Biblica® Open Lao Contemporary Version
ນາຮູມ 2
ນີເນເວຈະຫລົ້ມຈົມ
ນີເນເວ, ຜູ້ໂຈມຕີໄດ້ບຸກໜ້າມາຕໍ່ສູ້ເຈົ້າແລ້ວ.
ຈົ່ງເຂົ້າປະຈຳປ້ອມ,
ເຝົ້າເບິ່ງຫົນທາງໄວ້,
ຕຽມຕົວໃຫ້ພ້ອມ,
ແລະ ຮວບຮວມກຳລັງທັງໝົດຂອງເຈົ້າ!
ພຣະເຈົ້າຢາເວຈະຟື້ນຟູຄວາມຮຸ່ງເຮືອງໃຫ້ຢາໂຄບ
ເໝືອນກັບຄວາມຮຸ່ງເຮືອງຂອງອິດສະຣາເອນ,
ເຖິງແມ່ນວ່າຜູ້ທຳລາຍໄດ້ທຳລາຍມັນຖິ້ມໄປ
ແລະ ທຳລາຍເຄືອອະງຸ່ນຂອງມັນ.
ໂລ່ຂອງທະຫານເປັນສີແດງ;
ນັກຮົບກໍສວມຊຸດສີແດງເຂັ້ມ.
ໂລຫະຢູ່ເທິງລົດມ້າຈະເປັ່ງປະກາຍ
ໃນວັນທີ່ພວກເຂົາໄດ້ຕຽມພ້ອມ;
ຫອກໄມ້ແປກກໍແກວ່ງໄກວ.1
ລົດຮົບຟ້າວບຸກໄປຕາມຖະໜົນ
ຟ້າວແລ່ນໄປມາຜ່ານເດີ່ນເມືອງ.
ພວກເຂົາເບິ່ງຄືກັນກັບກະບອງໄຟທີ່ກຳລັງລຸກຢູ່;
ພວກເຂົາພຸ່ງໄປມາເໝືອນຟ້າແມບ.
ນີເນເວໄດ້ລະດົມກອງທະຫານທີ່ຕົນເລືອກໄວ້,
ແຕ່ພວກເຂົາສະດຸດລົ້ມກາງທາງ.
ພວກເຂົາຟ້າວບຸກເຂົ້າໄປທີ່ກຳແພງເມືອງ;
ໂລ່ປ້ອງກັນກໍຕັ້ງປະຈຳທີ່.
ປະຕູດ້ານແມ່ນ້ຳກໍຖືກທຳລາຍລົງ
ແລະ ວັງກໍພັງລົງ.
ມີດຳລັດ2ໃຫ້ນີເນເວນັ້ນ
ຖືກເນລະເທດ ແລະ ຖືກກວາດຕ້ອນໄປ.
ບັນດາຂ້າທາດຍິງຂອງນີເນເວຮ້ອງຄວນຄາງເໝືອນນົກເຂົາ
ແລະ ຕີເອິກຂອງຕົນ.
ນີເນເວເປັນເໝືອນສະນ້ຳ
ທີ່ມີນ້ຳກຳລັງໄຫລອອກໄປໝົດ.
ພວກເຂົາຮ້ອງວ່າ, “ຢຸດ! ຢຸດ!”
ແຕ່ບໍ່ມີຜູ້ໃດຫັນກັບມາ.
ຈົ່ງປຸ້ນເອົາເງິນ!
ຈົ່ງປຸ້ນເອົາຄຳ!
ເຄື່ອງຂອງມີຫລວງຫລາຍໃຊ້ບໍ່ໝົດ,
ຄວາມຮັ່ງມີຈາກຊັບສົມບັດຂອງນີເນເວ!
ນີເນເວຖືກປຸ້ນ, ຖືກປຸ້ນ ຖືກຢຶດຂອງມີຄ່າໄປໝົດ!
ຫົວໃຈສະຫລາຍ, ຫົວເຂົ່າກໍອ່ອນແຮງ
ໂຕສັ່ນ ແລະ ທຸກຄົນໜ້າຈືດ.
ຖ້ຳສິງຢູ່ບ່ອນໃດ
ບ່ອນທີ່ພວກມັນເບິ່ງແຍງລູກນ້ອຍຂອງຕົນ
ພໍ່ ແລະ ແມ່ລູກສິງໄປທີ່ໃດ,
ແລະ ລູກສິງກໍບໍ່ຕ້ອງຢ້ານກົວສິ່ງໃດ?
ສິງທີ່ຂ້າເຫຍື່ອມາໃຫ້ບັນດາລູກຂອງຕົນຢ່າງພຽງພໍ
ແລະ ກໍຄາບມາໃຫ້ຄູ່ຂອງຕົນ,
ສະສົມເຫຍື່ອຂອງຕົນໄວ້ທີ່ຮັງ
ແລະ ສະສົມສັດທີ່ຂ້າໄວ້ທີ່ຖ້ຳຂອງມັນ.
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,
“ເຮົາເປັນສັດຕູກັບເຈົ້າ.
ເຮົາຈະຈູດລົດມ້າຂອງເຈົ້າຈົນຄວັນພຸ່ງຂຶ້ນ,
ແລະ ດາບຈະຟາດແຂ້ວສິງໜຸ່ມຂອງເຈົ້າ
ເຮົາຈະບໍ່ປະເຫຍື່ອໄວ້ໃຫ້ເຈົ້າໃນໂລກນີ້.
ສຽງຮ້ອງຂອງບັນດາຜູ້ສົ່ງຂ່າວຂອງເຈົ້າ
ຈະບໍ່ໄດ້ຍິນອີກຕໍ່ໄປ”.
Source notes (2)
- Footnote ພາສາເຮັບເຣີຕົ້ນສະບັບວ່າ: ມ້າຮົບແລ່ນໄປມາ
- Footnote ໃນພາສາເຮັບເຣີຄຳນີ້ ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.