Biblica® Open Lao Contemporary Version
ເອຊະຣາ 9
ຄຳອະທິຖານຂອງເອຊະຣາກ່ຽວກັບການແຕ່ງງານກັບຄົນຕ່າງຊາດ
ຫລັງຈາກສິ່ງເຫລົ່ານີ້ໄດ້ສໍາເລັດແລ້ວ, ພວກຜູ້ນຳກໍໄດ້ມາຫາຂ້າພະເຈົ້າ ແລະ ເວົ້າວ່າ, “ປະຊາຊົນອິດສະຣາເອນ, ລວມທັງບັນດາປະໂລຫິດ ແລະ ຄົນເລວີ, ບໍ່ໄດ້ແຍກຕົວອອກຈາກຊົນຊາດເພື່ອນບ້ານທີ່ມີປະເພນີອັນໜ້າກຽດຊັງ, ເໝືອນດັ່ງຊາວການາອານ, ຊາວຮິດຕີ, ຊາວເປຣີຊີ, ຊາວເຢບຸດ, ຊາວອຳໂມນ, ຊາວໂມອາບ, ຊາວເອຢິບ ແລະ ຊາວອາໂມ. ພວກເຂົາໄດ້ເອົາລູກສາວຂອງຄົນເຫລົ່ານັ້ນມາເປັນເມຍຂອງຕົນເອງ ແລະ ລູກຊາຍຂອງຕົນ, ແລ້ວເຮັດໃຫ້ຊົນຊາດບໍລິສຸດປະສົມປະສານກັບຊົນຊາດທັງຫລາຍທີ່ຢູ່ອ້ອມຂ້າງພວກເຂົາ. ທັງບັນດາຜູ້ນຳ ແລະ ເຈົ້າໜ້າທີ່ກໍເປັນໂຕການໃນເລື່ອງຄວາມບໍ່ສັດຊື່ນີ້”.
ເມື່ອຂ້າພະເຈົ້າໄດ້ຍິນຢ່າງນີ້, ຂ້າພະເຈົ້າກໍໄດ້ຈີກເຄື່ອງນຸ່ງ ແລະ ເສື້ອຄຸມຂອງຂ້າພະເຈົ້າ, ດຶງຜົມອອກຈາກຫົວຂອງຕົນ ແລະ ໜວດ ແລ້ວນັ່ງລົງດ້ວຍຄວາມຕົກໃຈ. ຫລັງຈາກນັ້ນ ທຸກຄົນທີ່ຢຳເກງຖ້ອຍຄຳຂອງພຣະເຈົ້າແຫ່ງອິດສະຣາເອນຈົນໂຕສັ່ນກໍມານັ່ງອ້ອມຂ້າພະເຈົ້າ ເພາະຄວາມບໍ່ສັດຊື່ຂອງບັນດາຊະເລີຍ. ແລ້ວຂ້າພະເຈົ້າກໍນັ່ງຢູ່ທີ່ນັ້ນດ້ວຍຄວາມຕົກໃຈຈົນເຖິງເວລາຖວາຍເຄື່ອງບູຊາໃນຕອນແລງ.
