Skip to content
BibleKenya

Biblica® Open Lao Contemporary Version

ເນເຫມີຢາ 3

ຜູ້​ສ້າງ​ກຳແພງ​ເມືອງ

ມະຫາ​ປະໂລຫິດ​ເອລີອາຊິບ ແລະ ບັນດາ​ເພື່ອນ​ຂອງ​ຕົນ​ທີ່​ເປັນ​ປະໂລຫິດ ຈຶ່ງ​ໄດ້​ລົງ​ມື​ເຮັດ​ວຽກ ແລະ ສ້າງ​ປະຕູ​ແກະ​ຄືນ​ໃໝ່. ພວກເຂົາ​ໄດ້​ເຮັດ​ພິທີ​ຖວາຍ​ປະຕູ ແລະ ຕິດຕັ້ງ​ປະຕູ​ໃຫ້​ເຂົ້າ​ທີ່, ໂດຍ​ສ້າງ​ໄປ​ໄກ​ຈົນ​ເຖິງ​ຫໍຄອຍ​ໜຶ່ງ​ຮ້ອຍ, ເຊິ່ງ​ພວກເຂົາ​ເຮັດ​ພິທີ​ຖວາຍ ແລະ ສ້າງ​ໄປ​ໄກ​ຈົນ​ເຖິງ​ຫໍຄອຍ​ຮານາເນນ. ຊາວ​ເມືອງ​ເຢຣິໂກ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ແລະ ຊັກກູເຣ ລູກຊາຍ​ຂອງ​ອິມຣີ​ກໍ​ສ້າງ​ສ່ວນ​ຖັດ​ໄປ​ຈາກ​ພວກເຂົາ.

ບັນດາ​ລູກຊາຍ​ຂອງ​ຮັດເສນາຢາ​ສ້າງ​ປະຕູ​ປາ​ຄືນ​ໃໝ່. ພວກເຂົາ​ໄດ້​ວາງ​ໄມ້​ຄານ, ຕິດຕັ້ງ​ປະຕູ, ໄລ​ປະຕູ ແລະ ກົງ​ເຫລັກ​ໃຫ້​ເຂົ້າ​ທີ່. ເມເຣໂມດ ລູກຊາຍ​ຂອງ​ອູຣິຢາ, ຜູ້​ເປັນ​ລູກຊາຍ​ຂອງ​ຮັກກົກ ໄດ້​ສ້ອມແປງ​ບ່ອນ​ທີ່​ຢູ່​ຖັດ​ໄປ. ເມຊຸນລຳ ລູກຊາຍ​ຂອງ​ເບເຣກີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເມເຊຊາເບນ ໄດ້​ສ້ອມແປງ​ບ່ອນ​ທີ່​ຢູ່​ຖັດ​ໄປ​ຈາກ​ລາວ ແລະ ຊາດົກ ລູກຊາຍ​ຂອງ​ບາອານາ ໄດ້​ສ້ອມແປງ​ບ່ອນ​ທີ່​ຢູ່​ຖັດ​ໄປ​ຈາກ​ລາວ​ເໝືອນ​ກັນ. ສ່ວນ​ຕໍ່ໄປ​ແມ່ນ​ຊາວ​ເມືອງ​ເຕກົວ, ແຕ່​ບັນດາ​ຂຸນນາງ​ຂອງ​ພວກເຂົາ​ບໍ່​ຍອມ​ເຮັດ​ວຽກ​ຕາມ​ຄຳສັ່ງ​ຂອງ​ຜູ້​ເບິ່ງແຍງ.1

