Biblica® Open Lao Contemporary Version
ມີກາ 6
ພຣະເຈົ້າຢາເວສູ້ຄວາມອິດສະຣາເອນ
ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວດັ່ງນີ້:
“ຈົ່ງລຸກຢືນຂຶ້ນ, ສະເໜີຄະດີຄວາມຂອງເຈົ້າຕໍ່ໜ້າພູເຂົາທັງຫລາຍ
ແລະ ໃຫ້ບັນດາໂນນພູທັງຫລາຍຟັງສິ່ງທີ່ເຈົ້າເວົ້າ,
“ພູເຂົາທັງຫລາຍ, ຈົ່ງຟັງການກ່າວໂທດຂອງພຣະເຈົ້າຢາເວ;
ຈົ່ງຟັງ, ເຈົ້າຜູ້ເປັນຮາກຖານອັນໝັ້ນຄົງຂອງໂລກ.
ເພາະພຣະເຈົ້າຢາເວມີຄະດີຄວາມກັບປະຊາຊົນຂອງພຣະອົງ;
ພຣະອົງຕັ້ງຂໍ້ກ່າວຫາອິດສະຣາເອນ.
“ປະຊາຊົນຂອງເຮົາ ເຮົາໄດ້ເຮັດຫຍັງໃຫ້ພວກເຈົ້າ?
ເຮົາໄດ້ໃສ່ພາລະອັນໃດໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາ.
ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບ
ແລະ ໄດ້ໄຖ່ພວກເຈົ້າຈາກດິນແດນແຫ່ງຂ້າທາດ.
ເຮົາໄດ້ສົ່ງໂມເຊມາເພື່ອນຳພາພວກເຈົ້າ,
ພ້ອມທັງອາໂຣນ ແລະ ມີຣີອາມ.
ປະຊາຊົນຂອງເຮົາ, ຈົ່ງລະນຶກເຖິງ
ກະສັດບາຫລາກແຫ່ງໂມອາບ ທີ່ພະຍາຍາມຈະເຮັດໃຫ້ພວກເຈົ້າຖືກສາບແຊ່ງ.
ແຕ່ບາລາອາມ ລູກຊາຍຂອງເບອໍກໍໄດ້ຕອບເພິ່ນ.
ຈົ່ງລະນຶກເຖິງການເດີນທາງຂອງພວກເຈົ້າຈາກຊິດຕິມໄປຫາກິນການ,
ເພື່ອພວກເຈົ້າຈະໄດ້ຮູ້ເຖິງຄວາມສັດຊື່ຂອງພຣະເຈົ້າຢາເວ”.
ຂ້າພະເຈົ້າຈະນຳສິ່ງໃດມາຕໍ່ໜ້າພຣະເຈົ້າຢາເວ
ແລະ ກາບລົງຕໍ່ພຣະເຈົ້າຜູ້ສູງສຸດ?
ຂ້າພະເຈົ້າຈະຕ້ອງເຂົ້າພົບພຣະອົງດ້ວຍເຄື່ອງເຜົາບູຊາ,
ດ້ວຍລູກງົວທັງຫລາຍທີ່ມີອາຍຸໜຶ່ງປີບໍ?
ພຣະເຈົ້າຢາເວຈະພໍໃຈແກະເປັນພັນໆໂຕ,
ແລະ ສາຍນ້ຳມັນເປັນໝື່ນໆສາຍບໍ?
ຂ້າພະເຈົ້າຈະຕ້ອງຖວາຍລູກຫົວປີເພື່ອການລ່ວງລະເມີດຂອງຂ້າພະເຈົ້າ,
ຖວາຍເຊື້ອສາຍຂອງຂ້າພຣະເຈົ້າເພື່ອບາບແຫ່ງຈິດວິນຍານຂອງຂ້າພະເຈົ້າບໍ?
ໂອ ມະນຸດ, ພຣະອົງໄດ້ສະແດງແກ່ພວກເຈົ້າແລ້ວວ່າອັນໃດດີ.
ແລະ ສິ່ງທີ່ພຣະເຈົ້າຢາເວຕ້ອງການຈາກພວກເຈົ້າຄືອັນໃດ?
ຄືຈົ່ງປະພຶດຢ່າງທ່ຽງທຳ ແລະ ຮັກຄວາມເມດຕາກະລຸນາ
ແລະ ດຳເນີນຊີວິດຢ່າງຖ່ອມໃຈ1ໄປກັບພຣະເຈົ້າຂອງພວກເຈົ້າ.
