Biblica® Open Lao Contemporary Version
ເອຊະຣາ 7
ເອສະຣາມາຍັງເຢຣູຊາເລັມ
ຫລັງຈາກເຫດການເຫລົ່ານີ້, ໃນລະຫວ່າງການປົກຄອງຂອງກະສັດອາກຕາເຊເຊັດແຫ່ງເປີເຊຍ, ເອຊະຣາເປັນລູກຊາຍຂອງເສຣາອີຢາ, ເສຣາອີຢາເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງຮິນກີຢາ, ຮິນກີຢາເປັນລູກຂອງຊໍລູມ, ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງອາຮີຕຸບ, ອາຮີຕຸບເປັນລູກຊາຍຂອງອາມາຣີຢາ, ຜູ້ເປັນລູກຊາຍຂອງອາຊາຣີຢາ, ຜູ້ເປັນລູກຊາຍຂອງເມຣາອີໂຢດ, ຜູ້ເປັນລູກຊາຍຂອງເຊຣາຮີຢາ, ຜູ້ເປັນລູກຊາຍຂອງອຸດຊີ, ຜູ້ເປັນລູກຊາຍຂອງບຸກກີ, ຜູ້ເປັນລູກຊາຍຂອງອາບີຊູອາ, ຜູ້ເປັນລູກຊາຍຂອງຟີເນຮາ, ຜູ້ເປັນລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງອາໂຣນ ຜູ້ເປັນຫົວໜ້າປະໂລຫິດ ເອຊະຣາຜູ້ນີ້ເດີນທາງມາຈາກບາບີໂລນ. ເພິ່ນເປັນຄູຜູ້ຊຳນານໃນກົດບັນຍັດຂອງໂມເຊ, ເຊິ່ງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ມອບໃຫ້. ກະສັດໄດ້ໃຫ້ເພິ່ນທຸກສິ່ງຕາມທີ່ເພິ່ນຂໍ, ເພາະມືຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢູ່ເໜືອເພິ່ນ. ຊາວອິດສະຣາເອນບາງຄົນ ລວມທັງປະໂລຫິດ, ຄົນເລວີ, ນັກດົນຕີ, ຍາມເຝົ້າປະຕູ ແລະ ຜູ້ຮັບໃຊ້ໃນວິຫານໄດ້ພາກັນເດີນທາງມາຍັງເຢຣູຊາເລັມໃນປີທີເຈັດຂອງການປົກຄອງຂອງກະສັດອາກຕາເຊເຊັດ.
ເອຊະຣາໄດ້ມາຮອດເຢຣູຊາເລັມໃນເດືອນທີຫ້າປີທີເຈັດຂອງການປົກຄອງຂອງກະສັດນັ້ນ. ເພິ່ນໄດ້ອອກເດີນທາງຈາກບາບີໂລນວັນທີໜຶ່ງເດືອນທີໜຶ່ງ ແລະ ມາຮອດເຢຣູຊາເລັມໃນວັນທີໜຶ່ງເດືອນທີຫ້າ, ເພາະມືອັນເຕັມດ້ວຍຄວາມເມດຕາຂອງພຣະເຈົ້າຢູ່ເໜືອເອຊະຣາ. ເພາະເອຊະຣາໄດ້ອຸທິດຕົນເອງໃນການສຶກສາ ແລະ ປະຕິບັດຕາມກົດບັນຍັດຂອງພຣະເຈົ້າຢາເວ ແລະ ສອນດຳລັດ ແລະ ກົດບັນຍັດນັ້ນໃນອິດສະຣາເອນ.
ຈົດໝາຍຂອງກະສັດອາກຕາເຊເຊັດເຖິງເອຊະຣາ
ນີ້ເປັນສຳເນົາຈົດໝາຍຂອງກະສັດອາກຕາເຊເຊັດເຖິງເອຊະຣາ ຜູ້ເປັນປະໂລຫິດ ແລະ ເປັນຄູສອນກົດບັນຍັດ, ເປັນຄົນທີ່ຮຽນຮູ້ກ່ຽວກັບຂໍ້ຄໍາສັ່ງ ແລະ ກົດບັນຍັດຂອງພຣະເຈົ້າຢາເວ ສຳລັບອິດສະຣາເອນ ມີດັ່ງນີ້: 1
ຈາກຈອມຈັກກະພັດອາກຕາເຊເຊັດ,
ເຖິງປະໂລຫິດເອຊະຣາ ຄູສອນກົດບັນຍັດຂອງພຣະເຈົ້າແຫ່ງຟ້າສະຫວັນ:
ສະບາຍດີ.
