Biblica® Open Lao Contemporary Version
ມີກາ 1
ຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ມາເຖິງມີກາແຫ່ງໂມເຣເຊັດ ໃນສະໄໝຂອງກະສັດໂຢທາມ, ອາຮາດ ແລະ ເຮເຊກີຢາແຫ່ງຢູດາ ຕໍ່ໄປນີ້ຄືນິມິດທີ່ມີກາໄດ້ເຫັນກ່ຽວກັບຊາມາເຣຍ ແລະ ເຢຣູຊາເລັມ.
ປະຊາຊາດທັງຫລາຍ, ພວກເຈົ້າທຸກຄົນ, ຈົ່ງຟັງ,
ໂລກ ແລະ ທຸກຄົນທີ່ຢູ່ໃນໂລກ, ຈົ່ງຟັງ,
ພຣະເຈົ້າຢາເວ ອົງເຈົ້ານາຍຈະເປັນພະຍານກ່າວໂທດພວກເຈົ້າ,
ອົງພຣະຜູ້ເປັນເຈົ້າຈາກວິຫານສັກສິດຂອງພຣະອົງ.
ຄຳພິພາກສາຊາມາເຣຍ ແລະ ເຢຣູຊາເລັມ
ເບິ່ງແມ! ພຣະເຈົ້າຢາເວກຳລັງມາຈາກບ່ອນຢູ່ຂອງພຣະອົງ;
ພຣະອົງລົງມາ ແລະ ຢຽບຢ່ຳຢູ່ເທິງທີ່ສູງຂອງໂລກ.
ພູເຂົາທັງຫລາຍຈະລະລາຍຢູ່ໃຕ້ພຣະອົງ
ແລະ ຮ່ອມພູທັງຫລາຍຈະແຍກອອກ,
ເໝືອນກັບຂີ້ເຜິ້ງທີ່ຢູ່ໃກ້ໄຟ,
ແລະ ເໝືອນກັບນ້ຳທີ່ຫລັ່ງໄຫລລົງມາຕາມເປີ້ນພູ.
ທັງໝົດນີ້ແມ່ນເປັນເພາະການລ່ວງລະເມີດຂອງຢາໂຄບ,
ເປັນເພາະບາບທັງຫລາຍຂອງຄົນອິດສະຣາເອນ.
ຢາໂຄບລ່ວງລະເມີດຫຍັງ?
ບໍ່ແມ່ນຊາມາເຣຍບໍ?
ສະຖານບູຊາເທິງທີ່ສູງຂອງຢູດານັ້ນຄືຫຍັງ?
ບໍ່ແມ່ນເຢຣູຊາເລັມບໍ?
“ເຫດສະນັ້ນ ເຮົາຈະເຮັດໃຫ້ຊາມາເຣຍເປັນກອງຂີ້ເຫຍື້ອ,
ເປັນບ່ອນເຮັດສວນອະງຸ່ນ
ເຮົາຈະເທຫີນທີ່ໃຊ້ສ້າງເມືອງນັ້ນລົງໃນຮ່ອມພູ
ແລະ ຈະເຜີຍຮາກຖານຂອງເມືອງນັ້ນອອກມາ.
ຮູບເຄົາລົບທັງໝົດຂອງຊາມາເຣຍຈະຖືກທຸບແຕກເປັນປ່ຽງໆ;
ເຄື່ອງຖວາຍທັງໝົດໃນວິຫານຂອງເມືອງນັ້ນຈະຖືກໄຟເຜົາ;
ເຮົາຈະທຳລາຍຮູບເຄົາລົບທັງໝົດຂອງເມືອງນັ້ນ.
ເນື່ອງຈາກຊາມາເຣຍໄດ້ຮວບຮວມເຄື່ອງຖວາຍຂອງຕົນມາຈາກຄ່າຈ້າງຂອງໂສເພນີ.
ຄ່າຈ້າງຂອງໂສເພນີນັ້ນຈະຖືກໃຊ້ເປັນຄ່າຈ້າງໂສເພນີອີກ”.
ຮ້ອງໄຫ້ ແລະ ຄ່ຳຄວນ
ດ້ວຍເຫດນີ້ຂ້ອຍຈະຮ້ອງໄຫ້ ແລະ ຄ່ຳຄວນ
ຂ້ອຍຈະຍ່າງໄປມາຕີນເປົ່າ ແລະ ເປືອຍກາຍ.
