Biblica® Open Lao Contemporary Version
ເນເຫມີຢາ 5
ເນເຫມີຢາຊ່ວຍເຫລືອຄົນຍາກຈົນ
ໃນເວລານັ້ນ ມີພວກຜູ້ຊາຍພ້ອມກັບເມຍຂອງພວກເຂົາໂວຍວາຍຕໍ່ວ່າກ່ຽວກັບເລື່ອງພີ່ນ້ອງຊາວຢິວຂອງຕົນ. ບາງຄົນກໍໄດ້ເວົ້າວ່າ, “ພວກເຮົາລວມທັງລູກຊາຍ ແລະ ລູກສາວຂອງພວກເຮົາກໍມີຈຳນວນຫລາຍ; ພວກເຮົາຕ້ອງໄດ້ຊອກຫາອາຫານເພື່ອໃຫ້ພວກເຮົາມີເຂົ້າກິນ ແລະ ມີຊີວິດຢູ່”.
ບາງຄົນກໍເວົ້າວ່າ, “ພວກເຮົາຕ້ອງໄດ້ເອົາທົ່ງນາຂອງພວກເຮົາ, ສວນອະງຸ່ນຂອງພວກເຮົາ, ເຮືອນຂອງພວກເຮົາໄປຈຳນຳເພື່ອແລກປ່ຽນກັບເຂົ້າໃນຊ່ວງເວລາທີ່ອຶດຢາກອາຫານ”.
ຍັງມີຄົນອື່ນໆອີກເວົ້າວ່າ, “ພວກເຮົາຕ້ອງກູ້ຍືມເງິນເພື່ອເສຍພາສີທີ່ດິນ ແລະ ສວນອະງຸ່ນໃຫ້ແກ່ກະສັດ. ເຖິງແມ່ນວ່າພວກເຮົາຈະເປັນເລືອດເນື້ອເຊື້ອໄຂດຽວກັນກັບຊາວຢິວ ແລະ ເຖິງແມ່ນວ່າລູກຊາຍຂອງພວກເຮົາກໍດີຄືກັນກັບລູກຂອງພວກເຂົາ, ແຕ່ພວກເຮົາຕ້ອງຍອມໃຫ້ລູກຊາຍ ແລະ ລູກສາວຂອງພວກເຮົາເປັນຂ້າທາດ. ລູກສາວຂອງພວກເຮົາບາງຄົນກໍໄດ້ຕົກເປັນຂ້າທາດແລ້ວ, ແຕ່ພວກເຮົາບໍ່ມີອຳນາດ ເພາະທົ່ງນາຂອງພວກເຮົາ ແລະ ສວນອະງຸ່ນຂອງພວກເຮົາໄດ້ຕົກເປັນຂອງຄົນອື່ນແລ້ວ”.
ເມື່ອຂ້ານ້ອຍໄດ້ຍິນສຽງຮ້ອງຟ້ອງຂອງພວກເຂົາ ແລະ ຂໍ້ກ່າວຫານີ້ແລ້ວ, ຂ້ານ້ອຍກໍໃຈຮ້າຍຫລາຍ. ເມື່ອສຳນຶກເລື່ອງເຫລົ່ານີ້ແລ້ວ ຂ້ານ້ອຍກໍຕໍ່ວ່າບັນດາຂຸນນາງ ແລະ ເຈົ້າໜ້າທີ່ວ່າ, “ພວກທ່ານໄດ້ຂູດຮີດພີ່ນ້ອງຮ່ວມຊາດຂອງຕົນເອງ!” ດັ່ງນັ້ນ ຂ້ານ້ອຍຈຶ່ງເອີ້ນປະຊຸມໃຫຍ່ເພື່ອຈັດການກັບພວກເຂົາ. ແລະ ໄດ້ວ່າ: “ພວກເຮົາຕ້ອງເຮັດທຸກວິທີ ເພື່ອໄຖ່ພີ່ນ້ອງຊາວຢິວຂອງພວກເຮົາທີ່ຖືກຂາຍໃຫ້ຄົນຕ່າງຊາດກັບຄືນມາໃຫ້ໄດ້. ແຕ່ບັດນີ້ ພວກທ່ານໄດ້ຂາຍພີ່ນ້ອງຂອງຕົນເອງພຽງເພື່ອໃຫ້ພວກເຂົາຖືກຂາຍກັບມາໃຫ້ພວກເຮົາ!” ພວກເຂົາກໍມິດງຽບຢູ່, ເພາະວ່າພວກເຂົາບໍ່ສາມາດຫາອັນໃດມາເວົ້າໄດ້.
