Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 2

ກະສັດ​ອາກຕາເຊເຊັດ​ໄດ້​ສົ່ງ​ເນເຫມີຢາ​ໄປ​ທີ່​ເຢຣູຊາເລັມ

ໃນ​ເດືອນ​ນີຊານ ປີ​ທີ​ຊາວ​ຂອງ​ກະສັດ​ອາກຕາເຊເຊັດ, ເມື່ອ​ເວລາ​ທີ່​ເຫລົ້າອະງຸ່ນ​ຖືກ​ນຳ​ມາ​ຖວາຍ​ແກ່​ພຣະອົງ, ຂ້ານ້ອຍ​ກໍ​ເອົາ​ເຫລົ້າອະງຸ່ນ​ນັ້ນ​ມາ ແລະ ຖວາຍ​ເຫລົ້າອະງຸ່ນ​ນັ້ນ​ແກ່​ກະສັດ. ຂ້ານ້ອຍ​ບໍ່​ເຄີຍ​ໂສກເສົ້າ​ໃນ​ເວລາ​ທີ່​ຢູ່​ຕໍ່ໜ້າ​ພຣະອົງ​ມາ​ກ່ອນ​ເລີຍ. ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ຖາມ​ຂ້ານ້ອຍ​ວ່າ, “ເປັນຫຍັງ​ໃບ​ໜ້າ​ຂອງ​ເຈົ້າ​ຈຶ່ງ​ໂສກເສົ້າ​ແທ້​ໃນ​ເມື່ອ​ເຈົ້າ​ກໍ​ບໍ່​ໄດ້​ເຈັບປ່ວຍ​ອັນໃດ? ຄົງ​ບໍ່​ມີ​ເລື່ອງ​ອັນໃດ​ນອກ​ຈາກ​ຈະ​ທຸກໃຈ”.

ຂ້ານ້ອຍ​ຕົກໃຈ​ຢ້ານ​ຫລາຍ, ແຕ່​ຂ້ານ້ອຍ​ກໍ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ຈະເລີນ! ໃບ​ໜ້າ​ຂອງ​ຂ້ານ້ອຍ​ຈະ​ບໍ່​ໂສກເສົ້າ​ໄດ້​ຢ່າງ​ໃດ​ໃນ​ເມື່ອ​ເມືອງ​ທີ່​ຝັງ​ສົບ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ຕົກ​ຢູ່​ໃນ​ສະພາບ​ຫັກພັງ ແລະ ປະຕູ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ​ໄຟ?”

ກະສັດ​ໄດ້​ເວົ້າ​ກັບ​ຂ້ານ້ອຍ​ວ່າ “ເຈົ້າ​ຕ້ອງການ​ສິ່ງໃດ?”

ຂ້ານ້ອຍ​ຈຶ່ງ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ, ແລະ ຂ້ານ້ອຍ​ໄດ້​ຕອບ​ກະສັດ​ວ່າ, “ຖ້າ​ຫາກ​ເປັນ​ທີ່​ພໍໃຈ​ຂອງ​ກະສັດ ແລະ ຖ້າ​ຫາກ​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ທີ່​ພໍໃຈ​ໃນ​ສາຍຕາ​ຂອງ​ເພິ່ນ, ກໍ​ຂໍ​ໃຫ້​ເພິ່ນ​ໄດ້​ສົ່ງ​ຂ້ານ້ອຍ​ໄປ​ຍັງ​ເມືອງ​ໃນ​ຢູດາຍ ເຊິ່ງ​ເປັນ​ບ່ອນ​ຝັງ​ສົບ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເພື່ອ​ຈະ​ໄດ້​ສ້າງ​ເມືອງ​ນັ້ນ​ຂຶ້ນ​ໃໝ່”.

ແລ້ວ​ກະສັດ​ພ້ອມ​ດ້ວຍ​ລາຊີນີ​ທີ່​ນັ່ງ​ຢູ່​ທາງ​ຂ້າງ​ເພິ່ນ​ນັ້ນ​ກໍ​ໄດ້​ຖາມ​ຂ້ານ້ອຍ​ວ່າ, “ເຈົ້າ​ຈະ​ໃຊ້​ເວລາ​ດົນ​ປານໃດ? ແລະ ເຈົ້າ​ຈະ​ກັບ​ມາ​ເມື່ອ​ໃດ?” ກະສັດ​ພໍໃຈ​ທີ່​ຈະ​ສົ່ງ​ຂ້ານ້ອຍ​ໄປ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໄດ້​ກຳນົດ​ເວລາ.

