Biblica® Open Lao Contemporary Version
ເນເຫມີຢາ 7
ຫລັງຈາກທີ່ກຳແພງຖືກສ້າງສຳເລັດແລ້ວ ແລະ ຂ້ານ້ອຍກໍຕິດຕັ້ງປະຕູ ແລະ ແຕ່ງຕັ້ງຄົນເຝົ້າຍາມປະຕູ, ຄະນະນັກຮ້ອງ ແລະ ຄົນເລວີ. ຂ້ານ້ອຍໄດ້ມອບໝາຍໃຫ້ຮານານີ ພີ່ນ້ອງຂອງຂ້ານ້ອຍກັບ1ຮານານີຢາຜູ້ບັນຊາການປ້ອມຮ່ວມກັນເບິ່ງແຍງເຢຣູຊາເລັມ, ເພາະລາວເປັນຄົນສັດຊື່ ແລະ ຢຳເກງພຣະເຈົ້າຫລາຍກວ່າຄົນອື່ນໆ. ຂ້ານ້ອຍໄດ້ເວົ້າກັບພວກເຂົາວ່າ, “ຢ່າເປີດປະຕູເຢຣູຊາເລັມຈົນກວ່າແດດຈະຮ້ອນ. ໃນຂະນະທີ່ຄົນເຝົ້າຍາມປະຕູຍັງປະຈຳການຢູ່ ຈົ່ງໃຫ້ພວກເຂົາປິດປະຕູໃສ່ກອນ. ໃຫ້ແຕ່ງຕັ້ງຊາວເມືອງເຢຣູຊາເລັມເປັນຜູ້ເຝົ້າຍາມ ໂດຍໃຫ້ບາງຄົນເບິ່ງແຍງປະຈຳທີ່ຂອງຕົນ ແລະ ບາງຄົນເບິ່ງແຍງບໍລິເວນໃກ້ບ້ານຂອງຕົນ”.
ລາຍຊື່ຊະເລີຍຜູ້ທີ່ກັບຄືນມາ
(ອຊຣ 2:1-70)
ໃນເວລານັ້ນເຢຣູນະຄອນຊາເລັມອັນກວ້າງໃຫຍ່ ແລະ ລ້ຳຄ່າ ແຕ່ຢູ່ທີ່ນັ້ນພັດມີຈຳນວນປະຊາຊົນໜ້ອຍ ແລະ ເຮືອນກໍຍັງບໍ່ໄດ້ສ້າງຂຶ້ນໃໝ່ເທື່ອ. ດັ່ງນັ້ນ ພຣະເຈົ້າຈຶ່ງດົນໃຈຂ້ານ້ອຍໃຫ້ເອີ້ນຂຸນນາງ, ເຈົ້າໜ້າທີ່ ແລະ ຄົນທົ່ວໄປທັງຫລາຍໃຫ້ມາຊຸມນຸມກັນເພື່ອລົງທະບຽນຕາມຄອບຄົວ. ຂ້ານ້ອຍໄດ້ພົບບັນທຶກລຳດັບວົງຕະກຸນຂອງບັນດາຜູ້ທີ່ກັບມາຍັງຢູດາເປັນໝວດທຳອິດ. ຂ້ານ້ອຍໄດ້ພົບສິ່ງທີ່ຂຽນໄວ້ດັ່ງນີ້ວ່າ:
ຕໍ່ໄປນີ້ແມ່ນລາຍຊື່ຂອງຄົນທີ່ກັບມາຫລັງຈາກທີ່ຖືກກະສັດເນບູກາດເນັດຊາແຫ່ງບາບີໂລນກວາດຕ້ອນໄປເປັນຊະເລີຍ (ພວກເຂົາກັບມາບ້ານເກີດຂອງຕົນໃນເຢຣູຊາເລັມ ແລະ ຢູດາຍ. ພ້ອມກັບເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະ ບາອານາ):
ຈຳນວນປະຊາຊົນອິດສະຣາເອນມີດັ່ງນີ້:
ເຊື້ອສາຍ
ຂອງປາຣົດ 2.172 ຄົນ
ຂອງເຊຟາຕີຢາ 372 ຄົນ
ຂອງອາຣາ 652 ຄົນ
ຂອງປາຮາດໂມອາບ (ທາງເຊື້ອສາຍຂອງເຢຊູອາ ແລະ ໂຢອາບ) 2.818 ຄົນ
ຂອງເອລາມ 1.254 ຄົນ
ຂອງຊັດຕຸ 845 ຄົນ
ຂອງຊັກກາຍ 760 ຄົນ
ຂອງບິນນູອີ 648 ຄົນ
ຂອງເບບາຍ 628 ຄົນ
ຂອງອາຊະກາດ 2.322 ຄົນ
ຂອງອາໂດນີກຳ 667 ຄົນ
ຂອງບິກໄຫວ 2.067 ຄົນ
ຂອງອາດິນ 655 ຄົນ
ຂອງອາເຕ (ທາງເຊື້ອສາຍຂອງເຮເຊກີຢາ) 98 ຄົນ
ຂອງຮາຊຸມ 328 ຄົນ
ຂອງເບໄຊ 324 ຄົນ
ຂອງຮາຣິບ 112 ຄົນ
ຂອງກີເບໂອນ 95 ຄົນ