ໂຢອີອາດາ ລູກຊາຍ​ຂອງ​ປາເສຢາ ແລະ ເມຊຸນລຳ ລູກຊາຍ​ຂອງ​ເບໂສເດອີຢາ ໄດ້​ສ້ອມແປງ​ປະຕູ​ເຢຊານາ.2 ພວກເຂົາ​ວາງ​ຄານ, ຕິດຕັ້ງ​ປະຕູ, ໄລ​ປະຕູ ແລະ ກົງ​ເຫລັກ​ໃຫ້​ເຂົ້າ​ທີ່. ຖັດ​ໄປ​ນັ້ນ​ແມ່ນ​ຂອງ​ຄົນ​ທີ່​ມາ​ຈາກ​ກີເບໂອນ ແລະ ມີຊະປາ ຄື​ເມລາຕີຢາ ເປັນ​ຄົນ​ທີ່​ມາ​ຈາກ​ກີເບໂອນ ແລະ ເບໂອນ ເປັນ​ຄົນ​ມາ​ຈາກ​ເມໂລໂນດ ໄດ້​ສ້ອມແປງ​ສະຖານທີ່​ຕ່າງ​ໆ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ຜູ້​ປົກຄອງ​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຢູຟາເຕ. ອຸດຊີເອນ ລູກຊາຍ​ຂອງ​ຮາກຮາອີຢາ ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ຊ່າງ​ຄຳ ກໍ​ໄດ້​ສ້ອມແປງ​ສ່ວນ​ຖັດ​ໄປ. ຮານານີຢາ ກໍ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້​ປຸງ​ນ້ຳຫອມ ກໍ​ໄດ້​ຟື້ນຟູ​ເຢຣູຊາເລັມ​ໄປ​ຈົນ​ເຖິງ​ກຳແພງ​ກວ້າງ. ເຣຟາອີຢາ ລູກຊາຍ​ຂອງ​ຮູເຣ ຜູ້​ປົກຄອງ​ເຢຣູຊາເລັມ​ເຄິ່ງ​ໜຶ່ງ ກໍ​ໄດ້​ສ້ອມແປງ​ສ່ວນ​ຕໍ່ໄປ. ຢູ່​ໃກ້​ກັບ​ບໍລິເວນ​ນີ້, ເຢດາອີຢາ ລູກຊາຍ​ຂອງ​ຮາຣູແມບ ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ກົງກັນຂ້າມ​ກັບ​ບ້ານ​ຂອງ​ລາວ. ຮັດຕຸຊະ ລູກຊາຍ​ຂອງ​ຮາຊັບເນອີຢາ ກໍ​ໄດ້​ສ້ອມແປງ​ບ່ອນ​ທີ່​ຢູ່​ຖັດ​ໄປ​ຈາກ​ລາວ. ມັນກີຢາ ລູກຊາຍ​ຂອງ​ຮາຣິມ ແລະ ຮັດຊຸບ ລູກຊາຍ​ຂອງ​ປາຮາດ​ໂມອາບ ກໍ​ໄດ້​ສ້ອມແປງ​ຢູ່​ບ່ອນ​ໜຶ່ງ​ອີກ ພ້ອມ​ທັງ​ຫໍຄອຍ​ເຕົາອົບ. ຊໍລູມ ລູກຊາຍ​ຂອງ​ຮັນໂລເຮັດ ພ້ອມ​ດ້ວຍ​ບັນດາ​ລູກສາວ​ຂອງ​ລາວ ກໍ​ໄດ້​ສ້ອມແປງ​ສ່ວນ​ຖັດ​ໄປ, ລາວ​ເປັນ​ຜູ້​ທີ່​ປົກຄອງ​ເຢຣູຊາເລັມ​ອີກ​ເຄິ່ງ​ໜຶ່ງ.

ຮານູນ ແລະ ຊາວ​ຊາໂນອາ ກໍ​ໄດ້​ສ້ອມແປງ​ປະຕູ​ຮ່ອມພູ. ພວກເຂົາ​ໄດ້​ສ້າງ​ປະຕູ​ຂຶ້ນ​ມາ​ໃໝ່ ແລະ ຕິດຕັ້ງ​ປະຕູ​ພ້ອມ​ດ້ວຍ​ໄລ​ປະຕູ ແລະ ກົງ​ເຫລັກ​ໃຫ້​ເຂົ້າ​ທີ່. ພວກເຂົາ​ໄດ້​ສ້ອມແປງ​ກຳແພງ​ທີ່​ມີ​ຄວາມ​ຍາວ 1.000 ສອກ3 ໄປ​ຈົນ​ເຖິງ​ປະຕູ​ກອງ​ຂີ້ເຫຍື້ອ.