ດັ່ງນັ້ນ ຂ້ານ້ອຍຈຶ່ງເວົ້າຕໍ່ໄປອີກວ່າ, “ສິ່ງທີ່ພວກທ່ານເຮັດຢູ່ນີ້ແມ່ນບໍ່ຖືກຕ້ອງ. ພວກທ່ານຄວນຈະດຳເນີນຊີວິດດ້ວຍຄວາມຢຳເກງພຣະເຈົ້າຂອງພວກເຮົາເພື່ອຈະໄດ້ບໍ່ເປັນທີ່ຕຳໜິຕິຕຽນຂອງສັດຕູຕ່າງຊາດບໍ່ແມ່ນບໍ? ຂ້ານ້ອຍກັບພີ່ນ້ອງ ແລະ ຄົນຂອງຂ້ານ້ອຍກໍໃຫ້ຄົນກູ້ຍືມເງິນ ແລະ ຍືມເຂົ້າ. ແຕ່ໃຫ້ພວກເຮົາຢຸດຄິດຄ່າດອກເບ້ຍ! ຈົ່ງຄືນທົ່ງນາ, ສວນອະງຸ່ນ, ສວນໝາກກອກ ແລະ ເຮືອນໃຫ້ພວກເຂົາທັນທີ ພ້ອມທັງດອກເບ້ຍທີ່ພວກທ່ານເກັບຈາກພວກເຂົາ ຄືໜຶ່ງສ່ວນຮ້ອຍຂອງເງິນ, ເຂົ້າ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກ”.
ພວກເຂົາໄດ້ຕອບວ່າ, “ພວກເຮົາຈະຄືນສິ່ງເຫລົ່ານັ້ນໃຫ້ ແລະ ພວກເຮົາຈະບໍ່ຮຽກຮ້ອງສິ່ງໃດຈາກພວກເຂົາອີກ. ພວກເຮົາຈະເຮັດຕາມທີ່ພວກທ່ານບອກ”.
ແລ້ວຂ້ານ້ອຍຈຶ່ງໄດ້ເອີ້ນບັນດາປະໂລຫິດມາ ແລະ ໃຫ້ບັນດາຂຸນນາງ ແລະ ເຈົ້າໜ້າທີ່ສາບານວ່າຈະເຮັດຕາມທີ່ສັນຍາໄວ້. ແລ້ວຂ້ານ້ອຍຍັງໄດ້ສັ່ນເສື້ອຄຸມຂອງຂ້ານ້ອຍອອກ ແລະ ເວົ້າວ່າ, “ຜູ້ໃດບໍ່ຮັກສາຄຳສັນຍານີ້ ຂໍໃຫ້ພຣະເຈົ້າສັ່ນເຮືອນ ແລະ ຊັບສິນຂອງພວກເຂົາອອກໄປຢ່າງນີ້. ໃຫ້ຄົນນັ້ນຖືກສັ່ນອອກໄປຈົນໝົດ!”
ແລ້ວທີ່ປະຊຸມທັງໝົດຈຶ່ງກ່າວວ່າ, “ອາແມນ” ແລະ ສັນເສີນພຣະເຈົ້າຢາເວ. ແລ້ວຄົນທັງຫລາຍກໍເຮັດຕາມທີ່ພວກເຂົາໄດ້ສັນຍາໄວ້.
