Biblica® Open Lao Contemporary Version
ເອຊະຣາ 8
ລາຍຊື່ຫົວໜ້າຄອບຄົວທີ່ກັບມາກັບເອສະຣາ
ຕໍ່ໄປນີ້ແມ່ນລາຍຊື່ບັນດາຫົວໜ້າຄອບຄົວ ແລະ ຜູ້ທີ່ໄດ້ຂຶ້ນທະບຽນໄວ້ກັບພວກເຂົາ ທີ່ຮ່ວມເດີນທາງມາກັບຂ້າພະເຈົ້າຈາກບາບີໂລນໃນລະຫວ່າງການປົກຄອງຂອງກະສັດອາກຕາເຊເຊັດ ມີດັ່ງນີ້:
ຈາກເຊື້ອສາຍຟີເນຮາມີ:
ເກໂຊນ;
ຈາກເຊື້ອສາຍອີທາມາມີ:
ດານີເອນ;
ຈາກເຊື້ອສາຍດາວິດມີ:
ຮັດຕຸຊະ; ເຊິ່ງສືບເຊື້ອສາຍມາທາງເຊການີຢາ;
ຈາກເຊື້ອສາຍປາຣົດມີ:
ເຊກາຣີຢາ ແລະ ຜູ້ຊາຍອີກ 150 ຄົນທີ່ຂຶ້ນທະບຽນກັບລາວ;
ຈາກເຊື້ອສາຍປາຮາດໂມອາບມີ:
ເອລີໂຮນາຍລູກຊາຍຂອງເຊຣາຮີຢາ ແລະ ຜູ້ຊາຍອີກ 200 ຄົນ;
ຈາກເຊື້ອສາຍຊັດຕູ1ມີ:
ເຊການີຢາລູກຊາຍຂອງຢາຮາຊີເອນ ແລະ ຜູ້ຊາຍອີກ 300 ຄົນ.
ຈາກເຊື້ອສາຍອາດິນມີ:
ເອເບັດລູກຊາຍຂອງໂຢນາທານ ແລະ ຜູ້ຊາຍອີກ 50 ຄົນ;
ຈາກເຊື້ອສາຍເອລາມມີ:
ເຢຊາອີຢາລູກຊາຍຂອງອາທາລີຢາ ແລະ ຜູ້ຊາຍອີກ 50 ຄົນ;
ຈາກເຊື້ອສາຍເຊຟາຕີຢາມີ:
ເຊບາດີຢາລູກຊາຍຂອງມີຄາເອນ ແລະ ຜູ້ຊາຍອີກ 80 ຄົນ:
ຈາກເຊື້ອສາຍໂຢອາບມີ:
ໂອບາດີຢາລູກຊາຍຂອງເຢຮີເອນ ແລະ ຜູ້ຊາຍອີກ 218 ຄົນ;
ຈາກເຊື້ອສາຍບານີ2ມີ:
ເຊໂລມິດລູກຊາຍຂອງໂຢຊິຟີຢາ ແລະ ຜູ້ຊາຍອີກ 160 ຄົນ;
ຈາກເຊື້ອສາຍເບບາຍມີ:
ເຊກາຣີຢາລູກຊາຍຂອງເບບາຍ ແລະ ຜູ້ຊາຍອີກ 28 ຄົນ;
ຈາກເຊື້ອສາຍອາຊະກາດມີ:
ໂຢນາທານລູກຊາຍຂອງຮັກກາຕານ ແລະ ຜູ້ຊາຍອີກ 110 ຄົນ;
ຈາກເຊື້ອສາຍອາໂດນີກຳມີ:
ພວກສຸດທ້າຍມີຊື່ວ່າເອລີເຟເລັດ, ເຢອູເອນ, ເຊມາອີຢາ ແລະ ຜູ້ຊາຍອີກ 60 ຄົນ;
ຈາກເຊື້ອສາຍບິກໄຫວມີ:
ອູໄທ ແລະ ຊັກກູເຣ ແລະ ຜູ້ຊາຍອີກ 70 ຄົນ.
