Skip to content
BibleKenya

Biblica® Open Lao Contemporary Version

ມີກາ 4

ພູເຂົາ​ຂອງ​ພຣະເຈົ້າ​ຢາເວ

(ອຊຢ 2:1-4)

ໃນ​ບັ້ນປາຍ

ພູເຂົາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຕັ້ງ​ຢູ່​ຈະ​ໄດ້​ຮັບ​ການ​ສະຖາປະນາ

ໃຫ້​ເປັນ​ເອກ​ໃນ​ທ່າມກາງ​ພູເຂົາ​ທັງຫລາຍ;

ວິຫານ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ເໜືອ​ບັນດາ​ເນີນພູ​ທັງຫລາຍ,

ແລະ ຄົນ​ທັງຫລາຍ​ຈະ​ຫລັ່ງໄຫລ​ໄປ​ບ່ອນ​ນັ້ນ.

ປະຊາຊາດ​ທັງຫລາຍ​ຈະ​ມາ ແລະ ກ່າວ​ວ່າ,

“ຈົ່ງ​ມາ, ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ,

ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ.

ພຣະອົງ​ຈະ​ສອນ​ວິຖີທາງ​ຂອງ​ພຣະອົງ​ໃຫ້​ພວກເຮົາ,

ເພື່ອ​ພວກເຮົາ​ຈະ​ເດີນ​ໃນ​ວິຖີທາງ​ຂອງ​ພຣະອົງ”.

ກົດບັນຍັດ​ຈະ​ອອກ​ມາ​ຈາກ​ຊີໂອນ,

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ຈະ​ອອກ​ມາ​ຈາກ​ເຢຣູຊາເລັມ.

ພຣະອົງ​ຈະ​ຕັດສິນ​ຄວາມ​ລະຫວ່າງ​ຊົນຊາດ​ທັງຫລາຍ

ແລະ ຈະ​ຢຸດຕິ​ກໍລະນີ​ຜິດພາດ​ໃຫ້​ຊາດ​ມະຫາ​ອຳນາດ​ທັງຫລາຍ​ທີ່​ຢູ່​ໄກ ແລະ ຢູ່​ໃກ້.

ພວກເຂົາ​ຈະ​ຕີ​ດາບ​ຂອງ​ພວກເຂົາ​ໃຫ້​ເປັນ​ໝາກກະສົບໄຖ

ແລະ ຕີ​ຫອກ​ຂອງ​ພວກເຂົາ​ໃຫ້​ເປັນ​ມີດຕັດ​ກິ່ງໄມ້.

ຊົນຊາດ​ທັງຫລາຍ​ຈະ​ເຊົາ​ສູ້ຮົບ​ກັນ,

ພວກເຂົາ​ຈະ​ບໍ່​ມີ​ການ​ຝຶກ​ສູ້ຮົບ​ອີກ​ຕໍ່​ໄປ,

ທຸກຄົນ​ຈະ​ນັ່ງ​ຢູ່​ກ້ອງ​ເຄືອອະງຸ່ນ​ຂອງ​ຕົນ​ເອງ

ແລະ ກ້ອງ​ຕົ້ນ​ໝາກເດື່ອ​ຂອງ​ຕົນ​ເອງ,

ແລະ ຈະ​ບໍ່​ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ຢ້ານ,

ເພາະ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ແລ້ວ.

ທຸກ​ຊົນຊາດ​ອາດ​ຈະ​ດຳເນີນ

ໃນ​ນາມ​ຂອງ​ພະ​ຂອງ​ຕົນ,

ສ່ວນ​ພວກເຮົາ​ຈະ​ດຳເນີນ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ

ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດ​ໄປ​ເປັນ​ນິດ.

ແຜນການ​ຂອງ​ພຣະເຈົ້າ​ຢາເວ

ພຣະເຈົ້າ​ຢາເວ​ປະກາດ​ວ່າ,

“ໃນ​ວັນ​ນັ້ນ, ເຮົາ​ຈະ​ເຕົ້າໂຮມ​ຄົນ​ຂາ​ພິການ;

ເຮົາ​ຈະ​ຮວບຮວມ​ບັນດາ​ຊະເລີຍ

ແລະ ບັນດາ​ຄົນ​ທີ່​ເຮົາ​ໃຫ້​ພົບ​ກັບ​ຄວາມ​ໂສກເສົ້າ.

ເຮົາ​ຈະ​ໃຫ້​ຄົນ​ຂາ​ພິການ​ເປັນ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ເຮົາ,

ໃຫ້​ບັນດາ​ຄົນ​ທີ່​ຖືກ​ເນລະເທດ​ເປັນ​ຊາດ​ທີ່​ແຂງແຮງ.

ພຣະເຈົ້າ​ຢາເວ​ຈະ​ປົກຄອງ​ພວກເຂົາ​ຢູ່​ໃນ​ພູເຂົາ​ຊີໂອນ

ຕັ້ງແຕ່​ວັນ​ນັ້ນ ແລະ ຕະຫລອດ​ໄປ.