ຄວາມຜິດ ແລະ ການລົງໂທດຂອງອິດສະຣາເອນ
ຈົ່ງຟັງ! ພຣະເຈົ້າຢາເວກຳລັງເອີ້ນເຢຣູຊາເລັມ
ເປັນການສະຫລາດທີ່ຈະການຢຳເກງນາມພຣະອົງ
“ຈົ່ງຟັງ ເຜົ່າທີ່ຊຸມນຸມກັນຢູ່ໃນນະຄອນນັ້ນ.2
ເຮືອນຂອງຄົນຊົ່ວຮ້າຍ, ຈະໃຫ້ເຮົາລືມຊັບສົມບັດທີ່ເຈົ້າໄດ້ມາຢ່າງບໍ່ສັດຊື່,
ແລະ ລືມເຄື່ອງຕວງຄົດໂກງ3ທີ່ຖືກສາບແຊ່ງບໍ?
ຈະໃຫ້ເຮົາຍອມປ່ອຍຄົນທີ່ໃຊ້ເຄື່ອງຊັ່ງທີ່ບໍ່ຖືກຕ້ອງ
ແລະ ມີຕາຊິງຄົດໂກງໄປບໍ?
ຄົນຮັ່ງມີຂອງເຈົ້ານັ້ນໂຫດຮ້າຍທາລຸນ
ແລະ ຄົນຂອງເຈົ້າກໍເປັນຄົນຂີ້ຕົວະ
ແລະ ລິ້ນຂອງພວກເຂົາກໍເວົ້າແຕ່ຄຳຫລອກລວງ.
ເຫດສະນັ້ນ ເຮົາຈຶ່ງໄດ້ເລີ່ມທີ່ຈະທຳລາຍເຈົ້າ;
ທຳລາຍລ້າງເຈົ້າເພາະບາບທັງຫລາຍຂອງເຈົ້າ.
ເຈົ້າຈະກິນ ແຕ່ກໍບໍ່ອິ່ມ;
ທ້ອງຂອງເຈົ້າກໍຍັງຫວ່າງເປົ່າຢູ່.4
ເຈົ້າຈະສະສົມໄວ້ ແຕ່ກໍບໍ່ມີຫຍັງເຫລືອ.
ເພາະເຮົາຈະມອບສິ່ງທີ່ເຈົ້າສະສົມໄວ້ນັ້ນໃຫ້ແກ່ຄົມດາບ.
ເຈົ້າຈະປູກ ແຕ່ບໍ່ໄດ້ເກັບກ່ຽວ;
ເຈົ້າຈະບີບເອົານ້ຳມັນໝາກກອກ ແຕ່ກໍບໍ່ໄດ້ໃຊ້ເອງ,
ເຈົ້າຈະຍ່ອງໝາກອະງຸ່ນ ແຕ່ກໍບໍ່ໄດ້ດື່ມເຫລົ້າອະງຸ່ນ.
ເຈົ້າໄດ້ຖືຮັກສາກົດເກນຂອງອົມຣິ
ແລະ ພິທີກຳທັງໝົດຂອງເຮືອນຂອງອາຮາບ
ແລ້ວເຈົ້າກໍເອົາແບບຢ່າງຂອງພວກເພິ່ນ.
ເຫດສະນັ້ນ ເຮົາຈະປ່ອຍໃຫ້ເຈົ້າພິນາດ
ປະຊາຊົນຂອງເຈົ້າຈະຖືກເຢາະເຢີ້ຍ;
ເຈົ້າຈະເປັນທີ່ດູຖູກຈາກປະຊາຊາດທັງຫລາຍ5”.
Source notes (5)
- Footnote ຫລື ດ້ວຍຄວາມລະມັດລະວັງ
- Footnote ໃນພາສາເຮັບເຣີບັນທັດນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ພາສາເຮັບເຣີວ່າ ເອຟາທີ່ບໍ່ໄດ້ມາດຕະຖານ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ພາສາເຮັບເຣີວ່າ ເຈົ້າຈະເປັນທີ່ເຢາະເຢີ້ຍຢ່າງທີ່ປະຊາຊົນຂອງເຮົາຄວນຈະໄດ້ຮັບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.