ການກັບຄືນສູ່ເຢຣູຊາເລັມ
ຂ້າພະເຈົ້າໃຫ້ພວກເຂົາມາຊຸມນຸມກັນຢູ່ທີ່ຫ້ວຍນ້ຳທີ່ໄຫລໄປສູ່ອາຮາວາ ແລະ ຕັ້ງຄ້າຍຢູ່ທີ່ນັ້ນສາມວັນ. ເມື່ອຂ້າພະເຈົ້າກວດເບິ່ງທ່າມກາງປະຊາຊົນ ແລະ ປະໂລຫິດ ກໍພົບວ່າບໍ່ມີຄົນເລວີເລີຍ. ຂ້າພະເຈົ້າຈຶ່ງໄດ້ເຊີນ ເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ເອນນາທານ, ນາທານ, ເຊກາຣີຢາ ແລະ ເມຊຸນລຳ ຜູ້ເປັນຜູ້ນໍາ ແລະ ເຊີນໂຢອີອາຣິບ ແລະ ເອນນາທານ, ເຊິ່ງເປັນຜູ້ຮອບຮູ້ມານໍາ, ແລະ ຂ້າພະເຈົ້າໄດ້ສັ່ງໃຫ້ພວກເຂົາໄປພົບອິດໂດ, ຜູ້ນຳໃນກາຊີຟີອາ, ຂ້າພະເຈົ້າໄດ້ບອກພວກເຂົາໃນສິ່ງທີ່ຈະກ່າວກັບອິດໂດ ແລະ ຄົນເລວີທີ່ຕິດຕາມເພິ່ນ, ຜູ້ຮັບໃຊ້ໃນວິຫານທີ່ອາໄສຢູ່ທີ່ກາຊີຟີອາ, ເພື່ອພວກເຂົາຈະໄດ້ພາຄົນທີ່ຈະເຮັດວຽກໃນວິຫານຂອງພຣະເຈົ້າຂອງພວກເຮົາມາຫາພວກເຮົາ. ເພາະມືອັນເຕັມດ້ວຍຄວາມເມດຕາຂອງພຣະເຈົ້າຢູ່ເໜືອພວກເຮົາ, ພວກເຂົາໄດ້ສົ່ງເຊເຣບີຢາ ຜູ້ທີ່ມີຄວາມສາມາດ ພ້ອມກັບລູກຊາຍ ແລະ ພີ່ນ້ອງຂອງລາວສິບແປດຄົນມາໃຫ້. ເຊເຣບີຢາເປັນເຊື້ອສາຍຂອງມາຮະລີ ລູກຊາຍຂອງເລວີ ຜູ້ເປັນລູກຊາຍຂອງອິດສະຣາເອນ; ແລະ ຮາຊາບິຢາກັບເຢຊາອີຢາຈາກເຊື້ອສາຍຂອງເມຣາຣິ ພ້ອມທັງພີ່ນ້ອງ ແລະ ຫລານຊາຍຊາວຄົນ. ພວກເຂົາຍັງໄດ້ສົ່ງຜູ້ຮັບໃຊ້ໃນວິຫານອີກ 220 ຄົນມາ ນີ້ແມ່ນກຸ່ມຄົນທີ່ດາວິດ ແລະ ເຈົ້າໜ້າທີ່ຂອງເພິ່ນໄດ້ແຕ່ງຕັ້ງຂຶ້ນເພື່ອໃຫ້ຊ່ວຍຄົນເລວີ. ທຸກຄົນໄດ້ມີຊື່ລົງທະບຽນໄວ້ແລ້ວ.
