Biblica® Open Lao Contemporary Version
ໂຢນາ 3
ໂຢນາໄປນີເນເວ
ຫລັງຈາກນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາເປັນຄັ້ງທີສອງວ່າ: “ຈົ່ງໄປນີເນເວເມືອງໃຫຍ່ ແລະ ປະກາດຖ້ອຍຄຳແກ່ຊາວເມືອງນັ້ນຕາມທີ່ເຮົາໄດ້ໃຫ້ເຈົ້າ”.
ໂຢນາໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະ ໄດ້ໄປທີ່ນີເນເວ. ບັດນີ້ ນີເນເວເປັນເມືອງໃຫຍ່ຫລາຍ; ຕ້ອງໃຊ້ເວລາສາມວັນຈຶ່ງເດີນທາງຜ່ານເມືອງນີ້ໄປໄດ້. ໃນມື້ທຳອິດໂຢນາເລີ່ມຕົ້ນຍ່າງເຂົ້າໄປໃນເມືອງນັ້ນ, ລາວໄດ້ປະກາດວ່າ, “ອີກສີ່ສິບວັນນີເນເວຈະຖືກທຳລາຍ”. ຊາວນີເນເວກໍໄດ້ເຊື່ອພຣະເຈົ້າ. ພວກເຂົາໄດ້ປະກາດໃຫ້ມີການຖືສິນອົດອາຫານ ແລ້ວຊາວເມືອງທຸກຄົນຕັ້ງແຕ່ຜູ້ໃຫຍ່ທີ່ສຸດຈົນເຖິງຜູ້ນ້ອຍທີ່ສຸດກໍພາກັນນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ.
ເມື່ອຄຳເຕືອນຂອງໂຢນານັ້ນໄປເຖິງກະສັດຂອງນີເນເວ, ເພິ່ນກໍລຸກຂຶ້ນຈາກບັນລັງຂອງຕົນ, ແກ້ເສື້ອຄຸມຂອງກະສັດອອກ, ເອົາເຄື່ອງນຸ່ງທີ່ເຮັດດ້ວຍຜ້າກະສອບມາຄຸມຕົວໄວ້ ແລະ ນັ່ງເທິງກອງຂີ້ຝຸ່ນດິນ. ຄຳປະກາດທີ່ເພິ່ນໄດ້ປະກາດໃນນີເນເວມີດັ່ງນີ້:
ໂດຍດຳລັດຂອງກະສັດ ແລະ ຂຸນນາງທັງຫລາຍຂອງເພິ່ນ:
ຫ້າມບໍ່ໃຫ້ຄົນ ຫລື ສັດ, ຝູງແບ້, ຝູງແກະ, ຝູງງົວ ກິນອັນໃດ. ແຕ່ໃຫ້ຄົນ ແລະ ສັດນຸ່ງຫົ່ມດ້ວຍຜ້າກະສອບເຂົ້າ. ໃຫ້ທຸກຄົນຮ້ອງຫາພຣະເຈົ້າຢ່າງຮີບດ່ວນ. ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະ ຄວາມຮຸນແຮງຂອງພວກເຂົາ. ຜູ້ໃດຈະຮູ້ໄດ້? ພຣະເຈົ້າອາດຈະຜ່ອນຜັນ ແລະ ດ້ວຍຄວາມເມດຕາສົງສານ ພຣະອົງອາດຈະຫັນຈາກຄວາມໃຈຮ້າຍອັນຮຸນແຮງຂອງພຣະອົງ ເພື່ອວ່າພວກເຮົາຈະບໍ່ຕ້ອງຈິບຫາຍ.
ເມື່ອພຣະເຈົ້າໄດ້ເຫັນການກະທຳຂອງພວກເຂົາ ແລະ ເຫັນວ່າພວກເຂົາໄດ້ຫັນຈາກຄວາມຊົ່ວຂອງພວກເຂົາ, ພຣະອົງຈຶ່ງໄດ້ຜ່ອນຜັນ ແລະ ບໍ່ໄດ້ນຳຄວາມຈິບຫາຍມາສູ່ພວກເຂົາຕາມທີ່ພຣະອົງໄດ້ຂົ່ມຂູ່ໄວ້.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.