Skip to content
BibleKenya

Biblica® Open Lao Contemporary Version

ມີກາ 2

ແຜນການ​ຂອງ​ມະນຸດ ແລະ ແຜນ​ງານ​ຂອງ​ພຣະເຈົ້າ

ວິບັດ​ແກ່​ບັນດາ​ຜູ້​ທີ່​ວາງ​ແຜນ​ຊົ່ວຮ້າຍ,

ບັນດາ​ຜູ້​ທີ່​ຄິດ​ອຸບາຍ​ຊົ່ວຮ້າຍ​ຂະນະ​ນອນ​ຢູ່​ເທິງ​ຕຽງ​ຂອງ​ຕົນ!

ເມື່ອ​ຮຸ່ງ​ເຊົ້າ​ມາ​ພວກເຂົາ​ກໍ​ດຳເນີນ​ການ​ຕາມ​ແຜນ​ນັ້ນ

ເພາະ​ຢູ່​ໃນ​ອຳນາດ​ທີ່​ພວກເຂົາ​ຈະ​ເຮັດ​ໄດ້.

ພວກເຂົາ​ໂລບ​ຢາກ​ໄດ້​ທີ່​ດິນ ແລະ ກໍ​ຢຶດ​ເອົາ

ແລະ ຢາກ​ໄດ້​ເຮືອນ​ແລ້ວ​ກໍ​ເອົາ​ໄປ.

ພວກເຂົາ​ໄດ້​ໂກງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ,

ພວກເຂົາ​ໄດ້​ໂກງ​ເອົາ​ມໍລະດົກ​ຂອງ​ເພື່ອນ​ມະນຸດ.

ເຫດສະນັ້ນ, ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ:

“ເຮົາ​ກຳລັງ​ວາງ​ແຜນ​ນຳ​ໄພພິບັດ​ມາ​ໃຫ້​ແກ່​ຄົນ​ເຫລົ່ານີ້,

ເຊິ່ງ​ພວກເຈົ້າ​ບໍ່​ມີ​ທາງ​ຊ່ວຍ​ຕົນ​ເອງ​ໃຫ້​ລອດ​ໄປ​ໄດ້​ເລີຍ.

ພວກເຈົ້າ​ຈະ​ບໍ່​ຍ່າງ​ອວດອົ່ງ​ອີກ​ຕໍ່​ໄປ,

ເພາະ​ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ພິນາດ.

ໃນ​ມື້​ນັ້ນ​ຄົນ​ທັງຫລາຍ​ຈະ​ເຢາະເຢີ້ຍ​ພວກເຈົ້າ;

ພວກເຂົາ​ຈະ​ເຢາະເຢີ້ຍ​ພວກເຈົ້າ​ດ້ວຍ​ເພງ​ໂສກເສົ້າ​ບົດ​ນີ້​ວ່າ:

‘ພວກເຮົາ​ຖືກ​ທຳລາຍ​ໃຫ້​ພັງ​ພິນາດ;

ເຄື່ອງຂອງ​ທີ່​ເປັນ​ກຳມະສິດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ອຍ​ຖືກ​ຢຶດ​ໄປ​ແບ່ງ​ກັນ.

ພຣະອົງ​ຢຶດ​ເອົາ​ໄປ​ຈາກ​ຂ້ອຍ​ແລ້ວ!

ພຣະອົງ​ມອບ​ທີ່​ດິນ​ຂອງ​ພວກເຮົາ​ໃຫ້​ແກ່​ບັນດາ​ຄົນ​ທໍລະຍົດ’ ”

ເຫດສະນັ້ນ ພວກເຈົ້າ​ຈະ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ໃນ​ຊຸມຊົນ​ຂອງ​ພຣະເຈົ້າ​ຢາເວ

ມາ​ຈັບ​ສະຫລາກ​ແບ່ງ​ດິນແດນ.

ຜູ້ທຳນວາຍ​ປອມ

ບັນດາ​ຜູ້ທຳນວາຍ​ຂອງ​ພວກເຂົາ​ກ່າວ​ວ່າ, “ຢ່າ​ທຳນວາຍ”,

“ຢ່າ​ທຳນວາຍ​ກ່ຽວກັບ​ສິ່ງ​ທັງຫລາຍ​ເຫລົ່ານີ້;

ຄວາມ​ອັບອາຍ​ຈະ​ມາ​ບໍ່​ເຖິງ​ພວກເຮົາ”.

ພວກເຈົ້າ​ທີ່​ເປັນ​ເຊື້ອສາຍ​ຢາໂຄບ, ຄວນ​ຈະ​ເວົ້າ​ວ່າ,

“ພຣະເຈົ້າ​ຢາເວ​ບໍ່​ໄດ້​ອົດທົນ​ບໍ?

