Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 8

ປະຊາຊົນ​ທັງປວງ​ກໍ​ມາ​ຊຸມນຸມ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຢູ່​ທີ່​ເດີ່ນ​ຕໍ່ໜ້າ​ປະຕູ​ນ້ຳ. ພວກເຂົາ​ໄດ້​ຂໍ​ໃຫ້​ເອຊະຣາ​ຄູສອນ​ກົດບັນຍັດ​ໃຫ້​ນຳ​ເອົາ​ກົດບັນຍັດ​ຂອງ​ໂມເຊ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ອິດສະຣາເອນ​ນັ້ນ​ອອກ​ມາ.

ດັ່ງນັ້ນ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ປະໂລຫິດ​ເອຊະຣາ​ຈຶ່ງ​ນຳ​ເອົາ​ມ້ວນ​ກົດບັນຍັດ​ມາ​ຕໍ່ໜ້າ​ປະຊາຊົນ​ທັງໝົດ, ເຊິ່ງ​ມີ​ທັງ​ຊາຍ ແລະ ຍິງ ແລະ ທຸກຄົນ​ທີ່​ສາມາດ​ເຂົ້າໃຈ​ໄດ້. ເອຊະຣາ​ໄດ້​ອ່ານ​ກົດບັນຍັດ​ນັ້ນ​ສຽງ​ດັງ​ຕັ້ງແຕ່​ຕອນເຊົ້າ​ຈົນ​ເຖິງ​ຕອນທ່ຽງ ຂະນະ​ທີ່​ເພິ່ນ​ຫັນ​ໜ້າ​ໄປ​ຫາ​ເດີ່ນ​ທີ່​ຢູ່​ຕໍ່ໜ້າ​ປະຕູ​ນ້ຳ ຕໍ່ໜ້າ​ຊາຍ​ຍິງ ແລະ ຄົນ​ທັງຫລາຍ​ທີ່​ສາມາດ​ເຂົ້າໃຈ​ໄດ້. ປະຊາຊົນ​ທັງໝົດ​ຕ່າງ​ກໍ​ພາ​ກັນ​ຕັ້ງ​ໃຈ​ຟັງ​ໜັງສື​ກົດບັນຍັດ​ນັ້ນ.

ຄູສອນ​ກົດບັນຍັດ​ເອຊະຣາ​ກໍ​ໄດ້​ຢືນ​ຢູ່​ເທິງ​ເວທີ​ໄມ້ ທີ່​ເຮັດ​ຂຶ້ນ​ເພື່ອ​ໂອກາດ​ນີ້​ໂດຍ​ສະເພາະ. ຜູ້​ທີ່​ຢູ່​ຂ້າງ​ຂວາ​ມື​ຂອງ​ເພິ່ນ​ມີ​ດັ່ງ​ນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ ມາອາເສອີຢາ ແລະ ທາງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງ​ນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ ເມຊຸນລຳ.

ເອຊະຣາ​ໄດ້​ເປີດ​ໜັງສື​ອອກ. ທຸກຄົນ​ສາມາດ​ເຫັນ​ເພິ່ນ​ໄດ້ ເພາະ​ເພິ່ນ​ຢືນ​ຢູ່​ສູງ​ກວ່າ​ປະຊາຊົນ ແລະ ຂະນະ​ທີ່​ເພິ່ນ​ພື​ໜັງສື​ມ້ວນ​ອອກ, ປະຊາຊົນ​ທັງໝົດ​ກໍ​ລຸກ​ຢືນ​ຂຶ້ນ. ເອຊະຣາ​ໄດ້​ສັນເສີນ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຜູ້​ຍິ່ງໃຫຍ່ ແລະ ປະຊາຊົນ​ທັງໝົດ​ກໍ​ຍົກ​ມື​ຂຶ້ນ ແລະ ຕອບ​ວ່າ “ອາແມນ! ອາແມນ!” ຫລັງຈາກນັ້ນ ພວກເຂົາ​ກໍ​ໝອບ​ໜ້າ​ລົງ​ທີ່​ພື້ນ​ນະມັດສະການ​ພຣະເຈົ້າ​ຢາເວ.