ຢູ່ທີ່ແຄມຫ້ວຍນ້ຳອາຮາວາ, ຂ້າພະເຈົ້າໄດ້ປະກາດໃຫ້ຖືສິນອົດອາຫານ ເພື່ອວ່າພວກເຮົາຈະຖ່ອມໃຈລົງຕໍ່ໜ້າພຣະເຈົ້າຂອງພວກເຮົາ ແລະ ຂໍພຣະອົງໃຫ້ພວກເຮົາ ແລະ ລູກຫລານຂອງພວກເຮົາ ພ້ອມດ້ວຍຊັບສິນຂອງພວກເຮົາທັງໝົດ ເດີນທາງດ້ວຍຄວາມປອດໄພ. ຂ້າພະເຈົ້າລະອາຍໃຈທີ່ຈະຂໍກຳລັງທະຫານ ແລະ ທະຫານມ້າຈາກກະສັດໃຫ້ປົກປ້ອງພວກຂ້າພະເຈົ້າຈາກສັດຕູຕາມທາງ ເພາະພວກຂ້າພະເຈົ້າໄດ້ບອກກະສັດໄວ້ວ່າ “ມືອັນເຕັມດ້ວຍຄວາມເມດຕາຂອງພຣະເຈົ້າຂອງພວກຂ້ານ້ອຍຢູ່ເໜືອທຸກຄົນທີ່ຫວັງເພິ່ງພຣະອົງ ແຕ່ພຣະອົງໃຈຮ້າຍຫລາຍຕໍ່ທຸກຄົນທີ່ປະຖິ້ມພຣະອົງ”. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຖືສິນອົດອາຫານ ແລະ ອ້ອນວອນພຣະເຈົ້າຂອງພວກຂ້າພະເຈົ້າໃນເລື່ອງນີ້ ແລະ ພຣະອົງໄດ້ຕອບຄຳອະທິຖານຂອງຂ້ານ້ອຍ.
ແລ້ວຂ້າພະເຈົ້າກໍໄດ້ແຕ່ງຕັ້ງຜູ້ນຳປະໂລຫິດສິບສອງຄົນ ພ້ອມດ້ວຍເຊເຣບີຢາ, ຮາຊາບິຢາ ແລະ ພີ່ນ້ອງຂອງພວກເພິ່ນສິບຄົນ. ແລະ ຂ້າພະເຈົ້າໄດ້ຊັ່ງນ້ຳໜັກເງິນ, ຄຳ ແລະ ເຄື່ອງໃຊ້ຕ່າງໆ ທີ່ກະສັດ, ທີ່ປຶກສາຂອງເພິ່ນ, ເຈົ້າໜ້າທີ່ຂອງເພິ່ນ ແລະ ປະຊາຊົນອິດສະຣາເອນທັງໝົດທີ່ຢູ່ທີ່ນັ້ນໄດ້ຖວາຍສິ່ງເຫລົ່ານີ້ເພື່ອວິຫານຂອງພຣະເຈົ້າຂອງພວກເຮົາ. ຂ້າພະເຈົ້າໄດ້ຊັ່ງນ້ຳໜັກສິ່ງຕໍ່ໄປນີ້ມອບໃຫ້ພວກເຂົາ ມີເງິນໜັກປະມານ 650 ຕາລັນຕົນ,3 ເຄື່ອງໃຊ້ທີ່ເຮັດດ້ວຍເງິນຕ່າງໆ ໜັກປະມານ 100 ຕາລັນຕົນ,4 ຄຳໜັກປະມານ 100 ຕາລັນຕົນ, ຊາມທີ່ເຮັດດ້ວຍຄຳ 20 ໃບ ມີຄ່າເທົ່າກັບຄຳປະມານ 1.000 ດາຣິກ,5 ແລະ ມີເຄື່ອງໃຊ້ທີ່ເຮັດດ້ວຍທອງສຳລິດຂັດເງົາຢ່າງດີສອງອັນ, ເຊິ່ງມີຄ່າທຽບເທົ່າກັບຄຳ.
ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ, “ພວກທ່ານ ແລະ ເຄື່ອງໃຊ້ເຫລົ່ານີ້ໄດ້ຮັບການຊຳລະໃຫ້ບໍລິສຸດຖວາຍແດ່ພຣະເຈົ້າຢາເວ. ສ່ວນເງິນ ແລະ ຄຳເປັນຂອງຖວາຍຕາມຄວາມສະໝັກໃຈແກ່ພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ. ຈົ່ງປົກປ້ອງຮັກສາເຄື່ອງທັງໝົດນີ້ໄວ້ໃຫ້ດີຈົນກວ່າພວກທ່ານຈະນຳອອກມາຊັ່ງນ້ຳໜັກຢູ່ທີ່ຄັງວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມຕໍ່ໜ້າບັນດາຫົວໜ້າປະໂລຫິດ, ຄົນເລວີ ແລະ ຫົວໜ້າຄອບຄົວທັງຫລາຍຂອງອິດສະຣາເອນ”. ຫລັງຈາກນັ້ນ ປະໂລຫິດ ແລະ ຄົນເລວີຈຶ່ງຮັບເງິນ, ຄຳ ແລະ ເຄື່ອງໃຊ້ສັກສິດທີ່ໄດ້ຊັ່ງນ້ຳໜັກແລ້ວນັ້ນ ເພື່ອນຳໄປຍັງວິຫານຂອງພຣະເຈົ້າຂອງພວກຂ້າພະເຈົ້າໃນເຢຣູຊາເລັມ.
