Skip to content
BibleKenya

Biblica® Open Lao Contemporary Version

ນາຮູມ 1

ຄຳທຳນວາຍ​ກ່ຽວກັບ​ນະຄອນ​ນີເນເວ. ໜັງສື​ແຫ່ງ​ນິມິດ​ຂອງ​ນາຮູມ​ຊາວ​ແອນໂກດ.

ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ນີເນເວ

ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ຜູ້​ຫຶງຫວງ ແລະ ເຮັດ​ການ​ແກ້ແຄ້ນ;

ພຣະເຈົ້າ​ໄດ້​ແກ້ແຄ້ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.

ພຣະເຈົ້າ​ໄດ້​ແກ້ແຄ້ນ​ບັນດາ​ສັດຕູ​ຂອງ​ພຣະອົງ

ແລະ ໄດ້​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ບັນດາ​ສັດຕູ​ຂອງ​ພຣະອົງ.

ພຣະເຈົ້າ​ຢາເວ​ບໍ່​ຮ້າຍ​ງ່າຍ ແລະ ມີ​ອຳນາດ​ຍິ່ງໃຫຍ່

ພຣະເຈົ້າ​ຢາເວ​ຈະ​ບໍ່​ປ່ອຍ​ຄົນ​ຜິດ​ໄປ​ໂດຍ​ບໍ່​ໄດ້​ຮັບ​ໂທດ.

ພຣະອົງ​ສະແດງ​ທາງ​ຂອງ​ພຣະອົງ​ຢູ່​ໃນ​ພະຍຸ​ໝຸນ ແລະ ໃນ​ລົມ​ພະຍຸ

ແລະ ເມກ​ນັ້ນ​ເປັນ​ຂີ້​ຝຸ່ນດິນ​ຈາກ​ຕີນ​ຂອງ​ພຣະອົງ.

ພຣະອົງ​ສັ່ງ​ທະເລ ແລະ ເຮັດ​ໃຫ້​ມັນ​ແຫ້ງ​ລົງ.

ພຣະອົງ​ເຮັດ​ໃຫ້​ແມ່ນ້ຳ​ທຸກ​ສາຍ​ແຫ້ງ​ໄປ.

ບາຊານ ແລະ ກາເມນ​ກໍ​ຫ່ຽວແຫ້ງ

ແລະ ບັນດາ​ດອກໄມ້​ທີ່​ເບັ່ງ​ບານ​ຂອງ​ເລບານອນ​ກໍ​ຫລົ່ນ​ລົງ.

ບັນດາ​ພູເຂົາ​ສັ່ນ​ສະເທືອນ​ຢູ່​ຕໍ່ໜ້າ​ພຣະອົງ

ແລະ ເນີນພູ​ຕ່າງໆ​ກໍ​ພັງ​ທະລາຍ​ລົງ.

ເມື່ອ​ພຣະອົງ​ມາ​ປາກົດ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ,

ໂລກ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ.

ຜູ້ໃດ​ສາມາດ​ທົນ​ຕໍ່​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ໄດ້?

ຜູ້ໃດ​ສາມາດ​ທົນ​ຕໍ່​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ໄດ້?

ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ພຸ່ງ​ຂຶ້ນ​ເໝືອນ​ກັບ​ໄຟ;

ຫີນ​ແຕກ​ຫັກ​ຕໍ່ໜ້າ​ພຣະອົງ.

ພຣະເຈົ້າ​ຢາເວ​ປະເສີດ

ເປັນ​ທີ່​ລີ້ໄພ​ໃນ​ເວລາ​ຫຍຸ້ງຍາກ.

ພຣະອົງ​ຫ່ວງ​ໃຍ​ບັນດາ​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ,

ແຕ່​ດ້ວຍ​ນ້ຳ​ຖ້ວມ​ໜັກ

ພຣະອົງ​ຈະ​ເຮັດ​ໃຫ້​ນີນາເວ​ສິ້ນສຸດ​ລົງ;

ພຣະອົງ​ຈະ​ໄລ່ຕາມ​ບັນດາ​ສັດຕູ​ຂອງ​ພຣະອົງ​ເຂົ້າ​ສູ່​ຄວາມມືດ.

ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຂົາ​ວາງ​ແຜນ​ຕໍ່ສູ້​ພຣະເຈົ້າ​ຢາເວ

ພຣະອົງ​ກໍ​ຈະ​ເຮັດ1​ໃຫ້​ສິ້ນສຸດ​ລົງ;

ບັນຫາ​ຈະ​ບໍ່​ເກີດ​ຂຶ້ນ​ເປັນ​ຄັ້ງ​ທີ​ສອງ.

ພວກເຂົາ​ຈະ​ຕິດ​ຢູ່​ໃນ​ທ່າມ​ກາງ​ດົງ​ໜາມ

ແລະ ເມົາ​ດ້ວຍ​ເຫລົ້າອະງຸ່ນ​ຂອງ​ພວກເຂົາ;

ພວກເຂົາ​ຈະ​ຖືກ​ເຜົາ​ໄໝ້​ເໝືອນ​ກັບ​ກໍ​ເຟືອງ​ແຫ້ງ.2

ນີເນເວ, ມີ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ

ຜູ້​ທີ່​ວາງ​ແຜນ​ຮ້າຍ​ຕໍ່ສູ້​ພຣະເຈົ້າ​ຢາເວ

ແລະ ວາງ​ແຜນ​ຊົ່ວ.

ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ດັ່ງນີ້:

“ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ພັນທະມິດ ແລະ ມີ​ຈຳນວນ​ຫລາຍ

ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ ແລະ ສູນສິ້ນ​ໄປ.

ຢູດາ​ເອີຍ, ເຖິງ​ແມ່ນ​ເຮົາ​ໃຫ້​ເຈົ້າ​ທຸກ​ທໍລະມານ,

ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ທໍລະມານ​ອີກ​ຕໍ່​ໄປ.

ບັດນີ້ ເຮົາ​ຈະ​ຫັກ​ແອກ​ຂອງ​ພວກເຂົາ​ຈາກ​ຄໍ​ຂອງ​ເຈົ້າ

ແລະ ຫັກ​ໂສ້​ຂອງ​ເຈົ້າ​ຖິ້ມ​ໄປ”.

ນີເນເວ​ເອີຍ, ພຣະເຈົ້າ​ໄດ້​ສັ່ງ​ກ່ຽວ​ກັບ​ເຈົ້າ​ດັ່ງນີ້:

“ເຈົ້າ​ຈະ​ບໍ່​ມີ​ລູກ​ຫລານ​ສືບ​ຕະກຸນ​ຂອງ​ເຈົ້າ.

ເຮົາ​ຈະ​ທຳລາຍ​ຮູບ​ແກະສະຫລັກ ແລະ ຮູບເຄົາລົບ​ທັງ​ຫລາຍ.

ທີ່​ຢູ່​ໃນ​ວິຫານ​ແຫ່ງ​ພະ​ທັງຫລາຍ​ຂອງ​ເຈົ້າ.

ເຮົາ​ຈະ​ຕຽມ​ຂຸມ​ຝັງ​ສົບ​ຂອງ​ເຈົ້າ,

ເພາະ​ເຈົ້າ​ຊົ່ວຊ້າ”.

ເບິ່ງ​ແມ, ຢູ່​ເທິງ​ພູເຂົາ​ນັ້ນ,

ຕີນ​ຂອງ​ຜູ້​ນຳ​ຂ່າວ​ດີ​ມາ,

ຜູ້​ປະກາດ​ສັນຕິສຸກ!

ຢູດາ​ເອີຍ, ຈົ່ງ​ສະຫລອງ​ເທດສະການ​ຕ່າງໆ​ຂອງ​ເຈົ້າ

ແລະ ເຮັດ​ຕາມ​ຄຳປະຕິຍານ​ຂອງ​ເຈົ້າ.

ຄົນ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຮຸກຮານ​ເຈົ້າ​ອີກ;

ພວກເຂົາ​ຈະ​ຖືກ​ທຳລາຍ​ຈົນ​ໝົດ.

Source notes (2)
  1. Footnote ຫລື ພວກເຈົ້າ​ວາງ​ແຜນ​ຕໍ່ສູ້​ພຣະເຈົ້າ​ຢາເວ​ຢ່າງ​ໃດ ພຣະອົງ​ກໍ​ຈະ​ນຳ​ມັນ​ມາ​ໃຫ້
  2. Footnote ໃນ​ພາສາ​ເຮັບເຣີ ຂໍ້​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.