Biblica® Open Lao Contemporary Version
ນາຮູມ 3
ວິບັດແກ່ນີເນເວ
ວິບັດແກ່ເມືອງທີ່ເຕັມໄປດ້ວຍເລືອດ,
ເຊິ່ງເຕັມໄປດ້ວຍການຕົວະ,
ເຕັມໄປດ້ວຍການປຸ້ນຈີ້,
ບໍ່ເຄີຍຂາດເຫຍື່ອ!
ສຽງໄມ້ແສ້ຟາດ,
ສຽງລໍ້ລົດ!
ສຽງມ້າແລ່ນ
ແລະ ສຽງລົດມ້າທີ່ສັ່ນສະເທືອນ!
ທະຫານມ້າເຂົ້າປະທະກັນ,
ດາບທີ່ເຫລື້ອມ
ແລະ ຫອກທີ່ສ່ອງແສງ!
ມີຜູ້ບາດເຈັບລົ້ມຕາຍຫລາຍຄົນ,
ມີກອງຊາກສົບ,
ສົບກໍນັບບໍ່ຖ້ວນ,
ຄົນທັງຫລາຍຍ່າງເຕະສະດຸດສົບ
ທັງໝົດນີ້ແມ່ນຍ້ອນຕັນຫາອັນປ່າເຖື່ອນຂອງຍິງໂສເພນີ,
ຜູ້ຍົວະເຍົ້າ, ເປັນເຈົ້າແຫ່ງມົນສະເໜ່,
ຜູ້ເຮັດໃຫ້ປະຊາຊາດທັງຫລາຍຕົກເປັນຂ້າທາດໂດຍການຂາຍໂຕຂອງນາງ
ແລະ ຄົນທັງຫລາຍດ້ວຍເວດມົນຂອງນາງ.
ພຣະເຈົ້າຢາເວຜູ້ມີລິດອຳນາດໄດ້ປະກາດວ່າ, “ເຮົາເປັນສັດຕູກັບເຈົ້າ.
ເຮົາຈະເປີດກະໂປ່ງຂອງເຈົ້າຄຸມໜ້າເຈົ້າ.
ເຮົາຈະເຜີຍຄວາມເປືອຍກາຍຂອງເຈົ້າໃຫ້ປະຊາຊາດທັງຫລາຍເຫັນ
ແລະ ໃຫ້ອານາຈັກຕ່າງໆໄດ້ເຫັນຄວາມໜ້າອັບອາຍຂອງເຈົ້າ.
ເຮົາຈະສາດຂອງສົກກະປົກໃສ່ເຈົ້າ,
ເຮົາຈະເຮັດກັບເຈົ້າຢ່າງດູຖູກ
ແລະ ປະຈານເຈົ້າ.
ທຸກຄົນທີ່ເຫັນເຈົ້າຈະໜີໄປຈາກເຈົ້າ ແລະ ເວົ້າວ່າ,
‘ນີເນເວຈິບຫາຍແລ້ວ ຜູ້ໃດຈະໄວ້ທຸກໃຫ້ແກ່ນາງ?’
ເຮົາຈະຫາຄົນມາໜູນໃຈເຈົ້າໄດ້ຈາກໃສ?”
ເຈົ້າດີກວ່າເທເບັດບໍ,
ເຊິ່ງຢູ່ແຄມຝັ່ງແມ່ນ້ຳນິນ
ແລະ ມີນ້ຳອ້ອມຮອບນາງບໍ?
ແມ່ນ້ຳເປັນປ້ອມປ້ອງກັນຂອງນາງ,
ນ້ຳເປັນກຳແພງຂອງນາງ.
ກູເຊ1 ແລະ ເອຢິບເປັນກຳລັງອັນບໍ່ຈຳກັດໃຫ້ນາງ
ພູດ ແລະ ລີເບຍກໍເປັນພັນທະມິດຂອງນາງ.
ເຖິງປານນັ້ນນາງກໍຕ້ອງຕົກເປັນເມືອງຂຶ້ນ
ແລະ ຖືກກວາດໄປເປັນຊະເລີຍ.
ລູກນ້ອຍຂອງນາງຖືກຈັບຟາດເປັນຕ່ອນໆ
ຢູ່ທີ່ທຸກແຈຂອງຖະໜົນ.
ພວກເຂົາຈັບສະຫລາກແບ່ງຂຸນນາງຂອງນາງ,
ແລະ ຜູ້ນຳທັງໝົດຂອງນາງຖືກລ່າມໂສ້ໄວ້.
