Biblica® Open Lao Contemporary Version
ເອຊະຣາ 6
ຄຳສັ່ງຂອງດາຣິອຸດ
ກະສັດດາຣິອຸດຈຶ່ງໄດ້ອອກຄໍາສັ່ງ ແລະ ພວກເຂົາເຮັດການຄົ້ນຫາຢູ່ໃນຫໍຈົດໝາຍທີ່ບາບີໂລນ. ກໍພົບໜັງສືມ້ວນສະບັບໜຶ່ງໃນປ້ອມເອັກບາທານາໃນແຂວງເມເດຍ ເຊິ່ງມີຂໍ້ຄວາມວ່າດັ່ງນີ້:
ບົດບັນທຶກ:
ໃນປີທີໜຶ່ງຂອງການປົກຄອງຂອງກະສັດໄຊຣັດ, ກະສັດໄດ້ອອກຄໍາສັ່ງກ່ຽວກັບວິຫານຂອງພຣະເຈົ້າທີ່ເຢຣູຊາເລັມວ່າ:
ໃຫ້ສ້າງວິຫານຂຶ້ນໃໝ່ເພື່ອເປັນບ່ອນຖວາຍເຄື່ອງບູຊາຕ່າງໆ ແລະ ໃຫ້ວາງຮາກຖານໄວ້. ວິຫານຕ້ອງມີຂະໜາດສູງ 60 ສອກ1 ແລະ ກວ້າງ 60 ສອກ, ໃຫ້ກໍ່ດ້ວຍຫີນໃຫຍ່ເປັນສາມຊັ້ນ ແລະ ໄມ້ອີກໜຶ່ງຊັ້ນ. ຄ່າໃຊ້ຈ່າຍຕ່າງໆແມ່ນເບີກເອົາໄດ້ຈາກຄັງຫລວງ. ພ້ອມທັງໃຫ້ນຳເອົາເຄື່ອງໃຊ້ທີ່ເປັນຄຳ ແລະ ເງິນຂອງວິຫານຂອງພຣະເຈົ້າ ເຊິ່ງກະສັດເນບູກາດເນັດຊາໄດ້ເອົາໄປຈາກວິຫານໃນເຢຣູຊາເລັມ ແລະ ໄດ້ນຳໄປທີ່ບາບີໂລນນັ້ນກັບໄປຍັງບ່ອນເດີມທີ່ວິຫານໃນເຢຣູຊາເລັມ; ສິ່ງເຫລົ່ານີ້ຄວນເກັບໄວ້ໃນວິຫານຂອງພຣະເຈົ້າຕາມເດີມ.
ແລ້ວຈຶ່ງໄດ້ສັ່ງໄປຍັງຕັດເຕໄນ ຜູ້ທີ່ປົກຄອງອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດກັບເຊຕາກໂບເຊໄນ ແລະ ພວກທ່ານທີ່ເປັນເຈົ້າໜ້າທີ່ສ່ວນອື່ນໆທີ່ປະຈຳຢູ່ໃນແຂວງນັ້ນໃຫ້ຫລີກຫ່າງໄປຈາກທີ່ນັ້ນ. ຢ່າຂັດຂວາງການກໍ່ສ້າງວິຫານຂອງພຣະເຈົ້າແຫ່ງນີ້. ໃຫ້ຜູ້ປົກຄອງຂອງຊາວຢິວ ແລະ ບັນດາຜູ້ອາວຸໂສຂອງຊາວຢິວສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ໃນທີ່ເດີມ.
