Skip to content
BibleKenya

Biblica® Open Lao Contemporary Version

ມີກາ 7

ຄວາມ​ທຸກຍາກ​ຂອງ​ອິດສະຣາເອນ

ໝົດ​ຫວັງ​ແລ້ວ​ນໍ!

ຂ້າພະເຈົ້າ​ເປັນ​ເໝືອນ​ຄົນ​ໄປ​ເກັບ​ໝາກໄມ້​ໃນ​ລະດູ​ຮ້ອນ

ຫລັງຈາກ​ເພິ່ນ​ເກັບ​ໝາກອະງຸ່ນ​ໄປ​ໝົດ​ສວນ​ແລ້ວ

ບໍ່​ມີ​ພວງ​ໝາກອະງຸ່ນ​ໃຫ້​ຮັບ​ກິນ​ເລີຍ,

ບໍ່​ມີ​ທັງ​ໝາກເດື່ອ​ຕົ້ນ​ລະດູ​ທີ່​ຂ້າພະເຈົ້າ​ຢາກ​ກິນ.

ຄົນ​ຊອບທຳ​ນັ້ນ​ຖືກ​ກວາດ​ໄປ​ຈາກ​ແຜ່ນດິນ;

ບໍ່​ມີ​ຄົນ​ສັດຊື່​ເຫລືອ​ຢູ່​ແມ່ນ​ແຕ່​ຄົນ​ດຽວ.

ທຸກຄົນ​ດັກ​ລໍຖ້າ​ຂ້າ​ຄົນ;

ພວກເຂົາ​ຕ່າງ​ກໍ​ແກວ່ງ​ຕາໜ່າງ​ດັກ​ພີ່ນ້ອງ​ຂອງ​ຕົນ.

ມື​ທັງ​ສອງ​ເບື້ອງ​ກໍ​ຊຳນານ​ໃນ​ການ​ເຮັດ​ຊົ່ວ;

ຜູ້ປົກຄອງ​ຮຽກຮ້ອງ​ຂອງຂັວນ,

ຜູ້ຕັດສິນ​ຄະດີ​ກໍ​ຮັບ​ສິນບົນ,

ຜູ້​ມີ​ອິດທິພົນ​ກໍ​ສັ່ງ​ການ​ຕາມ​ໃຈ​ມັກ​ຂອງ​ພວກເຂົາ

ພວກເຂົາ​ທັງໝົດ​ຮ່ວມ​ຫົວ​ກັນ.

ແມ່ນ​ແຕ່​ຄົນ​ທີ່​ດີ​ທີ່ສຸດ​ໃນ​ທ່າມກາງ​ພວກເຂົາ​ກໍ​ເປັນ​ເໝືອນ​ຕົ້ນ​ໜາມ,

ຄົນ​ທີ່​ທ່ຽງທຳ​ທີ່ສຸດ​ກໍ​ຊົ່ວ​ຍິ່ງ​ກວ່າ​ຮົ້ວ​ໜາມ.

ມື້​ຂອງ​ຜູ້​ທີ່​ຈັບ​ຕາ​ເບິ່ງ​ເຈົ້າ​ນັ້ນ​ກໍ​ມາ​ເຖິງ​ແລ້ວ,

ເປັນ​ວັນ​ທີ່​ພຣະເຈົ້າ​ມາ​ຫາ​ພວກເຈົ້າ.

ບັດນີ້ ເຖິງ​ເວລາ​ແລ້ວ​ທີ່​ພວກເຂົາ​ຈະ​ສັບສົນ​ວຸ້ນວາຍ.

ຢ່າ​ວາງໃຈ​ເພື່ອນ​ບ້ານ;

ຢ່າ​ໝັ້ນໃຈ​ໃນ​ມິດ​ສະຫາຍ.

ແມ່ນ​ແຕ່​ຍິງ​ທີ່​ນອນ​ຢູ່​ໃນ​ອ້ອມ​ເອິກ​ຂອງ​ພວກເຈົ້າ

ຈົ່ງ​ລະວັງ​ຄຳ​ເວົ້າ​ຂອງ​ຮີມສົບ​ຂອງ​ພວກເຈົ້າ.

ເພາະ​ລູກຊາຍ​ຈະ​ດູຖູກ​ພໍ່​ຂອງ​ຕົນ,

ລູກສາວ​ຈະ​ລຸກຂຶ້ນ​ຕໍ່ຕ້ານ​ແມ່​ຂອງ​ຕົນ,

ລູກໃພ້​ຂັດແຍ້ງ​ກັບ​ແມ່ຍ່າ

ສັດຕູ​ຂອງ​ລາວ​ຈະ​ເປັນ​ຄົນ​ທີ່​ຢູ່​ໃນ​ຄົວ​ເຮືອນ​ຂອງ​ລາວ​ເອງ.

