Skip to content
BibleKenya

Biblica® Open Lao Contemporary Version

ເອຊະຣາ 5

ຈົດໝາຍ​ຂອງ​ຕັດເຕໄນ​ເຖິງ​ດາຣິອຸດ

ບັດນີ້ ຜູ້ທຳນວາຍ​ຮັກກາຍ ແລະ ຜູ້ທຳນວາຍ​ເຊກາຣີຢາ​ເຊື້ອສາຍ​ຂອງ​ອິດໂດ​ໄດ້​ກ່າວ​ກັບ​ຊາວຢິວ​ທີ່​ຢູ່​ໃນ​ຢູດາຍ ແລະ ເຢຣູຊາເລັມ​ໃນ​ນາມ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ທີ່​ປົກຄອງ​ເໜືອ​ພວກເຂົາ. ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ ໂຢຊວຍ​ລູກຊາຍ​ຂອງ​ໂຢຊາດັກ​ຈຶ່ງ​ລົງ​ມື​ກໍ່​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ເຢຣູຊາເລັມ​ອີກ ແລະ ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ກໍ​ຢູ່​ຄຽງ​ຂ້າງ​ຄອຍ​ຊ່ວຍເຫລືອ​ພວກເຂົາ.

ໃນ​ເວລາ​ນັ້ນ ຕັດເຕໄນ​ຜູ້​ທີ່​ປົກຄອງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ເອີຟຣັດ ແລະ ເຊຕາກ​ໂບເຊໄນ​ກັບ​ບັນດາ​ເຈົ້າໜ້າທີ່​ຂອງ​ຕົນ​ກໍ​ໄດ້​ມາ​ຖາມ​ພວກເຂົາ​ວ່າ “ຜູ້ໃດ​ອະນຸຍາດ​ໃຫ້​ພວກເຈົ້າ​ສ້າງ​ວິຫານ​ນີ້​ຂຶ້ນ​ໃໝ່ ແລະ ຈະ​ເຮັດ​ໃຫ້​ສຳເລັດ?” ພວກເຂົາ​ຍັງ​ໄດ້​ຖາມ​ວ່າ, “ບັນດາ​ຜູ້​ກໍ່​ສ້າງ​ວິຫານ​ນີ້​ຊື່​ຫຍັງ?”1 ແຕ່​ສາຍ​ຕາ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ເຝົ້າເບິ່ງ​ບັນດາ​ຜູ້ອາວຸໂສ​ຂອງ​ຊາວ​ຢິວ ແລະ ພວກເຂົາ​ຈຶ່ງ​ເຮັດ​ວຽກ​ຕໍ່​ໄປ ຈົນ​ຝ່າຍ​ກົງ​ກັນ​ຂ້າມ​ໄດ້​ສົ່ງ​ລາຍງານ​ໄປ​ຫາ​ກະສັດ​ດາຣິອຸດ ແລະ ໄດ້​ຮັບ​ການ​ຕອບ​ກັບ​ມາ​ເປັນ​ລາຍ​ລັກ​ອັກສອນ.

ນີ້​ຄື​ສຳເນົາ​ຈົດໝາຍ​ທີ່​ຕັດເຕໄນ, ຜູ້​ທີ່​ປົກຄອງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ເອີຟຣັດ ແລະ ເຊຕາກ​ໂບເຊໄນ​ກັບ​ຜູ້​ຮ່ວມ​ງານ​ຂອງ​ພວກເຂົາ ເຊິ່ງ​ເປັນ​ເຈົ້າໜ້າທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ເອີຟຣັດ ໄດ້​ສົ່ງ​ໄປ​ລາຍງານ​ກະສັດ​ດາຣິອຸດ. ລາຍງານ​ຂອງ​ພວກເຂົາ​ທີ່​ສົ່ງ​ໄປ​ເຖິງ​ກະສັດ​ມີ​ໃຈ​ຄວາມ​ວ່າ:

ເຖິງ​ກະສັດ​ດາຣິອຸດ:

ຂໍ​ຈົ່ງ​ຈະ​ເລີນ.

ກະສັດ​ຄວນ​ຈະ​ໄດ້​ຮູ້​ວ່າ​ພວກຂ້ານ້ອຍ​ໄດ້​ໄປ​ທີ່​ເມືອງ​ຢູດາຍ, ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຜູ້​ຍິ່ງ​ໃຫຍ່. ປະຊາຊົນ​ກຳລັງ​ກໍ່​ສ້າງ​ວິຫານ​ໂດຍ​ໃຊ້​ຫີນ​ກ້ອນ​ໃຫຍ່ ແລະ ໂອບ​ຝາ​ດ້ວຍ​ໄມ້ແປ້ນ. ພວກເຂົາ​ກຳລັງ​ເຮັດ​ວຽກ​ຢ່າງ​ດຸໝັ່ນ ແລະ ວຽກງານ​ກຳລັງ​ຄືບ​ໜ້າ​ໄປ​ພາຍ​ໃຕ້​ການ​ນໍາພາ​ຂອງ​ພວກເຂົາ.

