Biblica® Open Lao Contemporary Version
ເອຊະຣາ 4
ສັດຕູພະຍາຍາມຂັດຂວາງການກໍ່ສ້າງ
ເມື່ອບັນດາສັດຕູຂອງຢູດາຍ ແລະ ເບັນຢາມິນໄດ້ຍິນວ່າ ຊະເລີຍທັງຫລາຍກຳລັງສ້າງວິຫານເພື່ອພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ພວກເຂົາກໍໄດ້ມາພົບເຊຣຸບບາເບນ ແລະ ຫົວໜ້າຄອບຄົວຕ່າງໆ ແລະ ໄດ້ເວົ້າວ່າ, “ຂໍໃຫ້ພວກເຮົາຊ່ວຍພວກທ່ານກໍ່ສ້າງ, ເພາະພວກເຮົາກໍສະແຫວງຫາພຣະເຈົ້າຂອງພວກທ່ານເຊັ່ນດຽວກັບພວກທ່ານ ແລະ ໄດ້ຖວາຍເຄື່ອງບູຊາແກ່ພຣະອົງນັບຕັ້ງແຕ່ກະສັດເອສາຮັດໂດນແຫ່ງອັດຊີເຣຍນຳພວກເຮົາມາບ່ອນນີ້”.
ແຕ່ເຊຣຸບບາເບນ, ໂຢຊວຍ ແລະ ຫົວໜ້າຄອບຄົວຕ່າງໆຂອງອິດສະຣາເອນໄດ້ຕອບວ່າ, “ພວກທ່ານບໍ່ມີສ່ວນຮ່ວມກັບພວກເຮົາໃນການສ້າງວິຫານຖວາຍແກ່ພຣະເຈົ້າຂອງພວກເຮົາ. ມີແຕ່ພວກເຮົາເທົ່ານັ້ນທີ່ຈະສ້າງວິຫານຖວາຍພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຕາມທີ່ກະສັດໄຊຣັດແຫ່ງເປີເຊຍສັ່ງພວກເຮົາໄວ້”.
ຫລັງຈາກນັ້ນ ບັນດາຄົນທີ່ອາໄສຢູ່ອ້ອມພວກເຂົາຈຶ່ງພະຍາຍາມເຮັດໃຫ້ປະຊາຊົນຢູດາຍເສຍກໍາລັງໃຈ ແລະ ເຮັດໃຫ້ພວກເຂົາບໍ່ກ້າສ້າງຕໍ່.1 ພວກເຂົາໄດ້ໃຫ້ສິນບົນແກ່ພວກເຈົ້າໜ້າທີ່ ເພື່ອໃຫ້ຂັດຂວາງວຽກງານຂອງຄົນຢິວ ແລະ ກໍ່ກວນແຜນການຂອງພວກເຂົາຕະຫລອດການປົກຄອງຂອງກະສັດໄຊຣັດແຫ່ງເປີເຊຍ ແລະ ຈົນເຖິງການປົກຄອງຂອງກະສັດດາຣິອຸດແຫ່ງເປີເຊຍ.
ການຂັດຂວາງຕໍ່ມາໃນສະໄໝຂອງເຊເຊັດ ແລະ ອາກຕາເຊເຊັດ
ໃນຕອນຕົ້ນຂອງການປົກປົກຂອງກະສັດເຊເຊັດ,2 ພວກເຂົາໄດ້ຕັ້ງຂໍ້ຫາຟ້ອງປະຊາຊົນຢູດາຍ ແລະ ເຢຣູຊາເລັມ.
ແລະ ໃນຊ່ວງການປົກຄອງຂອງກະສັດອາກຕາເຊເຊັດແຫ່ງເປີເຊຍ, ບິດຊະຣາມ, ມິດເຣດາດ, ຕາເບເອນ ແລະ ຜູ້ຮ່ວມງານອື່ນໆຂອງເພິ່ນ ໄດ້ຂຽນຈົດໝາຍເຖິງກະສັດອາກຕາເຊເຊັດ. ຈົດໝາຍຖືກຂຽນເປັນພາສາອາຣາມິກ3 ແລະ ມີຜູ້ແປໃຫ້ຟັງ.
