Skip to content
BibleKenya

Biblica® Open Lao Contemporary Version

ມີກາ 3

ຕຳໜິ​ຜູ້ນຳ ແລະ ຜູ້​ທຳນວາຍ

ແລ້ວ​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ,

“ບັນດາ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ,

ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ.

ພວກທ່ານ​ຄວນ​ຈະ​ຮູ້​ຈັກ​ຄວາມ​ຍຸຕິທຳ​ບໍ່​ແມ່ນ​ບໍ?

ພວກທ່ານ​ຊັງ​ຄວາມ​ດີ ແລະ ຮັກ​ຄວາມ​ຊົ່ວ;

ພວກທ່ານ​ຜູ້​ຈີກ​ໜັງ​ປະຊາຊົນ​ຂອງ​ເຮົາ

ແລະ ຈີກ​ຊີ້ນ​ຈາກ​ກະດູກ​ຂອງ​ພວກເຂົາ;

ຜູ້​ກິນ​ຊີ້ນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ,

ລອກ​ໜັງ​ຂອງ​ພວກເຂົາ​ອອກ

ແລະ ຫັກ​ກະດູກ​ເປັນ​ຕ່ອນ​ນ້ອຍໆ;

ຜູ້​ຫັ່ນ​ພວກເຂົາ​ເໝືອນ​ຫັ່ນ​ຊີ້ນ​ໃສ່​ກະທະ,

ເໝືອນ​ຫັ່ນ​ຊີ້ນ​ໃສ່​ໝໍ້”

ຫລັງຈາກນັ້ນ ພວກເຂົາ​ຈະ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ,

ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຂົາ.

ເທື່ອ​ນັ້ນ​ພຣະອົງ​ຈະ​ເຊື່ອງ​ໃບໜ້າ​ຂອງພຣະອົງ​ຈາກ​ພວກເຂົາ

ເພາະ​ຄວາມ​ຊົ່ວ​ທີ່​ພວກເຂົາ​ໄດ້​ເຮັດ.

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:

“ສຳລັບ​ບັນດາ​ຜູ້ທຳນວາຍ

ຜູ້​ທີ່​ນຳ​ປະຊາຊົນ​ຂອງ​ເຮົາ​ຕະເຫລີດ​ໄປ,

ຫາກ​ຜູ້ໃດ​ລ້ຽງດູ​ພວກເຂົາ

ພວກເຂົາ​ກໍ​ຈະ​ປະກາດ​ວ່າ ‘ຈົ່ງ​ມີ​ສັນຕິສຸກ’

ຜູ້ໃດ​ບໍ່​ລ້ຽງດູ​ພວກເຂົາ

ພວກເຂົາ​ກໍ​ຕຽມ​ຈະ​ເຮັດ​ເສິກ​ນໍາ​ຜູ້​ນັ້ນ.

ເຫດສະນັ້ນ ຄ່ຳ​ຄືນ​ຈະ​ມາ​ເຖິງ​ພວກເຈົ້າ ພວກເຈົ້າ​ຈະ​ບໍ່​ເຫັນ​ນິມິດ​ໃດໆ,

ແລະ ຄວາມ​ມືດ​ມາ​ເຖິງ​ເຈົ້າ ບໍ່​ມີ​ການ​ທຳນວາຍ​ໃດໆ.

ຕາເວັນ​ຈະ​ລັບ​ໄປ​ສຳລັບ​ບັນດາ​ຜູ້ທຳນວາຍ,

ແລະ ກາງເວັນ​ຈະ​ມືດ​ໄປ​ສຳລັບ​ພວກເຂົາ.

ຜູ້ພະຍາກອນ​ຈະ​ຖືກ​ອັບອາຍ

ແລະ ໝໍດູ​ຈະ​ຂາຍໜ້າ.

ພວກເຂົາ​ທຸກຄົນ​ຈະ​ເອົາ​ມື​ປິດ​ໜ້າ​ຂອງ​ຕົນ

ເພາະ​ບໍ່​ມີ​ຄຳ​ຕອບ​ຈາກ​ພຣະເຈົ້າ”.

ແຕ່​ສ່ວນ​ຂ້າພະເຈົ້າ ຂ້າພະເຈົ້າ​ແມ່ນ​ເຕັມ​ດ້ວຍ​ລິດອຳນາດ,

ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ,

ແລະ ເຕັມ​ດ້ວຍ​ຄວາມ​ຍຸຕິທຳ​ກັບ​ກຳລັງ,

ເພື່ອ​ປະກາດ​ໃຫ້​ຢາໂຄບ​ຮູ້​ເຖິງ​ການ​ລ່ວງລະເມີດ​ຂອງ​ເພິ່ນ

ແລະ ໃຫ້​ອິດສະຣາເອນ​ຮູ້​ເຖິງ​ຄວາມ​ບາບ​ຂອງ​ຕົນ.

ພວກທ່ານ​ທີ່​ເປັນ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ,

ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ,

ຜູ້​ຊັງ​ຄວາມ​ຍຸຕິທຳ

ແລະ ບິດ​ເບືອນ​ຄວາມ​ຖືກຕ້ອງ​ທຸກ​ຢ່າງ;

ຜູ້​ສ້າງ​ຊີໂອນ​ຂຶ້ນ​ຈາກ​ການ​ຂ້າ​ຄົນ,

ສ້າງ​ເຢຣູຊາເລັມ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ.

ບັນດາ​ຜູ້ນຳ​ຂອງ​ດິນແດນ​ນີ້​ຕັດສິນ​ຄວາມ​ໂດຍ​ເຫັນ​ແກ່​ສິນບົນ,

ບັນດາ​ປະໂລຫິດ​ຂອງ​ດິນແດນ​ນີ້​ສັ່ງສອນ​ໂດຍ​ເຫັນ​ແກ່​ລາງວັນ,

ແລະ ບັນດາ​ຜູ້ທຳນວາຍ​ຂອງ​ດິນແດນ​ນີ້​ທຳນວາຍ​ເພື່ອ​ເງິນ.

ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ເພິ່ງ​ພາ​ພຣະເຈົ້າ​ຢາເວ ແລະ ກ່າວ​ວ່າ,

“ພຣະເຈົ້າ​ຢາເວ​ຢູ່​ທ່າມກາງ​ພວກເຮົາ​ບໍ່​ແມ່ນ​ບໍ?

ຈະ​ບໍ່​ມີ​ໄພພິບັດ​ໃດ​ມາ​ເຖິງ​ພວກເຮົາ​ເລີຍ”.

ເຫດສະນັ້ນ ເພາະ​ພວກເຈົ້າ

ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ກັບ​ທົ່ງນາ,

ເຢຣູຊາເລັມ​ຈະ​ກາຍເປັນ​ກອງ​ຂີ້ເຫຍື້ອ,

ພູເຂົາ​ທີ່​ເປັນ​ທີ່​ຕັ້ງ​ຂອງ​ວິຫານ​ຈະ​ກາຍເປັນ​ປ່າ​ຮົກ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.