Biblica® Open Lao Contemporary Version
ລູກາ 3
ການຈັດຕຽມຫົນທາງຂອງໂຢຮັນຜູ້ໃຫ້ບັບຕິສະມາ
(ມທ 3:1-12; ມຣກ 1:3-5,7,8)
ໃນລາຊະການປີທີສິບຫ້າຂອງຕີເບຣີໂອກາຍຊາ, ໃນເວລານັ້ນປົນທຽວປີລາດເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດໄດ້ເປັນຜູ້ປົກຄອງແຂວງຄາລີເລ, ສ່ວນຟີລິບນ້ອງຊາຍຂອງເຮໂຣດເປັນຜູ້ປົກຄອງແຂວງອີຕູຣາຍ ແລະ ທາໂຄນິດ, ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ. ໃນສະໄໝທີ່ອັນນາ ແລະ ກາຢະຟາເປັນມະຫາປະໂລຫິດ, ພຣະຄຳຂອງພຣະເຈົ້າກໍໄດ້ມາເຖິງໂຢຮັນລູກຊາຍຂອງເຊກາຣີຢາໃນຖິ່ນແຫ້ງແລ້ງກັນດານ. ເພິ່ນໄດ້ອອກໄປທົ່ວຂົງເຂດແມ່ນ້ຳຈໍແດນ, ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອຮັບການອະໄພບາບ. ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງຜູ້ທຳນວາຍເອຊາຢາວ່າ:
“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,
‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ,
ຈົ່ງເຮັດຫົນທາງໃຫ້ຊື່ສຳລັບພຣະອົງ.
ຮ່ອມພູທຸກບ່ອນຈະຕ້ອງຖົມໃຫ້ເຕັມ,
ພູ ແລະ ເນີນພູທຸກໜ່ວຍຕ້ອງເຮັດໃຫ້ຕ່ຳລົງ.
ທາງຄົດລ້ຽວຈະຕ້ອງກາຍເປັນທາງຊື່,
ທາງທີ່ມີຕໍຈົ່ງເຮັດໃຫ້ກ້ຽງດີ.
ແລະ ມະນຸດທຸກຄົນຈະໄດ້ເຫັນຄວາມພົ້ນຂອງພຣະເຈົ້າ’ ”.1
ໂຢຮັນຈຶ່ງກ່າວກັບປະຊາຊົນທີ່ມາຮັບບັບຕິສະມານໍາເພິ່ນວ່າ, “ເຈົ້າພວກງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ? ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ກໍໄດ້. ຂວານວາງຢູ່ເຫງົ້າໄມ້ແລ້ວ, ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດ ແລະ ໂຍນຖິ້ມໃສ່ໄຟ”.
ປະຊາຊົນຈຶ່ງຖາມວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”
ໂຢຮັນຕອບວ່າ, “ຄົນທີ່ມີເສື້ອສອງໂຕຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີ, ແລ້ວຜູ້ໃດທີ່ມີອາຫານກໍຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີເໝືອນກັນ”.
ແມ່ນແຕ່ບັນດາຄົນເກັບພາສີກໍມາຂໍຮັບບັບຕິສະມາ. ພວກເຂົາຖາມວ່າ, “ທ່ານອາຈານ, ພວກເຮົາຄວນຈະເຮັດຢ່າງໃດ?”
ເພິ່ນບອກພວກເຂົາວ່າ, “ຢ່າເກັບພາສີເກີນກວ່າທີ່ພວກທ່ານໄດ້ຮັບຄຳສັ່ງ”.
ແລ້ວພວກທະຫານກໍມາຖາມເພິ່ນວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”
ເພິ່ນຕອບວ່າ, “ຢ່າຂົ່ມຂູ່ເອົາເງິນ ແລະ ຢ່າໃສ່ຮ້າຍຜູ້ໃດ ຈົ່ງພໍໃຈກັບຄ່າຈ້າງຂອງຕົນ”.