ຜູ້​ທີ່​ສ້ອມແປງ​ປະຕູ​ກອງ​ຂີ້ເຫຍື້ອ​ແມ່ນ​ມັນກີຢາ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຣກາບ ຜູ້​ປົກຄອງ​ເຂດ​ເບັດຮັກເກເຣມ. ລາວ​ໄດ້​ສ້າງ​ປະຕູ​ຄືນ​ໃໝ່ ແລະ ຕິດຕັ້ງ​ປະຕູ​ພ້ອມ​ດ້ວຍ​ໄລ​ປະຕູ ແລະ ກົງ​ເຫລັກ​ໃຫ້​ເຂົ້າ​ທີ່.

ຊໍລູມ ລູກຊາຍ​ຂອງ​ໂກນໂຮເຊ ຜູ້​ປົກຄອງ​ເຂດ​ມີຊະປາ ໄດ້​ສ້ອມແປງ​ປະຕູ​ນ້ຳພຸ. ລາວ​ໄດ້​ສ້າງ​ປະຕູ​ຄືນ​ໃໝ່, ໃສ່​ຫລັງຄາ​ເທິງ​ປະຕູ ແລະ ຕິດຕັ້ງ​ປະຕູ​ພ້ອມ​ດ້ວຍ​ໄລ​ປະຕູ ແລະ ກົງ​ເຫລັກ​ໃຫ້​ເຂົ້າ​ທີ່. ລາວ​ຍັງ​ໄດ້​ສ້ອມແປງ​ກຳແພງ​ຈາກ​ສະນ້ຳ​ຊີໂລອາມ4 ຂ້າງ​ສວນ​ຂອງ​ກະສັດ​ໄປ​ໄກ​ຈົນ​ເຖິງ​ຂັ້ນໄດ​ທີ່​ລົງ​ໄປ​ຈາກ​ເມືອງ​ຂອງ​ດາວິດ. ຖັດ​ຈາກ​ລາວ​ໄປ​ກໍ​ແມ່ນ​ເນເຫມີຢາ ລູກຊາຍ​ຂອງ​ອາຊະບຸກ ຜູ້​ປົກຄອງ​ເຄິ່ງ​ເມືອງ​ຂອງ​ເມືອງ​ເບັດຊູເຣ ກໍ​ໄດ້​ສ້ອມແປງ​ຈົນ​ໄປ​ເຖິງ​ຈຸດ​ໜຶ່ງ​ທີ່​ຢູ່​ກົງກັນຂ້າມ​ກັບ​ອຸບມຸງ5​ຂອງ​ດາວິດ ໄກ​ຈົນ​ໄປ​ເຖິງ​ອ່າງ​ເກັບ​ນ້ຳ ແລະ ເຮືອນ​ຂອງ​ທະຫານ.

ຖັດ​ໄປ​ຈາກ​ນີ້​ກໍ​ແມ່ນ​ຄົນ​ເລວີ ທີ່​ຢູ່​ພາຍໃຕ້​ການ​ນຳ​ຂອງ​ເຣຮຸມ ເຊິ່ງ​ເປັນ​ລູກຊາຍ​ຂອງ​ບານີ. ຢູ່​ທາງ​ຂ້າງ​ລາວ​ກໍ​ແມ່ນ​ຮາຊາບີຢາ, ຜູ້​ປົກຄອງ​ເມືອງ​ເກອີລາ​ເຄິ່ງ​ເມືອງ, ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ໃນ​ເມືອງ​ຂອງ​ລາວ. ຖັດ​ຈາກ​ລາວ​ມາ, ຄົນ​ເລວີ​ຄົນ​ອື່ນໆ​ທີ່​ຢູ່​ໃຕ້​ການ​ນຳ​ຂອງ​ບິນນູອີ6 ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຮນາດາດ ຜູ້​ປົກຄອງ​ເມືອງ​ເກອີລາ​ເຄິ່ງ​ເມືອງ. ຖັດ​ຈາກ​ລາວ​ມາ​ແມ່ນ​ເອເຊ ລູກຊາຍ​ຂອງ​ເຢຊູອາ ເຊິ່ງ​ເປັນ​ຜູ້​ປົກຄອງ​ເຂດ​ມີຊະປາ ໄດ້​ສ້ອມແປງ​ຈາກ​ຈຸດ​ທີ່​ຫັນ​ໜ້າ​ໄປ​ຫາ​ທາງ​ຂຶ້ນ​ໄປ​ຫາ​ສາງ​ອາວຸດ​ຈົນ​ສຸດ​ມຸມ​ກຳແພງ. ຖັດ​ມາ​ຈາກ​ລາວ​ອີກ​ແມ່ນ​ບາຣຸກ ເປັນ​ລູກຊາຍ​ຂອງ​ສັບບາຍ ໄດ້​ສ້ອມແປງ​ອີກ​ສ່ວນ​ໜຶ່ງ​ຢ່າງ​ກະຕືລືລົ້ນ, ຈາກ​ແຈ​ກຳແພງ​ໄປ​ເຖິງ​ທາງ​ເຂົ້າ​ເຮືອງ​ຂອງ​ມະຫາ​ປະໂລຫິດ​ເອລີອາຊິບ. ຖັດ​ມາ​ຈາກ​ລາວກໍ​ແມ່ນ​ເມເຣໂມດ ຜູ້​ເປັນ​ລູກຊາຍ​ຂອງ​ອູຣິຢາ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮັກກົກ ກໍ​ໄດ້​ສ້ອມແປງ​ອີກ​ສ່ວນ​ໜຶ່ງ, ຈາກ​ທາງ​ເຂົ້າ​ເຮືອນ​ຂອງ​ເອລີອາຊິບ ຈົນ​ໄປ​ເຖິງ​ສຸດ​ເຮືອນ.