ຫລັງຈາກນັ້ນ ເມື່ອເຖິງເວລາຖວາຍເຄື່ອງບູຊາໃນຕອນແລງ, ຂ້າພະເຈົ້າຈຶ່ງລຸກຂຶ້ນຈາກການນັ່ງເປັນທຸກ, ດ້ວຍເຄື່ອງນຸ່ງ ແລະ ເສື້ອຄຸມທີ່ຂາດຂອງຕົນ ແລ້ວຄຸເຂົ່າຂອງຕົນພ້ອມກັບຢຽດມືຂອງຕົນອອກຫາພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ແລະ ອະທິຖານວ່າ:
“ຂ້າແດ່ພຣະເຈົ້າ, ຂ້ານ້ອຍລະອາຍໃຈ ແລະ ອັບອາຍເກີນກວ່າຈະເງີຍໜ້າຂຶ້ນຕໍ່ພຣະອົງຜູ້ເປັນພຣະເຈົ້າຂອງຂ້ານ້ອຍ, ເພາະບາບຂອງພວກຂ້ານ້ອຍສູງຖ້ວມຫົວຂອງພວກຂ້ານ້ອຍ ແລະ ຄວາມຜິດຂອງພວກຂ້ານ້ອຍກໍສູງຈຸຟ້າສະຫວັນ. ນັບແຕ່ສະໄໝຂອງບັນພະບຸລຸດຂອງພວກຂ້ານ້ອຍມາຈົນເຖິງບັດນີ້, ຄວາມຜິດຂອງພວກຂ້ານ້ອຍກໍໃຫຍ່ຫລາຍ, ເພາະຄວາມບາບຂອງພວກຂ້ານ້ອຍ, ພວກຂ້ານ້ອຍກັບບັນດາກະສັດ ແລະ ພວກປະໂລຫິດຂອງພວກຂ້ານ້ອຍຈຶ່ງຕົກຢູ່ໃຕ້ຄົມດາບ ແລະ ຕົກເປັນຊະເລີຍ, ການປຸ້ນຈີ້ ແລະ ໄດ້ຮັບຄວາມອັບອາຍໂດຍມືຂອງບັນດາກະສັດຕ່າງຊາດດັ່ງທຸກມື້ນີ້.
“ແຕ່ບັດນີ້, ໃນຊົ່ວຂະນະໜຶ່ງ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍໄດ້ເມດຕາປະພວກຂ້ານ້ອຍໃຫ້ເຫລືອຢູ່ ແລະ ໄດ້ໃຫ້ບ່ອນໝັ້ນຄົງແກ່ພວກຂ້ານ້ອຍໃນສະຖານນະມັດສະການຂອງພຣະອົງ ແລະ ພຣະເຈົ້າຂອງພວກຂ້ານ້ອຍຈຶ່ງມອບຄວາມສະຫວ່າງໃຫ້ແກ່ຕາຂອງພວກຂ້ານ້ອຍ ແລະ ບັນເທົາຈາກພາວະແຄ້ນໃຈລົງເລັກນ້ອຍທີ່ພວກຂ້ານ້ອຍຕົກເປັນຂ້າທາດ. ເຖິງແມ່ນວ່າພວກຂ້ານ້ອຍເປັນຂ້າທາດ, ພຣະເຈົ້າຂອງພວກຂ້ານ້ອຍກໍບໍ່ໄດ້ຖິ້ມພວກຂ້ານ້ອຍໄວ້ໃຫ້ຖືກຈຳຈອງ. ພຣະອົງໄດ້ສະແດງຄວາມເມດຕາກະລຸນາຕໍ່ພວກຂ້ານ້ອຍ ຕໍ່ໜ້າບັນດາກະສັດແຫ່ງເປີເຊຍ ຄືພຣະອົງໄດ້ໃຫ້ຊີວິດໃຫມ່ແກ່ພວກຂ້ານ້ອຍເພື່ອສ້າງວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍຂຶ້ນໃໝ່ ແລະ ສ້ອມແປງສ່ວນທີ່ຫັກພັງ ແລະ ໄດ້ໃຫ້ກໍາແພງປ້ອງກັນໃນຢູດາຍ ແລະ ເຢຣູຊາເລັມ.