ເຈົ້າກໍຈະມຶນເມົາເໝືອນກັນ;
ເຈົ້າຈະເຂົ້າໄປຫລົບລີ້
ແລະ ສະແຫວງຫາບ່ອນລີ້ໄພຈາກສັດຕູ.
ປ້ອມປ້ອງກັນທັງໝົດຂອງເຈົ້າເປັນກັບເໝືອນຕົ້ນໝາກເດື່ອ
ທີ່ມີໝາກສຸກລຸ້ນທຳອິດ;
ເມື່ອກົກມັນຖືກສັ່ນ,
ໝາກເດື່ອກໍຫລົ່ນເຂົ້າປາກຂອງຄົນກິນ.
ເບິ່ງກອງທະຫານຂອງເຈົ້າ
ພວກເຂົາລ້ວນແຕ່ເປັນດັ່ງແມ່ຍິງ.
ບັນດາປະຕູເມືອງຂອງດິນແດນຂອງເຈົ້າ
ເປີດກວ້າງຮັບບັນດາສັດຕູຂອງເຈົ້າ;
ໄຟໄດ້ເຜົາກາດປະຕູທັງຫລາຍແລ້ວ.
ຈົ່ງຕັກນ້ຳຕຽມໄວ້ເພາະຈະຖືກລ້ອມເມືອງ
ຈົ່ງເສີມເຄື່ອງປ້ອງກັນເມືອງ!
ນວດດິນໜຽວ,
ຢຽບປູນ.
ແລະ ສ້ອມແປງສິ່ງທີ່ສ້າງດ້ວຍດິນຈີ່!
ບ່ອນນັ້ນໄຟຈະເຜົາໄໝ້ເຈົ້າ;
ດາບຈະຕັດເຈົ້າລົງ
ມັນຈະກັດກິນເຈົ້າເໝືອນກັບຕັກແຕນ.
ຈົ່ງເພີ່ມຈຳນວນຄົນໃຫ້ຫລາຍເໝືອນຕັກແຕນ
ທະວີຈຳນວນຂຶ້ນເໝືອນຝູງຕັກແຕນ!
ເຈົ້າໄດ້ເພີ່ມຈຳນວນພໍ່ຄ້າຂອງເຈົ້າ
ຈົນພວກເຂົາມີຈຳນວນຫລາຍຂຶ້ນກວ່າດາວເທິງທ້ອງຟ້າ,
ແຕ່ພວກເຂົາກໍເໝືອນກັບຕັກແຕນທີ່ພວກມັນກັດກິນຈົນຈົນໝົດແຜ່ນດິນ
ແລະ ແລ້ວກໍບິນໜີໄປ.
ບັນດາຄົນເຝົ້າຍາມຂອງເຈົ້າເໝືອນດັ່ງຕັກແຕນ,
ບັນດາຂ້າລາຊະການຂອງເຈົ້າເໝືອນດັ່ງຝູງຕັກແຕນ
ເຊິ່ງເກາະຢູ່ທີ່ກຳແພງໃນມື້ອາກາດໜາວ
ແຕ່ເມື່ອດວງຕາເວັນປາກົດຂຶ້ນພວກມັນກໍບິນໜີໄປໝົດ,
ແລະ ບໍ່ມີຜູ້ໃດຮູ້ວ່າໄປໃສ.
ກະສັດແຫ່ງອັດຊີເຣຍ, ບັນດາຄົນລ້ຽງແກະ2ຂອງເຈົ້າໄດ້ນອນຫລັບຢູ່;
ພວກເຈົ້ານາຍຂອງເຈົ້າກໍໄດ້ເອນກາຍລົງພັກຜ່ອນ.
ປະຊາຊົນຂອງເຈົ້າກໍກະຈັດກະຈາຍໄປຕາມພູເຂົາຕ່າງໆ
ບໍ່ມີຜູ້ໃດຮວບຮວມພວກເຂົາ.
ບໍ່ມີສິ່ງໃດສາມາດຮັກສາບາດແຜຂອງເຈົ້າໄດ້;
ບາດແຜຂອງເຈົ້າກໍເປັນອັນຕະລາຍເຖິງຕາຍ.
ທຸກຄົນທີ່ໄດ້ຍິນຂ່າວກ່ຽວກັບເຈົ້າ
ກໍຕົບມືຂອງຕົນທີ່ເຈົ້າຫລົ້ມຈົມ.
ເພາະມີຜູ້ໃດແດ່ທີ່ບໍ່ຮູ້ສຶກ
ເຖິງຄວາມໂຫດຮ້າຍທີ່ບໍ່ມີສິ້ນສຸດຂອງເຈົ້າ?
Source notes (2)
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
- Footnote ຫລື ບັນດາຜູ້ປົກຄອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.