Skip to content
BibleKenya

Biblica® Open Lao Contemporary Version

ຮາບາກຸກ 1

ຄຳ​ທຳນວາຍ​ທີ່​ຜູ້ທຳນວາຍ​ຮາບາກຸກ​ໄດ້​ຮັບ.

ຄຳ​ຮ້ອງທຸກ​ຂອງ​ຮາບາກຸກ

ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຈະ​ຕ້ອງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ອີກ​ດົນ​ປານ​ໃດ,

ແຕ່​ພຣະອົງ​ບໍ່​ຮັບ​ຟັງ?

ຫລື ຕ້ອງ​ຮ້ອງ​ຂໍ​ຕໍ່​ພຣະອົງ​ວ່າ, “ໂຫດຮ້າຍ!”

ແຕ່​ພຣະອົງ​ບໍ່​ມາ​ຊ່ວຍ?

ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ເບິ່ງ​ຄວາມ​ບໍ່​ຍຸຕິທຳ?

ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ອົດກັ້ນ​ຕໍ່​ການ​ກະທຳ​ຜິດ?

ການ​ທຳລາຍ ແລະ ຄວາມ​ຮຸນແຮງ​ຢູ່​ຕໍ່ໜ້າ​ຂ້ານ້ອຍ;

ມີ​ການ​ຕໍ່ສູ້ ແລະ ຂັດແຍ່ງ​ກັນ​ຢ່າງ​ຫລວງຫລາຍ.

ເຫດສະນັ້ນ ກົດໝາຍ​ຈຶ່ງ​ເປັນ​ອຳມະພາດ

ແລະ ຄວາມ​ຍຸຕິທຳ​ຈຶ່ງ​ບໍ່​ປາກົດ

ຄົນ​ຊົ່ວຮ້າຍ​ອ້ອມ​ຮອບ​ຄົນຊອບທຳ,

ຈົນ​ຄວາມ​ຍຸຕິທຳ​ຖືກ​ບິດເບືອນ​ໄປ.

ຄຳ​ຕອບ​ຂອງ​ພຣະເຈົ້າຢາເວ

ພຣະເຈົ້າ​ກ່າວ​ວ່າ: “ຈົ່ງ​ເບິ່ງ

ແລະ ຄອຍ​ເຝົ້າ​ເບິ່ງ​ຊົນຊາດ​ຕ່າງໆ.

ແລ້ວ​ຈົ່ງ​ປະຫລາດໃຈ​ທີ່ສຸດ​ເພາະ​ເຮົາ​ກຳລັງ​ຈະ​ເຮັດ​ບາງ​ສິ່ງ​ໃນ​ຍຸກ​ຂອງ​ເຈົ້າ

ເຈົ້າ​ກໍ​ຈະ​ບໍ່​ເຊື່ອ,

ເຖິງ​ແມ່ນ​ວ່າ​ມີ​ຜູ້​ໃດ​ບອກ.

ເຮົາ​ກຳລັງ​ຈະ​ໃຫ້​ຊາວ​ບາບີໂລນ1​ມີ​ອຳນາດ​ຂຶ້ນ​ມາ,

ພວກເຂົາ​ເປັນ​ຊົນຊາດ​ທີ່​ໂຫດຮ້າຍ ແລະ ໃຈ​ຮ້ອນ

ເຊິ່ງ​ເຄື່ອນ​ທັບ​ໄປ​ທົ່ວ​ແຜ່ນດິນໂລກ

ເພື່ອ​ຢຶດຄອງ​ບ່ອນ​ຢູ່​ທີ່​ບໍ່​ແມ່ນ​ຂອງ​ຕົນ.

ພວກເຂົາ​ເປັນ​ຊົນຊາດ​ທີ່​ໜ້າ​ຢຳເກງ ແລະ ໜ້າ​ຢ້ານກົວ;

ພວກເຂົາ​ຖື​ເອົາ​ຕົນ​ເອງ​ເປັນ​ກົດໝາຍ

ແລະ ສະແຫວງ​ຫາ​ກຽດຕິຍົດ​ໃຫ້​ຕົນ​ເອງ.

ບັນດາ​ມ້າ​ຂອງ​ພວກເຂົາ​ແລ່ນ​ໄວ​ກວ່າ​ເສືອດາວ,

ໂຫດຮ້າຍ​ກວ່າ​ໝາປ່າ​ໃນ​ເວລາ​ຄ່ຳ

ກອງ​ທະຫານ​ມ້າ​ຂອງ​ພວກເຂົາ​ຂີ່​ມ້າ​ຢ່າງ​ວ່ອງໄວ;

ທະຫານມ້າ​ຂອງ​ພວກເຂົາ​ມາ​ຈາກ​ແດນ​ໄກ.

ພວກເຂົາ​ບິນ​ມາ​ດັ່ງ​ນົກອິນຊີ​ເຈີດ​ລົງ​ຄຸບ​ເຫຍື່ອ;

ພວກເຂົາ​ທຸກຄົນ​ມີ​ເຈດຕະນາ​ທີ່​ຈະ​ໃຊ້​ຄວາມ​ຮຸນແຮງ.

