Biblica® Open Lao Contemporary Version
ຮາບາກຸກ 2
ຂ້ານ້ອຍຈະຢືນເຝົ້າເບິ່ງ
ແລະ ຂ້ານ້ອຍຈະປະຈຳການຢູ່ເທິງຫໍຄອຍ;
ຂ້ານ້ອຍຈະເຝົ້າເບິ່ງວ່າພຣະອົງຈະເວົ້າສິ່ງໃດກັບຂ້ານ້ອຍ,
ແລະ ຂ້ານ້ອຍຈະຕອບຄຳຮ້ອງທຸກນີ້ຢ່າງໃດ.1
ຄຳຕອບຂອງພຣະເຈົ້າຢາເວ
ແລ້ວພຣະເຈົ້າຢາເວກໍໄດ້ຕອບວ່າ:
“ຈົ່ງຂຽນສິ່ງທີ່ໄດ້ເປີດເຜີຍ
ແລະ ໃຫ້ເຫັນຊັດເຈນເທິງແຜ່ນຈາລຶກ
ເພື່ອວ່າທຸກຄົນທີ່ອ່ານຈະເຂົ້າໃຈໄດ້ທັນທີ.2
ເພາະສິ່ງທີ່ຈະເປີດເຜີຍນັ້ນແມ່ນຍັງລໍຖ້າເວລາທີ່ກຳນົດໄວ້ຢູ່;
ເປັນເລື່ອງວາລະສຸດທ້າຍ
ແລະ ຈະພິສູດໄດ້ວ່າບໍ່ແມ່ນເລື່ອງບໍ່ຈິງ
ເຖິງແມ່ນວ່າຈະຊ້າຢູ່, ກໍຈົ່ງອົດໃຈລໍຖ້າ;
ມັນຈະມາເຖິງຢ່າງແນ່ນອນ3
ແລະ ຈະບໍ່ຊັກຊ້າ.
“ເບິ່ງແມ, ສັດຕູໄດ້ຈອງຫອງຂຶ້ນ;
ຄວາມປາຖະໜາຂອງລາວແມ່ນບໍ່ຖືກຕ້ອງ
ແຕ່ຄົນຊອບທຳຈະດຳເນີນຊີວິດດ້ວຍຄວາມຊື່ສັດ4ຂອງພຣະອົງ
ຄວາມຈິງແລ້ວ, ເຫລົ້າອະງຸ່ນໄດ້ທໍລະຍົດລາວ;
ລາວຈອງຫອງ ແລະ ບໍ່ເຄີຍພັກສະຫງົບ.
ເພາະລາວໂລບເໝືອນຂຸມຝັງສົບ
ແລະ ເໝືອນຄວາມຕາຍທີ່ບໍ່ເຄີຍອິ່ມ
ລາວຮວບຮວມປະຊາຊາດທັງໝົດມາເປັນຂອງຕົນ
ແລະ ຈັບທຸກຄົນມາເປັນຊະເລີຍ.
“ທຸກຄົນຈະຫຍໍ້ຫຍັນລາວດ້ວຍຄຳເຢາະເຢີ້ຍ ແລະ ດູຖູກບໍ່ແມ່ນບໍວ່າ,
“ ‘ວິບັດແກ່ລາວຜູ້ທີ່ເອົາຂອງທີ່ລັກມາສະສົມໄວ້
ແລະ ເຮັດໃຫ້ຕົນເອງຮັ່ງມີໂດຍການຂົ່ມຂູ່!
ສິ່ງນີ້ຈະຕ້ອງດຳເນີນໄປອີກດົນເທົ່າໃດ?’
ເຈົ້າໜີ້ຂອງເຈົ້າຈະບໍ່ລຸກຮື້ຂຶ້ນໃນທັນທີທັນໃດບໍ?
ພວກເຂົາຈະບໍ່ຕື່ນຂຶ້ນ ແລະ ເຮັດໃຫ້ເຈົ້າໂຕສັ່ນສະທ້ານບໍ?
ແລ້ວເຈົ້າກໍຈະຕົກເປັນເຫຍື່ອຂອງພວກເຂົາ.
ເພາະເຈົ້າໄດ້ປຸ້ນມາຫລາຍຊົນຊາດແລ້ວ,
ຄົນທັງຫລາຍທີ່ເຫລືອຢູ່ນັ້ນຈະປຸ້ນເຈົ້າ.
ເພາະເຈົ້າເຮັດໃຫ້ຄົນຕ້ອງນອງເລືອດ;
ເຈົ້າໄດ້ທຳລາຍດິນແດນ ແລະ ເມືອງຕ່າງໆ ແລະ ພວກເຂົາທຸກຄົນ.
“ວິບັດແກ່ລາວຜູ້ທີ່ສ້າງເຮືອນຂອງຕົນດ້ວຍສິ່ງທີ່ໄດ້ມາຢ່າງບໍ່ຍຸຕິທຳ.
ເພື່ອສ້າງຮັງຂອງຕົນໄວ້ເທິງທີ່ສູງ
ເພື່ອໜີຈາກເງື່ອມມືແຫ່ງຄວາມຈິບຫາຍ!
ເຈົ້າໄດ້ວາງແຜນໃຫ້ຫລາຍຊົນຊາດຖືກທຳລາຍ,
ສ້າງຄວາມອັບອາຍໃຫ້ແກ່ເຮືອນຂອງເຈົ້າເອງ ແລະ ເຮັດໃຫ້ຊີວິດຂອງຕົນເອງຕ້ອງເສຍໄປ.