ຊາວ​ເລວີ​ມີ​ດັ່ງ​ນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະ ເປລາອີຢາ ໄດ້​ສອນ​ກົດບັນຍັດ​ໃຫ້​ປະຊາຊົນ​ຂະນະ​ທີ່​ປະຊາຊົນ​ທັງຫລາຍ​ຢືນ​ຢູ່​ທີ່​ນັ້ນ. ພວກເຂົາ​ໄດ້​ອ່ານ​ຈາກ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າ, ມີ​ການ​ແປ ແລະ ອະທິບາຍ​ຄວາມຫມາຍ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າໃຈ​ສິ່ງ​ທີ່​ອ່ານ​ນັ້ນ.

ເມື່ອ​ທຸກຄົນ​ໄດ້​ຍິນ​ເນື້ອໃນ​ໃນ​ກົດບັນຍັດ​ກໍ​ພາ​ກັນ​ຮ້ອງໄຫ້, ດັ່ງນັ້ນ ເນເຫມີຢາ​ຜູ້​ທີ່​ເປັນ​ຜູ້​ປົກຄອງ ແລະ ປະໂລຫິດ​ເອຊະຣາ​ຜູ້​ທີ່​ເປັນ​ຄູສອນ​ກົດບັນຍັດ ແລະ ຄົນ​ເລວີ​ຜູ້​ທີ່​ກຳລັງ​ສອນ​ປະຊາຊົນ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ: “ມື້​ນີ້​ເປັນ​ວັນ​ບໍລິສຸດ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ. ຢ່າ​ຄ່ຳຄວນ ຫລື ຮ້ອງໄຫ້​ເລີຍ”.

ເນເຫມີຢາ​ໄດ້​ເວົ້າ​ວ່າ, “ຈົ່ງ​ໄປ​ກິນ​ອາຫານ ແລະ ດື່ມ​ເຄື່ອງດື່ມ​ທີ່​ມີ​ລົດ​ຫວານ​ໃຫ້​ອິ່ມໜຳ​ສຳລານ ແລະ ສົ່ງ​ໄປ​ໃຫ້​ບັນດາ​ຄົນ​ທີ່​ບໍ່​ໄດ້​ຕຽມ​ອັນໃດ​ມາ. ວັນ​ນີ້​ເປັນ​ວັນ​ບໍລິສຸດ​ແດ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ. ຢ່າ​ໂສກເສົ້າ ເພາະ​ຄວາມ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ​ເປັນ​ກຳລັງ​ຂອງ​ພວກທ່ານ”.

ຄົນ​ເລວີ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ສະຫງົບ​ລົງ​ໂດຍ​ເວົ້າ​ວ່າ, “ຈົ່ງ​ມິດງຽບ, ເພາະ​ວັນ​ນີ້​ເປັນ​ວັນ​ບໍລິສຸດ. ຢ່າ​ໂສກເສົ້າ”.

ແລ້ວ​ປະຊາຊົນ​ທັງໝົດ​ຈຶ່ງ​ອອກ​ໄປ​ກິນ ແລະ ດື່ມ, ສົ່ງ​ອາຫານ​ສ່ວນ​ຕ່າງໆ ແລະ ສະເຫລີມ​ສະຫລອງ​ກັນ​ດ້ວຍ​ຄວາມ​ຊື່ນຊົມຍິນດີ​ອັນ​ໃຫຍ່ ເພາະ​ດຽວ​ນີ້​ພວກເຂົາ​ໄດ້​ເຂົ້າໃຈ​ຖ້ອຍຄຳ​ທີ່​ໄດ້​ຮັບ​ຟັງ​ນັ້ນ​ແລ້ວ.