ບັນດາ​ປະໂລຫິດ​ຈາກ​ບໍລິເວນ​ເຂດແດນ​ນັ້ນ​ກໍ​ໄດ້​ສ້ອມແປງ​ຢູ່​ບ່ອນ​ທີ່​ຢູ່​ຖັດ​ຈາກ​ເມໂລໂມດ. ຖັດ​ຈາກ​ພວກເຂົາ​ໄປ​ກໍ​ແມ່ນ​ເບັນຢາມິນ ແລະ ຮັດຊຸບ ໄດ້​ສ້ອມແປງ​ຢູ່​ໜ້າ​ເຮືອນ​ຂອງ​ພວກເຂົາ; ແລະ ຖັດ​ຈາກ​ພວກເຂົາ​ໄປ​ນັ້ນ ກໍ​ແມ່ນ​ອາຊາຣີຢາ ລູກຊາຍ​ຂອງ​ມາອາເສອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ອານານິຢາ ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ຂ້າງ​ເຮືອນ​ຂອງ​ລາວ. ຖັດ​ໄປ​ຈາກ​ລາວ​ກໍ​ແມ່ນ​ບິນນູອີ ລູກຊາຍ​ຂອງ​ເຮນາດາດ ໄດ້​ສ້ອມແປງ​ອີກ​ສ່ວນ​ໜຶ່ງ, ຕັ້ງແຕ່​ເຮືອນ​ຂອງ​ອາຊາຣີຢາ​ໄປ​ຈົນ​ເຖິງ​ມຸມ​ກຳແພງ. ແລະ ປາລານ ລູກຊາຍ​ຂອງ​ອູໄຊ​ແມ່ນ​ເຮັດ​ວຽກ​ຢູ່​ກົງກັນຂ້າມ​ກັບ​ແຈ​ກຳແພງ ແລະ ຫໍຄອຍ​ທີ່​ຍື່ນ​ອອກ​ມາ​ຈາກ​ວັງ​ເທິງ ເຊິ່ງ​ໃກ້​ກັບ​ເດີ່ນ​ທະຫານ​ຍາມ. ຖັດ​ຈາກ​ລາວ​ມາ​ກໍ​ແມ່ນ​ເປດາອີຢາ ລູກຊາຍ​ຂອງ​ປາຣົດ. ແລະ ບັນດາ​ຜູ້ຮັບໃຊ້​ໃນ​ວິຫານ​ທີ່​ອາໄສ​ຢູ່​ເທິງ​ໂນນພູ​ໂອເຟນ ກໍ​ໄດ້​ສ້ອມແປງ​ກຳແພງ​ໄປ​ຈົນ​ເຖິງ​ຈຸດ​ກົງກັນຂ້າມ​ກັບ​ປະຕູ​ນ້ຳ​ໄປ​ຫາ​ທາງ​ຕາເວັນ​ອອກ ແລະ ຫໍຄອຍ​ທີ່​ຍື່ນ​ອອກ​ໄປ. ຖັດ​ມາ​ຈາກ​ພວກເຂົາ​ແມ່ນ​ຊາວ​ເຕກົວ ໄດ້​ສ້ອມແປງ​ກຳແພງ​ອີກ​ໜຶ່ງ, ຕັ້ງແຕ່​ຫໍຄອຍ​ໃຫຍ່​ທີ່​ຍື່ນ​ອອກ​ໄປ​ຈົນ​ເຖິງ​ກຳແພງ​ໂອເຟນ.