ບັດນີ້ ເຮົາອອກຄຳສັ່ງວ່າ ຊາວອິດສະຣາເອນຄົນໃດໃນອານາຈັກຂອງເຮົາ, ລວມທັງປະໂລຫິດ ແລະ ຄົນເລວີທີ່ອາສາສະໝັກກັບໄປຍັງເຢຣູຊາເລັມກັບທ່ານ ກໍໃຫ້ໄປໄດ້. ກະສັດ ແລະ ທີ່ປຶກສາທັງເຈັດຂອງເພິ່ນ ໄດ້ສົ່ງທ່ານໄປເພື່ອສອບຖາມເຖິງເລື່ອງຢູດາຍ ແລະ ເຢຣູຊາເລັມກ່ຽວກັບກົດບັນຍັດຂອງພຣະເຈົ້າທ່ານ ເຊິ່ງຢູ່ໃນມືຂອງທ່ານ. ຫລາຍກວ່ານັ້ນ, ຈົ່ງເອົາເງິນ ແລະ ຄຳ ເຊິ່ງກະສັດກັບທີ່ປຶກສາຂອງເພິ່ນໄດ້ມອບຖວາຍດ້ວຍຄວາມສະໝັກໃຈແກ່ພຣະເຈົ້າແຫ່ງອິດສະຣາເອນຜູ້ສະຖິດຢູ່ໃນເຢຣູຊາເລັມໄປນໍາດ້ວຍ, ພ້ອມທັງເງິນ ແລະ ຄໍາທັງໝົດທີ່ໄດ້ຈາກເຂດບາບີໂລນ ແລະ ເຄື່ອງຖວາຍຕາມຄວາມສະໝັກໃຈຈາກປະຊາຊົນ ແລະ ບັນດາປະໂລຫິດ ສຳລັບວິຫານຂອງພຣະເຈົ້າໃນເຢຣູຊາເລັມ. ຈົ່ງໃຊ້ເງິນເຫລົ່ານີ້ຊື້ງົວເຖິກ, ແກະເຖິກ, ລູກແກະໂຕຜູ້, ພ້ອມທັງເມັດພຶດບູຊາ ແລະ ເຄື່ອງດື່ມບູຊາ ແລ້ວຖວາຍສິ່ງເຫລົ່ານີ້ເທິງແທ່ນບູຊາຂອງວິຫານຂອງພຣະເຈົ້າຂອງທ່ານໃນເຢຣູຊາເລັມ.
ເງິນ ແລະ ຄໍາທີ່ເຫລືອອາດຈະໃຊ້ເຮັດຫຍັງກໍໄດ້ແລ້ວແຕ່ທ່ານ ແລະ ພີ່ນ້ອງຊາວຢິວຂອງທ່ານເຫັນສົມຄວນຕາມຄວາມປະສົງຂອງພຣະເຈົ້າຂອງທ່ານ. ຈົ່ງນຳເຄື່ອງໃຊ້ທັງໝົດທີ່ເຮົາມອບໃຫ້ທ່ານເບິ່ງແຍງໄປຖວາຍພຣະເຈົ້າແຫ່ງເຢຣູຊາເລັມ ເພື່ອໃຊ້ສຳລັບການນະມັດສະການໃນວິຫານຂອງພຣະເຈົ້າຂອງທ່ານ. ແລະ ອະນຸຍາດໃຫ້ເບີກປັດໄຈອື່ນທີ່ຈຳເປັນສຳລັບວິຫານຂອງພຣະເຈົ້າຂອງທ່ານຈາກຄັງຫລວງໄດ້.
