Biblica® Open Lao Contemporary Version
ເນເຫມີຢາ 6
ສັດຕູຍັງຂັດຂວາງການສ້າງຄືນໃໝ່
ເມື່ອສານບັນລັດ, ໂຕບີຢາ, ເກເຊມຊາວອາຣັບ ແລະ ສັດຕູອື່ນໆຂອງພວກເຮົາໄດ້ຂ່າວວ່າຂ້ານ້ອຍໄດ້ສ້າງກຳແພງສຳເລັດແລ້ວ ແລະ ບໍ່ມີປ່ອງວ່າງໃດເຫລືອຢູ່ ເຖິງແມ່ນວ່າຂ້ານ້ອຍຍັງບໍ່ໄດ້ຕິດຕັ້ງປະຕູໃນເວລານັ້ນ ສານບັນລັດ ແລະ ເກເຊມກໍໄດ້ສົ່ງຂໍ້ຄວາມມາຫາຂ້ານ້ອຍໂດຍມີເນື້ອໃນວ່າ: “ຂໍເຊີນທ່ານມາ, ໃຫ້ພວກເຮົາມາພົບກັນຢູ່ທີ່ໝູ່ບ້ານແຫ່ງໜຶ່ງ1 ໃນເຂດທົ່ງພຽງໂອໂນ”.
ແຕ່ພວກເຂົາກຳລັງວາງແຜນກັນຈະທຳຮ້າຍຂ້ານ້ອຍ; ຂ້ານ້ອຍຈຶ່ງໄດ້ສົ່ງຄົນໄປຫາພວກເຂົາພ້ອມກັບຕອບພວກເຂົາວ່າ: “ຂ້ານ້ອຍກຳລັງເຮັດວຽກໃຫຍ່ ແລະ ບໍ່ສາມາດລົງໄປໄດ້. ເປັນຫຍັງວຽກງານຈະຕ້ອງຢຸດໃນຂະນະທີ່ຂ້ານ້ອຍລົງໄປຫາພວກທ່ານ?” ພວກເຂົາໄດ້ສົ່ງຂໍ້ຄວາມອັນດຽວກັນມາຫາຂ້ານ້ອຍເຖິງສີ່ເທື່ອ ແລະ ແຕ່ລະເທື່ອຂ້ານ້ອຍກໍໃຫ້ຕອບເໝືອນກັນ.
ດັ່ງນັ້ນ, ເທື່ອທີຫ້າ ສານບັນລັດຈຶ່ງໄດ້ສົ່ງຜູ້ຊ່ວຍຂອງຕົນພ້ອມກັບຂໍ້ຄວາມດຽວກັນ ແລະ ໃນມືຂອງລາວກໍຖືຈົດໝາຍທີ່ບໍ່ໄດ້ປະທັບຕາ ເຊິ່ງຂຽນໄວ້ວ່າ:
“ປະຊາຊາດຕ່າງກໍພາກັນຊ່າລືກ່ຽວກັບພວກທ່ານ ແລະ ເກເຊມ2 ກໍໄດ້ເວົ້າວ່າມັນເປັນຄວາມຈິງ ພວກເຂົາຊ່າລືກັນວ່າທ່ານກັບຊາວຢິວກຳລັງວາງແຜນກະບົດ ແລະ ເຫດສະນັ້ນ ທ່ານຈຶ່ງກໍ່ກຳແພງ. ທັງຍັງຊ່າລືກັນອີກວ່າທ່ານຈະເປັນກະສັດຂອງຄົນເຫລົ່ານັ້ນ. ແລະ ທັງຍັງໄດ້ແຕ່ງຕັ້ງບັນດາຜູ້ທຳນວາຍໃຫ້ປະກາດເລື່ອງຂອງທ່ານທີ່ເຢຣູຊາເລັມວ່າ: ‘ມີກະສັດຜູ້ໜຶ່ງຢູ່ໃນຢູດາຍ!’ ເລື່ອງທັງໝົດນີ້ຈະຖືກນຳກັບໄປຫາກະສັດ; ດັ່ງນັ້ນ ຈຶ່ງຂໍເຊີນມາ ໃຫ້ພວກເຮົາມາພົບປະກັນ”.
ຂ້ານ້ອຍໄດ້ຕອບເພິ່ນວ່າ: “ເລື່ອງທີ່ທ່ານກ່າວມາທັງໝົດນັ້ນບໍ່ມີມູນຄວາມຈິງເລີຍ; ທ່ານເວົ້າຂຶ້ນມາເອງ”.
ພວກເຂົາທຸກຄົນພະຍາຍາມເຮັດໃຫ້ພວກເຮົາຕົກໃຈ ແລະ ຄິດວ່າ, “ມືຂອງພວກເຂົາຈະໄດ້ອ່ອນແຮງເກີນກວ່າທີ່ຈະເຮັດວຽກ ແລະ ວຽກງານຈະໄດ້ບໍ່ສຳເລັດ”.
ແຕ່ຂ້ານ້ອຍໄດ້ອະທິຖານວ່າ, “ບັດນີ້ ຂໍໂຜດໃຫ້ກຳລັງແກ່ມືຂອງຂ້ານ້ອຍດ້ວຍ”.
