Biblica® Open Lao Contemporary Version
ເອຊະຣາ 10
ປະຊາຊົນສາລະພາບຄວາມບາບ
ໃນຂະນະທີ່ເອຊະຣາກໍາລັງອະທິຖານ ແລະ ສາລະພາບຄວາມບາບ, ຮ້ອງໄຫ້ ແລະ ຖິ້ມກາຍຂອງຕົນເອງລົງຕໍ່ໜ້າວິຫານຂອງພຣະເຈົ້າ, ພວກອິດສະຣາເອນໝູ່ໃຫຍ່ ມີທັງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍໄດ້ມາອ້ອມເພິ່ນ. ພວກເຂົາຮ້ອງໄຫ້ຢ່າງຂົມຂື່ນເໝືອນກັນ. ແລ້ວເຊການີຢາລູກຊາຍຂອງເຢຮີເອນ ເຊິ່ງເປັນຄົນໜຶ່ງໃນເຊື້ອສາຍເອລາມໄດ້ເວົ້າກັບເອຊະຣາວ່າ, “ພວກຂ້ານ້ອຍບໍ່ສັດຊື່ຕໍ່ພຣະເຈົ້າຂອງພວກຂ້ານ້ອຍ ໂດຍໄປແຕ່ງງານກັບແມ່ຍິງຕ່າງຊາດທີ່ມາຈາກຊົນຊາດຕ່າງໆທີ່ຢູ່ອ້ອມຂ້າງພວກຂ້ານ້ອຍ. ແຕ່ເຖິງປານນັ້ນ ກໍຍັງມີຄວາມຫວັງເຫລືອຢູ່ສຳລັບອິດສະຣາເອນ. ບັດນີ້ ໃຫ້ພວກເຮົາເຮັດຄຳໝັ້ນສັນຍາຕໍ່ໜ້າພຣະເຈົ້າຂອງພວກເຮົາວ່າຈະສົ່ງແມ່ຍິງເຫລົ່ານີ້ ແລະ ລູກຫລານຂອງພວກເຂົາທັງໝົດໜີໄປ, ຕາມຄຳແນະນຳຂອງເຈົ້ານາຍຂອງພວກຂ້ານ້ອຍ ແລະ ບັນດາຜູ້ທີ່ຢໍາເກງຄໍາສັ່ງຂອງພຣະເຈົ້າຂອງພວກເຮົາ. ຂໍໃຫ້ເປັນໄປຕາມກົດບັນຍັດນັ້ນ. ຈົ່ງລຸກຂຶ້ນ; ເລື່ອງນີ້ແມ່ນຂຶ້ນຢູ່ກັບທ່ານ. ພວກເຮົາຈະສະໜັບສະໜູນທ່ານ ຂໍໃຫ້ກ້າຫານ ແລະ ລົງມືເຮັດ”.
ດັ່ງນັ້ນ ເອຊະຣາຈຶ່ງລຸກຂຶ້ນ ແລະ ໃຫ້ບັນດາຫົວໜ້າປະໂລຫິດ, ຄົນເລວີ ແລະ ຊົນຊາດອິດສະຣາເອນທັງໝົດປະຕິຍານວ່າຈະເຮັດຕາມທີ່ໄດ້ສະເໜີມາ ແລະ ພວກເຂົາກໍໄດ້ປະຕິຍານ. ແລ້ວເອຊະຣາກໍໄດ້ອອກໄປຈາກໜ້າວິຫານຂອງພຣະເຈົ້າ ແລະ ເຂົ້າໄປໃນຫ້ອງຂອງເຢໂຮຮານານລູກຊາຍຂອງເອລີອາຊິບ. ໃນຂະນະທີ່ເພິ່ນຢູ່ທີ່ນັ້ນ, ເພິ່ນບໍ່ຮັບປະທານອາຫານ ຫລື ດື່ມນ້ຳ, ເພາະເພິ່ນຍັງໂສກເສົ້າຍ້ອນຄວາມບໍ່ສັດຊື່ຂອງບັນດາຊະເລີຍທີ່ກັບມາ.