ປະຊາຊົນກຳລັງລໍຖ້າຢ່າງຄາດຫວັງ ແລະ ທຸກຄົນຕ່າງກໍພາກັນສົງໄສໃນໃຈວ່າໂຢຮັນອາດຈະເປັນພຣະຄຣິດເຈົ້າ.2 ໂຢຮັນຕອບພວກເຂົາທັງໝົດວ່າ, “ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍ3ນ້ຳ. ແຕ່ມີຜູ້ໜຶ່ງທີ່ມີລິດອຳນາດໃຫຍ່ກວ່າເຮົາຈະມາ ເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ. ພຣະອົງຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍ4ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ. ໃນມືຂອງພຣະອົງຖືກະດົ້ງຝັດເຂົ້າເພື່ອຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອຈະຮວບຮວມເອົາເຂົ້າຫວີດມາໃສ່ໄວ້ໃນເລົ້າຂອງພຣະອົງ, ແຕ່ພຣະອົງຈະເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”. ແລະ ໂຢຮັນໄດ້ແນະນຳຕັກເຕືອນປະຊາຊົນອີກຫລາຍຢ່າງ ແລະ ປະກາດຂ່າວປະເສີດກັບພວກເຂົາ.
ແຕ່ເມື່ອໂຢຮັນຕຳໜິເຮໂຣດຜູ້ປົກຄອງເມືອງເພາະເພິ່ນໄດ້ແຕ່ງງານກັບນາງເຮໂຣເດຍ, ເມຍຂອງນ້ອງຊາຍຂອງຕົນ ແລະ ສິ່ງຊົ່ວຮ້າຍຫລາຍຢ່າງທີ່ເພິ່ນໄດ້ເຮັດ, ເຮໂຣດກໍເຮັດຊົ່ວໜັກຂຶ້ນຕື່ມອີກໂດຍຈັບໂຢຮັນຂັງໄວ້ໃນຄຸກ.
ການຮັບບັບຕິສະມາ ແລະ ລຳດັບວົງຕະກຸນຂອງພຣະເຢຊູເຈົ້າ
(ມທ 1:1-17; 3:13-17; ມຣກ 1:9-11)
ເມື່ອຄົນທັງຫລາຍກຳລັງຮັບບັບຕິສະມາຢູ່, ພຣະເຢຊູເຈົ້າກໍຮັບບັບຕິສະມາເໝືອນກັນ. ໃນຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ສະຫວັນກໍເປີດອອກ ແລະ ພຣະວິນຍານບໍລິສຸດເຈົ້າໃນຮູບຮ່າງເໝືອນນົກເຂົາລົງມາຢູ່ເທິງພຣະອົງ ແລ້ວມີສຽງໜຶ່ງດັງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈທ່ານຫລາຍ”.
ບັດນີ້ ພຣະເຢຊູເຈົ້າເລີ່ມປະຕິບັດພາລະກິດຂອງພຣະອົງເມື່ອພຣະອົງມີອາຍຸໄດ້ປະມານສາມສິບປີ. ຄົນທັງຫລາຍຄິດວ່າພຣະອົງເປັນລູກຊາຍຂອງໂຢເຊັບ,
ຜູ້ເປັນລູກຊາຍຂອງເຮລີ, ຜູ້ເປັນລູກຊາຍຂອງມັດທາດ,
ຜູ້ເປັນລູກຊາຍຂອງເລວີ, ຜູ້ເປັນລູກຊາຍຂອງເມລະຂີ,
ຜູ້ເປັນລູກຊາຍຂອງຢັນນາ, ຜູ້ເປັນລູກຊາຍຂອງໂຢເຊັບ,
ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງອາໂມ,
ຜູ້ເປັນລູກຊາຍຂອງນາຮູມ, ຜູ້ເປັນລູກຊາຍຂອງເອຊະລີ,
ຜູ້ເປັນລູກຊາຍຂອງນາຄາຍ, ຜູ້ເປັນລູກຊາຍຂອງມາອາດ,
ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງເຊເມອິນ,
ຜູ້ເປັນລູກຊາຍຂອງໂຢເຊັກ, ຜູ້ເປັນລູກຊາຍຂອງໂຢດາ,