ແຕ່​ສ່ວນ​ຂ້າພຣະເຈົ້າ, ຂ້າພະເຈົ້າ​ຈະ​ມຸ່ງ​ຫວັງ​ໃນ​ພຣະເຈົ້າ​ຢາເວ,

ຂ້າພຣະເຈົ້າ​ລໍຖ້າ​ພຣະເຈົ້າ ພຣະຜູ້ຊ່ວຍ​ຂອງ​ຂ້າພຣະເຈົ້າ;

ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ສຽງ​ຂອງ​ຂ້າພະເຈົ້າ.

ອິດສະຣາເອນ​ຈະ​ລຸກຂຶ້ນ​ມາ

ສັດຕູ​ຂອງ​ຂ້ອຍ, ຢ່າ​ຍິ້ມ​ເຢາະເຢີ້ຍ​ຂ້ອຍ​ເລີຍ!

ເຖິງ​ແມ່ນ​ວ່າ​ຂ້ອຍ​ໄດ້​ລົ້ມ​ລົງ, ຂ້ອຍ​ກໍ​ຈະ​ລຸກຂຶ້ນ​ມາ​ອີກ.

ເຖິງ​ແມ່ນ​ວ່າ​ຂ້ອຍ​ນັ່ງ​ຢູ່​ໃນ​ຄວາມ​ມືດ,

ພຣະເຈົ້າ​ຢາເວ​ກໍ​ຈະ​ເປັນຄວາມ​ສະຫວ່າງ​ຂອງ​ຂ້ອຍ.

ເພາະ​ຂ້າພະເຈົ້າ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ,

ຂ້າພະເຈົ້າ​ກໍ​ຈະ​ທົນ​ຮັບ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ,

ຈົນ​ພຣະອົງ​ວ່າ​ຄະດີ​ຄວາມ​ໃຫ້​ຂ້າພະເຈົ້າ

ແລະ ປົກປ້ອງ​ສິດ​ຂອງ​ຂ້າພຣະເຈົ້າ​ໄວ້.

ພຣະອົງ​ຈະ​ນຳ​ຂ້ອຍ​ອອກ​ມາ​ສູ່​ຄວາມ​ສະຫວ່າງ;

ຂ້າພະເຈົ້າ​ຈະ​ເຫັນ​ຄວາມ​ຊອບທຳ​ຂອງ​ພຣະອົງ.

ແລ້ວ​ສັດຕູ​ຂອງ​ຂ້າພະເຈົ້າ​ກໍ​ຈະ​ເຫັນ

ແລະ ຖືກ​ປົກຄຸມ​ດ້ວຍ​ຄວາມ​ອັບອາຍ,

ຜູ້​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ,

“ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”

ຕາ​ຂອງ​ຂ້າພະເຈົ້າ​ກໍ​ຈະ​ເຫັນ​ລາວ​ລົ້ມ​ລົງ

ບັດນີ້​ແຫລະ ລາວ​ຈະ​ຖືກ​ຢຽບ​ຢ່ຳ​ຢູ່​ກ້ອງ​ຕີນ.

ເໝືອນ​ຂີ້ຕົມ​ຢູ່​ເທິງ​ຖະໜົນ.

ມື້​ສ້າງ​ກຳແພງ​ໃຫ້​ເຈົ້າ​ນັ້ນ​ຈະ​ມາ​ເຖິງ,

ເປັນ​ວັນ​ທີ່​ຈະ​ຂະຫຍາຍ​ເຂດແດນ​ຂອງ​ເຈົ້າ​ອອກ​ໄປ.

ໃນ​ມື້​ນັ້ນ ຄົນ​ທັງຫລາຍ​ຈະ​ມາ​ຫາ​ເຈົ້າ

ຈາກ​ອັດຊີເຣຍ ແລະ ເມືອງ​ຕ່າງໆ​ຂອງ​ເອຢິບ,

ເຖິງ​ແມ່ນ​ວ່າ​ຈາກ​ເອຢິບ​ໄປ​ຫາ​ເອີຟຣັດ

ຈາກ​ທະເລ​ໄປ​ຫາ​ທະເລ

ແລະ ຈາກ​ພູເຂົາ​ໄປ​ຫາ​ພູເຂົາ.

