Biblica® Open Lao Contemporary Version
ລູກາ 4
ພຣະເຢຊູເຈົ້າຖືກທົດລອງໃນຖິ່ນແຫ້ງແລ້ງກັນດານ
(ມທ 4:1-11; ມຣກ 1:12,13)
ພຣະເຢຊູເຈົ້າເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ, ພຣະອົງກັບມາຈາກແມ່ນ້ຳຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້ານຳພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ພຣະອົງຖືກມານຮ້າຍທົດລອງຢູ່ທີ່ນັ້ນເປັນເວລາສີ່ສິບວັນ. ໃນລະຫວ່າງວັນເຫລົ່ານັ້ນພຣະອົງບໍ່ໄດ້ກິນຫຍັງເລີຍ ແລະ ເມື່ອສິ້ນສຸດສີ່ສິບວັນແລ້ວພຣະອົງກໍຢາກອາຫານ.
ມານຮ້າຍໄດ້ເວົ້າກັບພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”.
ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະດຳລົງຊີວິດຢູ່ດ້ວຍອາຫານພຽງຢ່າງດຽວກໍບໍ່ໄດ້’1”.
ແລ້ວມານຮ້າຍໄດ້ນຳພຣະອົງຂຶ້ນໄປບ່ອນທີ່ສູງ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກໃຫ້ພຣະອົງເຫັນໃນພິບຕາດຽວ. ແລະ ມານຮ້າຍໄດ້ເວົ້າຕໍ່ພຣະອົງວ່າ, “ເຮົາຈະໃຫ້ສິດອຳນາດ ແລະ ສະຫງ່າລາສີທັງໝົດນີ້ແກ່ທ່ານ ເພາະສິ່ງທັງໝົດເຫລົ່ານີ້ໄດ້ຖືກມອບໃຫ້ແກ່ເຮົາແລ້ວ ແລະ ເຮົາຈະມອບໃຫ້ແກ່ຜູ້ໃດກໍໄດ້ຕາມທີ່ເຮົາຕ້ອງການ. ດັ່ງນັ້ນ ຖ້າທ່ານນະມັດສະການເຮົາ ສິ່ງທັງໝົດນີ້ຈະເປັນຂອງທ່ານ”.
ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ’2”.
ມານຮ້າຍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດສູງສຸດຂອງວິຫານແລ້ວເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງໄປຈາກທີ່ນີ້. ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ:
“ ‘ພຣະເຈົ້າຈະສັ່ງໃຫ້ຝູງເທວະດາຂອງພຣະອົງ
ມາຄອຍລະວັງປົກປັກຮັກສາທ່ານ.
ບັນດາເທວະດາຈະເອົາມືຂອງຕົນອູ້ມທ່ານໄວ້
ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’3”.
ພຣະເຢຊູເຈົ້າຕອບວ່າ, “ມີຄຳກ່າວໄວ້ໃນພຣະຄຳພີວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’4”.
ເມື່ອມານຮ້າຍໄດ້ທົດລອງທຸກຢ່າງນີ້ແລ້ວ, ມັນກໍຈາກພຣະອົງໄປຈົນກວ່າເຖິງເວລາທີ່ມີໂອກາດອີກ.
ຊາວນາຊາເຣັດບໍ່ຕ້ອນຮັບພຣະເຢຊູເຈົ້າ
ພຣະເຢຊູເຈົ້າໄດ້ກັບຄືນມາແຂວງຄາລີເລດ້ວຍລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວເລື່ອງຂອງພຣະອົງໄດ້ກະຈາຍໄປທົ່ວເຂດນັ້ນ. ພຣະອົງສັ່ງສອນໃນທຳມະສາລາຕ່າງໆຂອງພວກເຂົາ, ທຸກຄົນພາກັນສັນລະເສີນພຣະເຈົ້າ.