“ແຕ່ບັດນີ້, ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ພວກຂ້ານ້ອຍຈະເວົ້າຫຍັງໄດ້ຫລັງຈາກນີ້? ເພາະພວກຂ້ານ້ອຍໄດ້ລະເລີຍຂໍ້ຄໍາສັ່ງ ທີ່ພຣະອົງໄດ້ໃຫ້ຜ່ານທາງບັນດາຜູ້ທຳນວາຍ ຜູ້ຮັບໃຊ້ຂອງພຣະອົງວ່າ: ‘ດິນແດນທີ່ພວກເຈົ້າຈະເຂົ້າໄປຄອບຄອງນັ້ນເປັນດິນແດນທີ່ເປື້ອນເປິຈາກການທີ່ບໍ່ສັດຊື່ຂອງປະຊາຊົນໃນດິນແດນນັ້ນ. ພວກເຂົາໄດ້ເຮັດໃຫ້ດິນແດນນັ້ນເຕັມໄປດ້ວຍມົນທິນຈາກສຸດເຂດດ້ານໜຶ່ງໄປຮອດອີກດ້ານໜຶ່ງ ໂດຍການປະພຶດອັນໜ້າກຽດຊັງຂອງພວກເຂົາ. ເຫດສະນັ້ນ, ຢ່າຍົກລູກສາວໃຫ້ແຕ່ງງານກັບລູກຊາຍຂອງພວກເຂົາ ຫລື ຮັບລູກສາວຂອງພວກເຂົາມາໃຫ້ລູກຊາຍ, ຢ່າເຮັດສັນຍາຜູກມິດກັບພວກເຂົາບໍ່ວ່າເວລາໃດກໍຕາມ, ເພື່ອວ່າພວກເຈົ້າຈະໄດ້ເຂັ້ມແຂງ ແລະ ອິ່ມໜຳສຳລານກັບຄວາມອຸດົມສົມບູນຂອງດິນແດນນັ້ນ ແລະ ສືບທອດເປັນມໍລະດົກແກ່ລູກຫລານຕະຫລອດໄປ’.
“ສິ່ງທີ່ເກີດຂຶ້ນກັບພວກຂ້ານ້ອຍນັ້ນກໍເປັນຜົນຈາກການປະພຶດຊົ່ວ ແລະ ຄວາມຜິດອັນໃຫຍ່ຂອງພວກຂ້ານ້ອຍ, ເຖິງປານນັ້ນ ຂ້າແດ່ພຣະເຈົ້າ, ພຣະອົງກໍຍັງລົງໂທດພວກຂ້ານ້ອຍໜ້ອຍກວ່າຄວາມບາບທີ່ພວກຂ້ານ້ອຍສົມຄວນຈະໄດ້ຮັບ ແລະ ໄດ້ໃຫ້ພວກຂ້ານ້ອຍມີຄົນຈໍານວນໜຶ່ງທີ່ເຫລືອຢູ່ນີ້. ແລ້ວພວກຂ້ານ້ອຍຍັງຈະລະເມີດຄຳສັ່ງຂອງພຣະອົງ ແລະ ໄປແຕ່ງງານກັບຊົນຊາດທີ່ຢຶດຖືທຳນຽມປະຕິບັດອັນໜ້າກຽດຊັງແບບນັ້ນອີກບໍ? ພຣະອົງຈະບໍ່ໃຈຮ້າຍຈົນທຳລາຍພວກຂ້ານ້ອຍ ບໍ່ປະໃຫ້ພວກຂ້ານ້ອຍເຫລືອ ຫລື ລອດແມ່ນແຕ່ໜ້ອຍດຽວ? ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ, ພຣະອົງຊອບທຳ! ທຸກວັນນີ້ພວກຂ້ານ້ອຍຖືກຖິ້ມໃຫ້ໃນເປັນພຽງຄົນໜ້ອຍໆທີ່ເຫລືອຢູ່. ພວກຂ້ານ້ອຍຢູ່ຕໍ່ໜ້າພຣະອົງດ້ວຍຄວາມຮູ້ສຶກຜິດຂອງພວກຂ້ານ້ອຍ, ເພາະມົນທິນນີ້ພວກຂ້ານ້ອຍຈຶ່ງບໍ່ສາມາດຢືນຢູ່ຕໍ່ໜ້າພຣະອົງໄດ້ແມ່ນແຕ່ຄົນດຽວ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.