ຫລັງຈາກນັ້ນ ກໍມີການອອກໝາຍປະກາດທົ່ວຢູດາຍ ແລະ ເຢຣູຊາເລັມໃຫ້ຊະເລີຍທຸກຄົນມາຊຸມນຸມກັນຢູ່ທີ່ເຢຣູຊາເລັມ. ຜູ້ໃດບໍ່ມາປາກົດຕົວພາຍໃນສາມວັນກໍຈະຖືກປຸ້ນຊັບສິນຂອງຜູ້ນັ້ນທັງໝົດ, ຕາມມະຕິຂອງບັນດາເຈົ້າໜ້າທີ່ກັບຜູ້ອາວຸໂສ ແລະ ລາວເອງຈະຖືກຂັບໄລ່ອອກຈາກຊຸມນຸມຂອງພວກຊະເລີຍ.
ພາຍໃນສາມວັນ ຄົນຢູດາຍ ແລະ ເບັນຢາມິນທັງໝົດກໍມາຊຸມນຸມກັນໃນເຢຣູຊາເລັມ ແລະ ໃນວັນທີຊາວຂອງເດືອນທີເກົ້າ ປະຊາຊົນທັງໝົດໄດ້ມານັ່ງຢູ່ໃນເດີ່ນໜ້າວິຫານຂອງພຣະເຈົ້າ. ເປັນທຸກໃຈຫລາຍເພາະເລື່ອງນີ້ ແລະ ເພາະຝົນຕົກ. ຫລັງຈາກນັ້ນ ປະໂລຫິດເອຊະຣາຈຶ່ງໄດ້ລຸກຂຶ້ນ ແລະ ເວົ້າກັບພວກເຂົາວ່າ, “ພວກທ່ານບໍ່ສັດຊື່; ພວກທ່ານໄປແຕ່ງງານກັບແມ່ຍິງຕ່າງຊາດ, ເພີ່ມຄວາມຜິດໃຫ້ອິດສະຣາເອນ. ບັດນີ້ ຈົ່ງສາລະພາບຜິດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ ແລະ ເຮັດຕາມຄວາມປະສົງຂອງພຣະອົງ. ຈົ່ງແຍກໂຕອອກຈາກຊົນຊາດທັງຫລາຍທີ່ຢູ່ອ້ອມຂ້າງເຈົ້າ ແລະ ຈາກເມຍຕ່າງຊາດຂອງພວກທ່ານ”.
ຊຸມນຸມທັງໝົດໄດ້ຕອບສຽງດັ່ງວ່າ: “ທ່ານເວົ້າຖືກ! ພວກຂ້ານ້ອຍຈະຕ້ອງເຮັດຕາມທີ່ທ່ານບອກ. ແຕ່ເລື່ອງນີ້ບໍ່ສາມາດຈັດການໃຫ້ສຳເລັດພາຍໃນມື້ໜຶ່ງ ຫລື ສອງມື້ໄດ້ ເພາະພວກເຮົາໄດ້ເຮັດບາບຫລາຍໃນເລື່ອງນີ້ ແລະ ບ່ອນນີ້ກໍມີຄົນຫລາຍ ແລະ ເປັນລະດູຝົນ; ດັ່ງນັ້ນ ພວກຂ້ານ້ອຍຈຶ່ງບໍ່ສາມາດທົນຢູ່ຂ້າງນອກໄດ້. ຂໍໃຫ້ບັນດາເຈົ້າໜ້າທີ່ຂອງພວກຂ້ານ້ອຍຈັດການແທນຊຸມນຸມທັງໝົດ. ຫລັງຈາກນັ້ນ ໃຫ້ທຸກຄົນໃນເມືອງຂອງຂ້ານ້ອຍທີ່ມີເມຍເປັນຄົນຕ່າງຊາດມາພົບກັບຜູ້ອາວຸໂສ ແລະ ຜູ້ພິພາກສາຂອງແຕ່ລະເມືອງຕາມເວລາທີ່ກຳນົດ, ຈົນກວ່າຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຂອງພວກເຮົາໃນເລື່ອງນີ້ຈະໜີໄປຈາກພວກຂ້ານ້ອຍ”. ມີແຕ່ໂຢນາທານລູກຊາຍຂອງອາຊາເຮນ ແລະ ຢາຮະເຊອີຢາລູກຊາຍຂອງຕິກວາ ທີ່ຕໍ່ຕ້ານເລື່ອງນີ້ໂດຍໄດ້ຮັບການສະໜັບສະໜູນຈາກເມຊຸນລຳ ແລະ ຊັບເບທາຍທີ່ເປັນຄົນເລວີ.