ແລ້ວພຣະອົງໄປທີ່ນາຊາເຣັດບ່ອນທີ່ພຣະອົງຈະເລີນເຕີບໃຫຍ່ຂຶ້ນ, ແລະ ໃນວັນຊະບາໂຕ ພຣະອົງເຂົ້າໄປໃນທຳມະສາລາຕາມປົກກະຕິ ແລະ ໄດ້ຢືນຂຶ້ນອ່ານພຣະຄຳ. ພວກເຂົາໄດ້ຍື່ນໜັງສືມ້ວນຂອງຜູ້ທຳນວາຍເອຊາຢາໃຫ້ພຣະອົງ. ເມື່ອເປີດອອກມາກໍພົບຂໍ້ຄວາມທີ່ຂຽນໄວ້ວ່າ:
“ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ເທິງຂ້ານ້ອຍ
ເພາະພຣະອົງເຈີມແຕ່ງຕັ້ງຂ້ານ້ອຍໄວ້
ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ.
ພຣະອົງໃຊ້ຂ້ານ້ອຍໄປປະກາດອິດສະຫລະພາບແກ່ນັກໂທດ
ແລະ ໃຫ້ຄົນຕາບອດໄດ້ເຫັນຮຸ່ງ,
ປົດປ່ອຍຜູ້ທີ່ຖືກກົດຂີ່ຂົ່ມເຫັງໃຫ້ເປັນອິດສະຫລະ,
ໃຫ້ປະກາດປີແຫ່ງຄວາມເມດຕາຂອງອົງພຣະຜູ້ເປັນເຈົ້າ”.5
ແລ້ວພຣະອົງກໍໄດ້ມ້ວນໜັງສືມ້ວນໄວ້ ແລ້ວໄດ້ສົ່ງໜັງສືມ້ວນນັ້ນຄືນໃຫ້ແກ່ເຈົ້າໜ້າທີ່ແລ້ວນັ່ງລົງ. ສາຍຕາຂອງທຸກຄົນໃນທຳມະສາລາກໍຈ້ອງເບິ່ງພຣະອົງ, ພຣະເຢຊູເຈົ້າກ່າວຂຶ້ນວ່າ, “ໃນວັນນີ້ພຣະຄຳພີຕອນທີ່ພວກທ່ານໄດ້ຟັງນັ້ນເປັນຈິງແລ້ວ”.
ຄົນທັງປວງເວົ້າຍົກຍ້ອງພຣະອົງ ແລະ ປະຫລາດໃຈໃນຖ້ອຍຄຳທີ່ເຕັມດ້ວຍຄວາມເມດຕາຈາກປາກຂອງພຣະອົງ. ພວກເຂົາຈຶ່ງຖາມກັນວ່າ, “ຄົນນີ້ເປັນລູກຂອງໂຢເຊັບບໍ່ແມ່ນບໍ?”
ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ແນ່ນອນ ພວກເຈົ້າຄົງຈະຍົກສຸພາສິດນີ້ກ່າວຕໍ່ເຮົາວ່າ: ‘ທ່ານໝໍ, ຈົ່ງປິ່ນປົວຕົນເອງສາ!’ ແລະ ພວກເຈົ້າຈະເວົ້າຕໍ່ເຮົາວ່າ, ‘ສິ່ງທີ່ພວກເຮົາໄດ້ຍິນວ່າທ່ານເຮັດຢູ່ໃນເມືອງກາເປນາອູມນັ້ນ ຈົ່ງເຮັດໃນເມືອງຂອງຕົນບ່ອນນີ້ເໝືອນກັນ’ ”.