ໃນວັນທີສິບສອງຂອງເດືອນທີໜຶ່ງ ພວກຂ້ານ້ອຍໄດ້ອອກເດີນທາງຈາກແມ່ນ້ຳອາຮາວາໄປທີ່ເຢຣູຊາເລັມ. ມືຂອງພຣະເຈົ້າຂອງພວກຂ້ານ້ອຍກໍຢູ່ເໜືອພວກຂ້ານ້ອຍ ແລະ ພຣະອົງໄດ້ປົກປ້ອງພວກຂ້ານ້ອຍຈາກບັນດາສັດຕູ ແລະ ໂຈນຕາມທາງ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງມາຮອດເຢຣູຊາເລັມ ແລະ ພັກຢູ່ທີ່ນັ້ນເປັນເວລາສາມວັນ.
ໃນວັນທີສີ່, ໃນວິຫານພຣະເຈົ້າຂອງພວກຂ້ານ້ອຍ, ພວກຂ້ານ້ອຍໄດ້ຊັ່ງນ້ຳໜັກເງິນ, ຄຳ ແລະ ເຄື່ອງໃຊ້ສັກສິດຕ່າງໆ ມອບໃຫ້ເມເຣໂມດລູກຊາຍຂອງອູຣິຢາ, ຜູ້ເປັນປະໂລຫິດ. ເອເລອາຊາລູກຊາຍຂອງຟີເນຮາ ພ້ອມກັບຄົນເລວີຄື: ໂຢຊາບັດລູກຊາຍຂອງເຢຊູອາ ແລະ ໂນອານີຢາລູກຊາຍຂອງບິນນູອີກໍຢູ່ທີ່ນັ້ນດ້ວຍ. ມີການກວດຮັບທຸກຢ່າງຕາມຈຳນວນກັບນ້ຳໜັກ ແລະ ຈົດນ້ຳໜັກທັງໝົດໄວ້ໃນຄັ້ງນັ້ນ.
ຫລັງຈາກນັ້ນ ບັນດາຊະເລີຍທີ່ກັບມາກໍໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າແຫ່ງອິດສະຣາເອນຄື: ງົວເຖິກ 12 ໂຕສຳລັບຄົນອິດສະຣາເອນທັງໝົດ, ແກະເຖິກ 96 ໂຕ ແລະ ລູກແກະໂຕຜູ້ 77 ໂຕ, ພ້ອມທັງແບ້ຜູ້ 12 ໂຕ ເພື່ອເປັນເຄື່ອງບູຊາໄຖ່ບາບ.6 ທັງໝົດນີ້ເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ. ພວກເຂົາຍັງໄດ້ມອບຄໍາສັ່ງຂອງກະສັດໃຫ້ແກ່ບັນດາເສນາບໍດີ ແລະ ບັນດາຜູ້ທີ່ປົກຄອງເຂດຕ່າງໆທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ, ຫລັງຈາກນັ້ນ ພວກເຂົາຈຶ່ງໃຫ້ຄວາມຊ່ວຍເຫລືອແກ່ປະຊາຊົນ ແລະ ແກ່ວິຫານຂອງພຣະເຈົ້າ.
Source notes (6)
- Footnote ພາສາເຮັບເຣີບໍ່ມີຄຳວ່າ ຊັດຕູ
- Footnote ພາສາເຮັບເຣີບໍ່ມີຄຳວ່າ ບານີ
- Footnote ປະມານ 22 ໂຕນ
- Footnote ປະມານ 3,4 ໂຕນ
- Footnote ປະມານ 8,5 ກິໂລກຣາມ
- Footnote ຫລື ເຄື່ອງບູຊາລົບລ້າງບາບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.