ບັດນີ້ ເຮົາກະສັດອາກຕາເຊເຊັດ, ອອກຄຳສັ່ງມາຍັງນາຍຄັງທຸກແຫ່ງໃນເຂດທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດວ່າ ຈົ່ງຈັດຫາສິ່ງຕ່າງໆໃຫ້ແກ່ປະໂລຫິດເອຊະຣາ, ຜູ້ສອນກົດບັນຍັດຂອງພຣະເຈົ້າແຫ່ງຟ້າສະຫວັນຢ່າງສຸດຄວາມສາມາດຕາມທີ່ເພິ່ນຂໍຈາກພວກທ່ານ ຈົນເຖິງຈຳນວນເງິນໜັກປະມານ 100 ຕາລັນຕົນ,2 ເຂົ້າຫວີດປະມານ 100 ໂຄ,3 ເຫລົ້າອະງຸ່ນປະມານ 100 ບັດ,4 ນ້ຳມັນໝາກກອກປະມານ 100 ໂຄ ແລະ ເກືອບໍ່ຈຳກັດຈຳນວນ. ຈົ່ງຈັດຫາທຸກສິ່ງທີ່ພຣະເຈົ້າແຫ່ງຟ້າສະຫວັນໄດ້ລະບຸໄວ້ຢ່າງພຽງພໍເພື່ອວິຫານຂອງພຣະເຈົ້າແຫ່ງຟ້າສະຫວັນ. ເປັນຫຍັງຈຶ່ງເຮັດໃຫ້ພຣະເຈົ້າໃຈຮ້າຍຕໍ່ອານາຈັກຂອງກະສັດອາກຕາເຊເຊັດ ແລະ ລູກຊາຍຂອງເພິ່ນ? ທ່ານຄວນຮູ້ດ້ວຍວ່າພວກທ່ານບໍ່ມີສິດອຳນາດທີ່ຈະເອີ້ນເກັບພາສີ, ເຄື່ອງຖວາຍຕ່າງໆ ຫລື ຄ່າທຳນຽມໃດໆຈາກປະໂລຫິດ, ຄົນເລວີ, ນັກດົນຕີ, ຍາມເຝົ້າປະຕູ, ຜູ້ຮັບໃຊ້ໃນວິຫານ ຫລື ຄົນງານອື່ນໆໃນວິຫານຂອງພຣະເຈົ້າ.
ສຳລັບທ່ານ, ເອຊະຣາ ຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ແຕ່ງຕັ້ງຜູ້ພິພາກສາ ແລະ ເຈົ້າໜ້າທີ່ເພື່ອໃຫ້ຄວາມຍຸຕິທຳແກ່ປະຊາຊົນທຸກຄົນທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ຄືທຸກຄົນທີ່ຮູ້ກົດບັນຍັດຂອງພຣະເຈົ້າ. ແລ້ວໃຫ້ທ່ານສອນຜູ້ທີ່ບໍ່ຮູ້ຈັກກົດບັນຍັດ. ຜູ້ໃດບໍ່ຍອມເຊື່ອຟັງກົດບັນຍັດຂອງພຣະເຈົ້າຂອງທ່ານ ແລະ ກົດໝາຍຂອງກະສັດ ຕ້ອງຖືກລົງໂທດເຖິງຕາຍ, ຖືກຂັບໄລ່, ຢຶດຊັບ ຫລື ຂັງຄຸກຢ່າງແນ່ນອນ.
ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຮົາ, ຜູ້ບັນດານໃຫ້ກະສັດມີໃຈທີ່ຈະນຳກຽດຕິຍົດມາສູ່ວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມຢ່າງນີ້. ແລະ ຜູ້ຍົກຊູຂ້ານ້ອຍໃຫ້ໄດ້ຮັບຄວາມກະລຸນາຕໍ່ໜ້າກະສັດ ແລະ ບັນດາທີ່ປຶກສາກັບເຈົ້າໜ້າທີ່ ຜູ້ທີ່ມີອຳນາດຂອງເພິ່ນ. ເພາະວ່າມືຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍຢູ່ເໜືອຂ້ານ້ອຍ, ຂ້ານ້ອຍຈຶ່ງມີໃຈກ້າ ແລະ ໄດ້ຮວບຮວມຜູ້ນຳຈາກອິດສະຣາເອນໃຫ້ໄປກັບຂ້ານ້ອຍ.
Source notes (4)
- Footnote ອຊຣ 7:12-26 ຂຽນເປັນພາສາອາຣາມິກ
- Footnote ປະມານ 3,4 ໂຕນ
- Footnote ປະມານ 18 ໂຕນ
- Footnote ປະມານ 2.200 ລິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.