ຂ້ານ້ອຍ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຖ້າ​ເປັນ​ທີ່​ພໍໃຈ​ຂອງ​ກະສັດ, ຂ້ານ້ອຍ​ຂໍ​ຈົດໝາຍ​ໄປ​ເຖິງ​ບັນດາ​ຜູ້​ປົກຄອງ​ແຂວງ​ທາງ​ພາກ​ຕາເວັນຕົກ​ຂອງ​ແມ່ນ້ຳ​ເອີຟຣັດ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ຜ່ານ​ເຂດແດນ​ຈົນ​ໄປ​ເຖິງ​ຢູດາຍ​ໄດ້​ຢ່າງ​ປອດໄພ. ແລະ ຂ້ານ້ອຍ​ຂໍ​ຈົດໝາຍ​ໄປ​ເຖິງ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ຫລວງ, ເພື່ອ​ເພິ່ນ​ຈະ​ໄດ້​ມອບ​ໄມ້​ສຳລັບ​ເຮັດ​ຄານ​ປະຕູ​ປ້ອມ​ໃກ້​ວິຫານ ແລະ ສຳລັບ​ກຳແພງ​ເມືອງ​ກັບ​ສຳລັບ​ເຮັດ​ບ່ອນ​ພັກ​ທີ່​ຂ້ານ້ອຍ​ຈະ​ອາໄສ​ໃຫ້​ຂ້ານ້ອຍ” ແລະ ກະສັດ​ຈຶ່ງ​ໄດ້​ອະນຸມັດ​ຕາມ​ຄຳ​ຂໍ​ຂອງ​ຂ້ານ້ອຍ, ເພາະ​ມື​ອັນ​ເຕັມ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢູ່​ເໜືອ​ຂ້ານ້ອຍ. ຂ້ານ້ອຍ​ຈຶ່ງ​ໄປ​ພົບ​ບັນດາ​ຜູ້​ປົກຄອງ​ແຂວງ​ທາງ​ພາກ​ຕາເວັນຕົກ​ຂອງ​ແມ່ນ້ຳ​ເອີຟຣັດ ແລະ ໄດ້​ມອບ​ຈົດໝາຍ​ໃຫ້​ພວກເພິ່ນ ແລະ ກະສັດ​ກໍ​ຍັງ​ໄດ້​ສົ່ງ​ບັນດາ​ນາຍ​ທະຫານ ແລະ ກອງ​ທະຫານ​ມ້າ​ໄປ​ກັບ​ຂ້ານ້ອຍ​ດ້ວຍ.

ເມື່ອ​ສານບັນລັດ ຊາວ​ໂຮໂຣນ ແລະ ໂຕບີຢາ​ຜູ້ຮັບໃຊ້​ຊາວ​ອຳໂມນ ໄດ້​ຍິນ​ເລື່ອງ​ນີ້​ກໍ​ບໍ່​ພໍໃຈ​ທີ່​ມີ​ຄົນ​ມາ​ສົ່ງເສີມ​ສະຫວັດດີການ​ຂອງ​ຊາວ​ອິດສະຣາເອນ.

ເນເຫມີຢາ​ສຳຫລວດ​ກຳແພງ​ເຢຣູຊາເລັມ

ຫລັງ​ຈາກ​ທີ່​ຂ້ານ້ອຍ​ໄດ້​ມາ​ຮອດ​ເຢຣູຊາເລັມ ແລະ ຫລັງຈາກ​ທີ່​ພັກ​ຢູ່​ທີ່​ນັ້ນ​ໄດ້​ສາມ​ວັນ ຂ້ານ້ອຍ​ພ້ອມ​ກັບ​ຄົນ​ອື່ນໆ​ອີກ​ສອງ​ສາມ​ຄົນ​ກໍ​ອອກ​ໄປ​ໃນ​ເວລາ​ກາງຄືນ. ຂ້ານ້ອຍ​ບໍ່​ໄດ້​ບອກ​ຜູ້ໃດ​ກ່ຽວກັບ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃສ່​ໄວ້​ໃນ​ໃຈ​ຂ້ານ້ອຍ​ໃຫ້​ເຮັດ​ເພື່ອ​ເຢຣູຊາເລັມ. ຂ້ານ້ອຍ​ບໍ່​ໄດ້​ນຳ​ສັດ​ອື່ນ​ໄປ​ນຳ​ນອກ​ຈາກ​ໂຕ​ທີ່​ຂ້ານ້ອຍ​ຂີ່​ໄປ.