ຫລາຍກວ່ານັ້ນ, ນັບຕັ້ງແຕ່ປີທີຊາວຫາປີທີສາມສິບສອງຂອງກະສັດອາກຕາເຊເຊັດ, ເມື່ອເວລາທີ່ຂ້ານ້ອຍຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຂອງພວກເຂົາໃນແຜ່ນດິນຢູດາຍ, ຂ້ານ້ອຍ ຫລື ພີ່ນ້ອງຂອງຂ້ານ້ອຍບໍ່ໄດ້ຮັບສ່ວນແບ່ງອາຫານຂອງຜູ້ປົກຄອງເລີຍ. ແຕ່ບັນດາຜູ້ປົກຄອງຄົນອື່ນກ່ອນໜ້າຂ້ານ້ອຍນັ້ນ ໄດ້ວາງພາລະອັນໜັກໃຫ້ແກ່ປະຊາຊົນ ແລະ ໄດ້ເອົາເງິນໜັກ 40 ເສເຂນ1 ນອກຈາກອາຫານ ແລະ ເຫລົ້າອະງຸ່ນ. ຜູ້ຊ່ວຍຂອງພວກເຂົາກໍວາງອຳນາດເໜືອປະຊາຊົນ. ແຕ່ດ້ວຍຄວາມເຄົາລົບຢຳເກງພຣະເຈົ້າ ຂ້ານ້ອຍຈຶ່ງບໍ່ເຮັດຢ່າງນັ້ນ. ແຕ່ຂ້ານ້ອຍກັບໄດ້ທຸ້ມເທໃຫ້ກັບວຽກງານການສ້າງກຳແພງນີ້. ຄົນທັງໝົດຂອງຂ້ານ້ອຍກໍມາຊຸມນຸມກັນຢູ່ທີ່ນັ້ນເພື່ອເຮັດວຽກ; ພວກເຮົາ2ບໍ່ໄດ້ຮັບທີ່ດິນໃດເລີຍ.
ຫລາຍກວ່ານັ້ນ ຍັງມີຄົນຢິວ ແລະ ເຈົ້າໜ້າທີ່ຈຳນວນ 150 ຄົນໄດ້ຮ່ວມກິນອາຫານຢູ່ທີ່ໂຕຂອງຂ້ານ້ອຍ. ເຊັ່ນດຽວກັບບັນດາປະເທດອ້ອມຂ້າງທີ່ມາຫາພວກເຮົາ. ແຕ່ລະມື້ຕ້ອງໄດ້ຈັດຕຽມງົວຜູ້ໜຶ່ງໂຕ, ແກະອ້ວນຫົກໂຕ ແລະ ສັດປີກຈຳນວນໜຶ່ງໃຫ້ຂ້ານ້ອຍ. ແລະ ທຸກໆສິບ ຕ້ອງມີເຫລົ້າອະງຸ່ນທຸກຊະນິດໃນປະລິມານຫລວງຫລາຍກຽມໄວ້. ແຕ່ເຖິງປານນັ້ນ, ຂ້ານ້ອຍກໍບໍ່ເຄີຍຮຽກຮ້ອງສ່ວນແບ່ງອາຫານຂອງຜູ້ປົກຄອງຈາກປະຊາຊົນ ເພາະພວກເຂົາເອງກໍເດືອດຮ້ອນຢູ່ແລ້ວ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດລະນຶກເຖິງຂ້ານ້ອຍດ້ວຍຄວາມເມດຕາໃນສິ່ງທັງປວງທີ່ຂ້ານ້ອຍໄດ້ເຮັດເພື່ອປະຊາຊົນເຫລົ່ານີ້.
Source notes (2)
- Footnote 1 ຫລຽນ ຄືເງິນໜັກປະມານ 460 ກຣາມ ເຊິ່ງມີຄ່າເທົ່າກັບຄ່າແຮງສອງເດືອນ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີບາງສະບັບ ແລະ ສະບັບເຊັບຕູອາຈິນວ່າ: ຂ້ານ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.