ແຜ່ນດິນ​ໂລກ​ຈະ​ແຫ້ງແລ້ງ​ເພາະ​ຊາວ​ໂລກ.

ນັ້ນ​ເປັນ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກເຂົາ.

ຄຳ​ອະທິຖານ ແລະ ສັນລະເສີນ

ຂໍ​ໂຜດ​ລ້ຽງດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄມ້ຄ້ອນເທົ້າ​ຂອງ​ພຣະອົງ,

ລ້ຽງດູ​ຝູງ​ແກະ​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ,

ເຊິ່ງ​ດຳລົງ​ຊີວິດ​ດ້ວຍ​ຕົນ​ເອງ​ຢູ່​ໃນ​ປ່າ,

ໃນ​ທົ່ງຫຍ້າ​ທີ່​ອຸດົມສົມບູນ.1

ໃຫ້​ພວກເຂົາ​ຫາ​ກິນ​ໃນ​ບາຊານ ແລະ ກີເລອາດ

ເໝືອນ​ໃນ​ອະດີດ​ດົນ​ມາ​ແລ້ວ.

“ເໝືອນ​ເມື່ອ​ຄັ້ງ​ທີ່​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ

ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ເຫັນ​ການ​ອັດສະຈັນ​ຂອງ​ເຮົາ”.

ປະຊາຊາດ​ທັງຫລາຍ​ຈະ​ເຫັນ ແລະ ຕ້ອງ​ອັບອາຍ,

ແລະ ສູນເສຍ​ອຳນາດ​ທັງໝົດ​ຂອງ​ພວກເຂົາ.

ພວກເຂົາ​ຈະ​ເອົາ​ມື​ຂອງ​ພວກເຂົາ​ປິດ​ປາກ​ຕົນ​ເອງ

ແລະ ຫູ​ຂອງ​ພວກເຂົາ​ກໍ​ຈະ​ໜວກ​ໄປ.

ພວກເຂົາ​ຈະ​ເລຍ​ຝຸ່ນ​ເໝືອນ​ງູ

ເໝືອນ​ສິ່ງ​ມີ​ຊີວິດ​ທີ່​ເລືອຄານ​ຢູ່​ຕາມ​ພື້ນດິນ.

ພວກເຂົາ​ຈະ​ໂຕ​ສັ່ນ​ເຊັນ​ອອກ​ມາ​ຈາກ​ຖ້ຳ​ຂອງ​ພວກເຂົາ

ພວກເຂົາ​ຈະ​ຫັນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ

ແລະ ຈະ​ຢ້ານ​ພຣະອົງ.

ຜູ້ໃດ​ທີ່​ເປັນ​ພຣະເຈົ້າ​ເໝືອນ​ກັບ​ພຣະອົງ,

ຜູ້​ທີ່​ອະໄພ​ບາບ ແລະ ອະໄພ​ການ​ລ່ວງລະເມີດ

ຂອງ​ຄົນ​ທີ່​ເຫລືອ​ພຽງ​ຢິບ​ມື ເຊິ່ງ​ເປັນ​ກຳມະສິດ​ຂອງ​ພຣະອົງ?

ພຣະອົງ​ບໍ່​ໄດ້​ໃຈຮ້າຍ​ຢູ່​ຕະຫລອດໄປ

ແຕ່​ປີຕິຍິນດີ​ທີ່​ຈະ​ສະແດງ​ຄວາມ​ເມດຕາ.

ພຣະອົງ​ຈະ​ເອັນ​ເມດຕາ​ສົງສານ​ພວກເຮົາ​ອີກ;

ຈະ​ຢຽບ​ບາບ​ທັງຫລາຍ​ຂອງ​ພວກເຮົາ​ໄວ້​ກ້ອງ​ຕີນ

ແລະ ແກວ່ງ​ຄວາມ​ຊົ່ວຊ້າ​ທັງໝົດ​ຂອງ​ພວກເຮົາ​ລົງ​ສູ່​ທະເລ​ເລິກ.

ພຣະອົງ​ຈະ​ສັດຊື່​ຕໍ່​ຢາໂຄບ,

ແລະ ຈະ​ສະແດງ​ຄວາມ​ເມດຕາ​ແກ່​ອັບຣາຮາມ,

ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ

ແຕ່​ດົນ​ນານ​ມາ​ແລ້ວ.

Source notes (1)
  1. Footnote ຫລື ກາງ​ພູເຂົາ​ກາເມນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.