ພຣະອົງກ່າວຕໍ່ໄປອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ທຳນວາຍຄົນໃດທີ່ໄດ້ຮັບການຍອມຮັບໃນບ້ານເມືອງຂອງຕົນ. ເຮົາຢືນຢັນກັບພວກເຈົ້າວ່າມີແມ່ໝ້າຍຫລາຍຄົນຢູ່ອິດສະຣາເອນໃນຂອງສະໄໝເອລີຢາ, ເມື່ອເວລາທີ່ທ້ອງຟ້າຖືກປິດບໍ່ໃຫ້ຝົນຕົກເປັນເວລາສາມປີເຄິ່ງ ແລະ ເກີດການອຶດຢາກອາຫານຢ່າງຮ້າຍແຮງທົ່ວແຜ່ນດິນ, ແຕ່ເອລີຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດຈັກຄົນ ນອກຈາກແມ່ໝ້າຍຄົນໜຶ່ງທີ່ເມືອງຊາເຣັບຕາໃນຂົງເຂດຊີໂດນເທົ່ານັ້ນ. ແລະ ໃນສະໄໝຂອງຜູ້ທຳນວາຍເອລີຊາກໍມີຄົນຂີ້ທູດ6ຈຳນວນຫລວງຫລາຍໃນອິດສະຣາເອນ ແຕ່ບໍ່ມີຜູ້ໃດໃນພວກເຂົາຖືກຊຳລະໃຫ້ສະອາດນອກຈາກນາອາມານຊາວຊີເຣຍເທົ່ານັ້ນ”.
ເມື່ອຄົນທັງຫລາຍໃນທຳມະສາລາໄດ້ຍິນດັ່ງນີ້ກໍໃຈຮ້າຍທີ່ສຸດ. ພວກເຂົາຈຶ່ງລຸກຂຶ້ນຂັບໄລ່ພຣະອົງອອກໄປຈາກເມືອງ ແລະ ນຳພຣະອົງໄປຍັງໜ້າຜາຂອງເນີນພູທີ່ເມືອງຕັ້ງຢູ່ນັ້ນ ເພື່ອຈະຊຸກພຣະອົງລົງໄປຈາກໜ້າຜາ. ແຕ່ພຣະອົງຍ່າງຜ່າປະຊາຊົນ ແລະ ຈາກໄປຕາມທາງຂອງພຣະອົງ.
ພຣະເຢຊູເຈົ້າຂັບໄລ່ວິນຍານສົກກະປົກ
(ມຣກ 1:21-28)
ຫລັງຈາກນັ້ນ ພຣະອົງກໍໄປຍັງເມືອງກາເປນາອູມ ເຊິ່ງເປັນເມືອງໜຶ່ງໃນແຂວງຄາລີເລ, ແລະ ພຣະອົງເລີ່ມຕົ້ນສັ່ງສອນປະຊາຊົນໃນວັນຊະບາໂຕ. ພວກເຂົາຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ ເພາະຖ້ອຍຄຳຂອງພຣະອົງນັ້ນມີສິດອຳນາດ.
ຊາຍຄົນໜຶ່ງໃນທຳມະສາລາມີຜີມານຮ້າຍເຂົ້າສິງຢູ່ ເຊິ່ງເປັນວິນຍານສົກກະປົກ. ມັນຮ້ອງຂຶ້ນດ້ວຍສຽງດັງວ່າ, “ຈົ່ງອອກໄປ! ເຢຊູຊາວນາຊາເຣັດ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາເພື່ອທຳລາຍພວກຂ້ານ້ອຍບໍ? ຂ້ານ້ອຍຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ!”
ພຣະເຢຊູເຈົ້າສັ່ງຢ່າງເດັດຂາດວ່າ, “ມິດງຽບ! ຈົ່ງອອກມາຈາກລາວດຽວນີ້!” ແລ້ວຜີມານຮ້າຍໄດ້ເຮັດໃຫ້ຄົນນີ້ລົ້ມລົງຕໍ່ໜ້າພວກເຂົາທັງໝົດ ແລະ ອອກໄປຈາກລາວໂດຍບໍ່ໄດ້ເຮັດອັນຕະລາຍແຕ່ຢ່າງໃດ.
ປະຊາຊົນທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ຖ້ອຍຄຳເຫລົ່ານີ້ແມ່ນຫຍັງ? ເພາະວ່າເພິ່ນໄດ້ສັ່ງວິນຍານສົກກະປົກເຫລົ່ານີ້ດ້ວຍສິດອຳນາດ ແລະ ລິດເດດ ແລ້ວມັນກໍອອກມາ!” ແລ້ວຊື່ສຽງຂອງພຣະອົງຈຶ່ງແຜ່ໄປທົ່ວທຸກບ່ອນໃນຂົງເຂດນັ້ນ.