ນອກຈາກນີ້, ໃນການກໍ່ສ້າງວິຫານຂອງພຣະເຈົ້າ ເຮົາຂໍປະກາດດຳລັດໃຫ້ພວກທ່ານເຮັດສິ່ງຕ່າງໆ ເພື່ອຜູ້ອາວຸໂສຊາວຢິວດັ່ງຕໍ່ໄປນີ້:
ໃຫ້ອະນຸມັດເງິນຄ່າໃຊ້ຈ່າຍໃນການກໍ່ສ້າງເຕັມຈຳນວນແກ່ພວກເຂົາຈາກຄັງຫລວງ ເຊິ່ງເກັບໄດ້ໃນເຂດອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ, ເພື່ອວຽກງານຈະບໍ່ຢຸດສະງັກ. ສິ່ງໃດທີ່ຕ້ອງໃຊ້ເຊັ່ນ ງົວໜຸ່ມ, ແກະເຖິກ ແລະ ລູກແກະ ເພື່ອເປັນເຄື່ອງເຜົາບູຊາຖວາຍແກ່ພຣະເຈົ້າແຫ່ງຟ້າສະຫວັນ ແລະ ເຂົ້າຫວີດ, ເກືອ, ເຫລົ້າອະງຸ່ນ ແລະ ນ້ຳມັນໝາກກອກ, ເຊິ່ງບັນດາປະໂລຫິດໃນເຢຣູຊາເລັມຂໍມານັ້ນ ຈົ່ງມອບໃຫ້ແກ່ພວກເຂົາທຸກວັນບໍ່ໃຫ້ຂາດ, ເພື່ອພວກເຂົາຈະສາມາດຖວາຍເຄື່ອງບູຊາເປັນທີ່ພໍໃຈແກ່ພຣະເຈົ້າແຫ່ງຟ້າສະຫວັນ ແລະ ອະທິຖານເພື່ອສະຫວັດດີພາບຂອງກະສັດ ແລະ ບັນດາລູກຊາຍຂອງເພິ່ນ.
ຫລາຍກວ່ານັ້ນ, ເຮົາປະກາດວ່າຖ້າຜູ້ໃດບໍ່ປະຕິບັດຕາມຂໍ້ຄວາມນີ້, ໃຫ້ດຶງໄມ້ຂື່ເຮືອນອັນໜຶ່ງອອກຈາກເຮືອນຂອງພວກເຂົາ ແລະ ຍົກພວກເຂົາຂຶ້ນສຽບດ້ວຍໄມ້ຂື່ນັ້ນ ແລະ ໃຫ້ເຮືອນຂອງພວກເຂົາກາຍເປັນກອງຂີ້ເຫຍື້ອ. ຂໍພຣະເຈົ້າ, ຜູ້ສະຖາປະນານາມຂອງພຣະອົງໄວ້ທີ່ນັ້ນ, ໄດ້ທຳລາຍກະສັດ ຫລື ຄົນທີ່ບັງອາດບິດເບືອນຄຳສັ່ງນີ້ ຫລື ທຳລາຍວິຫານນີ້ໃນເຢຣູຊາເລັມ.
ເຮົາດາຣິອຸດ ເປັນຜູ້ອອກຄຳສັ່ງນີ້. ຈົ່ງເຮັດຕາມຄຳສັ່ງນີ້ດ້ວຍຄວາມພາກພຽນ.
ວິຫານສ້າງສຳເລັດ ແລະ ການມອບຖວາຍວິຫານ
ຫລັງຈາກນັ້ນ ເພາະຄໍາສັ່ງທີ່ກະສັດດາຣິອຸດໄດ້ສົ່ງມາ, ຕັດເຕໄນຜູ້ທີ່ປົກຄອງຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ ແລະ ເຊຕາກໂບເຊໄນ ແລະ ຄະນະຂອງພວກເຂົາຈຶ່ງປະຕິບັດຕາມຢ່າງພາກພຽນ. ດັ່ງນັ້ນ ບັນດາຜູ້ອາວຸໂສຂອງຊາວຢິວຈຶ່ງໄດ້ດຳເນີນການກໍ່ສ້າງ ແລະ ວຽກງານກໍຄືບໜ້າໄປຕາມຄຳເທດສະໜາຂອງຜູ້ທຳນວາຍຮັກກາຍ ແລະ ເຊກາຣີຢາ ເຊື້ອສາຍຂອງອິດໂດ. ພວກເຂົາໄດ້ສ້າງວິຫານສຳເລັດຮຽບຮ້ອຍຕາມຄໍາສັ່ງຂອງພຣະເຈົ້າແຫ່ງອິດສະຣາເອນ ແລະ ຄໍາສັ່ງຂອງບັນດາກະສັດແຫ່ງເປີເຊຍຄື: ໄຊຣັດ, ດາຣິອຸດ ແລະ ອາກຕາເຊເຊັດ. ວິຫານສຳເລັດສົມບູນໃນວັນທີສາມຂອງເດືອນອາດາ, ປີທີຫົກໃນການປົກຄອງຂອງກະສັດດາຣິອຸດ.