ຜູ້ຊາຍຊາວ
ເບັດເລເຮັມ ແລະ ຊາວເນໂຕຟາ 188 ຄົນ
ຊາວອານາທົດ 128 ຄົນ
ຊາວເບັດອາຊະມາເວດ 42 ຄົນ
ຊາວກີຣີອາດເຢອາຣີມ, ຊາວເກຟີຣາ ແລະ ຊາວເບເອໂຣດ 743 ຄົນ
ຊາວຣາມາ ແລະ ຊາວເກບາ 621 ຄົນ
ຊາວມິກມາດ 122 ຄົນ
ຊາວເບັດເອນ ແລະ ຊາວອາອີ 123 ຄົນ
ຊາວເນໂບອີກແຫ່ງອື່ນ 52 ຄົນ
ຊາວເອລາມອີກແຫ່ງອື່ນ 1.254 ຄົນ
ຊາວຮາຣິມ 320 ຄົນ
ຊາວເຢຣິໂກ 345 ຄົນ
ຊາວໂລດ, ຊາວຮາດິດ ແລະ ຊາວໂອໂນ 721 ຄົນ
ຊາວເຊນາຢາ 3.930 ຄົນ
ບັນດາປະໂລຫິດມີ:
ເຊື້ອສາຍ
ຂອງເຢດາອີຢາ (ທາງເຊື້ອສາຍຂອງຄອບຄົວຂອງເຢຊູອາ) 973 ຄົນ
ຂອງອິມເມ 1.052 ຄົນ
ຂອງປັດຊູ 1.247 ຄົນ
ຂອງຮາຣິມ 1.017 ຄົນ
ຄົນເລວີມີ:
ເຊື້ອສາຍຂອງ
ເຢຊູອາ (ທາງເຊື້ອສາຍຂອງກາດມີເອນ ຈາກເຊື້ອສາຍຂອງໂຮດາວີຢາ) 74 ຄົນ
ຄະນະນັກຮ້ອງມີ:
ເຊື້ອສາຍ
ຂອງອາສັບ 148 ຄົນ
ຄົນເຝົ້າຍາມປະຕູວິຫານມີ:
ເຊື້ອສາຍຂອງ
ຊໍລູມ, ອາເຕ, ຕານໂມນ,
ອັກກຸບ, ຮາຕີຕາ ແລະ ໂຊບາຍ 138 ຄົນ
ຜູ້ຮັບໃຊ້ໃນວິຫານມີ:
ເຊື້ອສາຍຂອງ
ຊີຮາ, ຮາຊູຟາ, ຕັບບາອົດ,
ເກໂຣ, ສີອາ, ປາໂດນ,
ເລບານາ, ຮາກາບາ, ຊານໄມ,
ຮານານ, ກິດເດນ, ກາຮາ,
ເຣອາອີຢາ, ເຣຊິນ, ເນໂກດາ,
ກັດຊຳ, ອຸດຊາ, ປາເສອາ,
ເບສາຍ, ເມອູນິມ ເນຟູເຊສິມ
ບັກບຸກ ຮາກູຟາ, ຮາກຮູ
ບາສະລິດ, ເມຮີດາ, ຮັກຊາ,
ບາກໂກ, ສີເສຣາ, ເຕມາ,
ເນຊີຢາ ແລະ ຮາຕີຟາ.
ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນມີດັ່ງນີ້:
ເຊື້ອສາຍຂອງ:
ໂສໄຕ, ໂສເຟເຣັດ, ເປຣີດາ,
ຢາອາລາ, ດາກໂກນ, ກິດເດນ,
ເຊຟາຕີຢາ, ຮັດຕິນ,
ໂປເກເຣດຮັດເຊບາອິມ ແລະ ອາໂມນ
ບັນດາຜູ້ຮັບໃຊ້ໃນວິຫານ ແລະ ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນມີ 392 ຄົນ
ອີກກຸ່ມໜຶ່ງທີ່ເດີນທາງມາຈາກເມືອງເຕັນເມລາ, ເຕນຮາກຊາ, ເຄຣຸບ, ອັດໂດນ ແລະ ອິມເມ, ແຕ່ພວກເຂົາບໍ່ມີຫລັກຖານວ່າຄອບຄົວຂອງພວກເຂົາແມ່ນສືບເຊື້ອສາຍມາຈາກອິດສະຣາເອນມີ:
ເຊື້ອສາຍຂອງ
ເດລາອີຢາ, ໂຕບີຢາ ແລະ ເນໂກດາ ລວມ 642 ຄົນ
ແລະ ຈາກບັນດາປະໂລຫິດມີດັ່ງນີ້:
ເຊື້ອສາຍຂອງ
ໂຮບາອີອາ, ຮັກກົດ ແລະ ບາກຊິນໄລ (ເຊິ່ງແຕ່ງງານກັບລູກສາວຄົນໜຶ່ງຂອງບາກຊິນໄລ ເປັນຊາວກີເລອາດ ແລະ ໄດ້ຊື່ຕາມນັ້ນ.)
