Biblica® Open Lao Contemporary Version
ເນເຫມີຢາ 1
ຄຳອະທິຖານຂອງເນເຫມີຢາ
ຖ້ອຍຄຳຂອງເນເຫມີຢາລູກຊາຍຂອງຮາກາລີຢາມີດັ່ງນີ້:
ໃນເດືອນກິດຊະເຫລັບ ປີທີຊາວ, ຂະນະທີ່ຂ້ານ້ອຍຢູ່ທີ່ເມືອງຊູຊາ, ຮານານີ, ຄົນໜຶ່ງໃນຈຳນວນພີ່ນ້ອງຂອງຂ້ານ້ອຍໄດ້ມາຈາກຢູດາຍພ້ອມກັບຄົນອື່ນໆ ແລະ ຂ້ານ້ອຍຈຶ່ງໄດ້ຖາມພວກເຂົາກ່ຽວກັບເຢຣູຊາເລັມ ແລະ ຊາວຢິວທີ່ເຫລືອ ເຊິ່ງລອດຈາກການເປັນຊະເລີຍ.
ພວກເຂົາໄດ້ຕອບຂ້ານ້ອຍວ່າ, “ບັນດາຄົນທີ່ເຫລືອ ເຊິ່ງລອດຈາກການເປັນຊະເລີຍ ແລະ ກັບໄປຍັງແຂວງທີ່ມີຄວາມທຸກ ແລະ ຄວາມອັບອາຍ. ກຳແພງເຢຣູຊາເລັມກໍຫັກພັງລົງ ແລະ ປະຕູເມືອງກໍຖືກເຜົາດ້ວຍໄຟ”.
ເມື່ອຂ້ານ້ອຍໄດ້ຍິນກ່ຽວກັບສິ່ງເຫລົ່ານີ້ແລ້ວ, ຂ້ານ້ອຍກໍນັ່ງລົງ ແລະ ຮ້ອງໄຫ້. ຂ້ານ້ອຍໂສກເສົ້າ ແລະ ຖືສິນອົດອາຫານກັບອະທິຖານຢູ່ຕໍ່ໜ້າພຣະເຈົ້າແຫ່ງຟ້າສະຫວັນຢູ່ຫລາຍວັນ. ແລ້ວຂ້ານ້ອຍອະທິຖານວ່າ:
“ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ ພຣະອົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະ ໜ້າຢຳເກງ, ຜູ້ຮັກສາຄຳໝັ້ນສັນຍາແຫ່ງຄວາມຮັກຕໍ່ບັນດາຜູ້ທີ່ຮັກພຣະອົງ ແລະ ປະຕິບັດຕາມຂໍ້ຄຳສັ່ງຂອງພຣະອົງ ຂໍໂຜດງຽ່ງຫູຂອງພຣະອົງຟັງຄຳອະທິຖານ ແລະ ໂຜດເປີດຕາຂອງພຣະອົງເພື່ອເບິ່ງຜູ້ຮັບໃຊ້ຂອງພຣະອົງທີ່ກຳລັງອະທິຖານຢູ່ຕໍ່ໜ້າພຣະອົງທັງກາງວັນ ແລະ ກາງຄືນເພື່ອປະຊາຊົນອິດສະຣາເອນ ຜູ້ຮັບໃຊ້ຂອງພຣະອົງ. ຂ້ານ້ອຍຂໍສາລະພາບຄວາມບາບທີ່ພວກຂ້ານ້ອຍຊາວອິດສະຣາເອນ, ລວມທັງຂ້ານ້ອຍເອງ ແລະ ຄອບຄົວຂອງພໍ່ຂອງຂ້ານ້ອຍໄດ້ລະເມີດຕໍ່ພຣະອົງ. ພວກຂ້ານ້ອຍໄດ້ປະພຶດຊົ່ວຕໍ່ພຣະອົງ. ພວກຂ້ານ້ອຍບໍ່ຟັງຄວາມຄຳສັ່ງ, ດຳລັດ ແລະ ກົດບັນຍັດທີ່ພຣະອົງໃຫ້ແກ່ໂມເຊຜູ້ຮັບໃຊ້ຂອງພຣະອົງ.
“ຂໍໂຜດລະນຶກເຖິງຖ້ອຍຄຳຂອງພຣະອົງທີ່ໄດ້ໃຫ້ແກ່ໂມເຊຜູ້ຮັບໃຊ້ຂອງພຣະອົງໄວ້ວ່າ, ‘ຖ້າພວກເຈົ້າບໍ່ສັດຊື່, ເຮົາຈະເຮັດໃຫ້ເຈົ້າກະຈັດກະຈາຍໄປຕາມຊົນຊາດຕ່າງໆ, ແຕ່ຖ້າພວກເຈົ້າກັບຄືນມາຫາເຮົາ ແລະ ເຊື່ອຟັງຄຳສັ່ງຂອງເຮົາ, ເຖິງແມ່ນວ່າຄົນຂອງພວກເຈົ້າຈະຕົກເປັນຊະເລີຍຢູ່ໃນເຂດແດນທີ່ໄກທີ່ສຸດ, ເຮົາກໍຈະຮວບຮວມພວກເຂົາຈາກທີ່ນັ້ນ ແລະ ນຳເອົາພວກເຂົາກັບສູ່ບ່ອນທີ່ເຮົາໄດ້ເລືອກໄວ້ໃຫ້ເປັນບ່ອນຢູ່ສຳລັບນາມຂອງເຮົາ’.
“ພວກຂ້ານ້ອຍເປັນຜູ້ຮັບໃຊ້ ແລະ ເປັນປະຊາຊົນຂອງພຣະອົງ, ຜູ້ທີ່ພຣະອົງໄດ້ໄຖ່ໄວ້ດ້ວຍກຳລັງອັນຍິ່ງໃຫຍ່ ແລະ ດ້ວຍມືອັນຍິ່ງໃຫຍ່ຂອງພຣະອົງ. ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດງຽ່ງຫູຂອງພຣະອົງຟັງຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງຄົນນີ້ ແລະ ຂອງບັນດາຜູ້ຮັບໃຊ້ທີ່ຢຳເກງນາມຂອງພຣະອົງດ້ວຍຄວາມປິຕິຍິນດີ. ໂຜດໃຫ້ຄວາມສຳເລັດແກ່ຜູ້ຮັບໃຊ້ຂອງພຣະອົງໃນວັນນີ້ ໂດຍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງຊາຍຄົນນີ້”.
ຂ້ານ້ອຍເປັນຜູ້ເສີບຈອກຂອງກະສັດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.