ດັ່ງນັ້ນ ພວກຊະເລີຍຈຶ່ງເຮັດຕາມທີ່ໄດ້ສະເໜີມາ. ປະໂລຫິດເອຊະຣາໄດ້ເລືອກເອົາຜູ້ຊາຍທີ່ຫົວໜ້າຄອບຄົວ, ຄົນໜຶ່ງຈາກຄອບຄົວຂອງແຕ່ລະກຸ່ມທີ່ໄດ້ແບ່ງໄວ້ ແລະ ທຸກຄົນຕ່າງກໍມີຊື່ບັນທຶກໄວ້. ໃນວັນທີໜຶ່ງເດືອນທີສິບ ພວກເຂົາໄດ້ນັ່ງລົງເພື່ອຄົ້ນຫາແຕ່ລະກໍລະນີ. ແລະ ເມື່ອຮອດວັນທີໜຶ່ງເດືອນທີໜຶ່ງ ພວກເຂົາກໍຈັດການກັບຊາຍທຸກຄົນທີ່ໄດ້ແຕ່ງງານກັບແມ່ຍິງຕ່າງຊາດສໍາເລັດ.
ຜູ້ທີ່ມີຄວາມຜິດໃນການແຕ່ງງານກັບຄົນຕ່າງຊາດ
ຄົນທີ່ໄປແຕ່ງງານກັບແມ່ຍິງຕ່າງຊາດໃນທ່າມກາງເຊື້ອສາຍປະໂລຫິດໄດ້ມີດັ່ງນີ້:
ຈາກເຊື້ອສາຍຂອງໂຢຊວຍລູກຊາຍຂອງໂຢຊາດັກ ແລະ ພີ່ນ້ອງຂອງລາວໄດ້ມີ:
ມາອາເສອີຢາ, ເອລີເອເຊ, ຢາຣິບ ແລະ ເກດາລີຢາ. (ພວກເຂົາທັງໝົດໄດ້ຍົກມືປະຕິຍານວ່າຈະປະເມຍຂອງຕົນ ແລະ ມອບແກະຜູ້ຈາກຝູງຄົນລະໂຕເປັນເຄື່ອງບູຊາລຶບລ້າງຄວາມຜິດ).
ຈາກເຊື້ອສາຍຂອງອິມເມມີ:
ຮານານີ ແລະ ເຊບາດີຢາ
ຈາກເຊື້ອສາຍຂອງຮາຣິມມີ:
ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະ ອຸດຊີຢາ.
ຈາກເຊື້ອສາຍຂອງປັດຊູມີ:
ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະ ເອລາຊາ.
ໃນທ່າມກາງຄົນເລວີມີ:
ໂຢຊາບັດ, ຊີເມອີ, ເກລາອີຢາ (ຄືເກລີຕາ), ເປທາຮີຢາ, ຢູດາ ແລະ ເອລີເອເຊ.