ຄົນເຫລົ່ານີ້ໄດ້ຄົ້ນຫາບັນທຶກຄອບຄົວຂອງຕົນ ແຕ່ກໍບໍ່ພົບ ຈຶ່ງບໍ່ຖືກລວມຢູ່ໃນກຸ່ມປະໂລຫິດເພາະຖືວ່າເປັນມົນທິນ. ເຫດສະນັ້ນ ຜູ້ປົກຄອງໄດ້ຈຶ່ງສັ່ງຫ້າມພວກເຂົາບໍ່ໃຫ້ກິນອາຫານບໍລິສຸດທີ່ສຸດຈົນກວ່າຈະມີປະໂລຫິດຖາມເລື່ອງນີ້ຜ່ານທາງອູຣິມ ແລະ ທູມມີມ.
ຄົນກຸ່ມນີ້ມີທັງໝົດ 42.360 ຄົນ, ບໍ່ລວມກັບຄົນຮັບໃຊ້ຊາຍ ແລະ ຍິງ 7.337 ຄົນ; ແລະ ຄະນະນັກຮ້ອງຊາຍ ແລະ ຍິງ 245 ຄົນ. ພວກເຂົາມີມ້າ 736 ໂຕ ແລະ ມ້າລໍ 245 ໂຕ.2 ອູດ 435 ໂຕ ແລະ ລໍ 6.720 ໂຕ.
ຫົວໜ້າຄອບຄົວບາງຄົນໄດ້ຮ່ວມຖວາຍເພື່ອງານນີ້. ຜູ້ປົກຄອງໄດ້ມອບຄຳໜັກປະມານ 1.000 ແດຣກມາ,3 ຖ້ວຍ 50 ໃບ ແລະ ເຄື່ອງແຕ່ງກາຍສຳລັບປະໂລຫິດ 530 ຊຸດ. ຫົວໜ້າຄອບຄົວບາງຄົນກໍໄດ້ມອບຄຳໜັກປະມານ 20.000 ແດຣກມາ4 ແລະ ເງິນໜັກປະມານ 2.200 ມີນາ5 ໃຫ້ຄັງສຳລັບງານນີ້. ສ່ວນປະຊາຊົນແມ່ນໄດ້ມອບຄຳໜັກປະມານ 20.000 ແດຣກມາ, ເງິນໜັກປະມານ 2.000 ມານາ6 ແລະ ເຄື່ອງແຕ່ງກາຍສຳລັບບັນດາປະໂລຫິດ 67 ຊຸດ.
ປະໂລຫິດ, ຄົນເລວີ, ຄົນເຝົ້າຍາມປະຕູວິຫານ, ຄະນະນັກຮ້ອງ ຜູ້ຮັບໃຊ້ໃນວິຫານ ພ້ອມກັບປະຊາຊົນອີກຈຳນວນໜຶ່ງ ແລະ ຊາວອິດສະຣາເອນທີ່ເຫລືອນັ້ນໄດ້ຕັ້ງຖິ່ນຖານຢູ່ໃນເມືອງຂອງຕົນ.
ເອຊະຣາອ່ານກົດບັນຍັດ
ເມື່ອເຖິງເດືອນທີເຈັດ ແລະ ຊາວອິດສະຣາເອນກໍໄດ້ຕັ້ງຖິ່ນຖານໃນເມືອງຂອງຕົນແລ້ວ,
Source notes (6)
- Footnote ຫລື ຮານານີອ້າຍນ້ອງຂອງຂ້ານ້ອຍ ນັ້ນຄື
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ບໍ່ມີຂໍ້ນີ້ (ເບິ່ງ ອຊຣ 2:66)
- Footnote ພາສາເຮັບເຣີວ່າ ປະມານ 8,4 ກິໂລກຣາມ
- Footnote ພາສາເຮັບເຣີວ່າ ປະມານ 170 ກິໂລກຣາມ ເຊັ່ນດຽວກັບຂໍ້ 72
- Footnote ພາສາເຮັບເຣີວ່າ 1,2 ໂຕນ
- Footnote ພາສາເຮັບເຣີວ່າ 1,1 ໂຕນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.