ຂ້ອຍຈະຫອນເໝືອນກັບໝາໄນ
ແລະ ຄວນຄາງເໝືອນນົກເຄົ້າແມວ.
ເພາະບາດແຜຂອງຊາມາເລຍຢຽວຢາບໍ່ໄດ້
ແລະ ໄດ້ລາມມາເຖິງຢູດາແລ້ວ.
ມາເຖິງປະຕູເມືອງຂອງພີ່ນ້ອງຮ່ວມຊາດຂອງຂ້ອຍ,
ມາເຖິງເຢຣູຊາເລັມ.
ຢ່າບອກເລື່ອງນີ້ໃນເມືອງກາດ1;
ຢ່າຮ້ອງໄຫ້ເລີຍ.
ຢ່າບອກໃນເບດໂອຟຣາ2
ຈົ່ງເກືອກໂຕໃນຂີ້ຝຸ່ນ.
ພວກເຈົ້າຜູ້ອາໄສຢູ່ໃນຊານເຟຍ,3
ຈົ່ງໜີໄປຢ່າງເປືອຍກາຍ ແລະ ອັບອາຍຂາຍໜ້າ,
ບັນດາຜູ້ທີ່ອາໄສຢູ່ໃນຊາອານານ4
ຈະບໍ່ອອກມາ.
ເບັດເອເຊນກຳລັງໂສກເສົ້າ
ການປົກປ້ອງຄຸ້ມຄອງຖືກຍົກໄປຈາກເຈົ້າແລ້ວ.
ບັນດາຜູ້ອາໄສຢູ່ໃນມາໂຣດ5ດີ້ນດ້ວຍຄວາມເຈັບປວດ,
ລໍຖ້າການບັນເທົາທຸກ,
ເພາະໄພພິບັດທີ່ຈາກພຣະເຈົ້າຢາເວ
ມາເຖິງປະຕູເຢຣູຊາເລັມແລ້ວ.
ພວກເຈົ້າຜູ້ອາໄສໃນລາກິດ,6
ຈົ່ງທຽມຝູງມ້າເຂົ້າກັບລົດມ້າໄວ.
ພວກເຈົ້າເປັນຜູ້ທຳອິດທີ່ນຳລູກສາວແຫ່ງຊີໂອນ7ໃຫ້ເຮັດບາບ
ເພາະໄດ້ພົບການລ່ວງລະເມີດຂອງອິດສະຣາເອນໃນພວກເຈົ້າ.
ເຫດສະນັ້ນພວກເຈົ້າຈະໃຫ້ຂອງຂັວນອຳລາ
ແກ່ໂມເຣເຊັດກັດ.
ເມືອງອັກຊິບ8ຈະຖືກຈັບໄດ້ວ່າຫລອກລວງ
ບັນດາກະສັດອິດສະຣາເອນ.
ເຮົາຈະນຳຜູ້ພິຊິດມາຕໍ່ສູ້ພວກເຈົ້າ
ຜູ້ທີ່ອາໄສຢູ່ໃນມາເຣຊາ.9
ບັນດາຂຸນນາງຂອງອິດສະຣາເອນ
ຈະໜີໄປລີ້ຢູ່ທີ່ອາດຸນລຳ.10
ຈົ່ງແຖຫົວຂອງພວກເຈົ້າເພື່ອໄວ້ທຸກ
ໃຫ້ບັນດາລູກທີ່ເຈົ້າຊື່ນໃຈນຳ;
ຈົ່ງແຖຫົວໃຫ້ລ້ານເໝືອນແຮ້ງ,
ເພາະບັນດາລູກຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍ.
Source notes (10)
- Footnote ຄຳວ່າ ກາດ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ບອກ
- Footnote ແປວ່າ ເຮືອນຝຸ່ນ
- Footnote ແປວ່າ ໜ້າພໍໃຈ
- Footnote ຄຳວ່າ ສາອານັນ ສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ອອກມາ
- Footnote ຄຳວ່າ ມາໂຣດ ສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ຂົມຂື່ນ
- Footnote ຄຳວ່າ ລາກິດ ສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ຝູງມ້າ
- Footnote ຄື ຊາວເຢຣູຊາເລັມ
- Footnote ແປວ່າ ລໍ້ລວງ
- Footnote ຄຳວ່າ ມາເຣຊາ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ຜູ້ພິຊິດ
- Footnote ພາສາເຮັບເຣີວ່າ ຜູ້ເປັນສະຫງ່າລາສີຂອງອິດສະຣາເອນຈະມາທີ່ອາດຸນລຳ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.