Biblica® Open Lao Contemporary Version
ໂຢນາ 2
ຄຳອະທິຖານຂອງໂຢນາ
ຂະນະທີ່ຢູ່ໃນທ້ອງປານັ້ນ ໂຢນາໄດ້ອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງລາວ. ລາວກ່າວວ່າ:
“ໃນຍາມທຸກລໍາບາກ ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ,
ແລະ ພຣະອົງໄດ້ຕອບຂ້ານ້ອຍແລ້ວ.
ຂ້ານ້ອຍອ້ອນວອນຂໍຄວາມຊ່ວຍເຫລືອຈາກເຫວເລິກຂອງແດນມໍລະນາ.
ແລະ ພຣະອົງໄດ້ຟັງສຽງຮ້ອງຂອງຂ້ານ້ອຍ.
ພຣະອົງແກວ່ງຂ້ານ້ອຍລົງມາໃນບ່ອນເລິກ,
ສູ່ໃຈກາງມະຫາສະຫມຸດ,
ແລະ ກະແສນໍ້າກໍໝຸນຢູ່ຮອບຂ້ານ້ອຍ;
ຄື້ນນໍ້າ ແລະ ຟອງນ້ຳຂອງພຣະອົງ
ໄດ້ຖ້ວມປົກຂ້ານ້ອຍ.
ຂ້ານ້ອຍໄດ້ເວົ້າວ່າ, ‘ຂ້ານ້ອຍຖືກເນລະເທດ
ໃຫ້ພົ້ນຈາກສາຍຕາຂອງພຣະອົງແລ້ວ;
ເຖິງປານນັ້ນຂ້ານ້ອຍກໍຈະເບິ່ງ
ໄປທີ່ວິຫານອັນສັກສິດຂອງພຣະອົງອີກ.’
ນ້ຳໄດ້ຖ້ວມຄຸກຄາມຂ້ານ້ອຍ,1
ບ່ອນເລິກກໍອ້ອມຮອບຂ້ານ້ອຍ;
ສາຫລ່າຍທະເລກໍພັນອ້ອມຫົວຂອງຂ້ານ້ອຍ.
ຂ້ານ້ອຍຈົມລົງມາເຖິງຮາກພູທັງຫລາຍ;
ແຜ່ນດິນເບື້ອງລຸ່ມໄດ້ຂັງຂ້ານ້ອຍໄວ້ຕະຫລອດໄປ.
ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ,
ພຣະອົງໄດ້ຊ່ວຍຊີວິດຂ້ານ້ອຍຂຶ້ນມາຈາກຂຸມ.
“ເມື່ອຊີວິດຂອງຂ້ານ້ອຍກຳລັງຈະເລື່ອນຫາຍໄປ,
ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍໄດ້ລະນຶກເຖິງພຣະອົງ,
ແລະ ຄຳອະທິຖານຂອງຂ້ານ້ອຍໄດ້ຂຶ້ນໄປເຖິງພຣະອົງ,
ໄປເຖິງວິຫານອັນສັກສິດຂອງພຣະອົງ.
“ບັນດາຄົນທີ່ຢຶດຕິດກັບຮູບເຄົາລົບອັນໄຮ້ຄ່າ
ຫັນໜີຈາກຄວາມຮັກຂອງພຣະເຈົ້າທີ່ມີຕໍ່ພວກເຂົາ.
ສ່ວນຂ້ານ້ອຍຈະຖວາຍເຄື່ອງບູຊາແກ່ພຣະອົງ,
ພ້ອມກັບຮ້ອງສັນລະເສີນ.
ຂ້ານ້ອຍໄດ້ປະຕິຍານໄວ້ຢ່າງໃດ ຂ້ານ້ອຍກໍຈະເຮັດຢ່າງນັ້ນ.
ຂ້ານ້ອຍຈະເວົ້າວ່າ, ຄວາມພົ້ນມາຈາກພຣະເຈົ້າຢາເວ”.
ແລ້ວພຣະເຈົ້າຢາເວກໍໄດ້ສັ່ງປາ ແລະ ມັນກໍຄາຍໂຢນາອອກມາໄວ້ທີ່ແຄມຝັ່ງ.
Source notes (1)
- Footnote ຫລື ນ້ຳຢູ່ຮູຄໍຂອງຂ້ານ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.