ພຣະອົງ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ບໍ?”

“ຖ້ອຍ​ຄຳ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຜົນ​ດີ

ແກ່​ຜູ້​ປະພຶດ​ຢ່າງ​ຊອບທຳ​ບໍ?

ເມື່ອ​ບໍ່​ດົນ​ມາ​ນີ້​ປະຊາຊົນ​ຂອງ​ເຮົາ​ໄດ້​ລຸກ​ຂຶ້ນ

ເໝືອນ​ເປັນ​ສັດຕູ.

ພວກເຈົ້າ​ແກ້​ເອົາ​ເສື້ອຄຸມ​ຢ່າງ​ດີ

ຈາກ​ບັນດາ​ຜູ້​ທີ່​ຜ່ານ​ໄປ​ໂດຍ​ບໍ່​ລະວັງ,

ເໝືອນ​ຄົນ​ທີ່​ຫາ​ກໍ​ກັບ​ມາ​ຈາກ​ການ​ສູ້ຮົບ.

ພວກເຈົ້າ​ຂັບໄລ່​ແມ່ຍິງ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ຂ້ອຍ​ໃຫ້​ອອກ​ໄປ

ຈາກ​ບ້ານ​ອັນ​ຜາສຸກ​ຂອງ​ພວກເຂົາ.

ພວກເຈົ້າ​ຢຶດ​ເອົາ​ພອນ​ຂອງ​ຂ້ອຍ​ໄປ

ຈາກ​ລູກ​ຫລານ​ຂອງ​ພວກເຂົາ​ຕະຫລອດ​ໄປ.

ຈົ່ງ​ລຸກ​ຂຶ້ນ, ໄປ​ໃຫ້​ພົ້ນ!

ເພາະ​ນີ້​ບໍ່​ແມ່ນ​ບ່ອນ​ພັກ​ຂອງ​ພວກເຈົ້າ,

ເພາະ​ມັນ​ເປັນມົນທິນ​ແລ້ວ,

ມັນ​ໄດ້​ຫັກພັງ​ແລ້ວ ເກີນ​ກວ່າ​ຈະ​ແກ້​ໄຂ​ທັງໝົດ.

ຫາກ​ຄົນ​ຕົວະ ແລະ ຄົນ​ຫລອກລວງ​ມາ ແລະ ເວົ້າ​ວ່າ,

‘ຂ້ອຍ​ຈະ​ທຳນວາຍ​ວ່າ​ເຈົ້າ​ຈະ​ມີ​ເຫລົ້າອະງຸ່ນ ແລະ ເບຍ​ຢ່າງ​ເຫລືອ​ເຟືອ’,

ລາວ​ກໍ​ຈະ​ເປັນ​ຜູ້ທຳນວາຍ​ທີ່​ຊົນຊາດ​ນີ້​ຕ້ອງການ!

ສັນຍາ​ຈະ​ຊ່ວຍ​ກອບກູ້

“ຢາໂຄບ, ເຮົາ​ຈະ​ຮວບຮວມ​ເຈົ້າ​ທັງໝົດ​ຢ່າງ​ແນ່ນອນ,

ເຮົາ​ຈະ​ເຕົ້າໂຮມ​ຄົນ​ຢິບ​ມື​ໜຶ່ງ​ທີ່​ເຫລືອ​ຂອງ​ອິດສະຣາເອນ​ກັບ​ຄືນ​ມາ​ຢ່າງ​ແນ່ນອນ.

ເຮົາ​ຈະ​ພາ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ເໝືອນ​ແກະ​ທີ່​ຢູ່​ໃນ​ຄອກ,

ເໝືອນ​ຝູງສັດ​ໃນ​ທົ່ງຫຍ້າ;

ບ່ອນ​ນັ້ນ​ຈະ​ເຕັມ​ໄປ​ດ້ວຍ​ຄົນ​ທັງຫລາຍ.

ອົງ​ຜູ້​ເບີກ​ທາງ​ຈະ​ຂຶ້ນ​ໜ້າ​ນຳ​ພວກເຂົາ​ໄປ;

ພວກເຂົາ​ຈະ​ທະລຸ​ຜ່ານ​ປະຕູ ແລະ ອອກ​ໄປ.

ກະສັດ​ຂອງ​ພວກເຂົາ​ຈະ​ຜ່ານ​ຂຶ້ນ​ໜ້າ​ພວກເຂົາ,

ພຣະເຈົ້າ​ຢາເວ​ນຳ​ໜ້າ​ພວກເຂົາ​ໄປ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.