ຂ້ານ້ອຍ​ອອກ​ໄປ​ທາງ​ປະຕູ​ຮ່ອມພູ​ໃນ​ເວລາ​ກາງຄືນ ມຸ່ງໜ້າ​ໄປ​ທີ່​ນ້ຳສ້າງ​ໝາໄນ1 ແລະ ປະຕູ​ກອງ​ຂີ້ເຫຍື້ອ, ໄດ້​ກວດ​ເບິ່ງ​ກຳແພງ​ເຢຣູຊາເລັມ​ທີ່​ຫັກພັງ​ລົງ ແລະ ປະຕູ​ທີ່​ຖືກ​ທຳລາຍ​ດ້ວຍ​ໄຟ. ຫລັງຈາກ​ນັ້ນ ຂ້ານ້ອຍ​ໄດ້​ມຸ່ງໜ້າ​ໄປ​ຮອດ​ປະຕູ​ນ້ຳພຸ ແລະ ໄປ​ຮອດ​ສະ​ຂອງ​ກະສັດ, ແຕ່​ສັດ​ທີ່​ຂ້ານ້ອຍ​ຂີ່​ບໍ່​ສາມາດ​ຜ່ານ​ຊ່ອງ​ຫັກພັງ​ນັ້ນ​ໄປ​ໄດ້; ຂ້ານ້ອຍ​ຈຶ່ງ​ຂຶ້ນ​ໄປ​ເທິງ​ຮ່ອມພູ​ໃນ​ເວລາ​ກາງຄືນ​ເພື່ອ​ສຳຫລວດ​ກຳແພງ. ສຸດທ້າຍ, ຂ້ານ້ອຍ​ກໍ​ໄດ້​ກັບ​ຄືນ​ມາ ແລະ ເຂົ້າ​ຜ່ານ​ປະຕູ​ຮ່ອມພູ​ຄື​ເກົ່າ. ບັນດາ​ຜູ້ຮັບໃຊ້​ໃນ​ວັງ​ບໍ່​ຮູ້​ວ່າ​ຂ້ານ້ອຍ​ໄປ​ຢູ່​ໃສ ຫລື ເຮັດ​ຫຍັງ​ຢູ່ ເພາະ​ຂ້ານ້ອຍ​ຍັງ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ກັບ​ຊາວ​ຢິວ ຫລື ພວກ​ປະໂລຫິດ ຫລື ພວກ​ເຈົ້ານາຍ ຫລື ຜູ້ຮັບໃຊ້ ຫລື ຄົນ​ອື່ນໆ​ທີ່​ຈະ​ເຮັດ​ວຽກ.

ແລ້ວ​ຂ້ານ້ອຍ​ບອກ​ພວກເພິ່ນ​ວ່າ, “ພວກທ່ານ​ກໍ​ເຫັນ​ແລ້ວ​ວ່າ​ພວກເຮົາ​ທຸກ​ໃຈ​ເພາະ​ເລື່ອງ​ໃດ, ເຢຣູຊາເລັມ​ກໍ​ເຫລືອ​ແຕ່​ຊາກ​ຫັກພັງ, ປະຕູ​ເມືອງ​ກໍ​ຖືກ​ເຜົາ​ດ້ວຍ​ໄຟ. ມາ, ໃຫ້​ພວກເຮົາ​ມາ​ຊ່ວຍ​ກັນ​ສ້າງ​ກຳແພງ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ ພວກເຮົາ​ຈະ​ໄດ້​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່ໄປ”. ຂ້ານ້ອຍ​ຍັງ​ໄດ້​ເລົ່າເລື່ອງ​ທີ່​ມື​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ຢູ່​ເໜືອ​ຂ້ານ້ອຍ ແລະ ສິ່ງ​ທີ່​ກະສັດ​ໄດ້​ກ່າວ​ກັບ​ຂ້ານ້ອຍ​ໃຫ້​ພວກເພິ່ນ​ຟັງ.

ພວກເພິ່ນ​ໄດ້​ຕອບ​ວ່າ “ໃຫ້​ພວກເຮົາ​ເລີ່ມ​ງານ​ສ້ອມແປງ​ນີ້”. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ເລີ່ມ​ເຮັດ​ວຽກ​ທີ່​ມີ​ຄຸນຄ່າ​ນີ້.

ແຕ່​ເມື່ອ​ສານບັນລັດ ຊາວ​ໂຮໂຣນ, ໂຕບີຢາ​ຜູ້ຮັບໃຊ້ ເຊິ່ງ​ເປັນ​ຊາວ​ອຳໂມນ ແລະ ເກເຊມ ຊາວ​ອາຣັບ​ໄດ້​ຍິນ​ເລື່ອງ​ນີ້ ພວກເຂົາ​ກໍ​ພາກັນ​ເຢາະເຢີ້ຍ ແລະ ດູຖູກ​ພວກເຮົາ. ພວກເຂົາ​ໄດ້​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ເຮັດ​ຫຍັງ? ພວກເຈົ້າ​ຈະ​ກະບົດ​ຕໍ່​ກະສັດ​ບໍ?”

ຂ້ານ້ອຍ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຊ່ວຍ​ໃຫ້​ພວກເຮົາ​ເຮັດ​ສຳເລັດ. ພວກເຮົາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ເລີ່ມ​ງານ​ກໍ່​ສ້າງ, ສ່ວນ​ພວກທ່ານ​ແລ້ວ, ພວກທ່ານ​ແມ່ນ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ອັນໃດ​ໃນ​ເຢຣູຊາເລັມ ຫລື ສິດ​ຮຽກຮ້ອງ ຫລື ສິດທິ​ທາງ​ປະຫວັດສາດ​ໃນ​ເຢຣູຊາເລັມ”.

Source notes (1)
  1. Footnote ຫລື ງູ ຫລື ມັງກອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.