ໃນ​ວັນ​ທີ​ສອງ​ຂອງ​ເດືອນ​ນັ້ນ, ຫົວໜ້າ​ຄອບຄົວ​ທຸກຄົນ​ພ້ອມ​ດ້ວຍ​ປະໂລຫິດ ແລະ ຄົນ​ເລວີ ໄດ້​ພາ​ກັນ​ມາ​ຮວມ​ກັນ​ອ້ອມ​ເອຊະຣາ​ຜູ້​ທີ່​ເປັນ​ຄູສອນ​ກົດບັນຍັດ​ເພື່ອ​ເອົາໃຈໃສ່​ຕໍ່​ເນື້ອໃນ​ໃນ​ກົດບັນຍັດ. ພວກເຂົາ​ໄດ້​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ​ວ່າ​ໃຫ້​ຊາວ​ອິດສະຣາເອນ​ອາໄສ​ຢູ່​ໃນ​ຕູບ​ຊົ່ວຄາວ​ຕະຫລອດ​ເທດສະການ​ໃນ​ເດືອນ​ທີ​ເຈັດ ແລະ ພວກເຂົາ​ຄວນ​ປະກາດ​ເລື່ອງ​ນີ້ ແລະ ກະຈາຍ​ເລື່ອງ​ນີ້​ໃຫ້​ໄປ​ທົ່ວ​ເມືອງ​ຕ່າງໆ ແລະ ໃນ​ເຢຣູຊາເລັມ​ວ່າ: “ຈົ່ງ​ອອກ​ໄປ​ເກັບ​ງ່າ​ໝາກກອກ, ຕົ້ນ​ໝາກກອກ​ປ່າ, ຕົ້ນໄມ້ຫອມ, ງ່າ​ຕານ ແລະ ງ່າ​ຂອງ​ຕົ້ນໄມ້​ໃບ​ດົກ​ອື່ນໆ​ຢູ່​ທີ່​ໂນນພູ ເພື່ອ​ສ້າງ​ຕູບ” ຕາມ​ທີ່​ໄດ້​ບັນທຶກ​ໄວ້.1

ດັ່ງນັ້ນ ປະຊາຊົນ​ຈຶ່ງ​ອອກ​ໄປ​ເກັບ​ເອົາ​ງ່າ​ໄມ້​ມາ ແລະ ສ້າງ​ຕູບ​ຂຶ້ນ​ສຳລັບ​ຕົນ​ເອງ​ຢູ່​ເທິງ​ດາດ​ຟ້າ​ຫລັງຄາ​ເຮືອນ​ຂອງ​ຕົນ, ຢູ່​ຕາມ​ເດີ່ນ​ບ້ານ​ຂອງ​ພວກເຂົາ, ຕາມ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ, ຕາມ​ເດີ່ນ​ຂ້າງ​ປະຕູ​ນ້ຳ ແລະ ຕາມ​ເດີ່ນ​ຂ້າງ​ປະຕູ​ເອຟຣາອິມ. ປະຊາຊົນ​ທັງໝົດ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ກໍ​ໄດ້​ສ້າງ​ຕູບ ແລະ ອາໄສ​ຢູ່​ໃນ​ຕູບ​ນັ້ນ. ນັບ​ຕັ້ງ​ແຕ່​ສະໄໝ​ຂອງ​ໂຢຊວຍ ລູກຊາຍ​ນູນ​ຈົນ​ເຖິງ​ວັນ​ນັ້ນ, ຊາວ​ອິດສະຣາເອນ​ບໍ່​ໄດ້​ສະເຫລີມ​ສະຫລອງ​ກັນ​ຢ່າງ​ນີ້​ເລີຍ. ພວກເຂົາ​ຈຶ່ງ​ຊື່ນຊົມຍິນດີ​ຫລາຍ.

ວັນ​ຕໍ່​ມາ, ຈາກ​ວັນ​ທຳອິດ​ຈົນ​ເຖິງ​ວັນ​ສຸດທ້າຍ, ເອຊະຣາ​ໄດ້​ອ່ານ​ກົດບັນຍັດ​ຂອງ​ພຣະເຈົ້າ. ພວກເຂົາ​ໄດ້​ສະເຫລີມ​ສະຫລອງ​ເທດສະການ​ເປັນ​ເວລາ​ເຈັດ​ວັນ ແລະ ໃນ​ວັນ​ທີ​ແປດ​ກໍ​ມີ​ການ​ປະຊຸມ​ປະຊາຊົນ​ຕາມ​ລະບຽບ​ທີ່​ກຳນົດ.

Source notes (1)
  1. Footnote ລລວ 23:37-40

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.