບສອງຂອງການປົກຄອງຂອງກະສັດເຊເຊັດ, ໃນເດືອນທີໜຶ່ງ, ເຊິ່ງແມ່ນເດືອນນີຊານ, ຮາມານໄດ້ໃຊ້ປູຣິມ (ຄືສະຫລາກ) ຕໍ່ໜ້າຮາມານເພື່ອຫາມື້ ແລະ ເດືອນ.1 ແລ້ວສະຫລາກນັ້ນກໍຕົກຖືກວັນທີສິບສາມຂອງເດືອນສິບສອງ, ເຊິ່ງແມ່ນເດືອນອາດາກ.
ຮາມານໄດ້ເວົ້າກັບກະສັດເຊເຊັດວ່າ, “ມີຊົນຊາດໜຶ່ງທີ່ກະຈັດກະຈາຍໄປຕາມທຸກແຂວງໃນອານາຈັກຂອງທ່ານ ເຊິ່ງໄດ້ແຍກຕົນເອງອອກຕ່າງຫາກ. ປະເພນີຂອງພວກເຂົາກໍແຕກຕ່າງຈາກຊົນຊາດອື່ນໆທັງໝົດ, ແລະ ພວກເຂົາບໍ່ຍອມປະຕິບັດຕາມກົດໝາຍຂອງກະສັດ; ດັ່ງນັ້ນ ມັນຈຶ່ງບໍ່ເປັນຜົນດີແກ່ກະສັດທີ່ຕ້ອງອົດທົນກັບພວກເຂົາ. ຖ້າກະສັດໄດ້ເຫັນດີ, ຂໍໃຫ້ອອກດຳລັດໃຫ້ທຳລາຍພວກເຂົາ ແລະ ຂ້ານ້ອຍຈະມອບເງິນ 10.000 ຕາລັນຕົນ2 ໃຫ້ແກ່ຜູ້ບໍລິຫານຂອງກະສັດເພື່ອເຂົ້າໄວ້ໃນຄັງຫລວງ”.
ດັ່ງນັ້ນ ກະສັດຈຶ່ງໄດ້ຖອດແຫວນປະທັບຕາອອກຈາກນິ້ວມືຂອງເພິ່ນ ແລ້ວກໍໄດ້ມອບແຫວນນັ້ນໃຫ້ແກ່ຮາມານ ລູກຊາຍຂອງຮາມເມດາທາ, ຊາວອາກັກ, ຜູ້ທີ່ເປັນສັດຕູຂອງຊາວຢິວ. ກະສັດໄດ້ເວົ້າກັບຮາມານວ່າ, “ຈົ່ງເກັບເງິນນັ້ນໄວ້, ຈົ່ງເຮັດກັບຊົນຊາດນັ້ນຕາມທີ່ເຈົ້າຕ້ອງການ”.
ດັ່ງນັ້ນ ໃນວັນທີສິບສາມຂອງເດືອນທີໜຶ່ງ ຮາມານຈຶ່ງເອີ້ນບັນດາເລຂາທິການຂອງກະສັດມາພົບ. ພວກເຂົາໄດ້ຂຽນຄຳສັ່ງຂອງຮາມານເປັນໂຕອັກສອນຂອງແຕ່ລະແຂວງ ແລະ ເປັນພາສາຂອງແຕ່ລະຊົນຊາດ. ຄຳສັ່ງເຫລົ່ານີ້ຂຽນຂຶ້ນໃນນາມຂອງກະສັດເຊເຊັດເອງ ເຖິງບັນດາຜູ້ວ່າການແຂວງ ແລະ ຂຸນນາງຕາມມົນທົນຕ່າງໆ ແລະ ກໍປະທັບຕາໃສ່ດ້ວຍແຫວນຂອງເພິ່ນ. ຫລັງຈາກນັ້ນ ຜູ້ສົ່ງຂ່າວກໍຖືໄປທົ່ວທຸກແຂວງຂອງກະສັດພ້ອມດ້ວຍຄໍາສັ່ງໃຫ້ທໍາລາຍ, ຂ້າຄົນຢິວທຸກຄົນບໍ່ວ່າຄົນໜຸ່ມ ຫລື ຜູ້ເຖົ້າ, ແມ່ຍິງ ຫລື ເດັກນ້ອຍຕ້ອງຖືກຂ້າພາຍໃນວັນດຽວນັ້ນ, ຄືວັນທີສິບສາມຂອງເດືອນອາດາກ ເຊິ່ງເປັນເດືອນທີສິບສອງ. ແລ້ວກໍຢຶດເອົາສິ່ງຂອງ ຂອງພວກເຂົາ. ຈົ່ງອອກສຳເນົາຂອງຄຳປະກາດເປັນກົດໝາຍໃນທຸກແຂວງ ແລະ ໃຫ້ປະຊາຊົນຂອງທຸກຊົນຊາດໄດ້ຮູ້ທົ່ວກັນ ເພື່ອວ່າພວກເຂົາຈະໄດ້ຕຽມພ້ອມສຳລັບມື້ນັ້ນ.
ເມື່ອກະສັດໄດ້ອອກຄໍາສັ່ງໄປແລ້ວ, ບັນດາຜູ້ສົ່ງຂ່າວກໍຟ້າວໄປ ແລະ ນຳເອົາຄໍາສັ່ງໄປອອກປະກາດໃນປ້ອມປ້ອງກັນຂອງເມືອງຊູຊາ. ກະສັດ ແລະ ຮາມານກໍນັ່ງດື່ມເຫລົ້າຮ່ວມກັນກັບຮາມານ, ແຕ່ເມືອງຊູຊາກໍເກີດຄວາມສັບສົນວຸ້ນວາຍ.
Source notes (2)
- Footnote ພາສາເຮັບເຣີບໍ່ປະໂຫຍກທີ່ວ່າ ສະຫລາກນັ້ນຕົກ
- Footnote ຫລື ປະມານ 375 ໂຕນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.