Skip to content
BibleKenya

Biblica® Open Lao Contemporary Version

ໂຢນາ 4

ໂຢນາ​ໃຈຮ້າຍ​ທີ່​ພຣະເຈົ້າຢາເວ​ເມດຕາ

ແຕ່​ສໍາລັບ​ໂຢນາ​ແລ້ວ ນີ້​ແມ່ນ​ສິ່ງ​ທີ່​ຜິດ​ຫລາຍ ແລະ ລາວ​ຈຶ່ງ​ໃຈຮ້າຍ. ລາວ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ໄດ້​ບອກ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ຢູ່​ເຮືອນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ມັນ​ຈະ​ເປັນ​ຢ່າງ​ນີ້? ເພາະ​ເຫດ​ນີ້​ແຫລະ ຂ້ານ້ອຍ​ຈຶ່ງ​ໄດ້​ຟ້າວ​ໜີ​ໄປ​ເມືອງ​ຕາກຊິດ. ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ, ຊ້າ​ໃນ​ການ​ຮ້າຍ ແລະ ເຕັມ​ດ້ວຍ​ຄວາມ​ຮັກ, ເປັນ​ພຣະເຈົ້າ​ຜູ້​ທີ່​ອົດ​ກັ້ນ​ໄວ້​ບໍ່​ລົງໂທດ. ຂ້າ​ແດ່​ພຣະເຈົ້າຢາເວ, ບັດນີ້ ຂໍ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ, ເພາະ​ຂ້ານ້ອຍ​ຕາຍ​ໄປ​ກໍ​ດີ​ກວ່າ​ມີ​ຊີວິດ​ຢູ່”.

ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໃຈຮ້າຍ?”

ໂຢນາ​ໄດ້​ອອກ​ໄປ ແລະ ນັ່ງ​ຢູ່​ບ່ອນ​ໜຶ່ງ​ທາງ​ຕາເວັນ​ອອກ​ຂອງ​ເມືອງ. ລາວ​ໄດ້​ສ້າງ​ຕູບ​ຫລັງ​ໜຶ່ງ​ຂຶ້ນ​ຢູ່​ທີ່​ນັ້ນ, ນັ່ງ​ຢູ່​ໃນ​ຮົ່ມ​ຂອງ​ຕູບ​ນັ້ນ ແລະ ລໍຖ້າ​ເບິ່ງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ນີເນເວ. ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍ​ໃຫ້​ມີ​ຕົ້ນໄມ້​ໃບ​ດົກ​ຕົ້ນ​ໜຶ່ງ​ງອກ​ຂຶ້ນ​ສູງ​ເໜືອ​ໂຢນາ ເພື່ອ​ເປັນ​ຮົມ​ໃຫ້​ຫົວ​ຂອງ​ລາວ ເພື່ອ​ບັນເທົາ​ຄວາມ​ຮ້ອນໃຈ​ຂອງ​ລາວ ແລະ ໂຢນາ​ກໍ​ດີໃຈ​ຫລາຍ​ທີ່​ມີ​ຕົ້ນໄມ້​ນີ້. ແຕ່​ໃນ​ຕອນ​ເຊົ້າ​ຂອງ​ມື້​ຕໍ່​ມາ ພຣະເຈົ້າ​ໄດ້​ໃຫ້​ມີ​ໜອນ, ເຊິ່ງ​ກັດ​ກິນ​ຕົ້ນໄມ້​ນັ້ນ​ຈົນ​ມັນ​ຫ່ຽວ​ແຫ້ງ​ໄປ. ເມື່ອ​ຕາເວັນ​ຂຶ້ນ, ພຣະເຈົ້າ​ໄດ້​ໃຫ້​ລົມ​ຕາເວັນ​ອອກ​ອັນ​ຮ້ອນກ້າ​ພັດ​ມາ ແລະ ຕາເວັນ​ກໍ​ສ່ອງ​ແສງ​ກ້າ​ຢູ່​ເໜືອ​ຫົວ​ຂອງ​ໂຢນາ ຈົນ​ລາວ​ເກືອບ​ເປັນ​ລົມ. ລາວ​ຢາກ​ຕາຍ ແລະ ໄດ້​ເວົ້າ​ວ່າ, “ຖ້າ​ຂ້ານ້ອຍ​ຕາຍ​ໄປ​ກໍ​ຄົງ​ດີ​ກວ່າ​ມີ​ຊີວິດ​ຢູ່”.

ແຕ່​ພຣະເຈົ້າ​ໄດ້​ກັບ​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໃຈຮ້າຍ​ເລື່ອງ​ຕົ້ນໄມ້​ນັ້ນ?”

ໂຢນາ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ມີ​ສິດ ແລະ ຂ້ານ້ອຍ​ກໍ​ໃຈຮ້າຍ​ຫລາຍ​ຈົນ​ຂ້ານ້ອຍ​ຢາກ​ຕາຍ”.

ແຕ່​ພຣະເຈົ້າຢາເວ​ໄດ້​ເວົ້າ​ວ່າ, “ເຈົ້າ​ເສຍ​ດາຍ​ຕົ້ນໄມ້​ນີ້ ທັງ​ທີ່​ເຈົ້າ​ບໍ່​ໄດ້​ປູກ ຫລື ເບິ່ງແຍງ​ມັນ​ໃຫ້​ໃຫຍ່. ມັນ​ງອກ​ຂຶ້ນ​ໃນ​ເວລາ​ຂ້າມ​ຄືນ ແລະ ຕາຍ​ໄປ​ໃນ​ເວລາ​ຂ້າມ​ຄືນ. ແລ້ວ​ນີເນເວ​ເມືອງ​ໃຫຍ່​ທີ່​ມີ​ຄົນ​ຫລາຍ​ກວ່າ 120.000 ຄົນ ເຊິ່ງ​ບໍ່​ຮູ້​ຫຍັງ​ເລີຍ​ວ່າ​ອັນໃດ​ແມ່ນ​ມື​ຊ້າຍ​ອັນ​ໃດ​ແມ່ນ​ມື​ຂວາ ແລະ ຍັງ​ມີ​ສັດ​ລ້ຽງ​ອີກ​ຈຳນວນ​ຫລວງຫລາຍ ບໍ່​ສົມ​ຄວນ​ທີ່​ເຮົາ​ຈະ​ຫ່ວງໃຍ​ເມືອງ​ນີ້​ບໍ?”

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.