ເຣຮູມ ຜູ້ບັນຊາການ ແລະ ຊິມໄຊ ເລຂາທິການ ໄດ້ຂຽນຈົດໝາຍເຖິງກະສັດອາກຕາເຊເຊັດ ເພື່ອຟ້ອງເຢຣູຊາເລັມດັ່ງນີ້ວ່າ:
ເຣຮູມ ຜູ້ບັນຊາການ ແລະ ຊິມໄຊ ເລຂາທິການ ພ້ອມດ້ວຍຜູ້ຮ່ວມງານອື່ນໆຂອງພວກເຂົາ ລວມທັງບັນດາຜູ້ພິພາກສາ, ເຈົ້າໜ້າທີ່ປົກຄອງປະຊາຊົນຈາກເປີເຊຍ,4 ເອເຣັກ ແລະ ບາບີໂລນ, ຊາວເອລາມແຫ່ງຊູຊາ, ແລະ ຄົນອື່ນໆທີ່ອາຊູບານິປານ5 ຜູ້ຍິ່ງໃຫຍ່ ແລະ ເປັນທີ່ນັບຖືໄດ້ນຳໂຕມາ ແລະ ໃຫ້ຕັ້ງຖິ່ນຖານໃນນະຄອນຊາມາເຣຍ ແລະ ບ່ອນອື່ນໆທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ.
(ນີ້ແມ່ນສຳເນົາຈົດໝາຍທີ່ພວກເຂົາໄດ້ສົ່ງເຖິງກະສັດ).
ເຖິງ ກະສັດອາກຕາເຊເຊັດ,
ຈາກບັນດາຜູ້ຮັບໃຊ້ຂອງທ່ານທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ:
ຂໍຮຽນໃຫ້ກະສັດຮູ້ວ່າປະຊາຊົນທີ່ມາຈາກທ່ານ ແລ້ວຂຶ້ນມາຫາພວກຂ້ານ້ອຍນັ້ນໄປຍັງເຢຣູຊາເລັມແລ້ວ ແລະ ກຳລັງສ້າງນະຄອນທີ່ກະບົດ ແລະ ຊົ່ວຮ້າຍຄືນໃໝ່. ພວກເຂົາກຳລັງບູລະນະກຳແພງເມືອງ ແລະ ສ້ອມແປງຮາກຖານຄືນໃໝ່.
ຫລາຍກວ່ານັ້ນ, ກະສັດຄວນຈະໄດ້ຮູ້ວ່າ ຖ້າເມືອງນີ້ສ້າງສຳເລັດ ແລະ ກຳແພງເມືອງໄດ້ຖືກສ້າງຄືນໃໝ່ແລ້ວ, ພວກເຂົາຈະບໍ່ສົ່ງເຄື່ອງບັນນາການ, ຄ່າທຳນຽມ ແລະ ພາສີ ເຮັດໃຫ້ເງິນລາຍໄດ້ຂອງຫລວງຂາດຫາຍໄປ. ບັດນີ້ ເພາະພວກຂ້ານ້ອຍຈົ່ງຮັກພັກດີຕໍ່ທ່ານ ບໍ່ຢາກເຫັນທ່ານຖືກໝິ່ນປະໝາດ, ພວກຂ້ານ້ອຍຈຶ່ງໄດ້ຂຽນຂໍ້ຄວາມນີ້ມາຫາກະສັດ. ເພື່ອຈະສັ່ງໃຫ້ຄົ້ນເບິ່ງຈົດໝາຍຂອງກະສັດຄົນກ່ອນໆ. ໃນບັນທຶກເຫລົ່ານີ້ທ່ານຈະພົບວ່ານະຄອນແຫ່ງນີ້ເປັນນະຄອນກະບົດ, ສ້າງຄວາມເດືອດຮ້ອນໃຫ້ແກ່ບັນດາກະສັດ ແລະ ຂົງເຂດຕ່າງໆ, ເປັນນະຄອນທີ່ກະບົດຫົວແຂງມາຕັ້ງແຕ່ບູຮານ. ດ້ວຍເຫດນີ້ ເມືອງນີ້ຈຶ່ງຖືກທຳລາຍ. ພວກຂ້ານ້ອຍຂໍແຈ້ງໃຫ້ກະສັດຮູ້ວ່າ ຖ້າເມືອງນີ້ສ້າງສຳເລັດ ແລະ ກຳແພງເມືອງສ້າງຂຶ້ນໄດ້ ທ່ານຈະບໍ່ເຫລືອຫຍັງຢູ່ທາງຟາກໜຶ່ງຂອງແມ່ນ້ຳເອີຟຣັດນີ້.