ພຣະເຢຊູເຈົ້າຮັກສາຄົນເປັນຈຳນວນຫລວງຫລາຍ
(ມທ 8:14-17; ມຣກ 1:29-38)
ພຣະເຢຊູເຈົ້າໄດ້ອອກຈາກທຳມະສາລາ ແລະ ເຂົ້າໄປໃນເຮືອນຂອງຊີໂມນ. ໃນຂະນະນັ້ນ ແມ່ເມຍຂອງຊີໂມນກຳລັງທຸກທໍລະມານເພາະມີໄຂ້ຂຶ້ນສູງ, ແລະ ພວກເຂົາຈຶ່ງຂໍໃຫ້ພຣະເຢຊູເຈົ້າຊ່ວຍນາງ. ດັ່ງນັ້ນ ພຣະອົງຈຶ່ງໂນ້ມໂຕລົງ ແລະ ສັ່ງຫ້າມໄຂ້ນັ້ນ ແລ້ວໄຂ້ນັ້ນກໍຫາຍໄປຈາກນາງ. ນາງຈຶ່ງລຸກຂຶ້ນທັນທີ ແລະ ເລີ່ມຮັບໃຊ້ພຣະອົງກັບພວກສາວົກ.
ເມື່ອຕາເວັນກຳລັງຕົກດິນ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາຫາພຣະເຢຊູເຈົ້າ, ພຣະອົງໄດ້ວາງມືໃສ່ພວກເຂົາແຕ່ລະຄົນ ແລະ ປິ່ນປົວພວກເຂົາໃຫ້ຫາຍດີ. ຫລາຍກວ່ານັ້ນອີກ, ມີຜີມານຮ້າຍໄດ້ອອກມາຈາກຫລາຍຄົນ ແລະ ຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ!” ແຕ່ພຣະເຢຊູເຈົ້າສັ່ງຫ້າມພວກມັນ ແລະ ບໍ່ອະນຸຍາດໃຫ້ພວກມັນເວົ້າ ເພາະພວກມັນຮູ້ວ່າພຣະອົງເປັນພຣະຄຣິດເຈົ້າ.7
ພໍຮຸ່ງເຊົ້າມາ ພຣະເຢຊູເຈົ້າກໍອອກໄປຍັງບ່ອນທີ່ງຽບສະຫງົບ. ປະຊາຊົນຕ່າງກໍຊອກຫາພຣະອົງ ແລະ ເມື່ອພວກເຂົາພົບພຣະອົງແລ້ວ ພວກເຂົາກໍພະຍາຍາມໜ່ວງໜ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກພວກເຂົາ. ແຕ່ພຣະອົງກ່າວວ່າ, “ເຮົາຕ້ອງປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າໃຫ້ແກ່ເມືອງອື່ນໆເໝືອນກັນ ເພາະເຮົາຖືກໃຊ້ມາກໍເພື່ອພາລະກິດນີ້ແຫລະ”. ແລະ ພຣະອົງໄດ້ສືບຕໍ່ເທດສະໜາໃນທຳມະສາລາຕ່າງໆໃນແຂວງຢູດາຍ.8
Source notes (8)
- Footnote ພບຍ 8:3
- Footnote ພບຍ 6:13
- Footnote ພສສ 91:11,12
- Footnote ພບຍ 6:16
- Footnote ອຊຢ 61:1,2
- Footnote ຄຳພາສາກຣີກອາດໝາຍເຖິງ ພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງ ພະຍາດຂີ້ທູດເທົ່ານັ້ນ
- Footnote ຫລື ພຣະເມຊີອາ
- Footnote ຫລື ດິນແດນຂອງຊາວຢິວ ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຄາລີເລ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.