ຜູ້ເປັນລູກຊາຍຂອງໂຢຮານັນ, ຜູ້ເປັນລູກຊາຍຂອງເຣສາ,
ຜູ້ເປັນລູກຊາຍຂອງເຊຣຸບບາເບນ, ຜູ້ເປັນລູກຊາຍຂອງເຊອານຕີເອນ,
ຜູ້ເປັນລູກຊາຍຂອງເນຣິ, ຜູ້ເປັນລູກຊາຍຂອງເມລະຂີ,
ຜູ້ເປັນລູກຊາຍຂອງອັດດີ, ຜູ້ເປັນລູກຊາຍຂອງໂກຊາມ,
ຜູ້ເປັນລູກຊາຍຂອງເອັນມາດາມ, ຜູ້ເປັນລູກຊາຍຂອງເອຣະ,
ຜູ້ເປັນລູກຊາຍຂອງໂຢຊວຍ, ຜູ້ເປັນລູກຊາຍຂອງເອລີເອເຊ,
ຜູ້ເປັນລູກຊາຍຂອງໂຢຣີມ, ຜູ້ເປັນລູກຊາຍຂອງມັດທາດ,
ຜູ້ເປັນລູກຊາຍຂອງເລວີ, ຜູ້ເປັນລູກຊາຍຂອງຊີເມໂອນ,
ຜູ້ເປັນລູກຊາຍຂອງຢູດາ, ຜູ້ເປັນລູກຊາຍຂອງໂຢເຊັບ,
ຜູ້ເປັນລູກຊາຍຂອງໂຢນາມ, ຜູ້ເປັນລູກຊາຍຂອງເອລີອາກີມ,
ຜູ້ເປັນລູກຊາຍຂອງເມເລອາ, ຜູ້ເປັນລູກຊາຍຂອງເມັນນາ,
ຜູ້ເປັນລູກຊາຍຂອງມັດຕາທາ, ຜູ້ເປັນລູກຊາຍຂອງນາທານ,
ຜູ້ເປັນລູກຊາຍຂອງດາວິດ, ຜູ້ເປັນລູກຊາຍຂອງເຢຊີ,
ຜູ້ເປັນລູກຊາຍຂອງໂອເບັດ, ຜູ້ເປັນລູກຊາຍຂອງໂບອາດ,
ຜູ້ເປັນລູກຊາຍຂອງສານໂມນ,5 ຜູ້ເປັນລູກຊາຍຂອງນາໂຊນ,
ຜູ້ເປັນລູກຊາຍຂອງອາມມີນາດາບ, ຜູ້ເປັນລູກຊາຍຂອງຣາມ,6
ຜູ້ເປັນລູກຊາຍຂອງເຮຊະໂຣນ, ຜູ້ເປັນລູກຊາຍຂອງເປເຣັດ,
ຜູ້ເປັນລູກຊາຍຂອງຢູດາ, ຜູ້ເປັນລູກຊາຍຂອງຢາໂຄບ,
ຜູ້ເປັນລູກຊາຍຂອງອີຊາກ, ຜູ້ເປັນລູກຊາຍຂອງອັບຣາຮາມ,
ຜູ້ເປັນລູກຊາຍຂອງເຕຣາ, ຜູ້ເປັນລູກຊາຍຂອງນາໂຮ,
ຜູ້ເປັນລູກຊາຍຂອງເສຣຸກ, ຜູ້ເປັນລູກຊາຍຂອງເຣອູ,
ຜູ້ເປັນລູກຊາຍຂອງເປເລັກ, ຜູ້ເປັນລູກຊາຍຂອງເອເບ,
ຜູ້ເປັນລູກຊາຍຂອງເສລາ, ຜູ້ເປັນລູກຊາຍຂອງກາຍນານ,
ຜູ້ເປັນລູກຊາຍຂອງອາກຟາສາດ, ຜູ້ເປັນລູກຊາຍຂອງເຊມ,
ຜູ້ເປັນລູກຊາຍຂອງໂນອາ, ຜູ້ເປັນລູກຊາຍຂອງລາເມັກ,
ຜູ້ເປັນລູກຊາຍຂອງເມທຸເສລາ, ຜູ້ເປັນລູກຊາຍຂອງເອນົກ,
ຜູ້ເປັນລູກຊາຍຂອງຢາເຣັດ, ຜູ້ເປັນລູກຊາຍຂອງມະຫາລາເລນ,
ຜູ້ເປັນລູກຊາຍຂອງເກນານ, ຜູ້ເປັນລູກຊາຍຂອງເອໂນດ,
ຜູ້ເປັນລູກຊາຍຂອງເຊດ, ຜູ້ເປັນລູກຊາຍຂອງອາດາມ,
ຜູ້ເປັນລູກຊາຍຂອງພຣະເຈົ້າ.
Source notes (6)
- Footnote ອຊຢ 40:3-5
- Footnote ຫລື ພຣະເມຊີອາ
- Footnote ຫລື ໃນ
- Footnote ຫລື ໃນ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນສະໄໝທຳອິດບາງສະບັບວ່າ ສາລາ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ອຳມີນາດາບຜູ້ເປັນລູກຂອງອັດມີນ, ຜູ້ເປັນລູກຂອງອານີ ເອກະສານເກົ່າທີ່ຂຽນດ້ວຍມືສະບັບອື່ນໆມີຕ່າງກັນຫລາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.