ກະສັດໄດ້ສົ່ງຈົດໝາຍຕອບວ່າດັ່ງນີ້:
ເຖິງເຣຮູມ ຜູ້ບັນຊາການ, ຊິມໄຊ ເລຂາທິການ ແລະ ຄະນະຮັບຜິດຊອບຄົນອື່ນໆທີ່ອາໄສຢູ່ໃນຊາມາເຣຍ ແລະ ຢູ່ອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດ:
ສະບາຍດີ.
ຈົດໝາຍທີ່ພວກທ່ານໄດ້ສົ່ງມາຫາພວກຂ້າພະເຈົ້າ ໄດ້ມີການອ່ານ ແລະ ແປໃຫ້ຂ້າພະເຈົ້າຟັງແລ້ວ. ຂ້າພະເຈົ້າໄດ້ສັ່ງໃຫ້ຄົ້ນເລື່ອງລາວ ແລະ ກໍພົບວ່າເມືອງນີ້ມີປະຫວັດອັນຍາວນານວ່າໄດ້ກະບົດຕໍ່ບັນດາກະສັດ ແລະ ມັກກໍ່ການຮ້າຍ ແລະ ຄວາມວຸ້ນວາຍຕ່າງໆ. ໃນເຢຣູຊາເລັມຍັງເຄີຍມີກະສັດທີ່ຍິ່ງໃຫຍ່ ເຊິ່ງປົກຄອງດິນແດນທັງໝົດເໜືອແມ່ນ້ຳເອີຟຣັດ ແລະ ເອີ້ນເກັບພາສີ, ເຄື່ອງຖວາຍຕ່າງໆ ແລະ ຄ່າທຳນຽມຫລາຍຢ່າງ. ດັ່ງນັ້ນ ຈົ່ງສັ່ງໃຫ້ຄົນເຫລົ່ານີ້ຢຸດການກໍ່ສ້າງ ເພື່ອວ່າເມືອງນີ້ຈະບໍ່ໄດ້ຖືກສ້າງຂຶ້ນໃໝ່ຈົນກວ່າເຮົາຈະມີຄຳສັ່ງ. ຈົ່ງເອົາໃຈໃສ່ ຢ່າລະເລີຍເລື່ອງນີ້. ເຫດໃດຈຶ່ງຈະປ່ອຍໃຫ້ສະຖານະການນີ້ແຜ່ລາມຈົນສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງຫລວງ?
ເມື່ອເຣຮູມ ແລະ ຊິມໄຊ ເລຂາທິການກັບຜູ້ຮ່ວມງານອື່ນໆຂອງພວກເຂົາໄດ້ຟັງຂໍ້ຄວາມໃນຈົດໝາຍຂອງກະສັດອາກຕາເຊເຊັດແລ້ວ, ພວກເຂົາກໍໄດ້ໄປຫາຊາວຢິວຢູ່ທີ່ເຢຣູຊາເລັມ ແລະ ໃຊ້ກຳລັງບັງຄັບໃຫ້ຊາວຢິວຢຸດການກໍ່ສ້າງ.
ດັ່ງນັ້ນການກໍ່ສ້າງວິຫານຂອງພຣະເຈົ້າໃນເຢຣູຊາເລັມ ຈຶ່ງຢຸດລົງຈົນເຖິງປີທີສອງຂອງການປົກຄອງຂອງກະສັດດາຣິອຸດແຫ່ງເປີເຊຍ.
Source notes (5)
- Footnote ຫລື ແລະ ສ້າງບັນຫາໃຫ້ແກ່ພວກພວກເຂົາຂະນະທີ່ພວກພວກເຂົາສ້າງວິຫານ
- Footnote ພາສາເຮັບເຣີວ່າ ອາຮາສຸເອຣັດ ເຊິ່ງເປັນຊື່ເປີເຊຍຂອງເຊເຊັດ
- Footnote ອຊຣ 4:8–6:18 ຂຽນເປັນພາສາອາຣາມິກ ແລະ ໄດ້ແປ
- Footnote ຫລື ເຈົ້າໜ້າທີ່ຜູ້ພິພາກສາ ແລະ ຜູ້ປົກຄອງທີ່ປົກຄອງຄົນຈາກ
- Footnote ພາສາອາຣາມິກວ່າ ໂອດນັບປາ ເປັນອີກຮູບໜຶ່ງຂອງອາຊູເຣບານິປານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.