ກ້ອນຫີນທີ່ຝາຈະສົ່ງສຽງຮ້ອງ,
ແລະ ໄມ້ຂື່ໄມ້ຄານທັງຫລາຍກໍຈະສົ່ງສຽງສະທ້ອນ.
“ວິບັດແກ່ລາວຜູ້ທີ່ສ້າງນະຄອນດ້ວຍການນອງເລືອດ
ແລະ ຕັ້ງເມືອງດ້ວຍຄວາມບໍ່ຍຸດຕິທຳ!
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກຳນົດໄວ້ແລ້ວ
ວ່າແຮງງານຂອງຄົນທັງຫລາຍນັ້ນກໍເປັນພຽງເຊື້ອໄຟສຳລັບໄຟເທົ່ານັ້ນ,
ບັນດາຊົນຊາດທັງຫລາຍນັ້ນກໍອິດເມື່ອຍລ້າໆບໍ່ແມ່ນບໍ?
ເພາະໂລກຈະເຕັມໄປດ້ວຍຄວາມຮູ້ເຖິງສະຫງ່າລາສີຂອງພຣະເຈົ້າຢາເວ
ເໝືອນດັ່ງນໍ້າທັງຫລາຍທີ່ກວມທະເລ.
“ວິບັດແກ່ລາວຜູ້ທີ່ເອົາເຄື່ອງດື່ມໃຫ້ບັນດາເພື່ອນບ້ານຂອງຕົນ,
ຖອກເຄື່ອງດື່ມນັ້ນອອກຈາກຖົງເຫລົ້າອະງຸ່ນຈົນພວກເຂົາເມົາ,
ເພື່ອວ່າລາວຈະໄດ້ຈ້ອງເບິ່ງຮ່າງກາຍທີ່ເປືອຍກາຍຂອງພວກເຂົາ!
ເຈົ້າຈະເຕັມໄປດ້ວຍຄວາມອັບອາຍແທນທີ່ຈະໄດ້ສະຫງ່າລາສີ.
ບັດນີ້ ເຖິງທີຂອງເຈົ້າແລ້ວ! ຈົ່ງດື່ມ ແລະ ໃຫ້ຄວາມເປືອຍກາຍຂອງເຈົ້າຖືກເປີດເຜີຍ5!
ຈອກຈາກມືຂວາຂອງພຣະເຈົ້າຢາເວກຳລັງວຽນມາຮອດເຈົ້າແລ້ວ,
ແລ້ວຄວາມອັບອາຍຈະປົກບັງສະຫງ່າລາສີຂອງເຈົ້າ,
ຄວາມຮຸນແຮງທີ່ເຈົ້າເຮັດໄວ້ກັບເລບານອນຈະຄອບງຳເຈົ້າ,
ແລະ ການທີ່ເຈົ້າທຳລາຍສັດທັງຫລາຍຈະເຮັດໃຫ້ເຈົ້າຢ້ານກົວ.
ເພາະເຈົ້າເຮັດໃຫ້ຄົນຕ້ອງນອງເລືອດ;
ເຈົ້າໄດ້ທຳລາຍດິນແດນ ແລະ ເມືອງຕ່າງໆ ແລະ ພວກເຂົາທຸກຄົນ.
“ຮູບເຄົາລົບມີຄຸນຄ່າຫຍັງໃນເມື່ອມະນຸດເປັນຜູ້ແກະສະຫລັກມັນຂຶ້ນມາ?
ຫລື ຮູບທີ່ສອນຄວາມຕົວະນັ້ນມີຄຸນຄ່າຫຍັງ?
ເພາະຜູ້ທີ່ສ້າງຮູບນັ້ນຂຶ້ນກໍວາງໃຈໃນສິ່ງທີ່ຕົນສ້າງ;
ລາວສ້າງຮູບເຄົາລົບທີ່ເວົ້າບໍ່ໄດ້.
ວິບັດແກ່ລາວຜູ້ທີ່ເວົ້າກັບໄມ້ວ່າ ‘ຈົ່ງມີຊີວິດຂຶ້ນມາ!’
ຫລື ເວົ້າກັບກ້ອນຫີນທີ່ບໍ່ມີຊີວິດນັ້ນວ່າ, ‘ຈົ່ງຕື່ນຂຶ້ນມາ!’
ມັນຈະໃຫ້ຄຳແນະນຳໄດ້ບໍ?
ມັນໂອບດ້ວຍຄຳ ແລະ ເງິນ;
ມັນບໍ່ມີລົມຫາຍໃຈຢູ່ພາຍໃນ”.
ແຕ່ພຣະເຈົ້າຢາເວແມ່ນຢູ່ໃນວິຫານສັກສິດຂອງພຣະອົງ;
ໃຫ້ທັງໂລກຈົ່ງມິດງຽບຢູ່ຕໍ່ໜ້າພຣະອົງ.
Source notes (5)
- Footnote ຫລື ແລະ ຈະຕອບຢ່າງໃດ ເມື່ອຂ້ານ້ອຍຖືກຕຳໜິ
- Footnote ຫລື ເພື່ອວ່າຜູ້ທີ່ນຳສານນັ້ນຈະໄດ້ເອົາແລ້ວແລ່ນໄປ
- Footnote ຫລື ເຖິງແມ່ນວ່າພຣະອົງຈະຊ້າຢູ່ ກໍຈົ່ງອົດໃຈລໍຖ້າ ພຣະອົງຈະມາເຖິງຢ່າງແນ່ນອນ ແລະ ຈະບໍ່ຊັກຊ້າ
- Footnote ຫລື ຄວາມເຊື່ອ
- Footnote ຫລື ແລະ ເຊໄປມາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.