ຝູງ​ຊົນ2​ຂອງ​ພວກເຂົາ​ບຸກ​ເຂົ້າ​ມາ​ເໝືອນ​ລົມ​ທະເລຊາຍ

ແລະ ກວາດ​ຕ້ອນ​ນັກໂທດ​ໄປ​ເໝືອນ​ເມັດ​ຊາຍ

ພວກເຂົາ​ເຢາະເຢີ້ຍ​ບັນດາ​ກະສັດ

ແລະ ດູຖູກ​ບັນດາ​ຜູ້​ປົກຄອງ.

ພວກເຂົາ​ຫົວ​ເຢາະເຢີ້ຍ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ທັງໝົດ;

ໂດຍ​ກອງ​ດິນ​ຂຶ້ນ​ສູງ​ຊັນ ແລະ ເຂົ້າ​ຢຶດ​ເມືອງ​ເຫລົ່ານັ້ນ.

ແລ້ວ​ພວກເຂົາ​ກໍ​ກວດ​ທັບ​ໄປ​ຢ່າງ​ວ່ອງໄວ​ເໝືອນ​ລົມ ແລະ ມຸ່ງໜ້າ​ຕໍ່​ໄປ

ພວກເຂົາ​ເປັນ​ຄົນ​ຜິດ ທີ່​ຖື​ເອົາ​ພາລະ​ກຳລັງ​ຂອງ​ຕົນ​ເອງ​ເປັນ​ເທບພະເຈົ້າ​ຂອງ​ຕົນ”.

ຄຳ​ຮ້ອງທຸກ​ເທື່ອ​ທີ​ສອງ​ຂອງ​ຮາບາກຸກ

ຂ້າ​ແດ່​ພຣະເຈົ້າ​ຢາເວ, ພຣະອົງ​ດຳລົງ​ຢູ່​ນິລັນດອນ​ບໍ່ແມ່ນ​ບໍ?

ຂ້າ​ແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ອົງ​ບໍລິສຸດ​ຂອງ​ຂ້ານ້ອຍ, ພວກຂ້ານ້ອຍ​ທັງຫລາຍ​ຈະ​ບໍ່​ຕາຍ.

ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ດຳເນີນ​ການ​ຕາມ​ຄຳ​ພິພາກສາ;

ສີລາ​ຂອງ​ຂ້ານ້ອຍ, ພຣະອົງ​ໄດ້​ບັນຊາ​ໃຫ້​ພວກເຂົາ​ມາ​ລົງໂທດ.

ຕາ​ຂອງ​ພຣະອົງ​ບໍລິສຸດ​ເກີນ​ກວ່າ​ຈະ​ເບິ່ງ​ຄວາມ​ຊົ່ວຮ້າຍ;

ພຣະອົງ​ບໍ່​ສາມາດ​ທົນ​ຕໍ່​ການ​ກະທຳ​ຜິດ​ໄດ້.

ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ທົນ​ຕໍ່​ຄົນ​ທໍລະຍົດ?

ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ງຽບ​ຢູ່​ໃນ​ຂະນະ​ທີ່​ຄົນ​ຊົ່ວຮ້າຍ

ກືນ​ກິນ​ບັນດາ​ຄົນ​ທີ່​ຊອບທຳ​ກວ່າ​ພວກເຂົາ​ເອງ?

ພຣະອົງ​ເຮັດ​ໃຫ້​ມະນຸດ​ເປັນ​ເໝືອນ​ປາ​ໃນ​ທະເລ,

ເໝືອນ​ບັນດາ​ສັດ​ໃນ​ທະເລ​ທີ່​ບໍ່​ມີ​ຜູ້ໃດ​ປົກຄອງ.

ສັດຕູ​ຜູ້​ຊົ່ວ​ຮ້າຍ​ໄດ້​ດຶງ​ພວກເຂົາ​ທັງໝົດ​ຂຶ້ນ​ມາ​ດ້ວຍ​ເບັດ,

ລາວ​ຈັບ​ພວກເຂົາ​ດ້ວຍ​ແຫ​ຂອງ​ລາວ,

ລາວ​ໄດ້​ຮວບຮວມ​ພວກເຂົາ​ຂຶ້ນ​ມາ​ດ້ວຍ​ມອງ​ຂອງ​ຕົນ,

ແລ້ວ​ລາວ​ຈຶ່ງ​ຊື່ນຊົມຍິນດີ ແລະ ດີໃຈ.

ເຫດສະນັ້ນ ລາວ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ແກ່​ແຫ​ຂອງ​ຕົນ

ແລະ ເຜົາ​ເຄື່ອງຫອມ​ແກ່​ມອງ​ຂອງ​ຕົນ,

ເພາະ​ແຫ​ຂອງ​ລາວ​ເຮັດ​ໃຫ້​ລາວ​ດຳລົງ​ຊີວິດ​ຢູ່​ໄດ້​ຢ່າງ​ຟູມເຟືອຍ

ແລະ ເພີດເພີນ​ກັບ​ອາຫານ​ທີ່​ເລືອກ​ມາ​ແລ້ວ​ຢ່າງ​ດີ.

ລາວ​ຈະ​ແກະ​ສິ່ງ​ທີ່​ຈັບ​ໄດ້​ອອກ​ມາ​ຈາກ​ແຫ​ຂອງ​ລາວ,

ທຳລາຍ​ຊົນຊາດ​ຕ່າງ​ໆ​ຢ່າງ​ບໍ່​ມີ​ຄວາມ​ເມດຕາ​ຕໍ່​ໄປ​ບໍ?

Source notes (2)
  1. Footnote ຫລື ຊາວ​ຄານເດອາ
  2. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້ ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.