ບັນດາ​ປະໂລຫິດ​ທັງຫລາຍ​ກໍ​ໄດ້​ສ້ອມແປງ​ກຳແພງ​ເໜືອ​ປະຕູ​ມ້າ ແຕ່ລະຄົນ​ແມ່ນ​ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ໜ້າ​ເຮືອນ​ຂອງ​ຕົນ. ຖັດ​ຈາກ​ນັ້ນ​ໄປ​ກໍ​ແມ່ນ​ຊາດົກ ລູກຊາຍ​ຂອງ​ອິມເມ ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ກົງກັນຂ້າມ​ກັບ​ເຮືອນ​ຂອງ​ລາວ. ຖັດ​ຈາກ​ລາວ​ມາ​ແມ່ນ​ເຊມາອີຢາ ລູກຊາຍ​ຂອງ​ເຊການີຢາ ຜູ້​ເປັນ​ຄົນຍາມ​ປະຕູ​ດ້ານ​ຕາເວັນ​ອອກ​ເປັນ​ຜູ້​ສ້ອມແປງ. ຖັດ​ຈາກ​ລາວ​ມາ​ກໍ​ແມ່ນ​ຮານານີຢາ ລູກຊາຍ​ຂອງ​ເຊເລມີຢາ ແລະ ຮານູນ ລູກຊາຍ​ຄົນ​ທີ​ຫົກ​ຂອງ​ຊາລາບ ໄດ້​ສ້ອມແປງ​ອີກ​ສ່ວນ​ໜຶ່ງ. ຖັດ​ມາ​ຈາກ​ພວກເຂົາ​ແມ່ນ​ເມຊຸນລຳ ລູກຊາຍ​ຂອງ​ເບເຣກີຢາ ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ກົງກັນຂ້າມ​ກັບ​ທີ່​ພັກ​ຂອງ​ລາວ. ຖັດ​ມາ​ຈາກ​ລາວ​ອີກ​ກໍ​ແມ່ນ​ມັນກີຢາ ເຊິ່ງ​ເປັນ​ຊ່າງ​ຄຳ ໄດ້​ສ້ອມແປງ​ໄປ​ຈົນ​ເຖິງ​ເຮືອນ​ຂອງ​ຜູ້ຮັບໃຊ້​ໃນ​ວິຫານ ແລະ ເຮືອນ​ຂອງ​ພໍ່ຄ້າ ກົງກັນຂ້າມ​ກັບ​ປະຕູ​ກວດກາ​ໄປ​ຈົນ​ເຖິງ​ຫ້ອງ​ຊັ້ນ​ເທິງ​ບ່ອນ​ຫົວ​ມຸມ. ບັນດາ​ຊ່າງ​ຄຳ ແລະ ພໍ່ຄ້າ​ຄົນ​ອື່ນໆ ກໍ​ໄດ້​ສ້ອມແປງ​ສ່ວນ​ທີ່​ຢູ່​ລະຫວ່າງ​ຫ້ອງ​ຊັ້ນ​ເທິງ​ທີ່​ຊື່​ກັບ​ຫົວ​ມຸມ​ນີ້ ໄປ​ຈົນ​ເຖິງ​ປະຕູ​ແກະ.

Source notes (6)
  1. Footnote ຫລື ເຈົ້ານາຍ​ຂອງ​ພວກເຂົາ ຫລື ຜູ້​ປົກຄອງ
  2. Footnote ຫລື ປະຕູ​ເກົ່າ
  3. Footnote ຄື ປະມານ 450 ແມັດ
  4. Footnote ພາສາ​ເຮັບເຣີ​ວ່າ ເຊລາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ຊີໂລອາ ຄື ຊີໂລອາມ
  5. Footnote ສຳເນົາ​ສະບັບ​ເຊັບຕູອາຈິນ​ວ່າ​ອຸບມຸງ​ຝັງ​ສົບ
  6. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ບັບໄວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.