ມື້ໜຶ່ງຂ້ານ້ອຍໄປທີ່ບ້ານຂອງເຊມາອີຢາບຸດເດລາອີຢາລູກຊາຍຂອງເມເຮຕາເບນ ລາວເກັບໂຕຢູ່ໃນບ້ານ ລາວກ່າວວ່າ “ໃຫ້ພວກເຮົາໄປພົບກັນທີ່ວິຫານຂອງພຣະເຈົ້າ ຄືພາຍໃນວິຫານ ແລະ ໃຫ້ພວກເຮົາອັດປະຕູວິຫານ ເພາະຄົນຈະມາຂ້າທ່ານ ໃນຕອນກາງຄືນພວກເຂົາຈະບຸກມາຂ້າທ່ານ”.
ແຕ່ຂ້ານ້ອຍຕອບວ່າ, “ຂ້ານ້ອຍບໍ່ແມ່ນຄົນທີ່ຈະແລ່ນໜີ? ຄົນຄືຂ້ານ້ອຍຈະໜີເຂົ້າໄປໃນວິຫານເພື່ອເອົາຊີວິດຂອງຕົນໃຫ້ລອດບໍ? ຂ້ານ້ອຍຈະບໍ່ໄປ!” ຂ້ານ້ອຍໄດ້ຮູ້ວ່າພຣະເຈົ້າບໍ່ໄດ້ສົ່ງລາວມາ, ແຕ່ລາວເຮັດຄືວ່າທຳນວາຍຕໍ່ສູ້ຂ້ານ້ອຍ ເພາະໂຕບີຢາ ແລະ ສານບັນລັດໄດ້ຈ້າງລາວ. ລາວຖືກຈ້າງມາຂົ່ມຂູ່ຂ້ານ້ອຍເພື່ອວ່າຂ້ານ້ອຍຈະໄດ້ເຮັດບາບໂດຍໜີເຂົ້າໄປໃນວິຫານ ແລ້ວພວກເຂົາກໍຈະເຮັດໃຫ້ຂ້ານ້ອຍເສຍຊື່ສຽງ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດຈົດຈຳສິ່ງທີ່ໂຕບີຢາ ແລະ ສານບັນລັດໄດ້ເຮັດດ້ວຍ, ຂໍໂຜດຈົດຈຳຜູ້ທຳນວາຍໂນອາດີຢາດ້ວຍ ວ່ານາງ ແລະ ຜູ້ທຳນວາຍຄົນອື່ນໆທີ່ພະຍາຍາມຈະຂົ່ມຂູ່ຂ້ານ້ອຍ. ໃນທີ່ສຸດກຳແພງກໍສຳເລັດໃນວັນທີຊາວຫ້າເດືອນເອລູນ ໃຊ້ເວລາພຽງແຕ່ 52 ວັນ.
ການຄັດຄ້ານກຳແພງທີ່ສ້າງສຳເລັດ
ເມື່ອບັນດາສັດຕູຂອງພວກເຮົາໄດ້ຍິນຢ່າງນີ້, ທຸກຊົນຊາດທີ່ຢູ່ອ້ອມຂ້າງຕ່າງກໍຢ້ານກົວ ແລະ ສູນເສຍຄວາມໝັ້ນໃຈ, ເພາະເຂົາຮູ້ວ່າວຽກງານນີ້ສຳເລັດແມ່ນດ້ວຍຄວາມຊ່ວຍເຫລືອຈາກພຣະເຈົ້າຂອງພວກເຮົາ.
ນອກຈາກນັ້ນ, ໃນຊ່ວງເວລານັ້ນມີພວກຂຸນນາງຂອງຢູດາຍກໍໄດ້ສົ່ງຈົດໝາຍໄປຫາໂຕບີຢາ ແລະ ຄຳຕອບຂອງໂຕບີຢາກໍມາເຖິງພວກເຂົາ. ຫລາຍຄົນໃນຢູດາຍໄດ້ຮ່ວມສາບານກັບລາວ, ເພາະພໍ່ເຖົ້າຂອງລາວຄືເຊການີຢາ ເຊິ່ງເປັນລູກຊາຍຂອງອາຣາ ແລະ ເຢໂຮຮານານລູກຊາຍຂອງລາວກໍໄດ້ແຕ່ງງານກັບລູກສາວຂອງເມຊຸນລຳ ເຊິ່ງເປັນລູກຊາຍຂອງເບເຣກີຢາ. ຫລາຍກວ່ານັ້ນອີກ, ພວກເຂົາຍັງໄດ້ເວົ້າໃຫ້ຂ້ານ້ອຍຟັງເຖິງຄຸນງາມຄວາມດີຂອງໂຕບີຢາ ແລ້ວນຳຖ້ອຍຄຳຂອງຂ້ານ້ອຍໄປບອກລາວ ແລະ ໂຕບີຢາກໍໄດ້ສົ່ງຈົດໝາຍຫລາຍສະບັບມາຂົ່ມຂູ່ຂ້ານ້ອຍ.
Source notes (2)
- Footnote ຫລື ມາພົບພວກເຮົາຢູ່ທີ່ເກຟີຣິມ
- Footnote ພາສາເຮັບເຣີວ່າ ກາຊະມູ ເປັນອີກຮູບໜຶ່ງຂອງ ເກເຊມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.