ສ່ວນ​ເຈົ້າ, ຜູ້​ເປັນ​ຫໍຄອຍ​ເຝົ້າຍາມ​ຂອງ​ຝູງແກະ,

ເປັນ​ທີ່​ໝັ້ນ1​ຂອງ​ລູກສາວ​ແຫ່ງ​ຊີໂອນ,2

ອຳນາດ​ເດີມ​ຈະ​ກັບ​ຄືນ​ມາ​ເປັນ​ຂອງ​ເຈົ້າ;

ລູກ​ສາວ​ແຫ່ງ​ເຢຣູຊາເລັມ3​ຈະ​ໄດ້​ຮັບ​ອຳນາດ​ຄອບຄອງ”.

ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ດັງ

ເຈົ້າ​ບໍ່​ມີ​ກະສັດ​ບໍ?

ທີ່​ປຶກສາ​ຂອງ​ເຈົ້າ​ພິນາດ​ໄປ​ແລ້ວ​ບໍ?

ເຈົ້າ​ຈຶ່ງ​ເຈັບ​ປວດ​ເໝືອນ​ແມ່ຍິງ​ກຳລັງ​ເກີດ​ລູກ.

ລູກສາວ​ແຫ່ງ​ຊີໂອນ, ຈົ່ງ​ດີ້ນ​ດ້ວຍ​ຄວາມ​ເຈັບ​ປວດ,

ເໝືອນ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ,

ເພາະ​ບັດນີ້​ເຈົ້າ​ຈະ​ຕ້ອງ​ຈາກ​ເມືອງ

ໄປ​ຕັ້ງ​ຄ້າຍພັກ​ຢູ່​ກາງ​ທົ່ງນາ.

ເຈົ້າ​ຈະ​ໄປ​ທີ່​ບາບີໂລນ;

ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຢູ່​ບ່ອນ​ນັ້ນ.

ພຣະເຈົ້າ​ຢາເວ​ຈະ​ໄຖ່​ເຈົ້າ

ອອກ​ຈາກ​ມື​ຂອງ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ຢູ່​ບ່ອນ​ນັ້ນ.

ແຕ່​ບັດນີ້​ຫລາຍ​ຊົນຊາດ

ໄດ້​ຮວມ​ໂຕ​ກັນ​ມາ​ສູ້ຮົບ​ກັບ​ເຈົ້າ.

ພວກເຂົາ​ກ່າວ​ວ່າ, “ໃຫ້​ຊີໂອນ​ເປັນ​ມົນທິນ,

ໃຫ້​ຕາ​ຂອງ​ພວກເຮົາ​ໄດ້​ເບິ່ງ​ຊີໂອນ​ດ້ວຍ​ຄວາມ​ສະໃຈ!”

ແຕ່​ພວກເຂົາ​ບໍ່​ຮູ້

ຄວາມຄິດ​ຂອງ​ພຣະເຈົ້າ​ຢາເວ;

ພວກເຂົາ​ບໍ່​ເຂົ້າໃຈ​ແຜນການ​ຂອງ​ພຣະອົງ,

ທີ່​ພຣະອົງ​ໄດ້​ຮວບຮວມ​ພວກເຂົາ​ເໝືອນ​ຮວບຮວມ​ຟ່ອນ​ເຂົ້າ​ມາ​ສູ່​ລານ​ຟາດ​ເຂົ້າ.

“ລູກສາວ​ແຫ່ງ​ຊີໂອນ, ຈົ່ງ​ລຸກ​ຂຶ້ນ​ຟາດ​ເຂົ້າ,

ເພາະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຂົາ​ເປັນ​ເຫລັກ;

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ກີບຕີນ​ເປັນ​ທອງສຳລິດ,

ແລະ ເຈົ້າ​ຈະ​ບົດ​ຫລາຍ​ຊາດ​ໃຫ້​ມຸ່ນ​ໄປ”.

ພວກທ່ານ​ຈະ​ຖວາຍ​ສິ່ງ​ທີ່​ພວກເຂົາ​ໄດ້​ມາ​ໂດຍ​ບໍ່​ຊອບທຳ​ນັ້ນ​ແກ່​ພຣະເຈົ້າ​ຢາເວ,

ຖວາຍ​ຄວາມ​ຮັ່ງມີ​ຂອງ​ພວກເຂົາ​ແກ່​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ໂລກ​ນີ້​ທັງໝົດ.

Source notes (3)
  1. Footnote ຫລື ໂນນພູ
  2. Footnote ຄື ຊາວ​ເຢຣູຊາເລັມ ເຊັ່ນ​ດຽວ​ກັບ​ຂໍ້ 10 ແລະ 13
  3. Footnote ຄື ຊາວ​ເຢຣູຊາເລັມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.