ຈາກພວກນັກດົນຕີມີ:
ເອລີອາຊິບ
ຈາກພວກຍາມເຝົ້າປະຕູມີ:
ຊໍລູມ, ເຕເລັມ ແລະ ອູຣິ.
ແລະ ໃນທ່າມກາງພວກອິດສະຣາເອນມີ:
ຈາກເຊື້ອສາຍຂອງປາຣົດມີ:
ຣາມີຢາ, ອິດຊິຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ ແລະ ເບນາອີຢາ.
ຈາກເຊື້ອສາຍຂອງເອລາມມີ:
ມັດຕານີຢາ, ເຊກາຣີຢາ, ເຢຮີເອນ, ອັບດີ, ເຢເລໂມດ ແລະ ເອລີຢາ.
ຈາກເຊື້ອສາຍຂອງຊັດຕຸມີ:
ເອລີໂອນາຍ, ເອລີອາຊິບ, ມັດຕານີຢາ, ເຢເລໂມດ, ຊາບັດ ແລະ ອາຊີຊາ
ຈາກເຊື້ອສາຍຂອງເບບາຍມີ:
ເຢໂຮຮານານ, ຮານານີຢາ, ຊັບບາຍ ແລະ ອັດໄລ.
ຈາກເຊື້ອສາຍຂອງບານີມີ:
ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະ ເຢເລໂມດ.
ຈາກເຊື້ອສາຍຂອງປາຮາດໂມອາບມີ:
ອັດນາ, ເກລານ, ເບນາອີຢາ, ມາອາເສອີຢາ, ມັດຕານີຢາ, ເບຊາເລນ, ບິນນູອີ ແລະ ມານາເຊ.
ຈາກເຊື້ອສາຍຂອງຮາຣິມມີ:
ເອລີເອເຊ, ອິດສີຢາ, ມັນກີຢາ, ເຊມາອີຢາ, ຊິເມໂອນ. ເບັນຢາມິນ, ມັນລຸກ ແລະ ເຊມາຣີຢາ.
ຈາກເຊື້ອສາຍຂອງຮາຊຸມມີ:
ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະ ຊີເມອີ.
ຈາກເຊື້ອສາຍຂອງບານີມີ:
ມາອາດາຍ, ອຳຣາມ, ຢູເອນ, ເບນາອີຢາ, ເບເດອີຢາ, ເກລູຮີ, ວານີຢາ, ເມເຣໂມດ, ເອລີອາຊິບ, ມັດຕານີຢາ, ມັດເຕໄນ ແລະ ຢາອາຊູ.
ຈາກເຊື້ອສາຍຂອງບິນນູອີ1ມີ:
ຊີເມອີ, ເຊເລມີຢາ, ນາທານ, ອາດາອີຢາ, ມັກນາເດບາຍ, ຊາຊາຍ, ຊາຣາຍ, ອາຊາເຣນ, ເຊເລມີຢາ, ເຊມາຣີຢາ, ຊໍລູມ, ອາມາຣີຢາ ແລະ ໂຢເຊັບ.
ຈາກເຊື້ອສາຍຂອງເນໂບມີ:
ເຢອູເອນ, ມັດຕີທີອາ, ຊາບັດ, ເຊບີນາ, ຢັດດາຍ, ໂຢເອນ ແລະ ເບນາອີຢາ.
ຄົນທັງໝົດນີ້ໄດ້ແຕ່ງງານກັບແມ່ຍິງຕ່າງຊາດ ແລະ ບາງຄົນມີລູກທີ່ເກີດຈາກບັນດາເມຍເຫລົ່ານັ້ນ.2
Source notes (2)
- Footnote ພາສາເຮັບເຣີວ່າ ຢາອາຊູ, ຂໍ້ 38 ບານີ ແລະ ບິນນູອີ
- Footnote ຫລື ແລະ ພວກເຂົາສົ່ງເມຍເຫລົ່ານັ້ນໄປພ້ອມກັບລູກຂອງພວກເຂົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.