Biblica® Open Lao Contemporary Version
ມີກາ 5
ຜູ້ປົກຄອງຕາມພຣະສັນຍາຈະມາຈາກເບັດເລເຮັມ
ນະຄອນແຫ່ງກອງທະຫານ, ຈົ່ງຈັດທັບ,1
ເພາະສັດຕູມາລ້ອມເມືອງຂອງພວກເຮົາແລ້ວ.
ພວກເຂົາຈະເອົາໄມ້ແສ້ຟາດແກ້ມ
ຂອງຜູ້ປົກຄອງຂອງອິດສະຣາເອນ.
“ສ່ວນເຈົ້າ, ເບັດເລເຮັມ ເອຟຣາທາ,
ເຖິງແມ່ນເຈົ້າຈະເປັນຜູ້ເລັກນ້ອຍໃນທ່າມກາງຕະກຸນຕ່າງໆ2ຂອງຢູດາຍ,
ແຕ່ຈະມີຜູ້ໜຶ່ງອອກມາຈາກເຈົ້າເພື່ອເຮົາ
ເປັນຜູ້ທີ່ຈະຄອບຄອງອິດສະຣາເອນ,
ຜູ້ນັ້ນມີທີ່ມາ3 ທີ່ມາຈາກສະໄໝກ່ອນ
ຈາກສະໄໝບູຮານ”.
ເຫດສະນັ້ນ ອິດສະຣາເອນຈະຖືກປະຖິ້ມ
ຈົນກວ່າເມື່ອເຖິງເວລາທີ່ແມ່ຍິງທີ່ກຳລັງເຈັບມົດລູກນັ້ນເກີດລູກຊາຍແລ້ວ,
ແລະ ພີ່ນ້ອງອື່ນໆຂອງຜູ້ນັ້ນ
ກັບມາສົມທົບກັນກັບຊົນຊາດອິດສະຣາເອນ.
ເພິ່ນຈະຢຶດໝັ້ນ ແລະ ລ້ຽງດູຝູງແກະຂອງເພິ່ນ
ໂດຍກຳລັງຂອງພຣະເຈົ້າຢາເວ
ໂດຍບາລະມີແຫ່ງນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
ແລະ ພວກເຂົາຈະມີຊີວິດຢູ່ຢ່າງໝັ້ນຄົງປອດໄພ
ເພາະຄວາມຍິ່ງໃຫຍ່ຂອງເພິ່ນຈະແຜ່ເຖິງສຸດປາຍແຜ່ນດິນໂລກ.
ແລະ ເພິ່ນຈະນຳສັນຕິສຸກມາໃຫ້ພວກເຮົາ
ເມື່ອຄັ້ງທີ່ອັດຊີເຣຍຮຸກຮານດິນແດນຂອງພວກເຮົາ
ແລະ ເດີນທັບຜ່ານປ້ອມປ້ອງກັນຂອງພວກເຮົາ.
ເຮົາຈະຕັ້ງຄົນລ້ຽງແກະເຈັດຄົນ,
ຜູ້ບັນຊາການແປດຄົນດ້ວຍ,
ພວກເຂົາຈະປົກຄອງ4ດິນແດນອັດຊີເຣຍດ້ວຍດາບ,
ປົກຄອງດິນແດນຂອງນິມໂຣດດ້ວຍດາບທີ່ຊັກອອກ.5
ຜູ້ນັ້ນຈະກອບກູ້ພວກເຮົາອອກຈາກອັດຊີເຣຍ
ເມື່ອພວກເຂົາມາຮຸກຮານດິນແດນຂອງພວກເຮົາ
ແລະ ເດີນທັບເຂົ້າມາໃນເຂດແດນຂອງພວກເຮົາ.
ຄົນທີ່ເຫລືອຂອງຢາໂຄບ
ຈະຢູ່ທ່າມກາງຊົນຊາດທັງຫລາຍ
ເໝືອນນ້ຳຄ້າງຈາກພຣະເຈົ້າຢາເວ
ເໝືອນສາຍຝົນທີ່ໂຮຍລົງເທິງຫຍ້າ,
ເຊິ່ງບໍ່ຕ້ອງລໍຖ້າຜູ້ໃດ
ຫລື ເພິ່ງພາມະນຸດ.
ຄົນທີ່ເຫລືອຂອງຢາໂຄບຈະຢູ່ໃນທ່າມກາງປະຊາຊາດທັງຫລາຍ,
ຢູ່ທ່າມກາງຊົນຊາດຕ່າງໆ
ເໝືອນດັ່ງໂຕສິງທີ່ຢູ່ໃນທ່າມກາງສັດປ່າ,
ເໝືອນສິງໜຸ່ມທີ່ຢູ່ໃນທ່າມກາງຝູງແກະ,
ເຊິ່ງຢຽບຢ່ຳ ແລະ ທຳລາຍຂະນະທີ່ຍ່າງໄປ,
ໂດຍບໍ່ມີຜູ້ໃດຊ່ວຍໄດ້.
ເຈົ້າຈະຍົກມືຂຶ້ນດ້ວຍໄຊຊະນະເໜືອສັດຕູທັງຫລາຍຂອງພວກເຈົ້າ,
ແລະ ສັດຕູທັງໝົດຂອງພວກເຈົ້າຈະຖືກທຳລາຍ.
ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ ເຮົາຈະທຳລາຍມ້າທັງຫລາຍຂອງພວກເຈົ້າໃຫ້ໝົດໄປຈາກພວກເຈົ້າ
ແລະ ທຳລາຍບັນດາລົດມ້າຂອງພວກເຈົ້າ.
ເຮົາຈະທຳລາຍເມືອງຕ່າງໆໃນດິນແດນຂອງພວກເຈົ້າ
ແລະ ທຳລາຍທີ່ໝັ້ນທັງໝົດຂອງພວກເຈົ້າ.
ເຮົາຈະທຳລາຍພວກແມ່ມົດຂອງພວກເຈົ້າ
ແລະ ພວກເຈົ້າຈະບໍ່ໃຊ້ເວດມົນຄາຖາອີກຕໍ່ໄປ.
ເຮົາຈະທຳລາຍຮູບເຄົາລົບທັງຫລາຍຂອງພວກເຈົ້າ;
ແລະ ຫີນສັກສິດທ່າມກາງພວກເຈົ້າໃຫ້ໝົດໄປ;
ພວກເຈົ້າຈະບໍ່ກົ້ມກາບ
ສິ່ງທີ່ມືຂອງພວກເຈົ້າເຮັດຂຶ້ນມາອີກຕໍ່ໄປ.
ເຮົາຈະຮື້ຖອນເສົາເຈົ້າແມ່ອາເຊຣາທີ່ຢູ່ທ່າມກາງພວກເຈົ້າອອກໄປ
ແລະ ທຳລາຍເມືອງຕ່າງໆຂອງພວກເຈົ້າ.
ເຮົາຈະແກ້ແຄ້ນດ້ວຍຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາ
ແກ່ຊົນຊາດຕ່າງໆທີ່ບໍ່ເຊື່ອຟັງເຮົາ”.
Source notes (5)
- Footnote ຫລື ນະຄອນແຫ່ງປ້ອມປ້ອງກັນ ຈົ່ງເສີມກຳແພງຂອງເຈົ້າ
- Footnote ຫລື ຜູ້ປົກຄອງ
- Footnote ພາສາເຮັບເຣີວ່າ ຜູ້ນັ້ນອອກໄປຈາກ
- Footnote ຫລື ຍ່ອງ
- Footnote ຫລື ນິມໂຣດໃນປະຕູເມືອງຂອງມັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.