ແລ້ວປະຊາຊົນອິດສະຣາເອນ ຄືປະໂລຫິດ, ຄົນເລວີ ແລະ ຊະເລີຍຄົນອື່ນໆທີ່ກັບມານັ້ນ ກໍສະຫລອງການຖວາຍວິຫານຂອງພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີ. ໃນພິທີຖວາຍວິຫານຂອງພຣະເຈົ້າ ພວກເຂົາໄດ້ຖວາຍງົວເຖິກໜຶ່ງຮ້ອຍໂຕ, ແກະເຖິກສອງຮ້ອຍໂຕ ແລະ ລູກແກະໂຕຜູ້ສີ່ຮ້ອຍໂຕ ແລະ ນຳແບ້ຜູ້ສິບສອງໂຕມາເປັນເຄື່ອງບູຊາໄຖ່ບາບສຳລັບອິດສະຣາເອນທັງໝົດ, ຄືແບ້ໂຕໜຶ່ງສໍາລັບອິດສະຣາເອນເຜົ່າໜຶ່ງ. ແລ້ວພວກເຂົາກໍໄດ້ແຕ່ງຕັ້ງປະໂລຫິດຕາມໝູ່ ແລະ ຄົນເລວີຕາມກຸ່ມຕ່າງໆ ເພື່ອຮັບໃຊ້ພຣະເຈົ້າໃນເຢຣູຊາເລັມ, ຕາມທີ່ໄດ້ກຳນົດໄວ້ໃນໜັງສືຂອງໂມເຊ.
ພິທີປັດສະຄາ
ໃນວັນທີສິບສີ່ເດືອນທີໜຶ່ງ, ບັນດາຊະເລີຍທີ່ກັບມາກໍໄດ້ສະຫລອງປັດສະຄາ. ປະໂລຫິດ ແລະ ຄົນເລວີໄດ້ຊຳລະຕົນໃຫ້ບໍລິສຸດ ແລະ ພວກເຂົາທຸກຄົນກໍບໍ່ເປັນມົນທິນຕາມລະບຽບພິທີ. ຄົນເລວີໄດ້ຂ້າແກະປັດສະຄາສຳລັບຊະເລີຍທັງໝົດ, ຍາດພີ່ນ້ອງຂອງພວກເຂົາ, ປະໂລຫິດ ແລະ ສຳລັບຕົນເອງ. ດັ່ງນັ້ນ ຊາວອິດສະຣາເອນທີ່ກັບມາຈາກການເປັນຊະເລີຍຈຶ່ງໄດ້ກິນປັດສະຄາຮ່ວມກັບທຸກຄົນທີ່ແຍກຕົນເອງອອກມາຈາກທຳນຽມປະຕິບັດອັນເປັນມົນທິນຂອງຊົນຕ່າງຊາດທີ່ເປັນເພື່ອນບ້ານຂອງພວກເຂົາ ເພື່ອສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ. ພວກເຂົາໄດ້ສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງດ້ວຍຄວາມຊື່ນຊົມຍິນດີຕະຫລອດເຈັດວັນ, ເພາະພຣະເຈົ້າຢາເວ ໄດ້ໃຫ້ພວກເຂົາຊື່ນຊົມຍິນດີ ໂດຍປ່ຽນໃຈຂອງກະສັດແຫ່ງອັດຊີເຣຍໃຫ້ຫັນກັບມາຊ່ວຍພວກເຂົາໃນການກໍ່ສ້າງວິຫານຂອງພຣະເຈົ້າ ຜູ້ເປັນພຣະເຈົ້າແຫ່ງອິດສະຣາເອນ.
Source notes (1)
- Footnote ຄື ປະມານ 27 ແມັດ ທັງສອງແຫ່ງໃນຂໍ້ນີ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.