ພວກຂ້ານ້ອຍ​ຖາມ​ພວກ​ຜູ້ອາວຸໂສ​ວ່າ, “ຜູ້ໃດ​ອະນຸຍາດ​ໃຫ້​ພວກເຈົ້າ​ສ້າງ​ວິຫານ​ນີ້​ຂຶ້ນ​ໃໝ່?” ພວກ​ຂ້ານ້ອຍ​ຍັງ​ໄດ້​ຖາມ​ເອົາ​ລາຍ​ຊື່​ຂອງ​ຄົນ​ເຫລົ່ານັ້ນ ເພື່ອ​ວ່າ​ພວກຂ້ານ້ອຍ​ຈະ​ສາມາດ​ຈົດ​ລາຍຊື່​ຂອງ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ໄວ້ ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ທ່ານ.

ນີ້​ແມ່ນ​ຄໍາຕອບ​ທີ່​ພວກເຂົາ​ໄດ້​ໃຫ້​ພວກຂ້ານ້ອຍ:

“ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ ແລະ ພວກເຮົາ​ກໍ​ກຳລັງ​ສ້າງ​ວິຫານ​ທີ່​ເຄີຍ​ສ້າງ​ເມື່ອ​ຫລາຍ​ປີ​ຜ່ານ​ມາ ໂດຍ​ກະສັດ​ຜູ້​ຍິ່ງໃຫຍ່​ຜູ້​ໜຶ່ງ​ຂອງ​ອິດສະຣາເອນ​ໄດ້​ສ້າງ ແລະ ສ້າງ​ຈົນ​ສຳເລັດ. ແຕ່​ເນື່ອງ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ​ເຮັດ​ໃຫ້​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ໃຈ​ຮ້າຍ, ພຣະອົງ​ຈຶ່ງ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ກະສັດ​ເນບູກາດເນັດຊາ​ຄົນ​ກັນເດອານ, ກະສັດ​ແຫ່ງ​ບາບີໂລນ, ຜູ້​ທຳລາຍ​ວິຫານ​ນີ້ ແລະ ກວາດ​ຕ້ອນ​ປະຊາຊົນ​ໄປ​ຍັງ​ບາບີໂລນ.

“ແຕ່​ປີ​ທີ​ໜຶ່ງ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ບາບີໂລນ, ກະສັດ​ໄຊຣັດ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. ກະສັດ​ໄຊຣັດ​ຍັງ​ໄດ້​ຮື້​ເຄື່ອງ​ໃຊ້​ທີ່​ເປັນ​ຄຳ ແລະ ເງິນ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ອອກ​ຈາກ​ວິຫານ​ທີ່​ບາບີໂລນ, ເຊິ່ງ​ກະສັດ​ເນບູກາດເນັດຊາ​ໄດ້​ຢຶດ​ໄປ​ຈາກ​ວິຫານ​ໃນ​ເຢຣູຊາເລັມ​ໄປ ແລະ ເກັບ​ໄວ້​ໃນ​ວິຫານ2​ທີ່​ບາບີໂລນ​ນັ້ນ. ແລ້ວ​ກະສັດ​ໄຊຣັດ​ກໍ​ໄດ້​ມອບ​ເຄື່ອງ​ໃຊ້​ເຫລົ່ານີ້​ຄືນ​ໃຫ້​ແກ່​ຜູ້ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ເຊັດບັດຊາ ເຊິ່ງ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ, ແລະ ກະສັດ​ໄຊຣັດ​ກໍ​ໄດ້​ສັ່ງ​ເຊັດບັດຊາ​ວ່າ, ‘ຈົ່ງ​ເອົາ​ເຄື່ອງໃຊ້​ເຫລົ່ານັ້ນ​ໄປ​ເກັບ​ໄວ້​ໃນ​ວິຫານ​ທີ່​ເຢຣູຊາເລັມ ແລະ ຈົ່ງ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ໃນ​ບ່ອນ​ເດີມ’.

“ດັ່ງນັ້ນ ເຊັດບັດຊາ​ຜູ້​ນີ້​ຈຶ່ງ​ມາ​ວາງ​ຮາກຖານ​ວິຫານ​ຂອງ​ພຣະເຈົ້າ​ໃນ​ເຢຣູຊາເລັມ ການ​ກໍ່​ສ້າງ​ຈຶ່ງ​ດຳເນີນ​ມາ​ຈົນ​ເຖິງ​ບັດນີ້ ແຕ່​ກໍ​ຍັງ​ບໍ່​ສຳເລັດ​ຮຽບຮ້ອຍ”.

ບັດນີ້ ຖ້າ​ທ່ານ​ເຫັນ​ດີ, ກໍ​ຂໍ​ໃຫ້​ເຮັດ​ການ​ຄົ້ນ​ຫາ​ໃນ​ຫໍ​ຈົດໝາຍ​ຂອງ​ບາບີໂລນ ເພື່ອ​ເບິ່ງ​ວ່າ​ກະສັດ​ໄຊຣັດ​ໄດ້​ເຄີຍ​ມີ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ບໍ. ຫລັງຈາກນັ້ນ​ຂໍ​ໃຫ້​ກະສັດ​ສົ່ງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ໃນ​ເລື່ອງ​ນີ້​ໃຫ້​ພວກຂ້ານ້ອຍ​ດ້ວຍ.

Source notes (2)
  1. Footnote ພາສາ​ອາຣາມິກ​ວ່າ ເຮົາ​ບອກ​ຊື່​ຄົນ​ທີ່​ກໍ່​ສ້າງ​ອາຄານ​ນີ້​ແກ່​ພວກເຂົາ
  2. Footnote ຫລື ວັງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.